ສະຫລອງ ເຂົ້າຈີີ່

 

ສະຫລອງ ເຂົ້າຈີີ່

  ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ)
ທາເນນະ ສຸຄະຕິງ ຍັນຕິ ອິມັງ ທຳມະເທສະນັງ ສັດຖາ ເຊຕະວັນເນ ວິ ຫະຣັນໂຕ ຣາຊະຄະຫະເສດຖິໂນ ເຄເຫ ປຸນນະທາສິ ອາຣັບພະ ກະເຖສິຕິ.

  ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ບາງເມື່ອພຣະພຸດທະເຈົ້າ ຍັງມີພຣະຊົນຢູ່. ໃນສະໄໝຄັ້ງນັ້ນ ພຣະອົງສະເດັດປະທັບ ສຳລານ ພຣະອະຣິຍະບົດ ຢູ່ໃນພຣະເຊຕະວັັນ ມະຫາວິຫານ ວັນໜຶ່ງ ພຣະອົງຊົງ ພຣະຜາຣົບນາງປຸນນະທາສີີ ໃຫ້ເປັນອຸປັດຕິຜົນ ແລ້ວຕັດ ພຣະສັດທຳມະເທສນາ ດ້ວຍບາດຄາຖາວ່າ “ທາເນນະ ສຸຄະຕິງ ຍັນຕຕິ”
ດັ່ງນີ້ເປັນເຄົ້າ ໃນບາດພຣະຄາຖາ ນີ້ວ່າ ໃນເວລາໃກ້ຮຸ່ງແຫ່ງຣາຕີ ພຣະຜູ້ມີພຣະພາກເຈົ້າ ສະເດັດອອກທີ່ໃສ່ບາດແລ້ວ ຊົງສະນານສະສົງ ເຊິ່ງພຣະສາຣິຣະ ສຳເລັດແລ້ວ ສະເດັດປະທັບບົນບັນລັງ ອັນປະເສີດແລ້ວ ຫຼິງແລຕະ ລວດດູເບິ່ງ ໝູ່ສັດໃນໝື່ນໂລກຈັກກະວານ ຈິ່ງເຫັນນາງປຸນນະທາສີ ປາກົດໃນຂ່າຍ ຄືພຣະຍານຂອງພຣະອົງ ເມື່ອຫຼິງແລໄປຊາບແຈ້ງຊັດວ່າ ນາງປຸນນະທາສີ ຈັກຈຸຕິຕາຍໄປໃນວັນນີ້ ຢ່າງແນ່ນອນ ຖ້າພຣະອົງບໍ່ຊົງ ອະນຸເຄາະ ກໍຈະໄປສູ່່ສຸຄະຕິທ່ຽງແທ້ ທຳມະດາ ພຣະພຸດທະເຈົ້າທັງຫຼາຍ ເປັນຜູ້ມີພຣະມະ ຫາກະຣຸນາທິຄຸນາໃຫ່ຍ.

  ເມື່ອຫຼິງເຫັນປານະສັດ ມາຂ້ອງໃນພຣະຍານແລ້ວ ແມ່ນຈະຢູ່ໃກ້ ຫຼື ຢູ່ໄກສັກປານໃດ ກໍຊົງມີພຣະເມດຕາ ສະເດັດໄປໂຜດ ໃຫ້ພົ້ນຈາກບາບອະກຸສົນ ໃຫ້ບັນລຸເຖິງຄວາມສຸຸກ ມີມັກ-ຜົນ-ນິບພານ ຕາມປາຣະມີຂອງສັດນັ້ນໆ ສັ່ງສົມໄວ້ ສ່ວນນາງປຸນນະທາສີນີ້ ກໍ່ເຊັ່ນດຽວກັນ ເມື່ອເວລາບິນທະບາດ ມາເຖິງແລ້ວ ພຣະອົງຊົງນຸ່ງຈີວອນ ສຳເລັດສາຣະພັດແລ້ວ ພຣະອານົນຖືເອົາບາດ ຕາມສະເດັດໄປສູ່ທີ່ຢູ່ ຂອງນາງປຸນນະທາສີ ສ່ວນນາງປຸນນະທາສີ ເປັນຄົນຍາກຈົນເຂັນໃຈໄຮ້ຊັບ ອາໃສຢູ່ໃນເຮືອນຂອງເສດຖີ ຊາວກຸງຣາຊະຄຶ ລ້ຽງຊີວິດເປັນຢູ່ ໃນເວລາວັນນັ້ນ ທ່ານເສດຖີ ໃຫ້ຕຳເຂົ້າກາງວັນຍັງຄ່ຳ ກໍ່ບໍ່ແລ້ວ ຄັນຮູ່ງເຊົ້າຂື້ນມາ ຈິ່ງລຸກຂື້ນແຕ່ເຊົ້າມືດ ໄຕ້ໄຟຊ້ອມຕຳຕໍ່ໄປ ພໍສະຫວ່າງກໍ່ແລ້ວພໍດີ.

