ສະຫລອງ ການສ້າງ ວິດ-ຖານ

 

ສະຫລອງ ການສ້າງ ວິດ-ຖານ

  ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ)
ພັນເຕ ອິມິນາ ວັດຈະກຸຕິງ ທາເນນະ ອະນາຄະເຕ ພຸດໂທ ພາວະມິຫັນຕິ ອິທັງ ສັດຖາ ເຊຕະວະເນ ວິຫະຣັນໂຕ ອັດຕະໂນ ປຸບພະຈະຣິຍັງ ອາຣັບພະ ກະເຖສິຕິ.

  ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງແຫ່ງ ການສ້າງເວດຈະກຸດິງ (ຖານ) ພໍເປັນເຄື່ອງເພີ່ມພູນ ບຸນກຸສົນຣາສີ ທີ່ທ່ານພຸດທະບໍລິສັດ ທັງຫຼາຍ ໄດ້ສະລະຊັບສິ່ງຂອງ ອອກມາກະທຳສ້າງຖານ ໃນຄາວນີ້ ເພື່ອຍົກຍໍຜົນປະໂຫຍດ ທີ່ຈະເພິ່ງໄດ້ ຈາກການກະທຳນີ້ ໃຫ້ແຈ້ງຊັດຂື້ນ ຈົ່ງບຳລຸງເຈດຕະນາ 3 ໃຫ້ເຕັມປ່ຽມຢູ່ທຸກເວລາ ເມື່ອນຶກຂື້ນມາເວລາໃດ ກໍ່ມີຄວາມປິຕິຍິນດີ ຊົມຊື່ນຢູ່ສະເໝີ ຊື່ງຮຽກວ່າ ທານະໄມ ບຸນສຳເລັດດ້ວຍການໃຫ້ທານ ດຳເນີນຄວາມຕາມ ພຣະຄາຖາທີ່ຍົກໄວ້ ໃນເບື້ອງຕົ້ນນັ້ນວ່າ.

  “ສັດຖາ ເຊຕະວະເນ” ບາງເມື່ອ ພຣະພຸດທະເຈົ້າ ສະເດັດປະທັບຢູ່ໃນ ປ່າເຊຕະວັນມະຫາວິຫານ ກຸງສາວັດຖີ ມີມານົບຜູ້ໜຶ່ງເປັນຊ່າງ ທຳການນຄ້າ ຂາຍທອງຄຳ ຮູບປະພັນ ຢູ່ໃນກຸງສາວັດຖີ ຈົນມັ່ງມີສີສຸກ ດ້ວຍໂພຄະຊັບ ຢູ່ມາວັນໜຶ່ງ ມານົບນັ້ນ ລະນຶກເຖິງການຄ້າຂາຍ ກໍ່ໄດ້ກຳໄລ ກ້າວຂື້ນສູ່ຄວາມຈະເລີນ ເປັນລຳດັບ ຫວນກັບມາຄຳນຶກເຖິງຊັບ ທີ່ຫາມາໄດ້ໂດຍຍາກ ບໍ່ຢາກໃຫ້ເສື່ອມສູນໄປ ໂດຍໄວ ຕິຕອງຫາວິທີ ທີ່ຈະເກັບຊັບຢູ່ ເປັນເວລານານ ກໍບໍ່ພົບວິທີໃດ ທີ່ຈະປ້ອງກັນໄພຄື ຄວາມເສື່ອມເສຍຂອງຊັບໄດ້ ເພາະວ່າຊັບເປັນຂອງກາງ ເປັນເຄື່ອງອາໃສຂອງທຸກໆຄົນ.

