ສະຫຼອງຜ້າອາບນໍ້າຝົນ

 

ສະຫຼອງຜ້າອາບນໍ້າຝົນ

ນະໂມຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ

(ວ່າ ໓ ເທືອ)

ນະມັຕຖຸ ຣະຕະນັຕຕະຍັສສະ ຕະໂຕ ປະວັງ ວັສສາວາສິກັຕຖັງ ອານິສັງສັງ

ໂພນຕາ ສາທະໂວ ດູຣາສັບປຸຣິສະເຈົ້າທັງຫຼາຍ ຝູງມີຄວາມມັກໃຄ່ຫາຄວາມສຸຂ ໓ ປະການ ຄືມະນຸດສົມບັດ ສະຫວັນສົມບັດ ແລະພຣະນິບພານສົມບັດ ຈົ່ງຕັ້ງໂສຕະປະ ສາດຫູທັງສອງ ຟັງຍັງຜະລະອານິສົງສະ ແຫ່ງການຖວາຍຜ້າອາບນ້ໍາຝົນ ໃຫ້ເປັນທານ ແກ່ພຣະພິກຂຸສົງໃນວັນນີ້ ການໃຫ້ທານຊະນິດນີ້ ເຮັດໄດ້ສະເພາະວັນປາຍລະດູຮ້ອນຄີ ແຕ່ແຮມ ໑ ຄ່ໍາ ເດືອນ ໗ ໄປ ຈົນເຖິງວັນເພັງເດືອນ ໘ ເປັນກໍານົດ ຕັ້ງແຕ່ຂຶ້ນ ໑ ຄ່ໍາ ເດືອນ ໘ ໄປ ຈິ່ງເຮັດແລະນຸ່ງຫົ່ມໄດ້ ຊົງຫ້າມບໍ່ໃຫ້ສະແຫວງຫາ ຫຼືເຮັດນຸ່ງຫົ່ມນອກການ ກໍານົດ ຕາມພຣະພຸທທານຸຍາດ ທີ່ຊົງຕັດໄວ້ແລ້ວດັ່ງນີ້ ຕົວຢ່າງວ່າ ຜ້າອາບນ້ໍາຝົນນັ້ນ ຄືຜ້າສະບົງ ຫຼືຜ້າຂາວເປັນວ່າ ພໍເປັນຜ້ານຸ່ງອາບນ້ໍາໄດ້ ຄັນເຖິງກາລະສະໄຫມເຊັ່ນນີ້ ແລ້ວ ທ່ານທາຍົກທາຍິກາທັງຫຼາຍ ໄດ້ຊັກຊວນກັນບໍຣິຈາກວັດຖຸປັດຈັຍ ເພື່ອຊື້ຜ້າອາບ ນໍ້າຝົນ ນໍາມາຖວາຍແກ່ພຣະພິກຂຸສົງ ເພື່ອບໍ່ໃຫ້ມີຄວາມລໍາບາກ ໃນການສະແຫວງຫາ ຂອງພຣະພິກຂຸສົງທັງຫຼາຍ ທ່ານສາທຸຊົນມີໃຈໃສສັດທາຢ່າງແຮງກ້າ ສະຫລະຄວາມ 4 ທີ່ມີຢູ່ໃນປັດຈຸບັນນີ້ ບໍ່ຢ້ານກົວຕໍ່ຄວາມທຸກຍາກລໍາບາກມາຜະຈົນ ຫວັງວິບາກບຸນ

ກຸສົນຜົນທານ ທີ່ໄດ້ກະທໍາລົງໄປເຊັ່ນນີ້ ຄົງອານວຍປະໂຫຍດຜົນ ໃຫ້ປາກົດໃນປັດຈຸບັນ ພົບນີ້ ຂໍທ່ານທາຍົກທາຍິກາຜູ້ມີສັດທາ ມາຖວາຍຜ້າອາບນ້ໍາຝົນ ຈົ່ງຕັ້ງມະໂນທວານ ຂອງຕົນ ຟັງຍັງທັມມະເທສະນາ ອັນມີມາໃນຈີວະຣະຂັນທະກະ ໃນມະຫາວັກ ແຫ່ງພຣະ ວິນັຍປີດົກວ່າ ຕັຕະຣະ ສຸທັງ ພະຄະວາ ສາວັຕຖິຍັງ ວິຫະຣະຕິ ດັ່ງນີ້ເປັນເຄົ້າ ກໍຣະ ດັ່ງໄດ້ຟັງມາວ່າ ໃນສະໄຫມຫນຶ່ງ ພຣະສັມມາສັມພຸທທະເຈົ້າ ຊົງປະທັບຢູ່ໃນພຣະເຊຕະວັນ ມະຫາວິຫານ ໃນພຣະນະຄອນສາວັດຖີ ອະຖະ ໂຂ ໃນກາລະຄັ້ງນັ້ນແລ ຍັງມີນາງວິສາ ຂາມະຫາອຸປາສິກາ ອັນເປັນບຸດສາວຂອງທະນັນໄຊມະຫາເສດຖີ ວັນນັ້ນເປັນວັນ ໘ ຄ່ໍາ ປາຍລະດູຮ້ອນ ນາງວິສາຂາມະຫາອຸປາສິກາ ກໍປະດັບປະດາເຄື່ອງສັກກາຣະບູຊາ ມີ ປະທູບປະທີບ ດອກໄມ້ ຄັນທະຣົດສະຂອງຫອມ ແລ້ວກໍເອົາບໍຣິວານ ແຫ່ງຕົນເຂົ້າໄປ ສູ່ວັດພຣະເຊຕະວັນມະຫາວິຫານ ຖວາຍບູຊາພຣະຣັຕຕະນະໄຕຣ ໃນຂະນະນັ້ນແລ ບັງ ເກີດຝົນຕົກລົງມາ ພຣະພິກຂຸທັງຫຼາຍ ພາກັນເປື່ອຍກາຍອາບນ້ໍາຝົນເປັນອັນມາກ ຢູ່ໃນ ລານວັດພຣະເຊຕະວັນມະຫາວິຫານ ຝ່າຍນາງວິສາຂາມະຫາອຸປາສິກາ ຄັນວ່າເຫັນເຈົ້າ ພິກຂຸທັງຫຼາຍ ເປື່ອຍກາຍອາບນໍ້າຝົນແລ້ວ ກໍບັງເກີດການຂົນຂວາຍ ດ້ວຍສັດທາປະສັນ ນະການເຫຼື້ອມໃສ ຄິດຈັກສ້າງຜ້າອາບນໍ້າຝົນຖວາຍໃຫ້ເປັນທານ ແລ້ວກໍກັບເຂົ້າສູ່ພຣະ ນະຄອນສາວັດຖີ ຮັບໂພຊະນະອາຫານສໍາເລັດແລ້ວ ກໍຈັດແຈງແຕ່ງເຄື່ອງໄທຍະທານ ທັງມວນມີຜ້າແພຂາວ ຫນຶ່ງພັນຫ້າຮ້ອຍຜືນ ພ້ອມທັງເຄື່ອງບໍຣິຂານທັງຫຼາຍສໍາເລັດແລ້ວ ນາງວິສາຂາມະຫາອຸປາສິກາ ກໍເອົາຫມູ່ນາງນາດນາຣີຜູ້ເປັນບໍຣິວານທັງປວງ ສາຍັນຫະ ສະມະເຍ ຄັນເວລາສາຍັນຕາເວັນເຢັນ ນາງວິສາຂາ ມະຫາອຸປາສິກາ ກໍຍົກເອົາວັດຖຸ ໄທຍະທານ ແລ້ວກໍແວດລ້ອມໄປດ້ວຍເຫຼົ້ານາຣີກຸມານທັງຫຼາຍ ເຂົ້າໄປສູ່ວັດພຣະເຊຕະ ສັມພຸທທະເຈົ້າ ກັບທັງຊາວເຈົ້າພຣະພິກຂຸທັງຫຼາຍ ສໍາເລັດແລ້ວ ກໍຈິ່ງຂາບທູນໄຫວ ວັນມະຫາວິຫານ ແລ້ວກໍພ້ອມກັນຖວາຍຜ້າອາບນ້ໍາຝົນ ໃຫ້ເປັນທານ ແດ່ອົງພຣະສັມມາ ຖານພຣະພຸທທະເຈົ້າວ່າ ພັນເຕ ພະຄະວາ ຂ້າແຕ່ພຣະພຸທທະເຈົ້າ ຜູ້ເປັນຈອມແຫ່ງຫມູ່ ເທວະດາ ແລະມະນຸດທັງຫຼາຍ ເຍ ຊະນາ ອັນວ່ານໍຣະຍິງຊາຍທັງຫຼາຍຝູງໃດ ທີ່ມີໃຈໃສ ກໍຂ້າຈາ ຂໍພຣະອົງຈົ່ງໄດ້ປະທານບອກຍັງອານິສົງນັ້ນດ້ວຍ. ສັດທາ ໄດ້ມາຖວາຍຍັງຜ້າອາບນ້ໍາຝົນໃຫ້ເປັນທານ ກໍຈັກມີຜະລະອານິສົງ ດັ່ງລືນັ້ນ ກໍຂ້າຈາ ຂໍພຣະອົງຈົງໄດ້ປະທານບອກຍັງອານິສົງນັ້ນດ້ວຍ.