  ນາງຈິ່ງເອົາຮຳອ່ອນ ປະສົມກັນກັບເຂົ້າໃຫ້ໜຽວ ປັ້ນຈີ່ໄຟສຸກດີແລ້ວ ກໍ່ໃສ່ພົກຍົກເອົາຄຸຂື້ນເທິງບ່າ ເດີນໄປຕັກນ້ຳ ປາຖນາຈະນຳໄປບໍຣິໂພກ ດ້ວຍຕົນເອງ ຄັນໄປເຖິງກາງທາງ ໄດ້ທັດສະນາການ ເຫັນພຣະບໍຣົມສາສດາ ມີພຣະອານົນເປັນປັດສາສະມະນະ ເກີດສັດທາເຫຼື້ອມໃສ ຄຳນຶງໃນໃຈຂອງຕົນວ່າ ເຮົາທຸກຍາກ ລຳບາກກາຍໃຈ ຕ້ອງເປັນທາສີ ອາໃສທ່ານເສດຖີ ລ້ຽງຊີວິດຢູ່ປານນີ້ ກໍເພາະບໍ່ໄດ້ໃຫ້ທານ-ຮັກສາສິນ ທຳບຸນໄວ້ໃນຊາດປາງກ່ອນ ຈິ່ງໃຫ້ເດືອດຮ້ອນໃນຊາດນີ້ ມາກໜັກໜາ ເມື່ອສັດທາເຈຕະນາ ອັນນ້ອມໄປໃນທາງບຸນກຸສົນ ເກີດຂື້ນແກ່ນາງເຊັ່ນນີ້ ນາງຈິງເດີນເຂົ້າໄປຫາ ພຣະບໍຣົມສາສດາແລ້ວ ອາຣາດທະນາວ່າ “ພັນເຕ ພະຄະວາ” ຂ້າແຕ່ພຣະອົງຜູ້ຈະເລີນ ຂໍພຣະອົງຈົ່ງຮັບເຂົ້າຈີ່ ປັ້ນນີ້ຂອງຂ້ານ້ອຍດ້ວຍເຖີ້ນ ເພື່ອອະນຸເຄາະຂ້ານ້ອຍ ຜູ້ຍາກ ຈົນເຂັນໃຈດ້ວຍເຖີດ ໂດຍຂ້ານ້ອຍ.

  “ສັດຖາ” ອັນວ່າ ອົງສົມເດັດພຣະບໍຣົມຄູ ຈິ່ງເປີດບາດນ້ອມເຂົ້າໄປຮັບ ເຂົ້າຈີ່ຂອງນາງປຸນນະທາສີ ແລ້ວກໍ່ສະເດັດໄປ ທາງບ້ານເສດຖີ ນາງປຸນນະທາ ສີ ຄັນໃສ່ບາດແລ້ວ ກໍ່ຍັງຢືນຢູ່ທີ່ນັ້ນ ຫຼຽວເບິ່ງພຣະມູນີ ທີ່ກຳລັງສະເດັດເຂົ້າໄປສູ່ ບ້ານຂອງເສດຖີ ດ້ວຍຄວາມຣຳເພິງວ່າ ເມື່ອພຣະພຸດທະເຈົ້າ ສະເດັດ ເຂົ້າໄປສັນເຂົ້າ ໃນບ້ານເສດຖີ ພັດຕາຫານໃນເຮືອນ ຂອງເສດຖີລ້ວນແຕ່ຂອງດີໆ ມີກິ່ນ ແລະ ຣົດອັນແຊບນົວດີ ທັງເປັນຂອງທີ່ປານີດໜ້າຂົບສັນ.

  ສ່ວນເຂົ້າ ຈີ່ຂອງເຮົາເປັນຂອງເລວຊາມ ພຣະອົງຄົງບໍ່ສັນແນ່ນອນ ຈະເອົາໂຍນຖິ້ມໃຫ້ແຮ້ງກາ ແລະ ສຸນັກເສຍ ນາງຮຳເພິງຢູ່ໃນໃຈ ດັ່ງນັ້ນ ສົມເດັດພະຄະວັນຕະບໍພິດ ຊົງຊາບວ່າ ຣະນໍ້າຈິດຂອງນາງ ຈິິ່ງຫັນກັບຮັບສັ່ງໃຫ້ ພຣະອານົນປູຣາດ ອາສນະຖວາຍ ທີ່ພາຍໃຕ້ຮົ່ມໄມ້ ຮີມທາງສຳເລັດແລ້ວ ປະທັບນັ່ງສັນເຂົ້າຈີ່ນັ້ນ ໃຫ້ນາງປຸນນະທາສີເຫັນ ຄັນກະທຳພັດທະກິດແລ້ວ ຕັດ ພຣະສັດທຳມະເທສນາ ອະນຸໂມທະນາທານ ຂອງນາງປຸນນະທາສີ ດັ່ງບາດ ພຣະຄາຖາ ທີ່ຍົກໄວ້ໃນເບື້ອງຕົ້ນນັ້ນ ມີໃຈຄວາມວ່າ ຂື້ນຊື່ວ່າ ໂພຄະຊັບສົມ ບັດຂອງບຸກຄົນ ຜູ້ຕະໜີ່ອັນມີຢູ່ໃນມະນຸດໂລກນີ້ ຈະມາກສັກໝື່ນແສນ ຫຼື ມາກ ກວ່ານັ້ນກໍ່ຕາມ ບໍ່ປະເສີດທໍ່ເຂົ້າປັັ້ນໜຶ່ງ ອັນບຸກຄົນໃຫ້ທານແລ້ວນັ້ນ ເພາະວ່າໂພຄະຊັບທັງຫຼາຍ ທີ່ມີຢູ່ກັບບຸກຄົນຜູ້ຕະໜີ່ ໜຽວແໜ້ນບໍ່ເປັນປະໂຫຍດອັນໃດເລີຍ.

