Thing3min10ຂໍ້ຄິດສອນໃຈ

Phimpha
0

 ສະຫລຸບ10ຂໍ້ຄິດ ສອນໃຈປ່ອຍວ່າງປ່ອຍຜ່ານ


ສະຫລຸບ10 ຂໍ້ຄິດສອນໃຈປ່ອຍຜ່ານປອຍວ່າງປີເກົ່າເພື່ອຕ້ອນຮັບປີໃຫມ່2025ຈະມາຖິ່ງນີ້

---


1."ຢ່າຕັດສິນຢ່າງໃດໃນ 3 ວິນາທີທຳອິດ"  

📌ຟ້າວບໍ່ໄດ້ຊ່ວຍໃຫ້ດີຂື້ນ! ຜູ້ຂຽນບອກວ່າ ທຸກຄັ້ງທີ່ມີຫຍັງ  "ທີ່ເຮັດໃຫ້ຫົວຮ້ອນ" ຜຸດມາ ເຊັ່ນ ການຖືກຄຳເວົ້າແທງໃຈ  ຫຼືພົບສະຖານະການທີ່ບໍ່ຖືກໃຈ ຢ່າປິ໊ດແຕກ  ລອງນັບ 1 ເຖິງ 3 ແລ້ວຈະເນວ່າຫລາຍເລື່ອງບໍ່ຄຸ້ມຄ້າທີ່ຈະອາລົມເສຍເລີຍ  


---


2."ເລືອກປະຕິກິລິຍາ ບໍແມ່ນປ່ອຍໃຫ້ອາລົມເລືອກເຮົາ" 

🌟"ຫົວຮ້ອນ ມັກມາພ້ອມກັບປະຕິກິລິຍາອັດຕະໂນມັດ ເຊັ່ນ ຂື້ນສຽງ ຫຼືປະຊົດປະຊັນ ແຕ່ຈິງໆ ແລ້ວເຮົາສາມາດຈະຕອບໂຕ້ແບບໃດ ຖ້າໃຈເຢັນລົງກ່ອອກ 3 ວິນາທີ


---


3."ຄຳເວົ້າຂອງຄົນອື່ນ ບໍ່ໄດ້ກຳນົດຄຸ້ນຄ້າໃນຕົວເຮົາ" 

💬ປະໂຫຍກທີ່ເຈັບແສບຈາກຄົນອື່ນ ບາງທີ່ກໍບໍແມ່ນຄວາມຈິງ ຜູ້ຂຽນຍ້ຳວ່າ  "ຟັງພຽງໃດກໍໄດ້ ແຕ່ຢ່າພົກເອົາໃວ້ໃນໃຈ" ເພາະຊີວິດມັນສັ້ນເກິນັປທີ່ຈະເສຍພະລັງໄປກັບຄຳເວົ້າລົບໆ


---


4."ຫາຍໃຈລຶກໆ ແລ້ວເດິນໜີ ແດ່ກໍ່ໄດ້"  

😌ເທັກນິກນີ້ງ່າຍັລາຍ ແຕ່ຊົງພະລັງ! ພົບສະຖານະການທີ່ຫົວກຳລັງຈະປະຖຸ ເຊັ່ນ ມີຄົນເວົ້າຈີ້ໃຈດີ ໃຫ້ຢຸດ ຫາຍໃຈລຶກໆ  ແລ້ວເດິນອອກໄປ ເຈົ້າຈະຮູ້ສຶກເໝືອນໄດ້ກັບມາ ຄຸມເກມ  


---


5."ຈົ່ງຍມຮັບວ່າໂລກນີ້ບໍ່ໄດ້ໝຸນຕາມເຮົາ"  

🌍ເລື່ອງທີ່ຄົນອື່ນເຮັດໃຫ້ເຮົາຫງຸດຫງິດ ບາງທີມັນກໍ່ເປັນພຽງໂລກຫມຸນແບບທີ່ມັນເປັນເອງ ບໍ່ວ່າເຂົາຕັ້ງໃຈຈະມາລົບກວນຮົາ ປ່ອຍຜ່ານງ່າຍກວ່າທີ່ຄິດ  


---


6."ຫົວຮ້ອນນັ້ນແພງເກີນໄປ" 

💸ທຸກຄັ້ງທີ່ເຮົາໂມໂຫ ເຮົາກຳລັງເສຍເວລາ ເສຍພະລັງ  ແລະອາດເສຍຄວາມສຳພັນດີໆ ໄປແບບທີ່ເອົາຄືນມາບໍ່ໄດ້ ສະນັ້ນ ຄິດກ່ອນວ່າຄວາມໂກດນັ້ນ  "ຄຸ້ມ" ຫຼືບໍ່  


---


7."ຂຳຕົວເອງໃຫ້ໄດ້ແລ້ວເຈົ້າຈະລອດ" 

😂ຜູ້ຂຽນແນະນຳໃຫ້ມອງ ສະຖານະການຕະຫລົກໆ ຫຼືຍີ້ມ ໃຫ້ກັບຄວາມເຟລຂອງຕົວເອງແດ່ ຄວາມຫົວຮ້ອນຫາຍວັບ ເໝືອນຟ້າຫລັງຝົນ   


---


8."ຢ່າເປັນໝໍ້ແຮງດັນ ຕ້ອງມີຄວັນລະບາຍອາລົມ"  

🎯ບາງຄັ້ງຄວາມໂກດມັນສະສົມ ຢ່າເກັບໄວ້ຈົນມັນລະເບີດອອກມາ  ລອງຫາທາງລະບາຍອາລົມ ເຊັ່ນ ອອກກຳລັງກາຍ  ສູດມົນ ນັ່ງສະມາທິ ຫຼື ຂຽນລະບາຍໃນສະໝຸດບັນທຶກ   


---


9."ຈົດຈໍ່ກັບສິ່ງສຳຄັນ ຢ່າເສຍເວລາກັບສິ່ງທີ່ບໍ່ສຳຄັນ"

📌ຜູ້ຂຽນຍ້ຳວ່າ ຊີວິດມັນສັ້ນ ຖ້າຈະຫົວຮ້ອນ ກັບສິ່ງເລັກໆ ນ້ອຍໆ ລອງຖາມຕົວເອງວ່າ  “5 ປີຂ້າງຫນ້າເຮົາຈະຈຳເລື່ອງນີ້ຢູ່ບໍ່?” ຖ້າຄຳຕອບຄື "ບໍ່" ກໍ່ປ່ອຍມັນໄປ


---


10."ຄົນທີ່ສະຫງົບໃນວັນທີ່ຄວນຫົວຮ້ອນຄືຜູ້ຊະນະ" 

🏆 ບໍ່ພຽງແຕ່ຊະນະສະຖານະການ ແຕ່ເຈົ້າກຳລັງຊະນະຕົວເອງ

ຄວາມສະຫງົບຄືອາວຸດລັບທີ່ເຮັດໃຫ້ເຮົາໂດດເດັ່ນ ແລະ ເໜືອກວ່າໃນທຸກສະຖານະການ  📒

Post a Comment

0Comments

Post a Comment (0)

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top