ສະຫຼອງຜ້າຜະໜັງ

 

 ສະຫຼອງຜ້າຜະໜັ

  ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສັມພຸດທັດສະ (ວ່າ 3 ເທື່ອ)

  ເອກະ ກິຣະ ສະມະເຍ ສັດຖາ ເຊຕະວັນເນ ວິຫະຣັນໂຕ ໂພສາທະໂວຕິ.

  ໂພຕາສາທະໂວ ດູຣາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຄວາມສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດຫູ ທັງສອງ ຟັງຍັງພຣະສັດທຳ ມະເທສນາ ຜະລະອານິສົງສະ ແຫ່ງການຖວາຍຜ້າພະນັງ ໃຫ້ເປັນທານ ໃນວັນນີ້ ສ່ວນວ່າ ນໍຣະຍິງຊາຍທັງຫຼາຍ ໃນໂລກນີ້ ພາກັນກໍ່ສ້າງ ກະທຳບຸນໃຫ້ທານ ປາຖະໜາຫາ ຄວາມສຸກຄວາມຈະເຣີນ ມາໃສ່ຕົນ ໃນຊົ່ວນີ້ ແລະ ຊົ່ວໜ້າ

  ຈິ່ງໄດ້ພາກັນ ບໍຣິຈາກ ສັບພະວັດຖຸຕ່າງໆ ໝາຍມີເຂົ້ານ້ຳ ໂພຊະນະອາຫານ ຮັກສາສິນ ແລະ ຟັງພຣະທຳມະເທສນາດັ່ງນີ້ ນັກປາດເຈົ້າທັງຫຼາຍ ຍ່ອມສັນລະເສີນ ຍ້ອງຍໍຍິນດີຊົມຊື່ນ ແກ່ຜົນທານຂອງ ນໍຣິຍິງຊາຍເຫຼົ່ານັ້ນ ມະນຸດຍິງຊາຍທັງຫຼາຍ ເມື່ອກະທຳການ ກິຣິຍາຕາຍໄປ ກໍຈະໄດ້ໄປບັງເກີດໃນຕະກຸນ ທ້າວພະຍາ ມະຫາກະສັດຂັດຕິຍະ ມະຫາສານ ແລະ ພາມມະນະ ມະຫາສານ ອັນບໍລິບູນໄປດ້ວຍ ໂພຄະຊັບສົມບັດ ວັດຖູເຂົ້າຂອງ ເງິນທອງແກ້ວແຫວນແສນສິ່ງ ເປັນອັນມາກ ອັນຫຼາຍແລ.

  ດັ່ງພຣະພຸດທະຄາຖາ ທີ່ໄດ້ຕັດເທສະໜາໄວ້ ໃນຂ້າງຕົ້ນນັ້ນວ່າ “ເອກະທາ ກິຣະ ສະມະຍາ ສັດຖາ ເຊຕະວະເນ ວິຫັນຣັນໂຕ ໂພສາທະໂວຕິ” ດັ່ງນີ້ເປັນເຄົ້າ ດູລາສັບປຸຣິສະ ເຈົ້າທັງຫຼາຍ ໃນການຄັ້ງນັ້ນ ພະຄະວາ ອັນວ່າ ພຣະພຸດທະເຈົ້າແຫ່ງ ເຮົາທັງຫຼາຍ ນິສິດທິຕະວາ ກໍສະເດັດປະທັບຢູ່ໃນປ່າ ເຊຕະວັນມະຫາວິຫານ ອັນນາຍອະນາຖະບິນທິກະ ສ້າງຖວາຍຢູ່ທີ່ຈິມໃກ້ ໄຄ່ເມືອງສາວັດຖິຣາຊາທານີ “ອະຖະໂຂ” ໃນການຄັ້ງນັ້ນ “ປະເສນະທິ ໂກສະໂລ ຣາຊາ” ອັນວ່າ ພຣະເຈົ້າປັດເສນໂກສົນຣາດ “ຄະເຫຕະວາ” ກໍຖືເອົາ ປະທິປະທູປະ ຄັນທະມາລາທິນິ ຍັງສິ່ງທັງຫຼາຍ ອັນໝາຍມີຕົນວ່າ ປະທູບປະທີບ ດອກໄມ້ ຄັນທະຣົດສະ ຂອງຫອມ ອັນມີໝູ່ເສນາອາມາດ ທັງຫຼາຍ ຫາກມາສະພາບແວດລ້ອມ ເປັນບໍຣິວານ ເຂົ້າໄປສູ່ປ່າ ເຊຕະວັນມະຫາວິ ຫານ “ອຸປະສັງກະມິຕະວາ” ຄັນເຂົ້າໄປແລ້ວ ກໍບູຊາດອກໄມ້ ທູບທຽນ ພ້ອມດ້ວຍຂອງຫອມທັງຫຼາຍ.

  “ນິສິທິ” ກໍ່ນັ່ງຢູ່ໃນທີ່ສົມຄວນແຫ່ງ ຕົນແລ້ວ ປັກຄັນທະ ກໍຍົກອັນຊະລີກອນ ຍັງກະພູມຈູມມືໄຫ້ວ ພຣະພຸດທະເຈົ້າວ່າ “ພັນເຕ ພະຄະວາ” ຂ້າຂໍໄຫ້ວ ພຣະພຸດທະເຈົ້າ ຜູ້ເປັນຈອມແຫ່ງເທວະດາ ແລະ ມະນຸດທັງຫຼາຍ ນໍຣະຍິງຊາຍ ທັງຫຼາຍກໍດີ ທ້າວພຣະຍາເສນາມາດ ຣາຊະມົນຕີກໍດີ ເສດຖີຄະຫະບໍດີ ແລະ ທວາຍຄ້າກໍດີ ຄົນຂະມອດທຸກໄຮ້ ຂີນໃຈກໍດີ ໄດ້ມີຈິດສັດທາ ເຫຼື້ອມໃສມາສ້າງແປງ.

  “ປັດຕິສະນັງ ຕິໂລກາຣະນິຍັງ” ຍັງຜ້າພະນັງກັ້ງ ຍັງສັບພັນຍູເຈົ້າ “ກິງ ຜະລັງ” ຍັງຈັກມີຜະລະອານິງສະ ດັ່ງລືນັ້ນກໍຂ້າຈາ? ພະຄະວາ ອັນວ່າ ພຣະພຸດທະເຈົ້າ ໄດ້ຊົງຟັງດັ່ງນັ້ນແລ້ວ “ວິວະຣິຕະວາ” ກໍໄຂກະອູບແກ້ວ ມຸກຂະກຳພະລັງ ຍັງປາກອັນແດງງາມສະໝີ ດັ່ງຜ້າກຳພົນ ອາຫະ ສັບພັນຍູເຈົ້າ ກໍ່ກ່າວຕັດພຣະສັດທຳມະ ເທສນາແກ່ ສົມເດັດພຣະເຈົ້າ ປະເສນະທິໂກສະໂລຣາຊາ ວ່າ ດູກ່ອນພຣະມະຫາບໍພິດ ພຣະຣາຊະສົມພານ ນໍຣະຍິງຊາຍ ຜູ້ໃດແລ ມີຈິດໃຈເຫຼື້ອມໃສສັດທາ ໃນຄຸນແກ້ວ 3 ປະການ ເທຕິແລມາໃຫ້ “ປັດຕິສະນັງ ຕິໂລກາຣະນິຍັງ” ຍັງຜ້າພະນັງໃຫ້ເປັນທານ ດັ່ງນັ້ນ ນໍຣະຍິງຊາຍຜູ້ນັ້ນ ລະພະຕິ ກໍຈັກໄດ້ ຜະລະອານິສົງສະ 16 ກັບ.

