ໜັງສືສັບພະໄຊຍ໌

 


ໜັງສືສັບພະໄຊຍ໌

ນະໂມ 3 ຈົບ


ນະໂມ ຕັດສະຖຸ ນະໂມ ເມ ພຸດທະ ເຕຊັດສະ ຕະນັດຕະຍະ ທັມມິກາ ເຕຊະປະສິດທິ ປະສິເທວາ ນາຣາຍະປະຣະເມສະວະຣາ ສິດທິພົຣມມາ ຈະ ອິນທາ ຈະຕຸໂລກາ ຄໍາພິລັກຂະກາ ສະມຸດທາ ພູຕະຄັງຄາ ຈະ ສັບພະສິດທິ ພະວັນຕຸ ເຕຕິ. 


ໂພນຕາ ສາທະໂວ ດູຣາສັບປຸຣິສະເຈົ້າທັງຫຼາຍ ຊານາ ພິນຍາຕິ ປີຕະກາ ຈະຣິຍາ ອັນວ່າອາຈານເຈົ້າຕົນຊົງໄວ້ ຍັງພຣະໄຕຣປີດົກ ອັນປະກອບດ້ວຍຊານ ແລະ ອະພິນຍາ ກໍ່ຫຼິງເຫັນຍັງໂພຍໄພ ອຸບັນທະວົນອົນຕາຍ ອັນມີໃນພາຍໃນແລະ ພາຍນອກຂັນທະສັນດານ ແຫ່ງຄົນແລະສັບພະສັດທັງຫຼາຍ ພຣະ ຈິງໄດ້ເທດສະຫນາຍັງ ຄໍາພີຈຸລະຊະຍະ ປະກະຣະນະ ສູດດວງນີ້ ໄວ້ເພື່ອຈັກໃຫ້ມີຄວາມວຸດທິຈໍາເຣີນ ແກ່ຝູງຄົນ ແລະ ເທວະດາ ພອ້ມທັງຢ້າວເຮືອນບ້ານເມືອງທັງຫຼາຍ ຕັ້ງແຕ່ນີ້ໄປພາຍຫນ້າ ຕາບຕໍ່ເທົ້າຮອດຫ້າພັນພຣະວັດສາພຸ້ນ ແລະ ດ້ວຍມີແທ້ ຈຸນລະໄຊຍະປະກະຣະນະ ສູດດວງນີ້ອັນ ອາຈານເຈົ້າຫາກໄດ້ແຕ່ງແປໄວ້ວ່າ: ນະໂມ ເມ ພຸດທະເຕ ຊັດສະ ຣະຕະນັດຕະຍະ ທັມມິກາ ດັ່ງນີ້ເປັນເຄົ້າ.