  ສຸດແລ້ວແຕ່ ບຸກຄົນໃດຂະຫຍັນ ກໍ່ທຳໄດ້ຫຼາຍ ເຖິງແມ່ນວ່າຈະຫາໄດ້ຫຼາຍກໍ່ດີ ຖ້າຂາດປັນຍາ ເປັນເຄື່ອງຮັກສາໄວ້ແລ້ວ ຊັບນັ້ນກໍ່ບໍ່ຄົງທົນຢູ່ໄດ້ ແມ່ນຈະຢູ່ໄດ້ນານຕະຫຼອດໄປ ຕົນເອງກໍ່ບໍ່ມີຊີວິດຍືນຍາວ ຢູ່ບໍລິໂພກຕໍ່ໄປໄດ້ ເພາະຄວາມຕາຍ ຍ່ອມມາພາກຕົນ ໃຫ້ໜີເສຍຈາກຊັບ ເມື່ອສິ້ນຊີບແລ້ວ ຊັບເຫຼົ່ານັ້ນ ກໍ່ບໍ່ຕິດຕາມຕົນໄປ ຄົງໄປປ່ອຍໄວ້ໃຫ້ຜູ້ອື່ນ ເຂົາໃຊ້ຢ່າງສະບາຍ ເຫັນມີຢູ່ແຕ່ສິ່ງດຽວເທົ່ານັ້ນ ຊັບສົມບັດຈິ່ງຈະຕິດຕາມຕົນໄປ ເມື່ອຄິດດັ່ງນີ້ແລ້ວ ໃຄ່ຄວນເບິ່ງວ່າ ຈະເຮັດຢ່່າງໃດດີ ສິ່ງອື່ນໆກໍ່ມີຜູ້ກະທຳໄວ້ໝົດແລ້ວ ເບິ່ງເຫັນແຕ່ເວດຈະກຸຕິ (ຖານ) ເປັນທີ່ຖ່າຍອາຈົມ ຂອງພິກຂຸສາມະເນນ ເທົ່ານັ້ນ ທີ່ຍັງບໍ່ມີຜູ້ສ້າງໄວ້ໃນອາຣາມ.

  ຈິ່ງໄດ້ຈັດສ້າງຂື້ນ ເມື່ອສຳເລັດແລ້ວ ຍັງໄດ້ໂຮງໄຟ ແລະ ຫ້ອງສຳລັບອາບນ້ຳອີກດ້ວຍ ແລ້ວທຳມະຫາກຳ ສະຫຼອງຢ່າງມ່ວນຊື່ນ ມະໂຫລານ ແລ້ວມອບຖວາຍແກ່ ພຣະພິກຂຸສົງສາມະເນນ ມີພຣະສາລິບຸດ ແລະ ພຣະໂມກຄັນລານະ ເປັນປະທານ ຕັ້ງປະນິທານ ຄວາມປາຖນາວ່າ ຂ້າແຕ່ທ່ານຜູ້ຈະເລີນ ເມື່ອຂ້າພະເຈົ້າ ຍັງເປັນຜູ້ທ່ອງທ່ຽວຢູ່ ໃນວັດຕະສົງສານນີ້ ຍັງບໍ່ເຖິງພຣະນິບພານຕາບໃດ ຂື້ນຊື່ວ່າ ຄວາມທຸກອັນເກີດແກ່ໂຣກຕ່າງໆ ແມ່ນແຕ່ນ້ອຍໜຶ່ງ ຢ່າໄດ້ມາແຜ້ວພານ ສະຣິຣະຂອງຂ້າພະເຈົ້າເລີຍ.

  “ອິມິນາ ທາເນນະ” ດ້ວຍອໍານາດຜົນ ອານິສົງຂອງທານນີ້ ພຣະຜູ້ເປັນເຈົ້າ ສາຣິບຸດ ອະນຸໂມທະນາວ່າ ຂໍຄວາມປາຖນາ ຂອງທ່ານຈົ່ງສຳເລັດເຖີ້ນ ດັ່ງນີ້ ມານົບນັ້ນເປັນຜູ້ ບໍ່ປະໝາດໃນກອງການກຸສົນ ໃຫ້ທານ ແລະ ສະມາ ທານເຊິ່ງສິນ ຢູ່ຕະຫຼອດຊີບ “ກາລັງ ກັດຕະວາ” ເມື່ອທໍາການກິຣິຍາຕາຍແລ້ວ ໄດ້ໄປເກີດເທິງສະຫວັນ ເທວະໂລກ ສະເຫວີຍສົມບັດ ໃນວິມານຜາສາດທອງ ມີນາງຟ້າເປັນ ຍົກສັກບໍລິວານ.

  ຢູ່ມາວັນໜຶ່ງ ພິກຂຸທັງຫຼາຍ ສັ່ງສົນທະນາເຖິງ ມານົບຜູ້ນີ້ຢູ່ ພຣະພຸດທະເຈົ້າ ສະເດັດມາເຖິງທີ່ນັ້ນ ຈິ່ງຕັດຖາມເຖິງ ເຫດທີ່ສົນທະນາກັນ ພິກຂຸທັງຫຼາຍ ກາບ ທູນໃຫ້ຊົງຊາບແລ້ວ ພຣະອົງຊົງສະແດງທຳ ແກ່ພິກຂຸເຫຼົ່ານັ້ນວ່າ ດູກ່ອນພິກຂຸທັງຫຼາຍ ນໍຣະຊົນທັງຫຼາຍເຫຼົ່າໃດ ເກີດມາປະສົບຂະນະທີ່ ພຣະພຸດທະເຈົ້າ ອຸ ບັດເກີດຂື້ນໃນໂລກກໍ່ດີ ໃນຂະນະທີ່ ສາສນາຂອງພຣະອົງ ຍັງປະດິດສະຖານ ຢູ່ກໍ່ດີ ນໍຣະຊົນເຫຼົ່ານັ້ນ “ນະໂສ ຈັນຕິ” ຍ່ອມບໍ່ເສົ້າໂສກ ໃນອະບາຍຍະພູມ ເປັນຈຳນວນມາກ ມານົບ ທີ່ເປັນຊ່າງທອງ ເກີດປະສົບທັງສອງນັ້ນແລ້ວ ແລະບໍ່ປະໝາດ.

