ຄຸນ ມານດາ ບິດາ ຄຸນ ມານດາ ບິດາ ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸດທັດສະ (ວ່າ 3 ເທື່ອ)ອິທານິ ທໍາມັດສາວະນະ ທິວະເສສັນນິ ປະຕິຕາຍະມາຕາປິຕຸ ຄຸນະກະຖັງ ພາສິດສາມິຕັງ ສຸມາຖະສະມາຄະຕາຕິ. ໂພນຕາສາທະໂວ ດູຣາສັບປຸຣິສາ ເຈົ້າທັງຫຼາຍຜູ້ມີຄວາມ ປາຖນາມັກໃຄ່ ຫາຍັງສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະປະສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສະນາ ອັນເປັນພຸດທະໂອວາດ ສາສນາຄືຄຳສອນ ຂອງພຣະພຸດທະເຈົ້າ ເພາະວ່າການຟັງທຳ ຄຳສອນຂອງ ພຣະພຸດທະເຈົ້າ ນີ້ຍອມມີປະໂຫຍດ ມີອະນິສົງເປັນອັນມາກ ຜູ້ມີຜະຫຍາປັນຍາ ເພີ່ງຮູ້ດັ່ງນີ້ເຖີ້ນ ການຟັງທີ່ຈະເພີ່ງໄດ້ ໃນປະຈຸບັນນີ້ ມີຢູ່ 5 ປະການ ຄື 1 ອະສຸຕັງ ສຸນາຕິ ຈະໄດ້ຍິນຈະໄດ້ຟັງ2 ສຸຕັງປະຣິ-ໂຍທະປະຕິ ຈະຍັງຂໍ້ອັດຂໍ້ທຳ ຕົນເຄີຍໄດ້ຍິນໄດ້ຟັງມາແລ້ວ ໃຫ້ຊຳນິຊຳນານ ແຈ່ມແຈ້ງຍິ່ງຂື້ນໄປກວ່າເກົ່າ3 ກັງຂາວິຕະຣະຕິ ຈະຕັດເສຍເຊີ່ງຄວາມສົງໃສ ອັນຂ້ອງຢູ່ໃນໃຈຂອງຕົນ4 ສະກະຈິດຕັງປະສິທະຕິ ຈະຍອມຍັງຈິດຂອງຕົນ ໃຫ້ເຫຼື້ອມໃສໃນ ພຣະຣັດຕະນະໄຕຣ ເປັນຕົ້ນ 5 ອັດຕະໂນ ຈິດຕັງອຸຊຸກະໂຣຕິ ກະທຳຈິດຂອງຕົນ ໃຫ້ເປັນຕົນຊື່ສັດ ຕໍ່ຄຸນທານຄຸນສິນເປັນຕົ້ນ ການຟັງທັງ 5 ຂໍ້ນີ້ ຈະບັງເກີດໃຫ້ແກ່ຜູ້ຕັ້ງໃຈ ຟັງທຳມະເທສະນາ ເພາະດັ່ງນັ້ນການຟັງທຳ ສັັບປຸຣິສະເຈົ້າຈື່ງຈັດວ່າ ເປັນສາວະນານຸດຕະຣິຍະ ເປັນການຟັງອັນສູງສຸດ ບໍ່ມີການຟັງອັນໃດໆ ຈະສະເໝີໄດ້ ຄວນສັບປຸຣິສາເຈົ້າທັງຫຼາຍ ຈົ່ງພາກັນຕັ້ງອົກຕັ້ງໃຈຟັງ ໃຫ້ສຳເຣັດປະໂຫຍດ ຂອງຕົນເທີ້ນລຳດັບນີ້ ຈະສະແດງເຊີ່ງຄຸນຂອງ ບິດາ-ມານດາ ເຊີ່ງເປັນວັດຖຸອັນຄວນ ຄົບລົບນັບຖືຢ່າງສູງສຸດ ມະຕາປິຕະໂຣນາມະ ຊື່ວ່າ ມານດາບິດານີ້ ຍ່ອມເປັນຜູ້ສົມຄວນ ອັນບຸດແລະທິດາ ຈະເພີ່ງເຄົາລົບນ້ອມນົບ ສັກກະຣະບູຊາເປັນຢ່າງສູງ ຄຳວ່າບິດາມານດາ ນັ້ນແປວ່າ ພໍ່ ແມ່ ຄຳວ່າບຸດແລະ ທິດານັ້ນ ແປວ່າ ລູກຊາຍ ລູກຍິງ ຖ້າຈະເວົ້າເປັນພາສາລາວ ຂອງເຮົາໃຫ້ຟັງງ່າຍໆ ໝາຍຄວາມວ່າຜູ້ກໍ່ໃຫ້ເກີດ ເມື່ອເຮົາອາໃສເກີດກັບບຸກຄົນຜູູູ້ໃດ ບຸກຄົນນັ້ນແລະຊື່ວ່າ ພໍ່ ແມ່ ທຳມະດາພໍ່ແມ່ ຍ່ອມຮັກແພງລູກ ລຽ້ງລູກສັ່ງສອນລູກ ຖະນຸຖະໜອມ ບຳລຸງລູກ ຊວ່ຍສົງເຄາະລູກ ໃຫ້ມີວິຊາຫາກິນລຽ້ງຊີບ ຫາຊັບສົມບັດໃຫ້ແກ່ລູກ ປູກຝັງຕັ້ງແຕ່ງ ໃຫ້ລູກມີຜົວມີເມຍ ຕາມທຳມະດາ ປະເພນີຂອງໂລກ ໃນກາລະສະໄໝ ທີ່ຄວນໄດ້ຄວນມີ ຄົນອື່ນບໍ່ແມ່ນຜູ້ທີ່ເຮົາ ອາໃສເກີດແຕ່ວ່າ ທຳຄຸນໃຫ້ແກ່ເຮົາ ດັ່ງກ່າວມານັ້ນ ກໍນັບເຂົ້າໃນໃນຖານະ ເປັນພໍ່ເປັນແມ່ເໝືອນກັນ ເພາະວ່າບຸກຄົນຜູ້ນັ້ນ ເກື້ອກູນອຸດໜຸນຖະນຸບຳລຸງ ເຮົາມາຈົນໃຫ້ເຮົາ ໃຫຍ່ໂຕຂື້ນມາໄດ້ ນັ້ນແລະຊື່ວ່າທ່ານ ທຳຄຸນໄວ້ໃຫ້ແກ່ເຮົາ ທຳມະດາຂອງຜູ້ເປັນລູກ ເມື່ອຮັບການອະນຸເຄາະ ເຊັ່ນນັ້ນກໍຍ່ອມຮັກພໍ່ແມ່ ເປັນການຕອບແທນ ພໍ່ແມ່ ນັ້ນຊື່ວ່າບຸບພະກາຣີ ບຸກຄົນຜູ້ທຳອຸປະກາຣະ ກ່ອນສ່ວນລູກນັ້ນ ຊື່ວ່າກະຕັນຍູກະຕະເວທີ ບຸກຄົນຜູ້ອຸປະກາຣະ ທີ່ທ່ານທຳແລ້ວ ແລະຕອບແທນພາຍຫຼັງ ການຕອບແທນນັ້ນ ກໍຄືການທຳຄວາມເຄົາລົບ ຕໍ່ທ່ານດ້ວຍ ກາຍ-ວາຈາ-ໃຈ ບໍ່ດູຖູກດູໝິ່ນ ທ່ານປະສົງສິ່ງໃດ ກໍກະທຳສິ່ງນັ້ນ ໃຫ້ສົມຄວາມປະສົງ ນັ້ນແລຊື່ວ່າ ເຄົາລົບບູຊາທ່ານ ການເຄົາລົບບູຊາດ້ວຍອາມິດ ແລະການປະຕິບັດ ມີຄວາມໝາຍຕ່າງກັນ ອາມິດນັ້ນຄືເມື່ອ ທ່ານຕ້ອງການວັດຖຸ ສິ່ງໃດທີ່ບໍ່ເຫຼືອວິໃສ ເຮົາຕ້ອງຫາມາໃຫ້ຕາມ ຄວາມປາຖະນາ ຕະຫຼອດເຖີງ ໃຫ້ໄດ້ທຳບຸນໃຫ້ທານ-ຮັກສາສິນ-ຈະເຣີນເມດຕາ-ພາວະນາ ເມື່ອທ່ານຕາຍແລ້ວ ເຮົາຕ້ອງປະກອບການກຸສົນ ອຸທິດສ່ວນບຸນໄປໃຫ້ ເປັນທີ່ສຸດກໍຊື່ວ່າໄດ້ ບູຊາພໍ່ແມ່ ດວ້ຍອາມິດ ແຕ່ການບູຊາດ້ວຍອາມິດນັ້ນ ບໍ່ເປັນສາທາຣະນະ ຄບໍ່ທົ່ວໄປແກ່ພໍ່ແມ່ ບາງປະເພດເໝືອນຢ່າງ ພໍ່ແມ່ ທີ່ທ່ານບໍຣິບູນດ້ວຍ ໂພຄະຊັບ ຕົວຢ່າງ ທ່ານເປັນເຈົ້າເປັນນາຍ ເປັນເສດຖີ ຄະຫະບໍດີຜູ້ຮັ່ງມີ ດ້ວຍໂພຄະສົມບັດ ບໍ່ສູ້ຈະມີຄວາມປະສົງ ໃຫ້ລູກສະແຫວງຫາເຂົ້າຂອງ ເງີນທອງມາໃຫ້ ບໍ່ເໝືອນສາມັນຊົນ ແຕ່ການປະຕິບັດນັ້ນ ພໍ່ແມ່ມີຄວາມເຈດຈຳນົງທົ່ວກັນ ຄຳທີ່ວ່າປະຕິບັດ ນັ້ນໝາຍຄວາມວ່າ ປະຄືດຕາມຄວາມປະສົງຂອງທ່ານ ຊື່ວ່າປະຕິບັດ ຕົວຢ່າງຈຳພວກ ທີ່ທ່ານຮັ່ງມີ ບໍຣິບູນກໍມີຄວາມປະສົງ ໃຫ້ບຸດຂອງຕົນ ມີວິຊາສິຣະປະສາດ ສາມາດຈະຮັບມໍຣະດົກ ໃຫ້ຕັ້ງໝັ້ນສືບວົງຕະກູນ ຕໍ່ໄປສ່ວນພວກຄົນສາມັນ ທີ່ພໍຈັ້ງບ້ານເຮືອນຢູ່ໄດ້ ກໍມີຄວາມປະສົງຈະໃຫ້ລູກ ມີວິຊາສິຣະປະສາດ ສາມາດລຽ້ງຕົນໃຫ້ເປັນສຸກ ບຳລຸງວົງຕະກູນຂອງຕົນ ໃຫ້ຈະເລີນຍິ່ງຂື້ນໄປເໝືອນກັນ ຂໍ້ສຳຄັນຄວາມຈຳນົງ ຂອງພໍ່ແມ່ ຢາກໃຫ້ລູກເປັນຄົນ ປະພຶດຕົນເປັນຄົນດີ ຂໍ້ນີ້ເບີ່ງແລ້ວຈະທົ່ວໂລກ ເມື່ອເຮົາຜູ້ເປັນລູກ ຜູ້ຮູ້ຄວາມປະສົງ ຂອງພໍ່ແມ່ເຊັ່ນນັ້ນ ເມື່ອຍັງນ້ອຍຍັງໜຸ່ມພໍ່ແມ່ ມີຄວາມປະສົງຈະໃຫ້ເລົ່າຮຽນ ວິຊາສິຣະປະສາດ ຢ່າງໃດກໍໃຫ້ຕັ້ງໃຈ ປະຕິບັດຕາມ ເມື່ອໃຫຍ່ໂຕຂື້ນມາແລ້ວ ພໍ່ແມ່ມີຄວາມປະສົງຈະໃຫ້ເຮົາ ທຳມາຫາລຽ້ງຊີບ ດ້ວຍວິທີໃດ ກໍໃຫ້ປະຕິບັດຕາມ ຄວາມປະສົງຂອງທ່ານ ດ້ວຍວິທີນັ້ນ ການປະພືດຕົນ ໃຫ້ຖືກຕ້ອງຕາມ ຄວາມປະສົງ ຂອງທ່ານນັ້ນ ແລະ ຊື່ວ່າປະຕິບັດບູຊາທ່ານ ແລະໃຫ້ນ້ອມຄຸນທັງສິ້ນ ຂອງພໍ່ແມ່ລວມ ຢູ່ທີ່ຕົວຂອງເຮົາສະເໝີໄປ ຄືໃຫ້ເຫັນວ່າ ຕົວຂອງເຮົາມີຄວາມຈະເຣີນ ຢູ່ດຍວນີ້ກໍເພາະອຸປະກະຣະ ຄຸນທີ່ພໍ່ແມ່ບຳລຸງມາ ແມ່ນຕົວຂອງເຮົານີ້ກໍແບ່ງ ອອກມາຈາກພໍ່ແມ່ນັ້ນແລ ສ່ວນຕົວຂອງເຮົານີ້ກໍມີແຕ່ ຈິດວິນຍານ ທີ່ທ່ານຮຽກວ່າ ປະຕິສົນທິຈິດກັບກຸສົນ ກຸສົນເທົ່ານັ້ນເປັນຜູ້ອຸປະຖຳ ນອກຈາກນັ້ນຄືສ່ວນຮ່າງກາຍເຮົານີ້ ເມື່ອຕັ້ງປະຕິສົນທິຂື້ນແລ້ວ ກໍ່ອາໃສເລືອດແລະເນື້ອຂອງແມ່ ມາບຳລຸງຮ່າງກາຍຂອງຕົນ ຈົນເປັນຮູບເປັນຮ່າງຄົບບໍຣິບູນແລ້ວ ຈຶ່ງຄອດອອກມາຈື່ງວ່າ ເຮົາແບ່ງປັນເອົາຮ່າງກາຍ ຂອງພໍ່ແມ່ມາເປັນຮ່າງກາຍຂອງຕົນ ເຖິງແມ່ນວ່າຄອດອອກມາແລ້ວ ເມື່ອຍັງເປັນທາຣົກກໍຍັງ ກິນແຂງບໍ່ໄດ້ກໍຕ້ອງດູດກິນນ້ຳ ນົມຂອງແມ່ມາບຳລຸງຮ່າງກາຍຂອງຕົນ ເຖິງພົ້ນເຂດດື່ມນ້ຳນົມແມ່ແລ້ວ ໃນລະຫວ່າງຍັງຫາລ້ຽງຕົນບໍ່ທັນໄດ້ ຈົນເຖິງ 15 ປີ 16ປີ ກໍຕ້ອງອາໃສອາຫານທີ່ ພໍ່ແມ່ຫາມາລ້ຽງເພາະເຮົາ ລ້ຽງຕົວເອງຍັງບໍ່ທັນໄດ້ ຖ້າເຫັນຕາມໃນທີ່ກ່າວມານີ້ ຕ້ອງເຂົ້າໃຈວ່າຮ່າກາຍຂອງ ເຮົານີ້ເນື່ອງມາຈາກພໍ່ແມ່ ຫລືແບ່ງປັນມາຈາກພໍ່ແມ່ ເມື່ອເຮົາຮູ້ເຊັ່ນນັ້ນແລ້ວ ກໍຄວນເຫັນໄດ້ວ່າພໍ່ແມ່ ມີໃນຕົວຂອງເຮົາຢູ່ທຸກເມື່ຶອ ເຖິງແມ່ນວ່າທ່ານລ່ວງລັບດັບສູນໄປແລ້ວ ກໍດັບສູນໄປແຕ່ສ່ວນຂອງທ່ານ ສ່ວນທີ່ແບ່ງມາເປັນເຮົາແລ້ວ ຖ້າຕົວຂອງເຮົາຍັງມີຢູ່ຕາບໃດ ກໍ່ຊື່ວ່າພໍ່ແມ່ຍັງຢູ່ທີ່ເຮົາສະເໝີ ຖ້າຮູ້ໄດ້ຍ່າງນີ້ການເຄົາຣົບ ພໍ່ແມ່ກໍ່ບໍ່ລຳບາກ ຄືໃຫ້ລະວັງຮັກສາຕົວຂອງເຮົາເທົ່ານັ້ນ ການຮັກສາຕົວກໍຄື ການຮັກສາສຸຈະຣິດທຳ ປະພຶດດີດ້ວຍກາຍ-ວາຈາ-ໃຈ ໃຫ້ເປັນສຸພາບບຸຣຸດ-ສຸພາບສະຕຣີ ຕັ້ງຫນ້າທຳມາຫາກິນໃຫ້ມັ່ງມີ ສີສຸກໃຫ້ໄດ້ນາມວ່າ ອະພິຊາຕະບຸດ ແປວ່າ ລູກດີເກີນພໍ່ແມ່ ຄືມັ່ງມີທັງລາບທັງຍົດເກີນພໍ່ເກີນແມ່ ເປັນຄົນມີສິນ-ມີທານກວ່າພໍ່ກວ່າແມ່ ຫລືສະຫລະສົມບັດອອກບວດບຳລຸງ ພຣະພຸດທະສາສະໜາໄດ້ ດີກວ່າພໍ່ແມ່ເປັນຕົ້ນ ຊື່ວ່າອະພິຊາຕາບຸດເປັນບຸດຢ່າງສູງ ຖ້າປະພຶດຕົນໃຫ້ເປັນບຸດຊັ້ນສູງ ບໍ່ໄດ້ກໍໃຫ້ເປັນພຽງຊັ້ນອະນຸຊາຕາບຸດ ແປວ່າ ລູກສະເໝີພໍ່ສະເໝີແມ່ກໍຍັງດີ ລູກທີ່ໄດ້ຊື່ວ່າ ອະນຸຊາຕະບຸດນີີ້ ຄືວ່າ ພໍ່ແມ່ພາຮັ່ງພຽງໃດ ແລະມີຍົດຖາບັນດາສັກພຽງໃດ ມີຊັບສິນພຽງໃດ ມີຄຸນງາມຄວາມດີພຽງໃດ ກໍ່ຮັກສາໄວ້ໃຫ້ສະເໝີພໍ່ແມ່ ຊື່ວ່າ ອະນຸຊາຕະບຸດ ຫລືພໍ່ແມ່ສະແຫວງຫາຊັບມໍຣະດົກໄວ້ໃຫ້ ມີທັງສັງຫາຣິມະຊັບ ແລະ ອະສັງຫາຣິມະຊັບ ສິງຫາຣິມະຊັບນັ້ນ ຄື ຊັບເຄື່ອນທີ່ໄດ້ແກ່ເຂົ້າຂອງ ເງີນ ທອງ ຊ້າງມ້າ ງົວຄວາຍ ລໍ້ກວຽນ ເປັ້ນຕົ້ນ 1ອະສັງຫາຣິມະຊັບ ຄືຊັບທີ່ເຄື່ອນທີ່ບໍ່ໄດ້ ໄດ້ແກ່ທີ່ບ້ານ ທີ່ນາທີ່ສວນ ເປັນຕົ້ນ 1 ຊັບທີ່ເປັນສັງຫາຣິມະ ປຽບເໝືອນເລື່ອດ ແລະ ເນື້ອໜັງຂອງ ພໍ່ ແມ່ ຊັບທີ່ເປັນອະສັງຫາຣິມະຊັບ ປຽບເໝືອນກະດູກຂອງ ພໍ່ ແມ່ ຖ້າລູກຮັກສາໄວ້ໄດ້ ທັງ 2 ປະເພດນີ້ ຮຽກວ່າອະນຸຊາຕະບຸດຢ່າງດີ ຖ້າຮັກສາສັງຫາຣິມະຊັບໄວ້ບໍ່ໄດ້ ຄົງຮັກສາໄວ້ໄດ້ແຕ່ ອະສັງຫາຣິມະຊັບ ກໍຍັງນັບວ່າເປັນ ອະນຸຊາຕະບຸດ ຢູ່ນັ້ນແລແຕ່ເປັຢ່າງຕຳ ອີກຈຳພວກໜື່ງ ຊື່ວ່າ ອະວິຊາຕະບຸດ ແປວ່າ ບຸດຢ່າງຕ່ຳ ຢ່າງຊົ່ວ ຄືປະພຶດຕົນສະເໝີ ພໍ່ແມ່ ບໍ່ໄດ້ເປັນຕົ້ນວ່າ ພໍ່ແມ່ ຮັ່ງມີຕົວເປັນຄົນຈົນ ພໍ່ແມ່ມີຍົດຖາບັນດາສັກ ຕົວຫາຍົດຖາບັນດາສັກບໍ່ໄດ້ ພໍ່ແມ່ ຍິນດີໃນທານ-ສິນ ຕົວຫາສິນຫາທານບໍ່ໄດ້ ອະວະຊາຕະບຸດ ຫຼື ພໍ່ແມ່ຫາຊັບມໍຣະດົກໄວ້ໃຫ້ ມີທັງຫາຣິມະຊັບ ແລະ ອະສັງຫາຣິມະຊັບ ຕົວຮັກສາໄວ້ບໍ່ໄດ້ ສ່ວນສັງຫາຣິມະຊັບ ກໍຈັບຈ່າຍໃຊ້ສອຍເສຍໝົດ ຊື່ວ່າກິນເລືອດກິນເນື້ອ ຂອງພໍ່ແມ່ຈົນໝົດ ຍັງເຫຼືອແຕ່ກະດູກ ຫຼື ອະສັງຫາຣິມະຊັບກໍຍັງດີ ຖ້າລົງຊື້ໃຊ້ຈ່າຍ ຂາຍກິນທັງອະສັງຫາຣິມະຊັບ ຂອງພໍ່ແມ່ເສຍໝົດ ຊື່ວ່າ ກິນຈົນໝົດກະດູກພໍ່ແມ່ ດັ່ງນີ້ເປັນລູກຢ່າງຕ່ຳຢ່າງຊົ່ວທີ່ສຸດ ຊື່ວ່າ ອະວະຊາຕະບຸດ ຢ່າງຕ່ຳຖ້າສືກສາ ໃຕ່ຕອງຫຼືຣິນຕອງ ເຫັນຄວາມແຈ້ງຊັດວ່າ ພໍ່ແມ່ມີຢູ່ທີ່ຕົວຂອງເຮົາ ຢູ່ສະເໝີຢ່າປະພຶດຕົນ ໃຫ້ເປັນອະວະຊາຕະບຸດ ຢ່າປະພືດຕົນໃຫ້ເປັນຄົນພານ ບຽດບຽນຂ້າຟັນທ່ານ ຜູ້ອື່ນ ຢ່າໂລບລັກສິ່ງຂອງ ສົມບັດຂອງທ່ານຜູ້ອື່ນ ຢ່າລອບລັກຊູ້ຊິງເມຍທ່ານຜູ້ອື່ນ ຢ່າຫຼອກລວງທ່ານຜູ້ອື່ນ ໃຫ້ເສຍຊັບສິນ ເງີນທອງຢ່າຮັບຈ້າງເປັນພະຍານໂກງ ຢ່າເປັນນັກເລງເຈົ້າຊູ້ ຢ່າເປັນນັກຫຼິ້ນການພະນັນ ຢ່າເປັນນັກເລງຂີ້ເມົາ ຢ່າເປັນນັກເລງຂື້ນໂຮງສານ ຢ່າໄປຕິດຄຸກຕິດຕະລາງ ໃຫ້ຄິດເຖີງພໍ່ແມ່ ຢູ່ທີ່ກັບຕົວເຮົາ ຢ່າໄປຫາທ່ານທຳຄວາມຊົ່ວ ບໍ່ແມ່ນຊົ່ວແຕ່ຕົວຂອງເຮົາ ຄ່ອຍທຳໃຫ້ພໍ່ແມ່ໄດ້ຮັບຄວາມອັບປີດວ້ຍ ຄືວ່າເຮົາຖືກເຂົາດ່າ ພໍ່ແມ່ກໍຖືກດ້ວຍ ເຮົາຖືກເຂົາຕີ ພໍ່ແມ່ກໍຄ່ອຍຖືກດ້ວຍ ເຮົາຖືກປະຫານຊີວິດ ພໍ່ແມ່ກໍຄ່ອຍຖືກດ້ວຍ ເຮົາຖືກຕິດຄຸກຕິດຕະລາງ ພໍ່ແມ່ ກໍຖືກຕິດຄຸກຕິດຕະລາງດ້ວຍ ເພາະເຫດວ່າ ພໍ່ແມ່ມີຢູ່ທີ່ຕົວຂອງເຮົາສະເໝີ ຖ້າຜູ້ໃດເວັ້ນຄວາມຊົ່ວ ທັງປວງເສຍປະພຶດ ໃຫ້ເປັນຄົນດີນັ້ນແລ ຊື່ວ່າ ເຄົາຣົບພໍ່ແມ່ດວ້ຍ ກາຍ-ວາຈາ-ໃຈ ແລະ ໄດ້ຊື່ວ່າບູຊາພໍ່ແມ່ຂອງຕົນດ້ວຍ ປະຕິບັດບູຊາ ຢູ່ທຸກເມື່ອຈົ່ງຕັ້ງໃຈໃຫ້ຮັກສາຕົນ ເປັນອະພິຊາຕະບຸດ ຫຼືອະນຸຊາຕະບຸດຢູ່ທຸກເມື່ອ ກໍຈະເປັນຊື່ວ່າ ຜູ້ຕັ້ງຢູ່ໃນກະຕັນຍູ ກະຕະເວທີ ເປັນຜູ້ຮູ້ຈັກຄຸນຂອງທ່ານ ແລະ ກະທຳອຸປະກາຣະ ຕອບແທນຄຸນຂອງທ່ານ ຫຼືວ່າ ບິດາມານດາ ເປັນຄົນຂີ້ຕະໜີ່ໜຽວແໜ້ນ ບໍ່ເຂົ້າວັດວາອາຮາມ ບໍ່ຮັກສາສິນ ກິນທານ ບຸກຄົນໃດໄດ້ຊັກຊວານ ບິດາມານດາ ຜູ້ມີຄວາມຕະໜີ່ ໃຫ້ເປັນຜູ້ຮູ້ຈັກ ບໍຣິຈາກທານ ຫາຍຄວາມຕະໜີ່ ຫຼືວ່າຫາຍ ຄວາມຂີ້ຖີ່ ໄດ້ເປັນໃຊ້ແທນຄຸນ ບິດາມານດາ ຢ່າງສຳຄັນ ດັ່ງພຣະພຸດທະເຈົ້າ ຊົງເທສນາແກ່ພິຂຸບໍຣິສັດ ທີ່ມາແຕ່ມາຕາປິຕຸຄຸນ ຄາຖາວ່າາ ໂຍຈະພິຂຸເວ ມາຕາປິຕະໂຣ ມັດສາຣິໂນ ຈາຄະສຳປະທາຍະ ສະມາທະເປຕິ ນິເວສະຕິ ປະຕິຖາເປຕິ ດູລາພິກຂູທັງຫຼາຍ ບຸກຄົນໃດໄດ້ຊັກຊວນ ບິດາມານດາ ຜູ້ມີຄວາມຕະໜີ່ ໃຫ້ຕັ້ງໃຈປະດິດຖານ ຮັກສາສິນ 5 ສິນ 8 ຢູ່ໃນຈາຄະສະມາບັດ ພິກຂຸປະຕິບັດ ແລະ ຍ່ອມຊື່ວ່າໄດ້ກະທຳແລ້ວ ທຳຕອບແທນແລ້ວ ແກ່ບິດາມານດາ ຜູ້ໃດໄດ້ປະພຶດຕົນ ເຊັ່ນນີ້ ກໍຈະມີຄວາມຈະເຣີນ ແລະ ຄວາມສຸກທັງຊາດນີ້ ແລະ ຊາດໜ້າດັ່່ງໄດ້ ເທສນາມານີ້ແລ ນິຖີຕາ ກໍຈົບລົງພຽງເທົ່ານີ້ແລ.