ສະຫລອງຜ້າຈຳນຳພັນສາ
ນະໂມ 3 ຈົບ
ອິມານິ ມະຍັງ ພັນເຕ ວັດສາວະສິກະ ຈິວະຣານິ ອິມັດສະມິງ ວິຫາເຣ ເຕມາສັງ ຕິດສະ ພະຄະວາ ສາວັດຖີຍັງ ວິຫະຣັນໂຕ ເຊຕະວາເນ ອະນາຖະບິນດິກັດສະ ອາຣາເມຕິ.
ໂພນຕາ ສາທະໂວ ດູລາສັບປຸຣິສາເຈົ້າທັງຫຼາຍ ຜູ້ມີຄວາມປາດ ຖະຫນາມັກໄຄ່ໃນການຟັງທັມ ຂໍຕັ້ງຈິດໃຈໃຫ້ສະຫງົບຣະງັບ ຄອຍ ສະດັບຮັບຟັງພຣະທັມມະເທສະຫນາ ດ້ວຍຄວາມເຄົາຣົບ ບັດນີ້ ອາດຕະມາ ຈະໄດ້ເທດສະຫນາພັນລະນາເຖິງອານິສົງແຫ່ງການ ຖວາຍຜ້າວັດສະວາສິກະໄຕຣຈີວອນ ໃຫ້ເປັນທານໃນມື້ວັນ ປຸຣິມາ ເຂົ້າພັນສາ ເພື່ອຈະກະທຳໃຫ້ເປັນຜ້າຈຳນຳພັນສາ ແລະ ໃຫ້ ພິກຂຸຖືຄອງອົງລະເຈັດວັນ ຜັດປ່ຽນກັນໄປຈົນເຖິງມື້ວັນ ປະວາລະ ນາ ອອກພັນສາພຸ້ນແລ້ວ ຈິ່ງສິ້ນສຸດລົງ ອັນວ່າຜ້າຈໍານໍາພັນສາ ນັ້ນເປັນຜ້າໄຕຣຄົບທັງສາມຜືນ ຄື ຜ້າຈີວອນຫົ່ມຜ້າສະບົງນຸ່ງ ຜ້າສັງຄາຄອງ ແລະ ບໍລິວານທັງຫຼາຍຄົບແລ້ວ ຈຶ່ງຖືວ່າເປັນຜ້າ ຈໍານຳພັນສາ ດູລາ ທ່ານທານາທິບໍດີທັງຫຼາຍ ຜູ້ທີ່ມີສັດທາໄດ້ ສະລະທະນະສານສົມບັດ ອອກມາກະທຳການກໍ່ສ້າງ ຊຶ່ງບຸນກຸສົນ ເປັນຕົ້ນວ່າ ໄດ້ໃຫ້ຜ້າຈີວອນເປັນທານ
ດັ່ງທີ່ທ່ານທັງຫຼາຍກະທຳ ກັນຢູ່ເວລາບັດນີ້ ພຣະມະຫາມຸນີຊົງຕັດເທສະຫນາໄວ້ວ່າ ມີຜະລະ ອານິສົງຫຼາຍ ສາມາດອຳນວຍວິບາກຜົນໃຫ້ຜູ້ບຳເພັນ ໄດ້ປະສົບ ໃນສຸຄະຕິໂລກສະຫວັນ ເອກັງ ສະມະຍັງ ພະຄະວາ ຍັງມີໃນ ກາຣະຄັ້ງຫນຶ່ງ ອັນວ່າ ສົມເດັດພຣະບໍຣົມສາສະດາ ພຣະອົງຊົງປະທັບຢູ່ວັດພຣະເຊຕະວັນມະຫາວິຫານອາໃສກຸງສາວະຖີເປັນໂຄຈອນບິນດະບາດ ຍັງມີອຸບາສົກຜູ້ຫນຶ່ງມີນາມວ່າ ຕິດສະມານົບ ປະກອບໄປດ້ວຍສັດທາເຫຼື້ອມໃສໃນພຣະພຸດທະສາສະຫນາ ພ້ອມດ້ວຍພັນລະຍາຂອງຕົນ ໄດ້ຫຍິບຍ້ອມເຊິ່ງຜ້າຈີວອນ ສະບົງ ສັງຄາ ແລະ ຜ້າອັງສາວັດຖະກັງ ອັງຄະພັນທະນັງ ກາຍະພັນທະນັງ ຄັນສໍາເລັດແລ້ວກໍໄດ້ນ້ອມນໍາເຂົ້າໄປສູ່ ວັດພຣະເຊຕະວັນມະ ວິຫານ ຖວາຍໃຫ້ເປັນຜ້າເພື່ອຈຳນຳພັນສາໃນມືວັນເຂົ້າ ປຸລິມະ ພັນສາ ແກ່ອົງພຣະສັບພັນຍູເຈົ້າ ສຸຕວາ ແລ້ວໄດ້ສະດັບພະສັດ ທັມມະເທສະຫນາ ທີ່ພຣະບໍຣົມມະສາດສະດາ ຊົງສະແດງດ້ວຍ ພຣະອົງເອງ ແລ້ວກໍທູນລາໄປສູ່ເຄຫາສະຖານ
ບ້ານເຮືອນຂອງຕົນ ໃນກາລະຄັ້ງນັ້ນ ຍັງມີພຣະມະຫາເຖຣະອົງຫນຶ່ງປະກອບໄປດ້ວຍລິດທານຸພາບຍິ່ງຫນັກມີນາມປາກົດວ່າ ພຣະໂມກຄັນລານາ ເຖຣະ ພຣະຜູ້ເປັນເຈົ້າ ໄດ້ຂຶ້ນໄປສູ່ເທວະໂລກ ເພື່ອກວດເບິ່ງບຸນ ຍະກຳຂອງສັດທັງຫຼາຍ ຄັນພຣະຜູ້ເປັນເຈົ້າຂຶ້ນໄປເຖິງຊັ້ນດາວະດຶງ ກໍໄດ້ທັດສະນາການເຫັນ ສັດຕະຣະຕະນະ ປາສາທັງ ຍັງຜາສາດ ຫຼັງຫນຶ່ງອັນສໍາເຣັດແລ້ວດ້ວຍແກ້ວເຈັດປະການ ເບິ່ງ ຮຸ່ງເຮືອງ ງາມຍິ່ງກວ່າຜາສາດຫຼັງອື່ນໆ ອັນຢູ່ໃນທີ່ໄກ້ຖັດລັດຮຽງກັນ ພຣະຜູ້ເປັນເຈົ້າໄດ້ເຂົ້າໄປສູ່ຜາສາດຫຼັງນັ້ນແລ້ວ ຫຼຽວ ເຫັນນາງເທບ ອັບສອນກັນລະຍາມີປະມານພັນຫນຶ່ງ ແຕ່ປາດສະ ຈາກຜູ້ເປັນປະມຸກຫົວຫນ້າ ພຣະຜູ້ເປັນເຈົ້າຈຶ່ງໄດ້ໄຕ່ຖາມ ນາງ ເທບທິດາເຫຼົ່ານັ້ນ ຮູ້ຄວາມຕຣອດແລ້ວ ຈຶ່ງລົງຈາກເທວະໂລກນັ້ນແລ້ວ ມາສູ່ວັດເຊຕະວັນມະຫາວິຫານ ເຂົ້າໄປສູ່ສໍານັກພຣະພູມີ ພຣະພາກເຈົ້າຖວາຍອະພິວາດແລ້ວ