  ດູກ່ອນ ມະຫາບໍພິດ ພຣະຣາຊະສົມພານ ນໍຣະຍິງຊາຍຜູ້ໃດ ໄດ້ສ້າງຜ້າພະນັງ ໃຫ້ເປັນທານດັ່ງນັ້ນ “ສັກໂກ ເທວະຣາຊາ” ກໍ່ໄດ້ຈັກເປັນ ພຣະຍາອິນທາທິປະຕິຣາດ ໄດ້ 7 ຊາດ, ກໍຈັກໄດ້ເປັນ ພະຍາຈັກກະພັດຕິຣາດ ໃນປະເທດສະຣາດ ບ້ານນ້ອຍ ແລະ ເມືອງໃຫ່ຍໄດ້ 7 ຊາດ, ຈັກໄດ້ເປັນ ມະຫາເສດຖີ 7 ຊາດ, ດູກ່ອນມະຫາບໍພິດ ພຣະຣາຊະສົມພານ ນໍຣະຍິງຊາຍ ຜູ້ໃດໄດ້ສ້າງຜ້າກັ້ງ ແລະ ຜ້າພະນັງໃຫ້ເປັນທານ.

  ດັ່ງນັ້ນ ຊາໂຕ ເກີດມາ “ຍັດຖະ ພາເວ ຍັດຖະ ພາເວ” ໃນພາວະທີໃດທີໃດກໍດີ “ເທວະມະນຸດ ເສທິ” ອັນໝູ່ຄົນ ແລະ ເທວະດາທັງຫຼາຍ ຫາກສັກກະລະບູຊາ “ຕັດຖະ ຖາເນ” ໃນສະ ຖານທີ່ນັ້ນໆແລ ນໍຣະຍິງຊາຍຜູ້ນັ້ນ ຢູ່ໃນທີ່ໃດ ຜ້າພະນັງ ຫາກໄປກັ້ງໄປບັງ ນໍຣະຍິງຊາຍ ຜູ້ນັ້ນຢູ່ທຸກເມື່ອນັ້ນແລ ນໍຣະຍິງຊາຍຜູ້ນັ້ນ ເກີດມາກໍມີຮູບໂສມ ຕະໂນມພັນ ວັນນະອັນງາມ “ມະນຸດສະປິໂຍ” ອັນເປັນທີ່ຮັກ ຖືກເນື້ອເພິ່ງໃຈ ແກ່ຄົນ ແລະ ເທວະດາທັງຫຼາຍແລ

  “ອິທັງ ຜະລັງ” ອັນນີ້ ກໍເປັນດ້ວຍ ຜະລະອານິສົງສະ ອັນໄດ້ໃຫ້ ຜ້າພະນັງກັ້ງບັງ ຍັງພຣະພຸດທະເຈົ້າ ພຣະທຳມະ ເຈົ້າ ແລະ ພຣະສັງຄະເຈົ້າ ນັ້ນກໍມີແລ ດູລາ ສັບປຸຣິສະ ເຈົ້າທັງຫຼາຍ ຄັນໄດ້ຟັງຍັງ ພຣະສັດທຳມະເທສນາ ແລ້ວ ຈົ່ງມະນະສິການ ຈົດຈຳໄວ້ໃນຈິດໃຈ ເຖີດ ກໍໄດ້ເປັນປະໂຫຍດໃນຊາດນີ້ ແລະ ຊາດໜ້າແລ “ປະຕິສັນນັງ ຕິໂລກະຣະນີຍັງ ວັນນະນາ” ອັນວ່າກິຍາຈາ ຍ້ອງຍໍຍັງ ນໍຣະຍິງຊາຍ ທວາຍຍົກທັງຫຼາຍ ອັນໄດ້ສ້າງຜ້າພະນັງ ໃຫ້ເປັນທານ ກໍຈະໄດ້ປະສົບ ສາສະນາ ພຣະສີອະຣະຍິເມດໄຕ ດັ່ງປະນີທານ ຄວາມປາຖນາ ທຸກປະການ ນິດຖິຕັງ ກໍຈົບລົງພຽງເທົ່ານີ້ແລ.



Post a Comment

0Comments

Post a Comment (0)

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top