ສະຫລອງອານິສົງຮັກສາສິນ
ນະໂມ 3 ຈົບ
ສີເລນະ ສຸຄະຕິງ ຍັນຕິ ສີເລນະ ໂພຄະ ສັມປະທາ ສີເລ ນະນິພພຸຕິງ ຍັນຕິ ຕັສມາ ສີລັງ ວິໂສທະເຍຕິ.
ໂພ ສາທະໂວ ດູລາ ສັບປຸຣິສາທັງຫຼາຍ ທີ່ປາດຖະຫນາ ຍັງສຸກສາມປະການ ມີນິຣະພານເປັນທີ່ແລ້ວ ຈົ່ງຕັ້ງໂສຕະປະ ສາດແກ້ວທັງສອງ ຄອຍຮອງຮັບຟັງຍັງຣົດສາ ທັມມະເທສະໜາຈັກ ໄດ້ພັນລະນາໃນສີລາອານິສົງ ສະຫຼອງສັດທາ ປະດັບປັນຍາ ປາລະມີ ແກ່ອຸປະສົກ ອຸປະສິກາ ທີ່ໄດ້ພ້ອມກັນມາໃນວັນນີ້ ແລ້ວໄດ້ສະມາທານເຊິ່ງສິນຫ້າ ສິນແປດ ຫຼື ສິນແປດ ອຸໂປສົດ ຕາມສັດທາ ກໍາລັງຄວາມສາມາດຂອງຕົນ ດູລາທ່ານ ສັບປຸຣິສາ ທັງຫຼາຍ ການສະມາທານ ຫຼື ຮັກສາສິນນັ້ນ ຈະຮັກສາຕະຫຼອດ ຊີບກໍໄດ້ ຈະຮັກສາມີກໍານົດຫນຶ່ງວັນຫນຶ່ງຄືນກໍ່ໄດ້ ຫຼື ຈະຮັກສາຊົ່ວ ຄູ່ຊົ່ວຄາວກໍໄດ້ ຕາມແຕ່ຄວາມພໍໃຈຂອງຕົນສິນນີ້ມີຄຸນ ມີອາ ນິສົງອັນຍິ່ງໃຫຍ່ແກ່ຜູ້ທີ່ຕັ້ງໃຈຮັກສາ ພະຍາຍາມສັງລວມ ອິນຊີ ມີສະຕິຄວບຄຸມຢູ່ທຸກເມື່ອ ແຕ່ບໍ່ບັງເກີດຜົນໃດໆ ແກ່ຜູ້ບໍ່ຕັ້ງໃຈຮັກ ສາ ກັບຈະເປັນໂທດແກ່ຜູ້ວ່າແຕ່ປາກໃຈບໍ່ນໍາພາ ບໍ່ໄດ້ຕິດຕາມ ຮັກສາຄໍາປະຕິຍານຂອງຕົນ ຜູ້ທີ່ຈະໄດ້ຊື່ວ່າ ສີລະ ວັນໂຕ ຄືຜູ້ທີ່ຖືສິນນັ້ນຈະຕ້ອງ ຮັກສາຄໍາສັດຈະອະທິຖານ ທີ່ໄດ້ ປະຕິ ຍານໄວ້ຕໍ່ຫນ້າພຣະພຸດ ພຣະທັມ ພຣະສົງ ຈົນຕຣອດເຂດ ກໍາຫນົດ ເຖິງແມ່ນວ່າຈະມີອຸປະສັກ ເຄື່ອງຂັດຂວາງຫົນທາງ ຈົນເຖິງຂັ້ນ ເສັຍຊີວິດກໍຍອມເສັຍ ແຕ່ຈະບໍ່ຍອມກະທໍາສິ່ງທີ່ເປັນເຫດໃຫ້ ເສັຍສິນເປັນອັນຂາດ.
