ສະຫລອງອານິສົງຖວາຍໝາກເບັງບູຊາ



ສະຫລອງອານິສົງຖວາຍໝາກເບັງບູຊາ


ນະໂມ 3 ຈົບ


        ເອວັມເມສຸຕັງ ເອກັງ ສະມະຍັງ ພະຄະວາ ສາວັດຖີຍັງ ວິຫະຣັນໂຕ ກັດສະປະ ພຸດທະສາສະເນ ປະຕິດຖິເຕ ເຍວະປະເສນະ ທິໂກສະລັງ ຕັມພະຣານັງ ຄັນທາຣະສາ.ປຸບຜາ ມາລາຕິ.


        ໂພນຕາ ສາທະໂວ ດູລາ ສັບປຸຣິສາເຈົ້າທັງຫຼາຍຝູງປາດຖະຫນາຍັງສຸກສາມປະການ ຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດເປັນທີ່ແລ້ວ ຈົ່ງຕັ້ງໂສຕະປະສາດ ແກ້ວທັງສອງ ຄອຍຮອງຮັບຟັງຍັງຣົດສາ ທັມມະເທສະໜາ ຈັກໄດ້ພັນລະນາເຖິງການ ທີ່ທ່ານພຸດທະບໍຣິສັດທັງຫຼາຍ ໄດ້ ຖວາຍຫມາກເບັງບູຊາຄຸນພຣະຣັດຕະນະໄຕຣ ຫວັງເອົາບຸນກຸສົນ ເປັນທີ່ເພິ່ງ ຂອງຕົນໃນໂລກເບື້ອງຫນ້າ ຄົນເຮົາຈະມີຄວາມລ່າເລິງ ບັນເທິງໃຈໄດ້ ກໍຍ້ອນວ່າຕົນໄດ້ກະທຳຄຸນງາມຄວາມດີໄວ້ ຕົນກະທໍາສິ່ງໃດໄວ້ ສິ່ງນັ້ນຈະນໍາສະຫນອງຕົນເອງ ຄວາມດີຍ່ອມ ປົກປ້ອງຄຸ້ມຄອງ ຮັກສາຄົນດີໄວ້ເປັນນິດ

    

 ຖ້າວ່າບຸກຄົນໃດຫມັ່ນ ສ້າງສົມ ອົບຮົມ ເຊິ່ງຄວາມດີໃຫ້ມີຂຶ້ນໃນຂັນທະສັນດານຂອງຕົນ ແລ້ວ ສາຍາວະ ອະນຸປາຍິນີ ຍ່ອມຈະມີປົກກະຕິຕິດຕາມບຸກຄົນ ຜູ້ນັ້ນໄປສະເຫມືອນເງົາ ຕິດຕາມບຸກຄົນຜູ້ຍ່າງເດີນໄປຢູ່ສະນັ້ນ ການສະສົມກໍຄືການກະທໍາໃຫ້ຫຼາຍຂຶ້ນ ການກະທໍາເລື້ອຍໆ ບໍ່ໃຫ້ຂາດສາຍ ການບໍ່ດູຖູກຕໍ່ບຸນ ແລະ ບໍ່ປະລະຖິ້ມປ່ອຍຊຶ່ງບຸນ ກຸສົນຫມັ່ນກະທໍາ ເພີ້ມພູມຕື່ມເຕີມຢູ່ສະເຫມີ ກໍຈະເປັນເຫດເປັນປັດໄຈ ໃຫ້ໄດ້ຮັບຄວາມສຸກທັງໂລກນີ້ ແລະ ໂລກຫນ້າ ອໍານວຍ ຜົນອັນພິເສດ ກ່າວຄືວ່າຈະໄດ້ເຖິງເຊິ່ງມະນຸດສົມບັດ ສະຫວັນ ພາ ແລະ ນິບພານສົມບັດ ດັງທີບຸບພະຈານທ່ານ ສະແດງໄວ້ໃນ ນິທິກັນທະສູດ ມີເນື້ອໃນໃຈຄວາມວ່າ ການສ້າງສົມອົບຮົມ,ເຊິ່ງບຸນ ຄືຄຸນງາມຄວາມດີ ມີສັດທາ ວິຣິຍະ ປັນຍາ ເປັນຕົ້ນແລະກຸສົນອື່ນໆ ທີ່ເກີດຈາກການໃຫ້ທານ ການຮັກສາສິນການຈະເຣີນເມດຕາພາວະນາກະທຳໃຫ້ໃຈສະຫງົບທີ່ຕົນໄດ້ກະທໍາ ໄວ້,ເອງນັ້ນ ຍ່ອມເປັນເຄື່ອງສະຫນັບສະຫນູນຕິດຕາມອຸປະຖໍາ ຄືໃຫ້ ນາສຸກມາໃຫ້ຜູ້ກະທໍານັ້ນ ທັງໃນໂລກນີ້ ແລະ ໃນໂລກຫນ້າ ສົມ ດັ່ງ


      ສຸພາສິດຄາຖາ ທີ່ຕັ້ງໄວ້ນະເບື້ອງຕົ້ນນັ້ນວ່າ ປະເສນະ ທິໂກ ສະລັງ ຕັມພະຣານັງ ຄັນທາຣະສາ ບຸບຜາມາລາຕິ ດັ່ງນີ້ ເປັນ ອາທິ ຄືໃນກາລະຄັ້ງນັ້ນ ອົງສົມເດັດພຣະບໍຣົມມະສາສະດາ ຈານໄດ້ສະເດັດປະທັບຢູ່ໃນວິຫານເມືອງສາວັດຖີ ພ້ອມດ້ວຍ ພິກຂຸສົງທັງຫຼາຍເປັນບໍຣິວານ ຄັ້ງນັ້ນ ສົມເດັດພຣະເຈົ້າປະເສນ ທິໂກສົນ ຜູ້ເປັນໃຫຍ່ໃນນະຄອນສາວັດຖີ ປະດັບຕົກແຕ່ງດອກ ໄມ້ຄັນທະຣົດຂອງຫອມ ມີຜົງຈັນແດງເປັນຕົ້ນ ຕັມພະຣານັງ ຈະຕຸຖາ ສາສະນັງ ຍັງຂັນຫມາກເບັງ ອັນງາມວິຈິດຕະການ ຮຸ່ງເຮືອງສະພາດ ມີເຂົ້າພັນກ້ອນອາດບູຊາ ແກ່ພຣະຣັດຕະນະ ໄຕຣ ແລະ ພຣະຜູ້ມີພຣະພາກເຈົ້າແລ້ວ ຈຶ່ງຂາບນະມັດສະການ ທູນຖາມເຖິງ ຜະລາອານິສົງອັນໃດ້ຖວາຍມາກເບັງບຊາວ່າ ພັນ ເຕ ພະຄະວາ ຂ້າແຕ່ອົງສົມເດັດພຣະພູມີພະພາກເຈົ້າ ຜູ້ປະເສີດອຸດົມນໍຣະຊົນຍິງຊາຍທັງຫຼາຍເຫຼົ່າໃດມີໃຈໃສສັດທາໄດ້ມາຖວາຍຫມາກເບັງບູຊາ ແກ່ສົມເດັດພຣະ ຊົນມາຍູຢູ່ກໍດີ ແລະ ພຣະອະຣິຍະສົງກໍດີ ບຸກຄົນຜູ້ນັ້ນຈະມີອານິສົງດັ່ງລືກໍຂ້າຈາ


    ໃນກາລະຄັ້ງນັ້ນອົງສົມເດັດພຣະຜູ້ມີພຣະພາກເຈົ້າໄດ້ຊົງສະດັບຟັງແລ້ວ ຈຶ່ງໄດ້ຕັດພຣະສັດທັມມະເທສະຫນາວ່າດູລາມະຫາບໍພິດພຣະຣາຊະສົມພານ ບຸກຄົນຜູ້ໃດມີໃຈໃສສັດທາ ໄດ້ນໍາມາຍັງ ມັດຖຸປຸບຜາຕັພພະຣານັງ ຈະຕຸຖາ ສາສະນັງ ຍັງຫມາກເບັງງາມສະພາດ ເຂົ້າພັນກ້ອນອາດບູຊາ ແກ່ພຣະພຸດ ທະເຈົ້າ ແລະ ພຣະອະຣິຍະສົງ ຜູ້ຊົງຈະຕຸປາຣິສຸດທິສິນກໍດີ , ຄົນຜູ້ນັ້ນ ຄັນຈຸຕິຈາກຊາດນັ້ນແລ້ວ ຈະໄດ້ໄປບັງເກີດໃນສະ ເທວະໂລກສະເຫວີຍທິບພະສົມບັດ ຢູ່ເປັນສຸກສິ້ນກາລະນາ ເຫມືອນດັ່ງ


