ສະຫລອງບຸນກອງເຂົ້າ



ສະຫລອງບຸນກອງເຂົ້າ

ນະໂມ 3 ຈົບ

 ສັດທາ ພິຊັງ ຕະໂປຸດຖີ ປັນຍາ ເມ ຍຸຄະ. ຫິຣິ ອິ ສາມະໂນ ໂຍດຕັງ ສະຕິ ເມ ຜາລະປາຈະນີນ


ໂພນຕາ ສາທະໂວ ດູຣາສັບປຸຣິສາເຈົ້າທັງຫຼາຍ ຜູ້ມີຄວາມປາຖະຫນາມັກໄຄ່ຫາຍັງສຸກປະການ ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ໂສຕະປະສາດຫູທັງສອງ ທັງຍັງພຣະສັດທັມມະເທດສະຫນາ ລະນາເຖິງເຣື່ອງເຮັດນາ ເຊິ່ງເປັນກະສິກໍາ ອັນສໍາຄັນໃນອະດີດ ລ່ວງມາແລ້ວ ແລະ ໃນອະນາຄົດທີ່ຍັງບໍ່ທັນມາເຖິງ ທັງໃນປັດຈຸບັນກໍຍ່ອມເຮັດຢູ່ເປັນນິດ ເປັນວິທີການທີ່ບໍ່ມີຍາມລ້າສະໄໝຈັກເທື່ອ ເພາະຖືປະພຶດກັນມາຫຼາຍພັນສະຕະວັດ ຈົນມີພາສິດຕິດ ປາກຕິດຄໍວ່າ ການເຮັດນາເປັນກະດູກສັນຫຼັງຂອງປະເທດຊາດ ແມ່ນແຕ່ສະໄຫມປັດຈຸບັນນີ້ ການເຮັດນາກໍຖືເປັນຍຸດທະສາດຫຼັກ ເພື່ອພື້ນຟູປະເທດຊາດ ບໍ່ໃຫ້ຕົກເປັນທາດເປັນຂ້ອຍຂ້າປະເທດອື່ນ ກໍວ່າໄດ້ ແມ່ນວ່າໃນທາງພຣະພຸດທະສາດສະຫນາຂອງເຮົາ ກໍຍົກ ເອົາການເຮັດນາຖືວ່າເປັນການຢູ່ໃນເຂດອັນດີ ເຊິ່ງເອີ້ນວ່າ ປຸນຍະ ເຂດ ຕາມນິເທດພຣະຄາຖາ ທີ່ໄດ້ຍົກຂຶ້ນໃນເບື້ອງຕົ້ນນັ້ນວ່າ ສັດຖາ ພິຊັງ ຕະໂປຸດຖິ ດັ່ງນີ້ເປັນເຄົ້າ ແປເປັນໃຈຄວາມວ່າ  ສັດທາ ເປັນພືດພັນ ຄວາມພຽນພະຍາຍາມດຸຫມັ່ນເປັນຜົນ ປັນຍາ ເປັນຄັນໄຖ ຫິຣິ ເປັນບ່ອນໄຖ ໃຈເປັນເຊືອກ ສະຕິ ເປັນຫມາກສົບໄຖ ການເຮັດນານັ້ນມີສອງປະການ ຄື: ການປະກອບກະສກາ ທາງໂລກ ການເຮັດໄຮ່ໄຖນາ ປູກພືດພັນທັນຍາຫານ ຜັກແພງແຕງເຕົ້າ ຫມາກໄມ້ເຂົ້າໂພດສາລີ ເທົ່າທີ່ສະແດງມານີ້ຈັດເປັນກະສິ ກໍາ, ການປູກຫວ່ານ ໂດຍສະເພາະໃນທັມມະເທດສະຫນາກັນນີ້ ຫມາຍເອົາການເຮັດນາ ເມື່ອເຖິງຣະດູຝົນຊາວນາກໍພາກັນກະກຽມ ຄາດໄຖ ງົວຄວາຍ ເມັດພັນເຂົ້າປູກ ເບິ່ງໄຮ່ນາຕາກ້າ ລົງໄຖ ນາຄາດຫວ່ານກ້າດໍາ ແລ້ວແຕ່ນາດໍານາຫວ່ານ ອຸດສາຫະ ພະຍາຍາມ ຕາກແດດຕາກຝົນ ຫນັກກໍເບົາກໍ່ສູ້ ອາບເຫືອຕ່າງນໍ້າ ມີຄວາມລໍາບາກທັງຄົນແລະສັດ ລະເຮັດຢູ່ເຖິງ ໗ ເດືອນ ຈຶ່ງຈະ ເຫັນຫມາກເຫັນຮວງເຂົ້າ ຄື ເລີ້ມຕົ້ນຕັ້ງແຕ່ເດືອນ ໖ ເດືອນ ໗ ຕຣອດເຖິງເດືອນ ໑໒ ຖືເປັນການສ່ຽງໂຊກໃນການເຮັດນາ ດັ່ງນັ້ນ ບູຮານຈຶ່ງຖືວິທີການເຮັດນາຄືຕ້ອງເຮັດບຸນເຖິງ ໙ ຄັ້ງ ໑ ເວລາຈະແຮກເຮັດນາເຮັດບຸນເທື່ອຫນຶ່ງ ເອີ້ນວ່າ ວັບປະມຸງຄຸນ ໒  ໄຖ ແລະຫວ່ານກ້າເປັນມຸງຄຸນອັນຫນຶ່ງໃຫ້ຊື່ວ່າ ປະສົ່ງມຸງຄຸນ ໓ດົກກ້າໄປປັກດໍາເຮັດບຸນເປັນມຸງຄຸນອັນຫນຶ່ງ ໔ ເວລາເຂົ້າມານ ເຮັດບຸນເທື່ອຫນຶ່ງ ເອີ້ນວ່າ ສັບພະສາລີມຸງຄຸນ ໕ ເຂົ້າພໍເຜົ່າພໍຮາງເຮັດບຸນເທື່ອຫນຶ່ງເອີ້ນວ່າ ບຸນເຂົ້າ ເຖົ້າ ໖ ເວລາກ່ຽວດຮວງເຂົ້າ  ເປັນກໍາ ເຮັດບຸນເທື່ອຫນຶ່ງ ໗ ເວລາເອົາເຂົ້າມາໂຮມໃນລານ ເຮັດບຸນເທື່ອຫນຶ່ງ ໘ ເວລາຟາດເຂົ້າ ຫຼື ຕີເຂົ້າເຮັດບຸນເທື່ອຫນຶ່ງ ໙  ເວລາຂົນເຂົ້າຂຶ້ນສູ່ເລົ່າສູ່ເຍັຍສໍາເຣັດແລ້ວ ເຮັດບຸນເທື່ອຫນຶ່ງ ແຕ່ ວັນນີ້ພວກເຮົາທັງຫຼາຍ ເອົາບຸນຄູນເຂົ້າຫລືເອົາບຸນຄູນລານ ຄື ຮິບໂຮມ ກິດຈະການທີ່ເຮັດກະທໍາມາແຕ່ເດືອນ ໖ ເດືອນ ໗ ຈົນ ເຖິງດຽວນີ້ ມີຫມາກຜົນປາກົດເຫັນຕໍ່ຫນ້າຢູ່ດຽວນີ້ ເພື່ອສະຫຼອງ ກິດຈະການວຽກງານ ສະຫຼອງກໍາລັງແຮງງານທີ່ໄດ້ລໍາບາກກາກກໍາຕາກແດດຕາກຝົນ ຫຼັງສູ້ຟ້າຫນ້າສູ່ດິນກິນອາຫານຕາມພື້ນປະຖະພີ ຈຶ່ງສົມຄວນຄິດຈະດື່ມຢ່າ ອະມະຣິດຕະຣົດ ຄື ເພື່ອພຣະພຸດທະ ພຣະທັມມະ ພຣະສັງຄະເຊິ່ງເປັນຢ່າອັນອຸດົມວິເສດ ຂະຫນານໃດໆທັງຊິ້ນ ເພື່ອຮຽກເອີ້ນເອົາຂັວນ ເວລາແລະ ແຮງກາຍກໍາລັງໃຈທີ່ເສັຍໄປນັ້ນໃຫ້ຄືນມາ ບໍ່ປະປ່ອຍໃຫ້ຊີວິດຫມັ້ນ ຂໍ້ນີ້ບູຮານນະຈານເພິ່ນເຄີຍກະທໍາມາໃຫ້ເປັນຕົວຢ່າງ : ອະດິດຕະການທີ່ລ່ວງມາແລ້ວ ຄືເມື່ອ ພຣະອັນຍະໂກນດັນຍະໄດ້ອຸບັດເກີດຂຶ້ນໃນຕະກູນຂອງຊາວໄຮ່ຊາວນາ ທ່ານດໍາເນີນ ອາຊີບຕາມຕະກູນທີ່ເຄີຍກະທໍາກັນສືບມາ ຄັນເຖິງຍາມເທສະການ ໃນຣະດູເຮັດນາ ທ່ານເຮັດບຸນ ໙ ຄັ້ງ ດັ່ງທີ່ໄດ້ສະແດງມາແລ້ວ ເຊິ່ງບູຮານຮຽກວ່າເປັນມຸງຄຸນເຖິງ ໙ ເທື່ອ ດັ່ງທີ່ໄດ້ເທສະຫນາມ ບູຣຸດຜູ້ນີ້ກໍເຊັ່ນກັນກໍກະທໍາຢູ່ເປັນນິດຈະການບໍ່ໄດ້ຂາດ ຄັນດັບ ຊີວິດຈາກຊາດນັ້ນແລ້ວ ກໍມີສຸຄະຕິເປັນທີ່ໄປ ໄດ້ທ່ອງທ່ຽວຢູ່ໃນ ມະນຸດແລະສະຫັວນ ຈົນມາເຖິງສາດສະຫນາ ພຣະໂຄດົມ ພຸດທະເຈົ້າຂອງເຮົານີ້ ທ່ານໄດ້ມາເກີດເປັນໂກນທັນຍະພາມ ເມື່ອພຣະອົງຕັດສະຮູ້ເປັນພຣະພຸດທະເຈົ້າແລ້ວ ພຣາມຜູ້ນັ້ນ ເຫຼື້ອມໃສໄດ້ທີ່ຟັງທັມມະເທສະຫນາກ່ອນພຣະສາວົກທັງຫຼາຍ ແລະ ໄດ້ບັນລຸມັກຜົນ ກ່ອນຄົນທັງປວງ ທ່ານກ່າວເຖິງຜະລາອານິສົງທີ່ ໄດ້ເຮັດບຸນ ໙ ຄັ້ງນັ້ນ ເນື່ອງດ້ວຍການເຮັດນານີ້ແລ ວັນນີ້ທ່ານ ເຈົ້າສັດທາໄດ້ຊັກຊວນອວນຕ້ານບຸດຕີບຸດຕາ ພັນລະຍາສາມີ ແລະຄະນາຍາດ ທັງຝ່າຍບິດາມານດາ ຍາດມິດສາໂລຫິດຫມູ ເພື່ອນສະຫາຍທີ່ຄຸ້ນເຄີຍຮັກ ແພງກັນ ມາຮ່ວມບໍາເພັນຊຶ່ງກອງບຸນກຸສົນຄືເອົາບຸນຄູນລານຫຼືບຸນກອງເຂົ້າໃນວັນນີ້ ຊື່ວ່າໄດ້ດໍາເນີນ ຕາມຕັນຕິປະເພນີທີໄດ້ສາທະຍາຍມາໃຫ້ຟັງນີ້ແລ.


