Yapu ປະຫວັນຫຍໍ້ຍາປູ່ກັມມະຖານປ່ອນ ຄ້ອມວົງສາ

Phimpha
0

 


ປະຫວັດຫຍໍ້ 
ຍາປູ່ກັມມະຖານປ່ອນ ຄ້ອມວົງສາ





30/12/2024

ປະຫວັດຫຍໍ້ ຍາປູ່ກຳມະຖານປ່ອນ ຄ້ອມວົງສາ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

=========================

➢ ຊີວະປະຫວັດຫຍໍ້ ແລະ ຜົນງານ ຍາປູ່ກໍາມະຖານປ່ອນ ກັຕຕະວະໂຣ ຄ້ອມວົງສາ

➢ ອະດີດຮອງປະທານທີ່ປຶກສາ ອພສ ເມືອງອາດສະພັງທອງ ອົງທີ 1 ອະດີດເຈົ້າອະທິການວັດປ່າສາລີວະນາຣາມ ບ້ານຕະບອງເພັດ ເມືອງອາດສະພັງທອງ

➢ ອະດີດເຈົ້າອະທິການວັດສາລາລົມ ບ້ານໜອງປາກຊ່ອງ ເມືອງອາດສະພັງທອງ

➢ ອະດີດພຣະວິປັດສະນາຈານປະຕິບັດທັມກັມມະຖານປະຈໍາຢູ່ຮອຍພຣະບາດດ່ານມົນພູຊ້າງແຫ່

➢ ຊື່ນາມສະກຸນ ຍາປູ່ກໍາມະຖານປ່ອນ ຄ້ອມວົງສາ ເກີດເມືອວັນທີ 1 ກໍລະກົດ ປີ 1920

➢ ເກີດທີ່ບ້ານຈອດຮາດ ເມືືອງອາດສະພອນ ແຂວງສະຫວັນນະເຂດ

➢ ວັດຢູ່ປະຈຸບັນວັດສາລາລົມ ບ້ານໜອງປາກຊ່ອງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ

➢ ສັນຊາດລາວ ນັບຖືສາສະໜາພຸດ ຢູ່ໃນຄອບຄົວຊົນຊັ້ນຊາວໄຮນາ,ຊົນເຜົ່າຜູ້ໄທ

➢ ບຸດ ແລະ ເອື້ອຍອ້າຍນ້ອງ

➢ ເປັນບຸດ ທ້າວ ຊຽງຄ້ອມ,ນາງ ວົງສາ ທັງສອງໄດ້ເສຍຊີວິດແລ້ວ

➢ ທ້າວ ປ່ອນ ຄ້ອມວົງສາ ມີເອື້ອຍນ້ອງຮ່ວມອຸທອນດຽວກັນ 6 ຄົນ

1. ນາງ ທອງສີ ຄ້ອມວົງສາ ( ເສຍຊີວິດແລ້ວ )

2. ນາງ ທຸມມີ ຄ້ອມວົງສາ ( ເສຍຊີວິດແລ້ວ )

3. ນາງ ສາລີກາ ຄ້ອມວົງສາ ( ເສຍຊີວິດແລ້ວ )

4. ທ້າວ ປ່ອນ ຄ້ອມວົງສາ ( ຍາປູ່ກໍາມະຖານປ່ອນ ຄ້ອມວົງສາ ) ມໍລະນະພາບແລ້ວ

5. ທ້າວ ປັ່ນ ຄ້ອມວົງສາ ( ຍາ ປູ່ປັ່ນ ຄ້ອມວົງສາ) ມໍລະນະພາບແລ້ວ

6. ທ້າວ ຫຼອຍ ຄ້ອມວົງສາ ( ເສຍຊີວິດແລ້ວ )

➢ ຊີີວິດໃນເຍົາໄວ ທ້າວ ປ່ອນ ຄ້ອມວົງສາ ໄດ້ເປັນບຸດບຸກຄົນຮູ້ທີ່ດີຂອງພໍ່ແມ່ຊ່ວຍວຽກງານຄອບຄົວໃນການດໍາລົງຊີວິດປະຈໍາວັນ ແລະ ຢູ່ໃນການຊ່ວຍດູແລເບີ່ງແຍງເອື້ອຍນ້ອງເມືອເຖິງກະສຽນເຂົ້າໂຮງຮຽນເພີ່ນໄດ້ຮຽນໜັງສືນໍາຍາທ່ານ ບວນ ຢູ່ທີ່ວັດຈັນທະລັງສີ ບ້ານຈອດຮາດ ເມືອງອາດສະພອນ ແຂວງສະຫວັນນະເຂດ.

➢ ອາຍຸໄດ້ 11 ປີ ບັນພຣະຊາເປັນສາມະເນນ ເປັນພຣະອຸປັດຊາ ຍາທ່ານ ບວນ ຫຼັງຈາກນັ້ນສາມະເນນ ປ່ອນ ຄ້ອວົງສາ ບວດຢູ່ນໍາຍາທ່ານ ບວນ ໄດ້ 2 ປີ ຍາທ່ານ ບວນ ຈຶ່ງໄດ້ສົ່ງສາມະເນນ ປ່ອນ ຄ້ອມວົງສາ ໄປຮຽນໜັງສືຫຼັກສູດບາລີ ຈໍພັນສາຢູ່ທີ່ວັດສີບຸນເຮືືອງ ບ້ານພີນ ເມືອງພີນ ແຂວງສະຫວັນນະເຂດ. ຫຼັງຈາກຮຽນຈົບຫຼັກສູດບາລີ ຈຶ່ງໄດ້ກັບມາຢູ່ຈໍາພັນສານໍາຍາທ່ານ ດອກແກ້ວ ບ້ານຜັກຂະຫຍ່າ ເມືອງອາດສະພອນ ແຂວງສະຫວັນນະເຂດ ຍາທ່ານ ດອກແກ້ວ ໄດ້ມໍລະນະພາບ ,ໄດ້ຍ້າຍໄປຈໍາພັນສາຢູ່ນໍາຍາທ່ານ ຂຽວ ວັດໜອງລໍາຈັນ ບ້ານໜອງລໍາຈັນ ເມືອງຈໍາພອນ ແຂວງສະຫວັນນະເຂດ ເພື່ອໄປຮຽນຕໍ່ຫຼັກສູດບາລີໃຫຍ່ ຫຼັງຈາກນັ້ນຍາທ່ານ ຂຽວ ໄດ້ມໍລະນະພາບ ສາມະເນ ປ່ອນ ຄ້ອມວົງສາ ໄດ້ກັບເມືອຈໍາພັນສາຢູ່ທີ່ວັດຈັນທະລັງສີ ບ້ານຈອດຮາດ ເມືອງອາດສະພອນ ແຂວງສະຫວັນນະເຂດ ວັດບ້ານເກີດຂອງຕົນ.ຢູ່ມາໄລຍະໜຶ່ງໄດ້ມີເຈົ້າພາບສັດທາຕັ້ງກອງບວດ ສາມະເນນ ປ່ອນ ຄ້ອມວົງສາ ອາຍຸ 21 ປີ ໄປອຸປະສົມບົດເປັນພຣະພິກຂຸສົງ ທີ່ພັດທະສີມາ ວັດໂພວຽງໄຊຍະຣາມ ບ້ານວຽງໄຊ ເມືອງອາດສະພອນ ແຂວງສະຫວັນນະເຂດ. ຢູ່ໃນວັດດັ່ງກ່າວທິດໜຶ່ງ,ຈຶ່ງໄດ້ເມືອໄປຈໍາພັນສາຢູ່ທີ່ວັດຈັນທະລັງສີ ບ້ານຈອມຮາດ ເມືອງສະອາດສະພອນ ແຂວງສະຫວັນນະເຂດ ຄືເກົ່າ.ຢູ່ມາໄລຍະໜຶ່ງຈຶ່ງມີເຈົ້າພາບສັດທາສ້າງກອງຫົດເຖຣາພິເສກຫົດສົງແຖມສົມພານ ຈຶ່ງໄດ້ສາຍຍາວ່າ ພຣະສໍາເລັດກໍາມະຖານປ່ອນ ຄ້ອມວົງສາ ຢູ່ມາໄດ້ອາຍຸ 29 ປີ 8 ພັນສາ ຈຶ່ງໄດ້ລາສິກຂາອອກຈາກເພດບັນພຣະສິດ. ໄດ້7ມື້ ໄປເປັນທະຫານຮັດໃຊ້ຊາດເວລາ 15 ປີ ໄດ້ຊັ້ນຈາເອກກັບມາແຕ່ທະຫານໄດ້ຮັບຖຶກແຕ່ງຕັ້ງເປັນນາຍບ້ານຈອມຮາດ ເມືອງອາດສະພອນ ແຂວງສະຫວັນນະເຂດ ເປັນເວລາ 4 ປີ ພໍມາເຖິງອາຍຸ 48 ປີ ຈຶ່ງໄດ້ສ້າງຄອບຄົວແຕ່ງງານກັບ ນາງ ຄໍາເຫວີຍ ທີ່ບ້ານຈອມຮາດ ເມືອງອາດສະພອນ ແຂວງສະຫວັນນະເຂດ