ນິທານເຜົ່າມາວ່າ ມີຜູ້ຍິງຄົນຫນຶ່ງເຊິ່ງໄດ້ຖວາຍເບັງບູຊາພຣະມະຫາສະຖູບເຈດີ ແຫ່ງອົງສົມເດັດ ພຣະກັດສະປະ ສັບພັນຍູພຸດທະເຈົ້າ ໃນເມືອງພາຣານະສີຄັນກະທໍາການກິຣິຍາ ຕາຍ ກໍໄປບັງເກີດໃນດາວະດິງສະຫວັນ ມີວິມານຄໍາສູງສິບສອງ ໂຍດ ມີນາງຟ້າພັນຫນຶ່ງ ເປັນບໍຣິວານສໍາເຣັດແລ້ວ ໄປດ້ວຍທິບ ສົມບັດ ບໍຣິບູນຫຼວງຫຼາຍນັບປະມານບໍ່ໄດ້. ດູລາ ມະຫາບໍພິດ ພຣະຣາຊະສົມພານ ຕັມພະຣານັງ ຈະຕຸຖາ ສາສະນັງ ຍັງຜົນບຸນ ກຸສົນທີ່ບຸກຄົນເຫຼົ່ານັ້ນໄດ້ໃຫ້ຫມາກເບັງບູຊາ ພຣະຣັດຕະນະໄຕຣ ຍ່ອມ ມີຜົນຫຼວງຫຼາຍປະມານວ່າເປັນລາໍດັບຊັ້ນຕາມຊັ້ນໝາກເບັງ ຄືວ່າ ເມື່ອຕົນໄດ້ຕາຍຈາກມະນຸດໂລກນີ້ແລ້ວ ກໍໄດ້ເອົາຕົນໄປ ອຸບັດຂຶ້ນໃນສະຫວັນຊັ້ນດາວະດິງ 


ຈົນເຖິງຊັ້ນກາມະພະຈອນ ເປັນທີ່ສຸດ ຕາມບຸນຍະສົມພານທີ່ຕົນໄດ້ກະທໍາ ແລະໄດ້ເຫວີຍສົມບັດທິບວິມານຄໍາ ອັນວິຈິດຮຸ່ງເຮືອງສະກາວສົດໃສຫຼຽວເຫັນທົ່ວທຸກທິດສານຸທິດອ້ອມຮອບທົ່ວທ້ອງຈັກກະວານອັນມີນາງຟ້າເທບພະອັບສອນເຝົ້າບໍ່າເຣີຂັບເສບປະໂຄມ ດົນຕຣີດົນນານໄດ້: ເກົ້າຫມື່ນປີໃນເມືອງມະນຸດແລະມີກາຍບໍຣິສຸດຜຸດຜ່ອງດຸດຈະດັ່ງນໍ້າຄໍາອັນສົດໃສ ແມ່ນຈະປາດຖະຫນາໃດໆ ກໍໄດ້ສໍາເລັດດັ່ງ. ມະໂນຣົດຄວາມປາດຖະຫນາຂອງຕົນ ດັ່ງທ່ານພັນຣະນາໄວ້ພຽງນີ້ແລະ


   ຂໍໃຫ້ທ່ານພຸດທະບໍຣິສັດທັງຫຼາຍ ຜູ້ເຫຼື້ອມໃສສັດທາ ເຈົ້າໄດ້ກະທໍາການບຸນກຸສົນໄວ້ ເມື່ອເຮົາດັບຂັນໄປຈະໄດ້ຮັບສ່ວນ ກຸສົນຜົນບຸນຍະຣາສີ ທີ່ເຮົາກະທໍາໄວ້ໃນຊາດປັດຈຸບັນນີ້ ດັ່ງອົງ ສົມເດັດພຣະພຸດທະຊິນນະສີ ຂອງພວກເຮົາໄດ້ເທສະຫນາມານັ້ນແລະ ຂໍພຸດທະບໍຣິສັດທັງຫຼາຍ ຈົ່ງພາກັນຕັ້ງອົກຕັ້ງໃຈກໍ່ສ້າງ ເຊິ່ງກອງການກຸສົນໄວ້ ຢ່າໄດ້ປະຫມາດກັນທຸກຖ້ວນຫນ້າ ຄົງໄດ້ດັ່ງປະ ໃນຣົດຄວາມປາດຖະຫນາທຸກປະການ ເອວັງ.

Post a Comment

0Comments

Post a Comment (0)

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top