ນະໂມ ອັນວ່າກິຍາ ອັນຜູ້ຂ້າໄດ້ນ້ອມໄຫ້ວແດ່ພຣະຣັດຕະ ນະໄຕແກ້ວ ທັງສາມປະການ ອັນປະກອບຊອບທໍາ ຂໍເທບພະດາເຈົ້າທັງຫຼາຍ ພ້ອມທັງພຣະນາຣາຍ ພຣະຕັບປະຣະເມສວນ ຜູ້ມີ ຄວາມຮຸ່ງເຮືອງໄປດ້ວຍປະສິທິສາດຕະສິນ ຄືເດດ ພຣະຍາພົມກໍດີ ພຣະຍາອິນກໍດີ ແລະເທບພະດາທັງຫຼາຍຜູ້ຮັກສາຄຸ້ມຄອງຍັງໂລກ ທັງສີຄືວ່າ ພົຣມມະ ໂລກ ເທວະໂລກ ມະນຸດສະໂລກ ແລະນາຄາ ໂລກກໍດີ ຈົ່ງເປັນຜູ້ມີອໍານາດຮັກສາຄຸ້ມຄອງຄໍ້າຄູນຫມັ້ນຄົງແກ່ທ່ານ ເຖີ້ນ ສະມຸດທາ ພູຕະ ຄັງຄາ ຈະ ແມ່ນ້ໍາຄຸງຄາ ອັນເກີດໄຫຼມາ ແຕ່ມາຫາສະມຸດກໍດີ ຂໍອໍານາດແຫ່ງຄວາມປະສິດທິພອນທັງຫຼາຍ ເຫຼົ່ານັ້ນ ຈົ່ງມີແກ່ທານເຖີ້ນ ທະຣະນິ ທາຣະນີ ອຸດທະທິ ອຸດທາທີ ແຜ່ນດິນນ້ອຍແລະແຜ່ນດິນໃຫຍ່ ສະນນອ້ຍ ແລະ ສະນໍ້າໃຫຍ່ ແມ່ນ້ໍານອ້ຍແລະແມ່ນໍ້າໃຫຍ່ກໍດີ ອັນມີຕະປະເຕຊານຸພາບອັນມາກ ມີອຸປະມາສັນໃດ ຂໍທ່ານຈົ່ງມີໄຊຊະນະເຕຊານຸພາບອັນມາກ ກໍມີ ອຸປະໄມໄປດັ່ງນັ້ນເຖີ້ນ ຄັກຄະນະ ຕະລະ ນິສັຍ ນິລັຍສັຍ ເສລະ ເມຣຸຣາ ຊະນະພະຣະຊີ ພື້ນປະຕູລາອາກາດກາງຫາວ ແລະ ເຂົາພຣະສຸເມຣຸຣາດ ພະຍາພູດອຍດົງຫຼວງຂະຫນາດອັນເປັນທີ່ຢູ່ ນອນຂອງສັບພະສັດທັງຫຼາຍ ກໍຈົງມາເປັນໄຊຊະນະ ເຕຊານຸ ພາບອັນມາກ ແກ່ທ່ານເທີ້ນ ຄໍາພີຣະໂສມພິນາເຄນທະນາຄີ ພະຍານາກແລະນາງນາກທັງຫຼາຍ ອັນຢູ່ໃນຫ້ວຍໃນບໍ່ບຶງ ຖ້ໍາ ຫນອງ ແລະໂສກເຫວອັນເລິກແລະຕື້ນກໍດີ ຜີເຊື້ອນໍ້າ ແລະຜີເຊື້ອບົກ ກໍດີ ກໍຈົ່ງມາເປັນໄຊຊະນະ ຜາບແພ້ຂ້າເສິກສັດຕູທັງມວນ ແກ່ ທ່ານເຖິ່ນ ທຸນນິມິດຕະໂຣຄີ ນິມິດອັນຊົ່ວຮ້າຍແລະພະຍາດທິໂຣຄາ ກໍຈົ່ງມາເປັນໄຊຊະນະແກ່ທ່ານເຖີ້ນ ມັກວ່າທ່ານທັງຫຼາຍ ຈົ່ງ ຜະຈົນຜາບແພ້ ຍັງນິມິດອັນຊົ່ວຮ້າຍ ແລະພະຍາດທິໂຣຄາທັງມວນນີ້ເຖີ້ນ ສິງທີ່ສຸດທາ ຄະນະມຸຂະຊາ ນໍແຮດ ແລະ ເຂົາກ້ວາງຫົດອັນເກີດແຕ່ຫົວແລະດັງກໍດີ ແຂ້ວຫມູຕັນຈັນທະຄາດຄຸດ ແຂງແລະ ນໍງາ ອັນເກີດມາແຕ່ປາກກໍດີ ກໍຈົງມາເປັນໄຊຊະນະ ຜາບແພ້ຂ້າເສິກສັດຕູທັງມວນ ແລະ ເປັນຂອງຄໍ້າຂອງຄູນແກ່ທ່ານເຖີ້ນ ຣຸນນະມຸຂະສາຕຣາ ສາດຕະສິນອັນເປັນຂອງກ້າແຂງ ຫມັ້ນແກ່ນ ອັນອາດນໍາອອກເສັຍໄດ້ຍັງສັບພະໂພຍໄພ ແລະ ສັບພະສະນຽດຈັງໄຮ ອຸປັດທະວະອົນຕາຍ ອັນກໍ່ໃຫ້ເກີດຄວາມ ໂສກເສົ້າແລະຮ້ອງໄຫ້ ກໍຈົ່ງມາເປັນໄຊຊະນະແກ່ທ່ານເຖີ້ນ ຈັນ ປາທິນາຄາ ກະກຸຣະກັນຖະກັງ ເຄື່ອງສັງວານແຫ່ງພະຍານາກ ຄືດັ່ງສີດອກຈໍາປາເປັນຕົ້ນ ກໍຈົ່ງມາເປັນໄຊຊະນະແກ່ທ່ານເຖີ້ນ ຄະຊະຄະນະຕຸຣັງ ຄະນະສຸກະ ລະພຸງ ຄະສິຫະ ພະຍັກຄະ ທິ ປາ ຫມູ່ຊ້າງ ຫມູ່ແຮດ ຫມູ່ມ້າ ຫມູ່ນາກ ເງືອກ ງູ ຫມູ່ຣາຊະສີ ແລະ ຫມູ່ເສືອໂຄງເສືອເຫຼືອງ ອັນມີເຕຊະອະນຸພາບມາກ ແລະມີດ້ວຍ ປະການສັນໃດ ຂໍທ່ານກໍຈົ່ງມີໄຊຊະນະເຕຊານຸພາບຜາບແພ້ ຂ້າເສິກສັດຕູ ໃນສາກາລະຊົນພູທະວີບທັງມວນ ກໍມີດ້ວຍປະການ ສັນນັ້ນເຖີ້ນ ຄຸນນະ ມຸກຂະ ຍາຕຣາ ສາພາວະອັນໃຫ້ລະງັບດັບ ເສັຍຍັງຄວາມຮ້ອງໄຫ້ກໍດີ ຄວາມພະຈົນຜາບແພ້ຍັງກໍາລັງທ້າວ ພະຍາ ແລະເສນາຂ້າເສິກສັດຕູ ແລ້ວມີຄວາມຊົມຊື່ນຍິນດີເມື່ອ ພາຍລຸນກໍດີ ກໍຈົ່ງມາເປັນໄຊຊະນະອັນລືຊາປະກົດແກ່ທ່ານເຖີ້ນ ສຸ ຂະ ສຸຂະຊີວີ ຄວາມລ້ຽງຊີບອັນງ່າຍ ແລະເປັນສຸກສະບາຍກໍດີ ຄວາມຊະນະຜາບແພ້ດ້ວຍດີເຫນືອພື້ນແຜ່ນປະຕະພີ ໃນກາລະ ທຸກເມື່ອ ທຸກຍາມກໍດີ ການຕິດຈອດແຫ່ງແຜນດິນຕ່ໍ່າ ອັນເນື່ອງໄປດ້ວຍຫມູ່ບ້ານແລະນິຄົມກໍດີ ກໍຈົ່ງມາເປັນໄຊຊະນະອັນລືຊາ.ປະກົດແກ່ທ່ານຫມົດສູອັນເຖີ້ນ ມັງກະຣາລະຍາ