  ການກະທໍານາໃນທາງພຸດທະສາດສະຫນາ ດັ່ງຈະຍົກເອົາ ອາດີດນິທານມາກ່າວພໍເປັນທັດສະນະອຸທາຫອນ ໃຫ້ບັນດາທ່ານ ເຈົ້າພາບເຈົ້າມູລະສັດທາຟັງດັ່ງນີ້ ອະຕິເຕ ກາເລ ກາລະອັນລ່ວງ ມາແລ້ວ ໃນນະຄອນສາວັດຖີ ມີພຣາມຜູ້ຫນຶ່ງຊື່ວ່າ ກະສິຍະພຣາມ ຜູ້ມີອາຊີບປະກອບການເຮັດນາ ເຖິງເວລາເຊົ້າເອົາງົວຄວາຍໃສ່ໄຖ ວັນລະຮ້ອຍຕົວສະເຫມີ ວັນຫນຶ່ງພຣະບໍຣົມມະສາດສະດາຈານ ເຫັນ ອຸປະນິດໄສຂອງພຣາມຜູ້ນັ້ນ ເວລາເຊົ້າພຣະອົງກໍຊົງນຸ່ງສະບົງຫົ່ມ ຈີວອນ ມີພຣະກອນຈັບເອົາບາດ ລີລາຣາດໄປສູ່ທົ່ງນາຂອງກະສິ ຍະພຣາມ ເມື່ອໄປເຖິງແລ້ວຕັດຖາມວ່າ ດູລາ ທ່ານພຣາມທ່ານ ກໍາລັງເຮັດຫຍັງຢູ່ນໍ ກະສິພາມນັ້ນຕອບວ່າ ຂ້ານ້ອຍກໍາລັງເຮັດນາ ຄາວນັ້ນພຣະອົງຊົງຕັດຖາມຕໍ່ໄປວ່າ ການກະທໍາຂອງທ່ານນີ້ຍາກ ຫຼືງ່າຍນໍ ພຣາມຕອບວ່າ ຍາກພໍສົມຄວນຂ້ານ້ອຍ ພຣາມຈຶ່ງໄຫ້ວ ຖາມຕໍ່ວ່າ ພຣະພຸດທະເຈົ້າຄົງຢູ່ຢ່າງສະບາຍດີ ບໍ່ໄດ້ເຮັດນາ ເຖິງ ເວລາເຊົ້າກໍອູ້ມເອົາບາດເຂົ້າໄປໃນຫມູ່ບ້ານນິຄົມຄາມ ສະແຫວງຫາ ພິກສາຫານກໍພໍສັນ ພຣະພຸດທະເຈົ້າຈຶ່ງຕັດຖາມພຣາມວ່າ ດູລາ ທ່ານພຣາມທ່ານເວົ້າເຊັ່ນນັ້ນກໍບໍ່ຖືກຕ້ອງດອກ ອັນຕົວເຮົາຕະ ຖາ ຄົດນີ້ແລະເປັນພໍນາໃຫຍ່ ນາເຮົາກວ້າງຂວາງ ຈະວ່າເຮົາບໍ່ເຮັດນາ ນັ້ນບໍ່ແມ່ນແລ້ວ ພຣາມນັ້ນຈຶ່ງໄຫ້ວທູນຖາມວ່າ ພຣະພຸດທະເຈົ້າ ເຮັດນານັ້ນ ນາພຣະອົງຢູ່ບອນໃດ ງົວຄວາຍພຣະອົງຢູ່ທີ່ໃດ ເຂົ້າກ້າເຂົ້າປູກບໍ່ເຫັນມີ ເວົ້າແບບນີ້ພາໂລແທ້ບໍ່ແມ່ນຈິ່ງ ແລ້ວພຣະພຸດທະອົງຈຶ່ງຊົງຕັດຕອບກະສິຍະພຣາມວ່າດູລາພຣາມ: ເອີຍ ບັດນີ້ເຮົາຈະເຫຼົ່າໃຫ້ທ່ານຟັງເນີ ເຮົາຕະຖະຄົດມີສັດທາເປັນພຶດພັນທັນຍາຫານຄືເຂົາແນວພັນເຮົາມີຄວາມພຽນພະຍາຍາມເປັນຜົນ ເຮົາມີປັນຍາເປັນຮາກໄຖ ມີຫິຣິເປັນງ່ອນໄຖ ມີຈິດໃຈເປັນເຊືອກຄ່າວ ມີສະຕິເປັນຫມາກສົບໄຖ ອະທິບາຍວ່າ ມີສັດທາຄວາມເຊື່ອ ກໍຄືເຊື່ອບາບບຸນຄຸນໂທດ ເຊື່ອໃນຄຸນພຣະພຸດທະເຈົ້າພຣະທັມມະເຈົ້າ ແລະ ຄຸນພຣະສັງຄະເຈົ້າ ດາມານດາ ຄຣູອຸປັດຊາອາຈານ ເຊື່ອຄໍາທີວ່າທໍາດີໄດ້ດີ ໄດ້ຊົ່ວ ອັນນີ້ເປັນສັດທາ ການລະເສັຍເຊິງບາບທັງຫຼາຍ ຄືບໍ່ ທໍາຄວາມຊົ່ວ ບໍາເພັນບຸນກຸສົນໃຫ້ເກີດໃຫ້ມີ ອັນນີ້ເປັນຄວາມ ເທົ່າກັບຝົນ ຄວາມຮອບຮູ້ໃນກອງສັງຂານຄືຮູຕາມຄວາມເປັນຈໍາ ສະເຫມືອນດັ່ງງ້ອນໄຖ ຄວາມລະອາຍຕໍ່ບາບທຸຈະຣິດທັງປວງ ເປັນດັ່ງສົບໄຖ ສໍາລັບປັກດິນໃຫ້ເລິກໃຫ້ຕື້ນ ຈິດໃຈເປັນເຂື່ອ ທັມມະດາເຊືອກຜູກງົວຜູກຄວາຍ ຜູກດແລ້ວຈູງໄປຕາມຄວາມ ພໍໃຈ ຈິດໃຈຈູງ ເອົາກາຍວາຈາ ສະຕິຈຶ່ງເປັນດັ່ງຫມາກສົບໄຖ ຫຼື ເປັນພະນຽງໄຖ ສໍາລັບຂຸດດິນພິກປີ້ນດິນຂ້າງເທິງຂ້າງລຸ່ມ ນີ້ເປັນ ດັ່ງສັບພະສໍາພະລະ ການເຮັດໄຮ່ກະທໍານາ ຂອງເຮົານັ້ນແລ,