ທູນຖາມອານິສົງການຖວາຍ ຜ້າຈໍານໍາພັນສາໃຫ້ເປັນທານ ຕໍ່ພຣະມະຫາມຸນີເຈົ້າ ເພື່ອຫວັງຈະ ອະນຸເຄາະແກ່ບໍລິສັດທັງສີ່ວ່າ ພະຄະວາ ຂ້າແຕ່ພຣະພູມີພຣະ ພາກເຈົ້າຜູ້ຈະເຣີນ ອັນວ່າບຸກຄົນໃດໄດ້ໃຫ້ ທານສັບພະວັດຖຸ ຕ່າງໆ ມີຜ້າຈໍານໍາພັນສາເປັນຕົ້ນແລ້ວ ແຕ່ວ່າບຸກຄົນຜູ້ນັ້ນຍັງ ມີຊີວິດຢູ່ໃນມະນຸດສະໂລກນີ້ ປາສາທັງ ອຸປັນນັງ ອັນວ່າ ຜາ ສາດແກ້ວ ເຈັດປະການອັນເປັນທິບ ໄດ້ບັງເກີດຂຶ້ນດ້ວຍຜົນ ແຫ່ງທານນັ້ນໆ ລໍຄອຍຖ້າຢູ່ໃນເທວະໂລກສະຫວັນ ກໍຈະມີຢູ່ບໍເດ ພະຄະວາ ສ່ວນວ່າ ອົງສົມເດັດພຣະສັບພັນຍູເຈົ້າ ຊົງຮູ້ແຈ້ງ ດ້ວຍທິບພະຈັກຂຸຍານແລ້ວວ່າ ພຣະໂມກຄັນລານະມີປະສົງ ຈະ ໃຫ້ພຣະອົງສະແດງອານິສົງການຖວາຍຜ້າຈໍາພັນສາ ທີ່ຕິດສະອຸບາ ສົກໄດ້ກະທຳແລ້ວ ໃຫ້ກະຈ່າງແຈ້ງແກ່ປານະສັດທັງຫຼາຍພຣະອົງ
ຈຶ່ງເຜີຍພຣະໂອດຕັດຖາມພຣະໂມກຄັນລານະວ່າ ດູລາ ພຣະ ໂມກຄັນລານະຜູ້ມີຣິດ ຜ້າຈາພັນສາທານທີ່ຕິດສະອຸບາສົກໄດ້ ກະທຳແລ້ວນັ້ນ ດ້ວຍຜົນແຫ່ງບຸນນັ້ນ ຜາສາດທີ່ຮຸ່ງເຮືອງງາມ ສໍາເລັດແລ້ວດ້ວຍແກ້ວເຈັດປະການບັງເກີດຂຶ້ນລໍຄອຍຖ້າຕິສະ ອຸບາສົກຢູ່ໃນດາວະດຶງພິພົບ ດ້ວຍອານິສົງທີ່ໄດ້ຖວາຍຜ້າຈຳນຳ ພັນສາໃຫ້ເປັນທານ ກໍປະກົດແກ່ຕາຂອງທ່ານແລ້ວແມ່ນບໍ່ ສ່ວນ ພຣະໂມກຄັນລານະ ຈຶ່ງທູນຮັບຮອງພຣະພຸດທະເຈົ້າວ່າ ແມ່ນ ຄວາມຈິ່ງດັ່ງຕັດມາ ຂ້ານ້ອຍໄດ້ເຫັນມາແລ້ວ ສັດຕະ ຣັດຕະນະປະສາທັງ ເທວານັງ ອັນວ່າ ຫມູ່ນາງຟ້າເທບພະທິດາ ທີ່ເກີດຂື້ນ ດ້ວຍບຸນຍະລິດຂອງຕິດສະບາສົກນັ້ນ ໄດ້ສັງຄວາມກັບຂ້າ ນ້ອຍວ່າ ເມື່ອພຣະຜູ້ເປັນເຈົ້າ ລົງໄປສູ່ມະນຸດສະໂລກແລ້ວຈຶ່ງ ບອກຕິດສະອຸບາສົກ ໃຫ້ຮີບໄປສູ່ດາວະດຶງໂດຍພຣັນ ເພາະ ວ່າພວກຂ້ານ້ອຍ ນາງເທບທິດາ ບໍລິວານທັງຫຼາຍຄອຍຖ້າຢູ່ ດ້ວຍຄວາມຍິນດີເປັນອັນຍິ່ງ ດັ່ງນີ້