    ອະຖະ ໃນກາລະຍາມນັ້ນ ອົງສົມເດັດພຣະສັນມາສັມພຸທທະເຈົ້າ ຈິ່ງດັດພຣະສັດທັນ ແກ່ນາງວິສາຂາມະຫາອຸປາສິກາວ່າ ນໍຣະຍິງຊາຍທັງຫຼາຍ ທີ່ມີໃຈໃສສັດ

ທາ ໄດ້ມາຖວາຍຜ້າອາບນ້ໍາຝົນໃຫ້ເປັນທານ ກໍຈັກມີຜະລະອານິສົງສະເປັນອັນມາກແລ

ພຣະອົງຈິ່ງໄດ້ນຳມາ ຍັງອະດີດນິທານ ມາເທສະນາຕໍ່ໄປວ່າ ໃນເມື່ອຄັ້ງພຣະສາສະນາ ຂອງພຣະກັສສະສັມມາສັມພຸທທະເຈົ້າ ອະເມຍຍະທາສີ ນາມັງ ຍັງມີຍິງເຂັນໃຈຜູ້ ໜຶ່ງມີນາມມະກອນຊື່ວ່າ ນາງອະໄມທາສີ ເພາະໄດ້ເປັນທາສີເຂົາ ຢູ່ມາໃນກາລະວັນຫນຶ່ງ ນາງອະໂມທາສີນັ້ນ ໄດ້ທັດສະນາການຫຼິງເຫັນຍັງຫມູ່ມະນຸດທັງຫຼາຍ ເຊິ່ງນໍາເອົາຍັງຜ້າ ກາສາວະພັດ ເຂົ້າໄປສູ່ສໍານັກຂອງຫມູ່ເຈົ້າພຣະພິກຂຸສົງ ປາຣົບເຖິງການໃຫ້ຜ້າເປັນທານ ເພື່ອກະທໍາໃຫ້ເປັນຜ້າອາບນໍ້າຝົນ ນາງອະໄມທາສີ ໄດ້ເຫັນຢ່າງນັ້ນແລ້ ກໍມີຈິດສັດທາ ຢາກຈະທໍາບຸນກັບເຂົາ ນາງກໍມາຕິຄະນິງໃນໃຈວ່າ ຈັກກະທໍາແນວໃດຫນໍ ຈິ່ງຈະໄດ້ທໍາ ບຸນໃນຄາວນີ້ ຄັນພິຈາຣະນາຫາຜ້າຈະມາໃຫ້ທານກໍບໍ່ມີ ຈິ່ງຮີບເຂົ້າໄປຫາມານດາຂອງ ຕົນ ບອກຄວາມສໍານົງໃຫ້ແກ່ມານດາຊາບ ອັນວ່າມານດາຂອງນາງກໍຕອບວ່າ ເຮົາຈັກ ເອົາຜ້າມາແຕ່ໃສ ຕົວເຈົ້າກັບມານດານີ້ ເປັນທາດກັມມະກອນຂອງເຂົາຢູ່ ເມື່ອນາງໄດ້ ຮັບຄໍາຕອບຂອງມານດາດັ່ງນັ້ນ ກໍມາຕໍ່ານ້ອຍຄ້ອຍໃຈ ໃນຄວາມລໍາບາກແຫ່ງຊີວິດຕົນ ອັດຊຸຊົນນ້ໍາຕາກໍໄຫລລິນລົງອາບຫນ້າ ມານດາຂອງນາງມີຄວາມເມດຕາສົງສານ ຈິ່ງ ແນະນໍາໃຫ້ໄປຂຶ້ນເງິນຄ່າຕົວກັບເຈົ້ານາຍ ນາງມີຄວາມຍິນດີຍິ່ງຫນັກຫນາ ນຶກຄາດຄະເນ ວ່າ ຄາວນີ້ຄົງຈະໄດ້ສໍາເລັດໃນການບຸນ ເປັນແນ່ແທ້ ຮີບກະທໍາຕາມຄໍາຂອງສານດາ ແລ້ວເຂົ້າໄປຫາເຈົ້າເງິນ ຂໍຂື້ນເງິນຄ່າຕົວສາກ ຝ່າຍວ່ານາຍຜູ້ເປັນເຈົ້າເງິນ ເຂົາກໍ ຍິ່ງມີຄວາມທຸກແລະຕໍ່ານ້ອຍຄ້ອຍໃຈ ນາງຄະນິງວ່າ ຄວາມທຸກຍາກນີ້ ເນື່ອງມາຈາກ ປະຕິເສດບໍ່ໄດ້ ຕອບວ່າຄ່າຕົວຂອງເຈົ້ານີ້ ກໍບໍ່ມີຫຍັງຫຼາຍ ຄັນນາງໄດ້ຟັງດັ່ງນັ້ນແລ້ວ ກໍ ບໍ່ໄດ້ທໍາບຸນກຸສົນທານໄວ້ ໃນປາງກ່ອນນັ້ນເອງ ມາຄາວນີ້ຈັກເປັນຕາຍຮ້າຍດີຢ່າງໃດ ກໍຈະຕ້ອງທໍາທານໃຫ້ຈົນໄດ້ ດ້ວຍເຈຕະນາສັດທາອັນແຮງກ້າ ນາງຍອມທົນຄວາມອັບ ອາຍຂາຍຫນ້າ ໄດ້ສະຫລະຜ້າຫົ່ມເປື້ອງອອກ ແລ້ວນໍາໄປຊັກຟອກໃຫ້ຫມົດມົນທິນດີແລ້ວ ຈັດຫາດອກໄມ້ທູບທຽນຂອງຫອມ ນາໄປພ້ອມດ້ວຍກັບຜ້າ ມາສູ່ຍັງໂຮງທັມມະສະພາ ສາລາ ຖວາຍຜ້າອາບນໍ້າຝົນໃນວັນແຮມ ໘ ຄ່ໍາ ເດືອນ ໗ ກ່ອນເຂົ້າພັນສາ ພ້ອມດ້ວຍ

ຫມູ່ມະຫາຊົນເປັນອັນມາກ ແລ້ວຈິ່ງຕັ້ງຄວາມປາຖະນາວ່າ ຍັຕຖະ ຍັຕຖະ ພະວາມີທັງ ດ້ວຍຜະລະອານິສົງສະບຸນກຸສົນ ທີ່ຂ້າພະເຈົ້າໄດ້ກະທໍາໃນຄາວນີ້ ຂຶ້ນຊື່ວ່າຄວາມທຸກ ຍາກເຂັນໃຈ ໄຮ້ຊັບອັບປັນຍາ ເຫມືອນດັ່ງໃນຊາດນີ້ ຢ່າໄດ້ມີແກ່ຂ້າໃນຊາດຫນ້າຕໍ່ ໂປ ຈົນຕາບເທົ້າໃຫ້ເຖິງພຣະນິບພານ ຂໍໃຫ້ໄດ້ພົບພຣະສາສະນາ ຂອງພຣະພຸທທະເຈົ້າພຣະ ອົງໃດພຣະອົງຫນຶ່ງ ມີພຣະສີອະຣິຍະເມຕໄຕຍ ເປັນຕົ້ນ ຂໍໃຫ້ຈິດເປັນສັມມາທິດຖິ ໃຫ້ມີ ສັດທາແກ່ກ້າ ໃຫ້ໄດ້ຟັງທັມ ໄດ້ເຫັນທັມສະເພາະພຣະພັກ ຂອງພຣະພຸທທະເຈົ້າ ພຣະອົງ ນັ້ນ ແລະຂໍໃຫ້ຜະລະອານິສົງສະ ຖວາຍຜ້າອາບນໍ້າຝົນຂອງຂ້າພະເຈົ້ານີ້ ຈົ່ງເປັນປະ ໂຫຍດແກ່ປານະສັດທັງຫຼາຍ ເບື້ອງລຸ່ມແຕ່ອະເວຈີເປັນທີ່ສຸດ ເບື້ອງເທິງມີພະວັຄຄະພົມ ເປັນປະຣິໂຍສານ ເຊີນທ່ານທັງຫຼາຍ ຈົ່ງມາຮັບສ່ວນບຸນຂອງຂ້າພະເຈົ້ານີ້ດ້ວຍເທີ້ນ.

ພໍສຸດສຽງແຜ່ກຸສົນຂອງນາງເທົ່ານັ້ນ ສຽງຊອງສາທຸການຂອງມະນຸດ ແລະເທວະ ດາ ກໍດັງສະຫນັ່ນຫວັ່ນໄຫວ ອະນຸໂມທະນາຜະລະອານິສົງ ຂອງນາງອະໂມທາສີ ອັນໄດ້ ກະທໍາທານໃນຄັ້ງນັ້ນ ຢູ່ຕໍ່ມາເຖິງ ໗ ວັນ ພຣະເຈົ້າພັນທຸມະຫາຣາດ ສະເດັດໄປພົບນາງ ກໍາລັງຫາບຟືນມາໃນລະຫວ່າງທາງ ເກີດມີຄວາມປະຕິບັດ ໃຈຮັກຍັງນາງຍິ່ງຫນັກຫນາ ຈິ່ງຕັດປາໃສໄຕ່ຖານ ຊາບເນື້ອຄວາມຕະຫຼອດແລ້ວ ຮັບເອົານາງຂື້ນຣາຊະຣົດ ນໍາເຂົ້າ ໄປສູ່ພຣະນະຄອນ ອະພິເສກໄວ້ໃນຕໍາແຫນ່ງອັກຄະມະເຫສີ ຄັນທໍາລາຍຂັນແລ້ວ ກໍໄດ້ ໄປອຸບັດໃນສະຫວັນ ເປັນບໍຣິວານຂອງພຣະສີອະຣິຍະເມຕໄຕຍເທພະບຸດ ບໍຣົມໂພທິສັດ ມີຜາສາດຄໍາສູງໄດ້ ໑໕ ໂຍດ ມີນາງຟ້າ ໒ ພັນເປັນບໍຣິວານ ໃນອາວະສານແຫ່ງຊາດ ຈະໄດ້ຟັງພຣະສັດທັມມະເທສະນາ ສະເພາະພຣະທັກຂອງພຣະສີອະຣິຍະເມຕໄຕຍ ຈະໄດ້ ບັນລຸທັມມາພິສະໄຫມໃນທີ່ນັ້ນແລ ເມື່ອຈົບພຣະສັດທັມມະເທສະນາລົງ ປານະສັດທັງ ຫຼາຍ ໄດ້ດວງຕາເຫັນທັນເປັນອັນມາກແລ ສາທຸຊົນສັບປຸຣິສະເຈົ້າທັງຫຼາຍ ເມື່ອມີເຈດ ນາງອະໄມທາສີ ທີ່ໄດ້ຖວາຍຜ້າອາບນ້ໍາຝົນໃຫ້ເປັນທານໃນຄັ້ງນັ້ນ ນິຕຖິຕາ ກໍສໍາເຣັດ ນາບໍຣິສຸດ ຢຶດຫມັ້ນຢູ່ໃນກອງການກຸສົນ ຍ່ອມໄດ້ຮັບຜົນເປັນທິດຖະທັມທັນຕາເຫັນ ດັ່ງ ນາງອະໄມທາສີ ທີ່ໄດ້ຖາຍຜ້າອາບນ້ຳຝົນໃຫ້ເປັນທານໃນຄັ້ງນັ້ນ ນິຕຖິຕາ ກໍສຳເລັດ ບໍຣະບວນພຽງເທົ່ານີ້ແລ.


Post a Comment

0Comments

Post a Comment (0)

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top