➢ ມີລູກຮ່ວມກັນ 5 ຄົນ

1. ນາງ ວຽງໄຊ ຄ້ອມວົງສາ

2. ນາງ ຕູ່ນ ຄ້ອມວົງສາ

3. ທ້າວ ສາລີ ຄ້ອມວົງສາ ( ເສຍຊີວິດແລ້ວ )

4. ທ້າວ ສີທາດ ຄ້ອມວົງສາ

5. ທ້າວ ຊຽງເພັດ ຄ້ອມວົງສາ

➢ ຫຼັງຈາກນັ້ນຈານປ່ອນ ຄ້ອມວົງສາ ພັນລະຍາໄດ້ເສຍຊີວິດຈຶ່ງໄດ້ກັບເຂົ້້າມາອຸປະສົມບົດບວດເປັນພຣະພິກຂຸສົງຄັ້ງທີ 2

➢ ວັນທີ,ເດືອນ,ປີ ອຸປະສົມບົດເປັນພຣະພິກຂຸສົງ 12 ມີນາ 1992

➢ ທີ່ພັດທະສີມາ ວັດສີບຸນເຮືອງ ບ້ານດົງເຫັນ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ

➢ ພຣະອຸປັດຊາ ຍາທ່ານ ມະຫາສາລີ ອານຸຈາໂຣ  ເພຍວົງຫາຈັກ

➢ ກັມມະວາຈາຂວາ ຍາພໍ່ ບ່ຽງ ອັກຂະມຸນຕຣີ

➢ ກັມມະວາຈາຊ້າຍ ຍາທ່ານ ສີຜາ ໂພສາລາດ

➢ ຈຶ່ງໄດ້ຊື່ສາຍຍານາມວ່າ ຍາປູ່ກໍາມະຖານປ່ອນ ກັຕຕະວະໂຣ (ຄ້ອມວົງສາ)

➢ ຢູ່ນໍາຍາທ່ານ ມະຫາສາລີ ອານຸຈາໂຣ ເພຍວົງຫາຈັກ 1 ພັນສາ ໄດ້ຖຶກແຕ່ງຕັ້ງເປັນເຈົ້າອະທິການວັດປ່າສາລີວະນາຣາມ ບ້ານຕະບອງເພັດ ເມືອງສະອາດພັງທອງ ແຂວງສະຫວັນນະເຂດ ປີ 1994-2017 ຈາກຍາທ່ານ ມະຫາສາລີ ອານຸຈາໂຣ ເພຍວົງຫາຈັກ ຮອງປະທານ ອພສ ແຂວງ, ປະທານ ອພສ ເມືອງອາດສະພັງທອງ ໃນໄລຍະນັ້ນ, ຍາທ່ານ ມະຫາສາລີ ອານຸຈາໂຣ ເພຍວົງຫາຈັກ ເຫັນວ່າພຣະລູກສິດລູກຫາ ຍາປູ່ກໍາມະຖານປ່ອນ ຄ້ອມວົງສາ ເປັນພຮະນັກພັດທະນາສ້າງສາ ແລະ ປະຕິບັດທັມ ອີກອົງໜຶ່ງພາຍໃນເມືອງຂອງຕົນ ຈຶ່ງມອບໝາຍໃຫ້ຮັບພິດຊອບສາສະໜາກິດວັດຮອຍພຣະບາດດ່ານມົນພູຊ້າງແຫ່ ບ້ານນາມ່ວງ ເມືອງພະລານໄຊ ແຂວງສະຫວັນນະເຂດ.ປີ 2004 – 2028 ໄດ້ມີສັດທາຍາດໂຍມອາຣາດຕະນານິມົນໄປຈໍາພັນສາຢູ່ເທດສາຫະຣັດອາເມຣິກາ ລັດລາວເມນີໂຊຕ້າເປັນເວລາ 5 ປີ

➢ ປີ 2018 -2020 ການຈັດຕັ້ງບ້ານ,ເຖົ້າແນວໂຮມ,ພໍ່ແມ່ປະຊາຊົນຊາວບ້ານຍາງໂພສີ ໄດ້ອາຣາດທະນິມົນ ຍາປູ່ກໍາມະຖານປ່ອນ ຄ້ອມວົງສາ ໄປຈໍາພັນສາ ທີ່ວັດສີບຸນເຮືອງ ບ້ານຍາງໂພສີ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ເພື່ອນສ້າງສາວັດອາຣາມເປັນເວລາ 3 ປີ

➢ ປິ 2021 ໄດ້ກັບມາຈໍາພັນທີ່ວັດສາລາລົມ ບ້ານໜອງປາກຊ່ອງ ເມືອງອາດສະພັງທອງ ແຂວງສະຫວັນະເຂດ

➢ ຜົນງານດ້ານສົງເຄາະສັງຄົມ ແລະ ສ້າງສາພັດທະນາວັດອາຣາມ,ຖະໜົນຫົນທາງ.

1. ນໍາພາສ້າງວັດປ່າສາລີວະນາຣາມ ບ້ານຕະບອງເພັດ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ

- ສາລາໂຮງທັມ ( ຫໍແຈກ ) 1 ຫຼັງ

- ກຸດຕິ 2 ຫຼັງ

- ຫໍກອງ 1 ຫຼັງ

- ສີມນ້ຳ 1 ຫຼັງ

- ໂຮງຄົວ 1 ຫຼັງ

- ຫ້ອງນ້ຳ 2 ຫຼັງ

- ເຕົາເຜົາສົບ 1 ເຕົາ

2. ນໍາພາສັດທາຍາດໂຍມລະທຶນປັດໄຈ ແລະ ຊື້ດິນສ້ ສ້າງວັດສາລາລົມ ບ້ານໜອງປາກຊ່ອງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ເປັນຈໍານວນເງິນ 3.000.000 ກີບ ໃນໄລຍະນັ້ນ

- ສາລາໂຮງທັມ ( ຫໍແຈກ ) 1 ຫຼັງ

- ພັດທະສີມາ 1 ຫຼັງ

- ກຸດຕິ 3 ຫຼັງ

- ຫ້ອງນ້ຳ 2 ຫຼັງ

- ໄດ້ມອບບທຶນຈໍານວນໜຶ່ງກໍ່ສ້າງພຣະໃຫຍ່ 1 ອົງ

- ເຈາະນໍ້າບາດານ 2 ບໍ່

- ຊື້ດິນສ້າງເສັ້ນທາງອ້ອມວັດ ຈໍານວນເງິນ 2.000.000 ກີບ ໃນໄລຍະນັ້ນ

3.   ນໍາພາສັດທາຍາດໂຍມສ້າງສາສະໜາວັດຖຸວັດສີບຸນເຮືອງ ບ້ານຍາງໂພສີ ນະຄອນໄກສອນພົມວິຫານ  

     ແຂວງສະຫວັນນະເຂດ.

- ສ້າງກຸດຕິ 1 ຫຼັງ

- ຫໍກອງ 1 ຫຼັງ

- ປະຕູໂຂງ 2 ປ່ອງ

- ປູພື້ນເດີນວັດ

- ສ້າງເສັ້ນທາງເບຕົງເສີມເຫຼັກອ້ອມວັດ

- ສ້າງເສັ້ນທາງເບຕົງເສີ້ມເຫຼັກກາງບ້ານ

➢ ປີ 2023 ສຸຂະພາບຂອງຍາປູ່ກໍາມະຖານປ່ອນ ຄ້ອມວົງສາ ໄດ້ມີອາການເມື່ອຍເປັນໄລຍະ ແລະ ບາງຊ້ວງ ສ່ວນກິດນິມົນສິດສານຸສິດ,ສັດທາຍາດໂຍມ ມາອາຣາດທະນານິມົນເພີ່ນກໍ່ໄດ້ໄປຮ່ວມງານບຸນທີ່ນິມົນໂດຍບໍ່ໄດ້ລົດລະເຖິງສຸຂະພາບຮ່າງກາຍອິດເມື່ອຍກໍ່ບໍ່ໄດ້ສະແດງອາການໃຫ້ສິດສານຸສິດເຫັນ

➢ ປີ 2024 ເຫັນວ່າສະພາບຮ່າງກາຍຂອງ ຍາປູ່ກໍາມະຖານປ່ອນ ຄ້ອມວົງສາ ກໍ່ໄດ້ເມື່ອຍເປັນບາງເວລາ ສະນັ້ນ ລູກຫຼານ,ການຈັດຕັ້ງບ້ານເຖົ້າແກ່ແນວໂຮມ ແລະ ສິດສານຸສິດ, ສັດທາຍາດໂຍມ ກໍ່ໄດ້ເອົາໃຈໃສ່ນໍາພາໄປປິ່ນປົວກວດເຊັກສຸຂະພາບ ຢູ່ໂຮງໝໍພາຍໃນປະເທດ, ຕາງປະເທດ ທ່ານ ໜໍ ກໍ່ໄດ້ວິນິໃສບົງມະຕິຜົນກວດພະຍາດອອກມາວ່າບໍ່ໄດ້ມີພະຍາດຫຍັງ,ອາການອາພາດຂອງເພີ່ນແມ່ນພະຍາດຂອງເພີ່ນເອງກໍ່ຄືໂລກສາລາ.

➢ ວັນທີ 26 ພະຈິກ 2024 ຕອນເຊົ້າ ເວລາ 9 ໂມງ 10 ນາທີ ໄດ້ມໍລະນະພາບດ້ວຍອາການສະຫງົບ

➢ ລວມອາຍຸ 105 ປີ 32 ພັນສາ

➢ ອັນຄວາມຕາຍບັນພຣະຊາຍນາລີໜີບໍ່ພຸ້ນ:​    ງາມສວຍຫຼໍ່ມີຫຼືຈົນກໍ່ຕ້ອງຕາຍວາຍເປັນຜີ.

➢ ເຖິິງແສນຮັກແສນຫວງກໍ່ຕ້ອງຕາຍຈາກກັນຢູ່ດີ: ບໍ່ມື້້ນີ້ກໍ່ມື້ໜ້າມໍລະນະພາບທຸກອົງທຸກທ່ານຕາຍແນ່ນອນ

➢ ຍາປູ່ກໍາມະຖານປ່ອນ ຄ້ອມວົງສາເອີຍ ສິ່ງໃດທີ່ ຍາປູ່ ໄດ້ສ້າງຄຸນງາມຄວາມດີເປັແບບເປັນຢ່າງໃຫ້ແກ່ ພວກຂ້ານ້ອຍພຣະເຖຣານຸເຖຣະ,ສາມະເນນ ແມ່ຂາວ,ພໍ່ຂາວ, ການໍາພັກ-ລັດ,ສິດສານຸສິດ,ສັດທາຍາດໂຍມ,ຈະຈາລືກຄຸນງາມຄວາມດີຂອງຍາປູ່ຕະຫລອດການ ແລະ ນານ

➢ ຂໍນ້ອມວັນທາຂາບນະມັດສະການ ເຖຣານຸເຖຣະ,ນັບຖືຮັກແພງມາຍັງ ເພື່ອນສະຫະທັມມິດ ສາມະເນນ,ພໍ່ຂາວ,ແມ່ຂາວ,ຈະເລີນພອນການນໍາພັກ-ລັດ ທຸກທ່ານ ສິດສານຸສິດ ແລະ ສັດທາຍາດໂຍມ ທີ່ມາຮ່ວມງານຊາປະນະກິດສົບ ( ປົງສົບ ) ຍາປູ່ກໍາມະຖານປ່ອນ ຄ້ອມວົງສາ ໃນວິນາທີສຸດທ້າຍ ນ້ອມລະນຶກສ່ວນບຸນກຸສົນ ສົ່ງໄປເຖິງຈິຕຕະດວງວິນຍານ ຍາປູ່ກໍາມະຖານປ່ອນ ຄ້ອມວົງສາ ໄປສູ່ແດນສັມປະຣາຍະພົບພູມທີ່ດີ ຈົ່ງພາກັນນັ່ງຫຼັບຕາສະຫງົບນີ້ງເວລາ 4 ວິທີ

➢ ຖ້າຫາກວ່າຂ້ານ້ອຍອາຕະມາພານອ່ານຊີວະປະຫວັດຫຍໍ້ ແລະ ຜົນງານ ຂອງຍາປູ່ກໍາມະຖານປ່ອນ ຄ້ອມວົງສາ ຜິດພາດປະການໃດ ຂໍອາໄພ,ອາໂຫສິກໍາມາຍັງ,ຈິຕຕະດວງວິນຍານຂອງ ຍາປູ່ກໍາມະຖານປ່ອນ ຄ້ອມວົງສາ ແລະ ນໍາພຣະເຖຣານຸເຖຣະ,ການນໍາພັກ-ລັດ ແລະ ສິສານຸສິດ,ສັດທາຍາດໂຍມ ມານະໃນສະຖານທີ່ນີ້ດ້ວຍເທີ້ນ.

ຂໍນ້ອມວັນທາຂາບນະມັດສະການ ແລະ ຈະເລີນພອນ ຂໍຂອບໃຈ








Post a Comment

0Comments

Post a Comment (0)

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top