  ແຕ່ຕົນເອງຈະກິນ ກໍທັງຍາກ ກົວແຕ່ຈະໝົດເປືອງໄປ ຄັນຜູ້ທີ່ຕະໜີ່ນັ້ນ ຕາຍຕົງໄປ ສົມບັດເຫຼົ່ານັ້ນ ກໍ່ເປັນຂອງຄົນອື່ນໄປ ບໍ່ໄດ້ຕິດຕາມຕົນໄປ ສູ່ປະຣະພົບເບື້ອງໜ້າ ຊັບສົມບັດເຫຼົ່ານັ້ນ ແມ່ນຕົນມີຊີວິດຢູ່ ກໍບໍ່ທຳຄຸນປະ ໂຫຍດໃຫ້ ຄັນຕາຍໄປແລ້ວ ກໍເອົາຕິດຕາມໄປບໍ່ໄດ້ ສູ້ແຕ່ທ່ານອັນມີປະມານນ້ອຍ ທີ່ບຸກຄົນໄດ້ຖວາຍແລ້ວ ໃນພຣະອະຣິຍະເຈົ້າ ເພາະທານນັ້ນຈະເປັນ ຂັ້ນໃດໄປສູ່ ສຸຄະຕິໂລກສະຫວັນ ແລະ ເປັນສະບຽງລ້ຽງຕົນ ໄປໃນຫົນທາງທຸ ຣະກັນດານ ໃນຄາວທີ່ທຳລາຍຂັນໄປ.

  ເມື່ອ ຈົບພຣະສັດທຳມະເທສນາລົງ ນາງປຸນນະທາສີ ໄດ້ຊ້ອງສາທຸການບັນເທີງ ໃນທານສົມບັດທີ່ຕົນໄດ້ໃຫ້ແລ້ວ ຖວາຍອະພິວາດກາບໄຫ້ວ ພຣະສາສດາແລ້ວຫຼີກໄປ ໃນຂະນະທີ່ນາງ ເດີນໄປຕາມທາງນັ້ນ ດ້ວຍຄວາມເອີບອີ່ມ ຍິນດີບໍ່ທັນພິຈາລະນາ ເບິ່ງທາງ ເດີນທາງໄປຢຽບງູເຫົ່າ ໃນລະຫວ່າງທາງ ງູເຫົ່າເລີຍຂົບກັດເທົ້າຂອງນາງເຂົ້າ ພິດອັນຮ້າຍແຮງ ແລ່ນເຂົ້າສູ່ຫົວໃຈ “ກາລັງ ກັດຕະວາ” ນາງປຸນນະທາສີ ກໍ່ເຖີງແກ່ຄວາມຕາຍໃນທີ່ນັ້ນ ແລ້ວນໍາເອົາຕົນ ໄປອຸບັດເກີດຂື້ນບົນສະຫວັນ ສະເຫວີຍສົມບັດໃນທິບ ວິມານຜາສາດ ມີນາງຟ້າແວດລ້ອມເປັນຍົດສັກ ບໍລິວານ.

  “ຕັດສະມາ ສາທະໂວ” ເພາະເຫດ ດັ່ງນັ້ນ ທ່ານຍົກທາຍິກາ ທັງຫຼາຍທີ່ມີຈິດສັດທາ ໄດ້ນ້ອມນຳມາ ເຊິ່ງເຂົ້າຈີ່ມີລົດອັນແຊບດີ ຖວາຍໃຫ້ເປັນທານ ກັບພິກຂຸ ສາມະເນນ ໃນເວລານີ້ ຈົ່ງລື່ນເລີງບັນເທິງອາດ ທານໃນບຸນກຸສົນ ທີ່ຕົນໄດ້ກະທຳແລ້ວນີ້ ຄົງຈະໄດ້ປະສົບ ສົມບັດອັນຍວດຍິ່ງ ໃນສຸຄະຕິໂລກສະຫວັນ ດັ່ງຕົວຢ່າງ ນາງປຸນນະທາສີ ທີ່ໄດ້ຖວາຍທານມາແລ້ວ ໃນຄັ້ງພຸດທະການ ພຸ້ນເທີ້ນ ນິດຖິຕາ ກໍ່ຈົບລົງ ພຽງເທົ່ານີ້ແລ.

Post a Comment

0Comments

Post a Comment (0)

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top