ສະຫຼອງ ປູກຕົ້ນໂພສີ

 


ສະຫຼອງ ປູກຕົ້ນໂພສີ



ນະໂມ 3 ຈົບ

  ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)
ວິປັດສິດສະ ພະຄະວະໂຕ ກະຕະຍາທິກາໂຣ ອາຍັດສະມະໂຕ ປຸຖິຍະທາຍະກະເຖໂຣ.

       ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ແຫ່ງການຊຳລະປັດກວາດ ທຳຄວາມສະອາດ ໃນໃຕ້ຮົ່ມໄມ້ສີມະຫາໂພດ ແລ້ວນຳເອົາຊາຍໄປໂຮຍລົງ ກະທຳໃຫ້ເປັນພຣະແທ່ນ ທີ່ປະທັບບູຊາແກ່ ພຣະພຸດທະເຈົ້າ ຍ່ອມເປັນສິຣິມຸງຄຸນຄື ມິ່ງຂວັນເປັນທີ່ນຳມາແຫ່ງ ໂພຄະຊັບທັງຫຼາຍທີ່ເປັນໂລກິຍະ ແລະ ໂລກຸດຕະລະຄື ມະນຸດສົມ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ອັນເປັນຍອດແຫ່ງ ຄວາມປາຖນາຂອງ ສາທຸຊົນພຸດທະບໍລິສັດທັງຫຼາຍ ນໍຣະຍິງຊາຍຜູ້ມຸ້ງຫວັງ ໃນສົມບັດທັງ 3 ປະການນີ້.

  ຈົ່ງຈົດຈຳນຳໄປປະພຶດ ປະຕິບັດຕາມ ຄຳສັ່ງສອນຂອງ ພຣະພຸດທະໂອ ວາດ ທີ່ໄດ້ຕັດເທສນາ ຍົກຍ້ອງຜາລະອານິສົງສາຜົນ ປະກາດໃຫ້ປາກົດ ແກ່ນໍຣະຍິງຊາຍທັງຫຼາຍວ່າ “ໂຍປຸກຄະໂລ” ອັນວ່າບຸກຄະລະຜູ້ໃດ ມີຈິດໃຈໃສສັດທາ ມາປູກຕົ້ນສີມະຫາໂພດກໍ່ດີ ໄດ້ເອົາຊາຍມາໂຮຍລົງ ກະທຳໃຫ້ຮາບ ພຽງກໍ່ດີ ແລະ ໄດ້ປັດກວາດ ໄດ້ຖາກຖາງຫຍ້າເຄືອ ເຖົາວັນອອກຈາກ ຄ່ວງພຣະສີມະຫາໂພດກໍ່ດີ “ໂສ ປຸກຄະໂລ” ອັນວ່າບຸກຄະລະ ຜູ້ນັ້ນຍ່ອມ ໄດ້ສະເຫວີຍ ຜາລະອານິສົງມາກໜັກ ເມື່ອຍັງທ່ອງທ່ຽວຢູ່ໃນ ວັດຕະສົງສານ ຍ່ອມຖືເອົາກຳເນີດ ທີ່ດີໃນສຸຄະຕິພົບ ເພາະອານິສົງແຫ່ງ ການປະຕິບັດ ຕົ້ນສີມະຫາໂພ ອັນເປັນປູຊະນິຍະສະຖານ ຄອບງຳເສຍ ເຊິ່ງອະບາຍພູມທັງ 4 ຄື: ນາຣົກ-ເຜດ-ອະສຸລະກາຍ ແລະ ສັດເດຍລະສານ.

  ມີເລື້ອງແຫ່ງບຸບພະກຳ ຂອງພຣະຜູ້ເປັນເຈົ້າ ປຸຕະຖິນະທາຍະກັດເຖຣະ ທີ່ຍົກໄວ້ເປັນຫົວບົດເທສນາ ໃນເບື້ອງຕົ້ນນັ້ນວ່າ ພຣະປຸຕະຖິນະທາຍະກັດ ເຖຣະນີ້ ບວດໃນສາສນາຂອງ ພຣະໂຄດົມບໍຣົມສາສດາຂອງເຮົາ ໄດ້ບຳເພັນ ພຽນວິປັດສະນາ ຈົນສຳເລັດ ເປັນພຣະອາຣະຫັນ ປະກອບໄປດ້ວຍອະພິນຍາ 6 ຊ່ຽວຊານມາກ ເມື່ອພຣະຜູ້ເປັນເຈົ້າໄດ້ ບັນລຸພຣະອະຣະຫັນ ສໍາເລັດແລ້ວ ວັນໜຶ່ງນັ່ງໃນທີ່ສະຫງັດງຽບ “ອັດຕະໂນ ປຸບພະກຳມັງ ອະນຸດສະຣິດຕະວາ” ພຣະຜູ້ເປັນເຈົ້າ ກໍລະນຶກເຖິງບຸບພະກຳ ເຫດທີ່ໃຫ້ບັນລຸເຖິງ ພຣະອະຣະຫັນ ຕະຜົນ ເພາະກຸສົນຜົນກຳ ອັນໃດທີ່ຕົນໄດ້ກະທຳ ໄວ້ແລ້ວໃນປາງກ່ອນ ຈິ່ງໄດ້ສະເຫວີຍວິມຸດຕິສຸກ ເຖິງພຽງນີ້.