ອັນວ່າອາໄລ່ ແຫ່ງມັງກອນ ຄືວ່າຣັດສະຫມີອັນແຜ່ໄປໄກໄດ້ຮ້ອຍ ແລະພັນອັນມີ ແສງມາບໆແລະເມືອງໆ ແຫ່ງອັນຮົບເລວກັນ ເທິງເຫນືອອາ ກາດ ກໍຈົ່ງມາເປັນໄຊຍະມຸງຄຸນອັນປະເສີດ ແກ່ທ່ານເຖີ້ນ ວະຣຸນນະ ຍັກເຂ ອັນວ່າເດດແຫ່ງ ວະຣຸນະພັກກໍດີ ເດດແຫ່ງເທພະບຸດເທ ພະດາອາລັກຂາ ພຣະຍາອີສູນ ແລະ ພຣະຍານາກກໍດີ ໝູ່ ແຫ່ງພຣະຍາພົມ ແລະຫມູ່ແຫ່ງພຣະຍາອິນກໍດີ ກໍຈົ່ງມາເປັນ ໄຊຊະນະ ມັງຄະລະສະຫວັດດີ ແກ່ທ່ານຫມົດສູ່ອັນເຖີ້ນ ຣາຊາທິ ຣາຊະ ຊະຍັງ ຄວາມຜະຈົນຜາບແພ້ຍັງທ້າວພຣະຍາຕົນນ້ອຍ ແລະພຣະຍາຕົນໃຫຍ່ຕົນປະເສີດ ກໍຈົງມາເປັນໄຊຊະນະເດຊາອັນຫມັ້ນຄົງແກ່ທ່ານເຖີ້ນ ຂໍທ່ານກໍຈົ່ງຜະຈົນຜາບແພ້ຍັງຫມູ່ສັບພະສັດ ແລະ ທ້າວພຣະຍາຂ້າເສິກສັດຕູຫມູ່ປັດຈາມິດໃຫ່ຍນອ້ຍທັງມວນ ອັນຢູ່ເຫນືອແຜ່ນດິນນີ້ເຖີ້ນ ອະຣະຫັນຕັງ ປັດເຈກະ ພຸດທະສາວັງ ພຣະອໍຣະຫັນຕາເຈົ້າ ພຣະປັດເຈກະພຸດທະເຈົ້າ ແລະພຣະ ສາວົກແຫ່ງພຣະພຸດທະເຈົ້າ ກໍຈົ່ງມາເປັນໄຊຍະມຸງຄຸນແກ່ທ່ານ ເຖີ່ນ ມະເຫສຸ ຣັງ ຄະຫະໂຣ ຫະຣິນທະເທວາ ພຣະຍາອິສວນຜູ້ ເປັນໃຫຍ່ ພຣະຍາອັງຄະຫະຣະ ພຣະຍາຫະຣິນທະເທວະເຈົ້າ ທັງຫຼາຍ ແລະພຣະຍາພົມມະສຸຣັກຂະເຈົ້າກໍດີ ກໍຈົ່ງມາເປັນ ໄຊຊະນະແກ່ທ່ານເຖີ້ນ.