ຄັ້ງນັ້ນ ສົມເດັດພຣະຄະວັນຊົງຕັດຕໍ່ໄປວ່າ ດູລາ ໂມກ ຄັນລານະ ບຸກຄົນຜູ້ໃດມີສັດທາໄດ້ຖວາຍຜ້າຈາພັນສາ ແກ່ພິກ ຂຸສົງ ມີອົງພຣະສໍາມາສໍາພຸດທະເຈົ້າເປັນຕົ້ນ ບຸກຄົນຜູ້ນັ້ນເບື້ອງຫນ້າ ຄັນຫາກວ່າເຂົາແຕກກາຍທໍາລາຍຂັນໄປ ຍ່ອມມີສຸຄະຕິ ເປັນທີ່ຫວັງ ທານັງ ສຸກຄະໂຕ ປານັງ ດ້ວຍຜົນທານອັນນີ້ ຈັກ ເປັນຫົນທາງນໍາໄປສູ່ສະຫວັນ ປິດກັ້ນເສຍເຊິ່ງອະບາຍຍະພູມ ອັນວ່າ ບຸກຄົນຜູ້ມີມືອັນຊຸ່ມໄປດ້ວຍການໃຫ້ທານ ຫມູ່ເທບເທວາ ທັງຫຼາຍ ຍ່ອມມີຄວາມຍິນດີຊື່ນຊົມໂມທະນາ ສັນລະເສີນຍ້ອງຍໍ ລໍຄອຍ ຖ້າບຸກຄົນຜູ້ໃຫ້ທານນັ້ນຢູ່ສະເຫມີ ດຸດຈະດັ່ງນາງເທບອັບ ສອນກັນລະຍາທີ່ລໍຄອຍຖ້າ ຕິດສະອຸບາສົກນັ້ນແລ.
ເມື່ອຈົບພຣະສັດທັມມະເທສະຫນາລົງ ຈະຕຸ ປະຣິສັດ ຈະ ອັນວ່າ ບໍລິສັດທັງສີ່ ມີຄວາມຣື່ນເຣີງບັນເທີງຍິນດີໃນພຸດທະພາ ສິດຍິ່ງນັກຫນາ ໄດ້ນ້ອມໃຈໄປນໍາພຣະທັມມະເທສະຫນານັ້ນ ແລ້ວ ເປັນຜູ້ຕັ້ງຢູ່ໃນກຸສົນສັມມາປະຕິບັດ ເປັນຈໍານວນຫຼາຍ ສ່ວນວ່າ ຕິດສະອຸບາສົກ ຄັນທໍາລາຍຂັນລົງກໍໄດ້ນໍາເອົາຕົນໄປ ອຸບັດຂຶ້ນໃນສັດຕະຣັດຕະນະປະສາດ ສະເຫວີຍສົມບັດອັນເປັນທິບ ມີຫມູ່ ນາງຟ້າເທບອັບສອນແວດລ້ອມເປັນຍົດສັກບໍລິວານ
ນີ້ແລະ ທ່ານທານາທິບໍດີທັງຫຼາຍ ເມື່ອຮູ້ຜົນອານິສົງ ແຫ່ງການຖວາຍທານຍັງຜ້າຈໍານພັນສາຢ່າງແຈ່ມແຈ້ງ ດັ່ງນີ້ແລ້ວຈົ່ງເປັນຜູ້ຕັ້ງຢູ່ ໃນຄວາມບໍ່ປະຫມາດຮີບກໍ່ສ້າງກອງການກຸສົນໄວ້. ກໍຄົງຈະໄດ້ປະສົບຜົນອັນອຸດົມ ສົມດັ່ງເທສະຫນາມາ ນິດຖິຕາ ກໍ ສະເດັດ ບໍລະບວນຄວນເທົ່ານີ້ກ່ອນແລ ເອວັງ.