ອົງສົມເດັດພຣະມຸນີຕັດເທກສະຫນາ ແກ່ທ້າວມະຫານາມວ່າ ມະຫານາມະ ດູລາ ມະຫານາມ ເວລາໃດທີ່ ອຸປະສົກ ໄດ້ເວັ້ນໄກ ເສັຍແລ້ວຈາກ ປານາຕິບາດ ຄື ການຂ້າສັດ ຈາກອະທິນນາທານ ຄື ການລັກຊັບ ຈາກກາມເມສຸມິດສາຈານ ຄື ປະພຶດຜິດໃນບຸດພັນຍາແລະ ທາດກໍາມະກອນ ຂອງອັນເປັນທີ່ຮັກທີ່ຫວງແຫນຂອງຄົນອື່ນ ຈາກມຸສາວາດ ຄື ການກ່າວຄໍາເທັດ ແລະ ຈາກເຫດທີ່ຕັ້ງແຫ່ງຄວາມປະຫມາດ ເພາະສິ່ງຂອງອັນເປັນ ທີ່ຕັ້ງແຫ່ງຄວາມປະຫມາດ ຄື ສຸເມໄລ ເອຕະວາຕາ ໂຂມະຫາ ນາມະ ດູລາ ມະຫານາມ ດ້ວຍກາຍວະຈີ ທີ່ປະຕິບັດພຽງເທົ່າ ນີ້ແລ ອຸປະສົກກໍໄດ້ຊື່ວ່າເປັນຜູ້ມີສິນ ຜູ້ທີ່ເວັ້ນຈາກການຂ້າສັດ ເວັ້ນຈາກການລັກຊັບ ເວັ້ນຈາກການປະພຶດຜິດໃນກາມ ເວັ້ນ ຈາກການເວົ້າຕົວະ ເວັ້ນຈາກການດື່ມສຸຣາ ແລະ ເມໄລ ລວມທັງຫ້າປະການນີ້ເອີ້ນວ່າ ເວັ້ນຈາກເວນທັງຫ້າ ແມ່ນແຕ່ ຜູ້ຮັກສາສິນແປດ ກໍຄວນເວັ້ນຈາກຂໍ້ຫ້າມເຫຼົ່ານີ້ ເປັນລໍາດັບ ຕະຫຼອດໄປ ຈົນຄົບທັງແປດສິກຂາບົດ ອົງສົມເດັດພຣະສຸຄົດຕັດເທດສະຫນາ ວ່າເປັນຜູ້ມີສິນ ຜູ້ໃດມີສິນບໍຣິບູນ ຄືເວັ້ນຈາກເວນ ທັງຫ້າ ພຣະອົງຊົງສັນລະເສີນວ່າເປັນຜູ້ມີ ອາໄພຍະທານ ອັນ ປາເພັນແລ້ວ ດັ່ງພຸດທະພົດທີ່ຕັດເທດສະຫນາວ່າ ອິທະມິ ພິກຂະເວ ອະຣິຍະສາວະໂກ ດູລາ ພິກສຸທັງຫຼາຍ ອາຣິຍະສາວົກ ໃນທັມວິນັຍນີ້ ປານາຕິປາຕາ ປະຕິວິຣະຕາ ເປັນຜູ້ເວນຈາກປານາຕິບາດແລ້ວ ບໍ່ເຮັດໃຫ້ຊີວິດສັດຕົກລ່ວງໄປ ຍ່ອມເປັນຜູ້ໃຫ້ອາ ໄພຈາກພົ້ນຄວາມຢ້ານກົວ ຍ່ອມເປັນຜູ້ໃຫ້ ເຊິ່ງຄວາມບໍ່ມີເວນ ຍ່ອມເປັນຜູ້ໃຫ້ເຊິ່ງຄວາມບໍ່ມີທຸກ ຄວາມບໍ່ບຽດບຽນຕ່າງໆ ແກ່ສັດທັງຫຼາຍຢ່າງບໍ່ມີປະມານ ເມື່ອທ່ານໃຫ້ ເຊິ່ງຄວາມບໍ່ມີໄພ ບໍ່ມີເວນ ບໍ່ມີທຸກແກ່ສັດທັງຫຼາຍ ບໍ່ມີປະມານແລ້ວ ກໍຍ່ອມໄດ້ເຊິ່ງຄວາມ ກະ ເສີມສຸກສໍາລານ ປາດສະຈາກເວນໄພ ແລະ ທຸກບຽດບຽນ ຢ່າງຍິ່ງ ທານ ຄື ການເວັ້ນຈາກ ປານາຕິບາດນີ້ ເປັນທານອັນຍິ່ງ ໃຫຍ່ ປະການຫນຶ່ງ ກໍແລ ພຣະອາຣິຍະສາວົກທັງຫຼາຍ ທ່ານເວັ້ນ ຈາກອາທິນນາທານ ກາເມ ສຸມິດສາຈານ ມຸສາວາດ ແລະ ເຫດ ອັນເປັນທີ່ຕັ້ງແຫ່ງ ຄວາມປະຫມາດ ເພາະຄວາມມົວເມົາ ຄືສຸຣາ ແລະ ເມໄລທ່ານກໍ່ງົດເວັ້ນເສັຍໄດ້ ບໍ່ເຮັດບໍ່ປະກອບທ່ານ ຍ່ອມໃຫ້ອະໄພແກ່ສັດທັງຫຼາຍ ຢ່າງບໍ່ມີປະມານ ສັດທັງຫຼາຍກໍ່ ໄດ້ຄວາມສຸກ ກະເສີມນິຣາດ ແຄ້ວຄາດເຄື່ອນຈາກໄພເວນ ການ ເວັ້ນຈາກເວນທັງຫ້ານີ້ ນັບຕັ້ງແຕ່ປານາຕິບາດຈົນເຖິງ ສຸຣາ ແລະ ເມໄລນີ້ ເປັນມະຫາອາໄພຍະທານອັນຍອດຍິ່ງ.
ເພາະສະນັ້ນ ການຮັກສາສິນໃຫ້ບໍຣິສຸດ ຫມົດຈົດບໍ່ເສົ້າ ຫມອງ ດໍາດ່າງ ບໍ່ຂາດບໍ່ທໍາລາຍ ຈຶ່ງມີຜົນອານິສົງອັນຍິ່ງໃຫຍ່ ສົມ ເດັດພຣະຈອມໄຕຣຕັດເທດສະຫນາອານິສົງ ເຖິງຄຸນນະສົມບັດ ແຫ່ງ ບຸກຄົນຜູ້ມີສິນອັນບໍລິບູນແລ້ວວ່າ ອິທະ ຄະຫະປາຕະໂຍ ດູລາ ຄະຫະບໍດີທັງຫຼາຍ ບຸກຄົນຜູ້ບໍລິບູນດ້ວຍສິນ ຍ່ອມໄດ້ເຊິ່ງໂພຄະຊັບ ຄືກອງແຫ່ງສົມບັດອັນຍິ່ງໃຫຍ່ໄພສານ ສີລະສັມປັນ
ນັດສະ ກິດຕິຊັບແຫ່ງຜູ້ມີສິນບໍລິບູນ ຍ່ອມຟົ້ງຂະຈອນກະ ຈາຍໄປທຸກທົ່ວສາຣະທິດ ສີລະວາ ສີລະສັມປັນໂນ ບຸກຄົນຜູ້ມີສິນບໍລິບູນ ເມື່ອເຂົ້າສູ່ສະມາຄົມ ກະສັດ ພຣາມ ຄະຫະບໍດີ ແລະ ສະມະນະ ບໍຣິສັດໃດໆ ກໍບໍ່ມີຄວາມສະທົກສະທ້ານຢ້ານກົວ ເດຊານຸພາບຂອງຜູ້ໃດເລີຍ ຍ່ອມເຂົ້າໄປສູ່ສະມາຄົມນັ້ນໆ ໄດ້ ໂດຍສະດວກ ອະສັມມຸຣະໂຕກາລັງກາໂຣຕິ ບຸກຄົນຜູ້ມີສິນ ຍ່ອມເປັນຜູ້ບໍ່ຫຼົງ ເມື່ອກະທໍາການກິລິຍາ ໄກ້ຈັກຕາຍ ສຸຄະຕິງ ອຸປັດຊະຕິ ເມື່ອແຕກກາຍທໍາລາຍຂັ້ນ ເຖິງແກ່ມໍລະນະຍ່ອມ ເຂົ້າເຖິງສຸກຄະຕິໂລກສະຫວັນ ຄວາມອັດສະຈັນແຫ່ງສິນ ທີ່ບໍລິ ບູນ ມີດັງພັນລະນາມານີ້ ສົມດັ່ງພຸດທະພາສິດທີ່ວ່າ ສີເລນະ ສຸຄະຕິງຍັນຕິ ບຸກຄົນຈະໄປສູ່ສຸຄະຕິໄດ້ກໍເພາະສິນ ສີເລນະໂພ ຄະສັມປະທາ ບຸກຄົນຈະບໍລິບູນດ້ວຍໂພຄະຊັບສົມບັດ ກໍເພາະ ສິນ ສີເລນະ ນິບພຸຕິງ ຍັນຕິ ບຸກຄົນຈະໄປສູ່ນິບພານໄດ້ ກໍເພາະສິນ ຕັດສມາ ສີລັງ ວິໂສທະເຍ ເພາະສະນັ້ນບຸກຄົນເພິ່ງ ຊໍາລະສິນໃຫ້ຫມົດຈົດສະອາດ ເມື່ອປາດຖະຫນາສິ່ງໃດ ກໍຈະໄດ້ ປະສົບສົມຕາມຄວາມຕ້ອງການທຸກປະການ.
ແມ່ນແຕ່ພໍ່ຄ້າສໍາເພົາ ສະມາທານສິນໃນເວລາສ ໍາເພົາ ແຕກ ເມື່ອຮັບສິນຈົບລົງສໍາເພົາກໍຈົມລົງສູ່ພື້ນມະຫາສະຫມຸດ ພໍ່ຄ້າຫ້າຮ້ອຍເຖິງແກ່ຄວາມຕາຍພ້ອມກັນຫມົດ ແຕ່ດ້ວຍອໍານາດ ຮັກສາສິນຊົ່ວຄາວເທົ່ານັ້ນ ຍັງນໍາຕົນໃຫ້ໄປເກີດໃນສະຫວັນ ມີວິມານຄໍາເປັນທີ່ຢູ່ຕະຫຼອດທັງຫ້າຮ້ອຍຄົນ ຕັດສມາ ສາທະໂວ ເພາະສະນັ້ນ ທ່ານທາຍົກທາຍິກາທານາທິບໍດີທັງຫຼາຍ ເມື່ອຈະ ປາດຖະຫນາປະສົບສຸກໃນສຸຄະຕິໂລກສະຫວັນ ຈົງເປັນຜູ້ບໍ່ປະຫມາດ ພະຍາຍາມຮັກສາສິນ ໃຫ້ມີໃນຕົນສະເຫມີ ກາຍັດສະ ເພທາ ປະຣັມ ມໍລະນາ ສຸຄະຕິງ ສັກຄັງ ໂລກັງ ອຸປັດຊັນຕິ ເບື້ອງຫນ້າ ນັບຕັ້ງແຕ່ແຕກກາຍທຳລາຍຂັນແລ້ວ ຍ່ອມໄປອຸບັດໃນ ສຸຄະຕິໂລກສະຫວັນຢ່າງທ່ຽງແທ້ແນ່ນອນ ໂດຍບໍ່ຕ້ອງສົງໄສ ເອວັງ.