ອັນວ່າພຣະຍານາກ ພຣະຍາວິຣຸລະຫະກາ ພຣະ ຍາວິຣູປັກຂະ ພຣະຈັນ ພຣະອາທິດ ພຣະຍາອິນ ພຣະຍາວະຣຸນພຣະຍາທະຕະຣັດຖະ ແລະ ເທພະດາທັງຫຼາຍຜູ້ໃຫຍທັງສິບແປດຕົນດັ່ງກ່າວມານີ້ ກໍລ້ວນມີຕະບະເຕຊານຸພາບອັນມາກ ແລະມີດ້ວຍປະການສັນໃດ ຂໍທ່ານຈົ່ງມາເປັນໄຊຊະນະຜາບແພ້ຂ້າເສິກ ສັດຕູ ຝູງຫມູ່ປັດຈາມິດທັງຫຼາຍ ກໍຈົ່ງມີແກ່ທ່ານດ້ວຍປະການນັ້ນເຖີ້ນ ສິດທິຕາ ປະສະ ອາທະໂຍ ນັກບວດທັງຫຼາຍຝູງຫມູ່ມີ ສິດທິການ ອັນມີຣັດສິດາບົດເປັນເຄົ້າ ນັກບວດເຈົ້າທັງຫຼາຍຝູງ ປາຖະຫນາກສະແຫວງຫາຍັງພຣະນິບພານ ອັນເປັນພຣະສາວົກ ທັງມວນ ອັນນໍາມາເຊິ່ງຄວາມຊົມຊື່ນຍິນດີ ກໍຈົ່ງໃຫ້ເກີດແກ່ທ່ານ ເຖີ້ນ ທັມໂມ ຈະ ອັນວ່າພຣະນະວະໂຣກຸດຕະຣະທັມມະເຈົ້າເກົ້າ ປະການກໍດີ ແລະ ພຣະອະຣິຍະສັງຄະເຈົ້າກໍດີ ກໍຈົ່ງມາເປັນ ໄຊຊະນະແກ່ທ່ານເຖີ້ນ ທະສະ ປາໂລ ຈະ ເທບພະດາເຈົ້າຜູ້ ຮັກສາຍັງທິດທັງສິບກໍດີ ມັກໄຄ່ຄວາມສະຫວັດສະດີໄຊຍະໂຊກທັງ ມວນ ກໍຈົງມີແກ່ທ່ານດ້ວຍເຕຊານຸພາບແຫ່ງໄຊຍະປະກະຣະນະ ສູດນີ້ເຖີ້ນ ຊະຍະໂສດຖີ ອັນວ່າໄຊຍະສິຣິສະວັດສະດີ ກໍຈົ່ງມີ ແກ່ທ່ານດ້ວຍເຕຊານຸພາບແຫ່ງພຣະພຸດທະເຈົ້າພຣະອົງນັ້ນ ຂໍໄຊ ຍະມຸງຄຸນອັນປະເສີດ ຈົ່ງໃຫ້ເກີດມີແກ່ພວກເຮົາທັງຫຼາຍເຖີ່ນ ພົຣມມະຄະນາ ຫມູ່ແຫ່ງພຣະຍາພົມທັງຫຼາຍ ອັນມີໃຈຊົມຊື່ນຍິນ ດີ ກໍເພິ່ງປ່າວເຕືອນບອກຂ່າວ ໃຫ້ຮູ້ຍັງອັນມີໄຊຊະນະແຫ່ງພຣະ ພຸດທະເຈົ້າ ຕົນສະແຫວງຫາຍັງຄຸນອັນໃຫຍ່ ໃຕ້ເຫງົ້າຕົ້ນໄມ້ສີ ມະຫາໂພທິ ຕະທາ ໃນກາລະຍາມນັ້ນວ່າ ຊະໂຍປີ ພຸດທັດສະ ສິຣິມະໂຕ ອະຍັງ ມາອັດສະ ຈະ ປາປີມະໂຕ ປະຣາຊະໂຍ ອິຕິ ດັງນີ້ ອັນວ່າໄຊຊະນະຜາບແພ້ ພຣະຍາມານກັບທັງເສນາມານຍ່ອມມີແກ່ພຣະພຸດທະເຈົ້າຕົນມີສີຣິ ສ່ວນວ່າຄວາມປະຣາໄຊຜ່າຍ ແພ້ອັນນີ້ ຍ່ອມມີແກ່ພຣະຍາມານຜູ້ໃຈບາບ ອິນທະຄະນາ ອັນວ່າຫມູ່ແຫ່ງພຣະຍາອິນ ແຫ່ງເທວະດາທັງຫຼາຍ ຫມູ່ແຫ່ງພຣະ ຍາຄຸດທັງຫຼາຍ ຫມູ່ແຫ່ງພຣະຍານາກທັງຫຼາຍ ຫມູ່ແຫ່ງເທບພະດາ ອະທິສະມານະກາຍ ຝູງຢາຍຢັງຢູ່ຄູ່ແຫ່ງຫ້ອງທ້ອງສະຫວັນຊັ້ນ ວິມານໃນແສນໂກດຈັກກະວານກໍດີ ກໍລ້ວນມີຈິດໃຈຊົມຊື່ນຍິນດີ ແລ້ວ ກໍເພິ່ງປ່າວເຕືອນ ບອກຂ່າວສົ່ງສຽງກັນໄປໃຫ້ຮູ້ ເຊິ່ງອັນມີໄຊຊະນະ ຍັງພຣະຍາມານກັບທັງເສນາມານ ແລະມະນຸດຝູງ ເປັນມານ ເມື່ອພຣະພຸດທະເຈົ້າຕົນສະແຫວງຫາຍັງຄຸນອັນໃຫຍ່ ໃນເຫງົ້າຕົ້ນໄມ້ສີມະຫາໂພ ຕະທາ ໃນກາລະຍາມນັ້ນວ່າ: ຊະໂຍປີ ພຸດທັດສະ ສິຣິມະໂຕ ອະຍັງ ມະຣັດສະ ຈະ ປາປິມະ ໂຕ ປະຣາຊະໂຍ ອິຕິ ດັ່ງນີ້ ອັນວ່າໄຊຊະນະຜາບແພ້ຂ້າເສິກ ສັດຕູ ກັບທັງພຣະຍາມານ ແລະເສນາມານທັງມວນ ກໍມີແກ່ພຣະ ພຸດທະເຈົ້າຕົນມີສິຣິ ຄວາມພ່າຍແພ້ອັນນີ້ ມີແກ່ພຣະຍາມານຜູ້ ໃຈບາບແລ ສັບພັນຍູ ພຸດໂທ ອັນວ່າພຣະພຸດທະເຈົ້າຕົນ ຕັດສະຮູ້ແຈ້ງຍັງໂລກທັງມວນ ພຣະກໍໄດ້ໄຊຊະນະຜາບແພ້ ຍັງພຣະຍາມານ ກັບທັງເສນາມານ ໃນແທບເຄົ້າໄມ້ສີມະຫາໂພ ແລະ ໃຫ້ຄວາມຈໍາເຣີນຊົມຊື່ນຍິນດີ ແກ່ຊາວສາກະຍະຣາດ ທັງຫຼາຍມີດ້ວຍປະການສັນໃດ ອັນວ່າກິຣິຍາອັນຜາບແພ້ ຍັງ ສັບພະອຸປັດທະວັນຕຣາຍທັງມວນ ກໍຈົ່ງມີແກ່ທ່ານເຖີ້ນ ແລະ ໃຫ້ມີຈະເລີນຄວາມຊົມຊື່ນຍິນດີ ແກ່ຍາດພີ່ນ້ອງເຜົ່າພົງວົງສາ ທັງຫຼາຍ ກໍຈົ່ງມີດ້ວຍປະການສັນນັ້ນເຖີ້ນ.