ດູລາ ທ່ານພຣາມເນື້ອທີ່ດິນໄຮ່ນາຂອງເຮົາ ກໍຄື ບຸນຍະເຂດນີ້ເອງ ທ່ານພຣາມເອີຍ ທ່ານນັ້ນເຮັດແຕ່ນາພາຍ ນອກບໍ່ຊ່ອຍຈັກເຫມາະສົມປານໃດ ເພາະວ່າເຮັດປີນີ້ກິນປີຫນ້າເທົ່ານັ້ນ ສ່ວນວ່າໄຮ່ນາພາຍໃນຂອງເຮົານີ້ດີກວ່າ ວິເສດກ່ວາ ທ່ານຈິງ ມາເຖີດ ທ່ານພຣາມເອີຍ ເຮົາຕະຖາຄົດຈະພາທ່ານເຮັດໄຮ່ນາ  ພາຍໃນ  ເມື່ອອົງສົມເດັດພຣະພຸດທະເຈົ້າໄດ້ຊົງສະແດງພຣະ ເທດສະຫນາໃຫ້ແກ່ພຣາມຈົບລົງແລ້ວ ພຣາມຜູ້ນັ້ນກໍໄດ້ດວງ , ທັນ ບັດນີ້ທ່ານທາຍົກທາຍິກາ ອຸປາສົກອຸປາສິກາທັງຫຼາຍ ພາບເຈົ້າມູລະສັດທາໄດ້ເອົາບຸນຄູນເຂົ້າ ຫຼື ເອົາບຸນຄູນລານ ນີ້ ຈັດວ່າໄດ້ເຮັດນາທາງໂລກ ແລະທາງທັມ ຍ່ອມຈັກນໍາມາ ເຂົ້າຫມາກຜົນອັນໄພສານ ດັ່ງໄດ້ເທດສະຫນາມານີ້ ນິດຖິຕາ ກໍຈົບລົງພຽງເທົ່ານີ້ແລ.

Post a Comment

0Comments

Post a Comment (0)

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top