  ຍັງຂະນະເຫຼົ່ານັ້ນ ໃຫ້ເຕັມບໍລິບູນ ຄື ເມື່ອພົບ ພຣະພຸດທະເຈົ້າ ໄດ້ສ້າງເວດຈະກຸດີຖວາຍ ບູຊາພຣະຣັດຕະນະໄຕ ດ້ວຍຄວາມເຫຼື້ອມໃສ ສັດທາ ຊື່ວ່າ ຍັງຂະນະປະສົບໄດ້ໂດຍຍາກ ບໍ່ໃຫ້ຂ້າມພົ້ນຕົນໄປເລີຍ “ສຸຂັງ ເສຕິ” ໄດ້ສະ ເຫວີຍສຸກ ໃນສຸກຄະຕິ ໂລກສະຫວັນ ແລະ ທັງເປັນປັດໃຈ ໃຫ້ເຖິງພຣະນິບພານ ຢ່າງແນ່ນອນ ແມ່ນໃນສາສນາ ຂອງພຣະພຸດທະເຈົ້າ ຊົງພຣະນາມວ່າ ຕັນທັງກາໂຣ ເຮົາຕະຖາຄົດ ກໍ່ເຄີຍສ້າງເວດຈະກຸດີ (ຖານ) ແລະ ຫ້ອງອາບ ນ້ຳໃຫ້ເປັນທານ ໃຫ້ສັດຈະອິທິຖານວ່າ “ພັນເຕ ອິມິນາ ວັດຈະກຸຕິງ ທາເນນະ ອະນາຄະເຕ ພຸດໂທ ພະວາມິຫັງ” ດັ່ງນີ້ເປັນເຄົ້າ ແປຄວາມວ່າ ຂ້າແຕ່ພຣະອົງຜູ້ຈະເລີນ ຂໍໃຫ້ຂ້າພະອົງ ໄດ້ຕັດເປັນ ພຣະພຸດທະເຈົ້າ ພຣະອົງໜຶ່ງໃນອະນາຄົດຕະການພຸ້ນເທີີ້ນ “ອິມິນາ ທາເນນະ” ດ້ວຍຜົນອານິສົງ ທີ່ຂ້າພຣະອົງ ໄດ້ຖວາຍເວດຈະກຸດີ (ຖານ) ໃຫ້ເປັນທານ.

  ຕະຖາຄົດ ຄັນທຳລາຍຈາກຊາດ ນັ້ນແລ້ວ ກໍ່ໄປສະເຫວີຍ ສົມບັດທິບ ຢູ່ບົນຊັ້ນຕຸສິຕາ ຄັນຈຸຕິຈາກຊາດ ນັ້ນມາແລ້ວ “ສັງສະຣັນໂຕ” ທ່ອງທ່ຽວຢູ່ໃນ ວັດຕະສົງສານ ຈົນປາຣະມີແກ່ກ້າ ເຕັມປ່ຽມດີແລ້ວ ຈິ່ງໄດ້ມາຕັດເປັນ ພຣະພຸດທະເຈົ້າ ດັ່ງຄຳປາຖນາ ໃນຄາວການຄັ້ງນັ້ນ ເມື່ອຈົບພຣະສັດທຳມະເທສນາລົງ ນໍຣະຊົນທັງຫຼາຍ ໄດ້ດວງຕາເຫັນທຳ ເປັນອັນມາກ ຕ່າງກໍ່ສາທຸການ ໃນເວດຈະກຸດີ (ຖານ) ຖວາຍທານລື່ນເລີງ ໃນພຣະພຸດທະຄາຖາ ຍິ່ງໜັກ ທ່ານພຸດທະບໍລິສັດທັງຫຼາຍ ເພິ່ງຊາບຜົນອານິສົງ ຂອງການສ້າງຖານ ຖວາຍທານຄັ້ງນີ້ ນິດຖິຕາ ກໍ່ຈົບລົງ ພຽງເທົ່ານີ້ແລ.

Post a Comment

0Comments

Post a Comment (0)

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top