ພຸດໂທ ອັນວ່າພຣະພຸດທະເຈົ້າ ຕົ້ນບັນລຸແລ້ວເຊິ່ງພຣະ ຫຍາສັບພັນຍູຕະຍານອັນປະເສີດ ມີຄວາມຊົມຊື່ນຍິນດີເບີກບານ ຢູ່ເຫນືອແທ່ນແກ້ວບ່ອນຜະຈົນຜ່າຍແພ້ພຣະຍາມານ ອັນເປັນໄຊມຸງຍະຄຸນເໜືອໃບບົວ ຄືແຜ່ນດິນອັນເປັນຍອດເປັນຈອມ ເປັນ ບອນອະພິເສກ ແຫ່ງພຣະເຈົ້າທັງຫຼາຍ ຍະຖາ ແລມີດ້ວຍ ະການສັນໃດ ຂໍທ່ານຈົ່ງມີຄວາມຊົມຊື່ນໃນທຸກທີ່ທັງມວນດ້ວຍ ປະການດັ່ງພຣະພຸດທະເຈົ້າສັນນັ້ນເຖີ້ນ ທ່ານທັງຫຼາຍປະພຶດດີ ແລ້ວໃນເວລາໃດ ເວລານັ້ນ ເປັນເຣືກດີ ມຸງຄຸນດີ ເປັນຣັດສະຫມີ ເປັນສິຮຸ່ງເຮືອງດີ ເວລາດີເປັນຍາມດີ ອັນຫນຶ່ງ ການບູຊາໃນພົຣມມະຈະຣີບຸກຄົນທັງຫຼາຍ ຄືການປະພຶດທາງກາຍ ອັນເປັນກຸສົນ ສຸຈະຣິດກໍດີ ເວົ້າທາງວາຈາອັນເປັນຄໍາດີມີຄຸນປະເສີດກໍດີ ຄິດ ທາງໃຈ ເປັນການຄິດຖືກກໍດີ ຄວາມປາຖະຫນາຂອງທ່ານອັນຕັ້ງ ໄວ້ດີແລ້ວ ເປັນຄວາມປາຖະຫນາອັນປະເສີດ ຄັນວ່າທ່ານກະທໍາ ແລ້ວ ຍັງສຸຈະຣິດກໍາອັນປະເສີດທັງຫຼາຍ ທັງທາງກາຍ ວາຈາ ແລະ ໃຈ ກໍບໍ່ເສົ້າຫມອງຍ່ອມໄດ້ຍັງປະໂຫຍດທັງຫຼາຍ ເປັນ ປະໂຫຍດອັນປະເສີດແທ້ແລ ທ່ານທັງຫຼາຍມີປະໂຫຍດອັນຫາກ ໄດ້ດີແລ້ວ ເປັນຜູ້ມີຄວາມສຸກກາຍສະບາຍໃຈແລ້ວ ຍ່ອມຈະ ເຣີນງອກງາມໃນສາດສະຫມາ ຂອງພຣະພຸດທະເຈົ້າ ຂໍທ່ານຈົ່ງ ເປັນຜູ້ບໍ່ມີໂຣຄາພະຍາດ ຈົ່ງມີແຕ່ຄວາມສຸກທຸກເມື່ອພ້ອມດ້ວຍ ຍາດພີ່ນ້ອງ ຝູງຫມູ່ວົງສາທັງຫຼາຍ ທຸກທ່ານທຸກຄົນເຖີ້ນ.


      ໂພນຕາ ເທວະສັງຄາ ດູຣາ ຝູງຫມູ່ເທບພະດາ ທັງຫຼາຍຝູງໃດທີ່ມາເຖິງ ແລະສິງສະຖິດຢູ່ໃນສະຖານທີ່ນີ້ ຂໍເທບພະດາເຈົ້າທັງຫຼາຍຝູງນັ້ນ ຈົ່ງຟັງຍັງຖ້ອຍຄໍາແຫ່ງຝູງຂ້າ. ແລະຂໍໃຫ້ເປັນຜູມີອາຍຸຫມັ້ນຍືນ ໃນກາລະທຸກເມື່ອເຖີ້ນ ຂໍເທພະ ດາເຈົ້າທັງຫຼາຍຝູງນັ້ນ ຈຶ່ງມີຄວາມສຸກໃນກາລະທັງປວງເຖີ້ນ ຂໍ ເທບພະດາເຈົ້າທັງຫຼາຍຈົ່ງຮັກສາຍັງສັບພະສັດທັງຫຼາຍ ແລະ ຮັກສາຍັງພຣະພຸດທະສາດສະຫນາ ແຫ່ງພຣະພຸດທະເຈົ້າ ເທົ່າ ຫ້າພັນ ພຣະວັດສາພຸ້ນເຖີ້ນ ຍາກາຈິ ປັດຖະນາ ອັນວ່າຄວາມ ປາຖະຫນາເຍື່ອງໃດເຍື່ອງຫນຶ່ງ ຂອງເທບພະດາທັງຫຼາຍຝູງນັ້ນ ປຸເຣນຕຸ ມະໂນຣະຖາ ກໍຈົ່ງເຕັມບໍຣິບູນຕາມໃຈມັກແຫ່ງຕົນເຖີ້ນ ວັດສະ ວາລະຫະກາ ອັນວ່າເທບພະດາເຈົ້າທັງຫຼາຍ ຝູງໃຫ້ຍັງ ຝົນຊົນລະທາຖ່ອງແດ່ວນຟ້າສາຍຝົນ ກໍຈົ່ງດົນບັນດານໃຫ້ ຕົກລົງມາດ້ວຍດີ ໃນກາລະອັນຄວນເຖີ້ນ ອັນວ່າພະຍາດໂລຄາ ທັງຫຼາຍ ກັບທັງອຸປັດທະວະອັນຕຣາຍທັງຫຼາຍ ຈົ່ງກັບກາຍ ສູນຫາຍໄປເສັຍສ້ຽງ ຢ່າໄດ້ເສດເຫຼືອຫຼໍ່ ໃນກາລະທັງປວງເຖີ້ນຂໍເດດກຸສົນຜົນບຸນອັນເຮົາທັງຫຼາຍ ຫາກໄດ້ກະທໍາແລ້ວ ແກ່ ເທບພະດາທັງຫຼາຍຝູງນັ້ນຂໍເທບພາອາຮັກທັງຫຼາຍ ຈົ່ງນໍາມາໃຫ້ ຍັງຄວາມສຸກແກ່ຮ່າງກາຍ ດ້ວຍຍັງຄວາມສຸກແກ່ຈິດໃຈດ້ວຍ ຕາມສົມຄວນແດ່ກໍຂ້າເຖີ້ນ ຈຸຣະໄຊຍະປະກະຣະນະສູດຕັງ ນິດຖີຕັງ

Post a Comment

0Comments

Post a Comment (0)

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top