  ພຣະຜູ້ເປັນເຈົ້າ ກໍ່ຊາບຊັດເຊິ່ງບຸບພະກຳ ເຫຼົ່ານັ້ນໂດຍແຈ່ມແຈ້ງ ດ້ວຍທິບພະຈັກຂຸຍານ ຄັນຊາບແລ້ວ ກໍ່ມີໃຈປະສົງ ເພື່ອຈະສະແດງ ເຊິ່ງບຸບພະ ກຳຂອງຕົນ ເພື່ອຈະໃຫ້ເປັນປະໂຫຍດ ແກ່ພຸດທະບໍລິສັດທັງຫຼາຍ ຕໍ່ໄປພາຍພາກຂ້າງໜ້າ ຈິ່ງລຸກຈາກອາສະນາ ແລ້ວເຂົ້າໄປສູ່ສຳນັກ ບໍລິສັດທັງ 4 ເພື່ອຈະສະແດງ ເຊິ່ງບຸບພະກຳຂອງຕົນ ກ່າວເຖິງພຣະຄາຖາວ່າ “ວິປັດສິດສະ ພະຄະວະໂຕ” ດັ່ງນີ້ເປັນເຄົ້າ ແປຄວາມວ່າ ດູກ່ອນພຸດທະບໍລິສັດທັງຫຼາຍ ເມື່ອສາສນາຂອງ ພຣະສຳມາສຳພຸດທະເຈົ້າ ພຣະນາມວ່າວິປັດສິ ອາຕະມາໄດ້ຖືເອົາກຳເນີດ ແຫ່ງບູຣຸດຜູ້ໜຶ່ງ ມີຈິດເຫຼື້ອມໃສໃນ ພຣະສາສນາ ໃນວັນໜຶ່ງ ອອກຈາກບ້ານໄປສູ່ອາຣາມ ໄດ້ທັດສະນະເຫັນ ຄ່ວງພຣະສີມະຫາໂພເສົ້າ ໝອງດ້ວຍຫຍ້າ ແລະ ໃບໄມ້ ໄດ້ຊຳລະສະສາງ ເຊິ່ງຫຍ້າ ແລະ ໃບໄມ້ ແລະ ຂົນຊາຍເກົ່າອອກເສຍ “ໂອກິຣິດຕະວາ” ຈິ່ງນຳຊາຍໃໝ່ມາໂຮຍລົງ ກະທຳ ໃຫ້ເປັນແທ່ນ ໃຕ້ໄມ້ພຣະສີມະຫາໂພ ເປັນປະຣິມົນທົນ ກ້ຽງຮາບພຽງ ດູຮຸ່ງ ເຮືອງງາມສະອາດ ແລ້ວປະດັບຕົກແຕ່ງດ້ວຍ ດອກໄມ້ຂອງຫອມ ມີວັນນະຕ່າງໆ ກະທຳແລ້ວດ້ວຍ ຄວາມປິຕິຍິນດີ ລື່ນເລີງບັນເທິງໃຈ ຄັນເຖິງມະຣະນະສະໄໝ ໃກ້ຈະກະທຳກາລະກິຣິຍາຕາຍ.

  “ອະນຸດສະຣິດຕະວາ” ກໍ່ຣະນຶກເຖິງກຸສົນ ຜົນບຸນທີ່ຕົນໄດ້ກໍ່ສ້າງ ແທ່ນ ພຣະສີມະຫາໂພນັ້ນໄດ້ ຄັນຈຸຕິຕາຍຈາກ ອັດຕະພາບນັ້ນແລ້ວ ກໍ່ໄດ້ໄປອຸບັດເກີດໃນຊັ້ນຕຸສິດ ສະເຫວີຍທິບພະວິມານ ຜາສາດທອງສູງເຖິງຮ້ອຍໂຍດ ມີໝູ່ນາງອັບປະສອນ ແວດລ້ອມເປັນຍົດບໍລິວານ ຮຸ່ງເຮືອງງາມດວ້ຍ ທິບພະຣັດຕະນະ ປຽບປານດັ່ງວິມານຜາສາດ ຂອງທ້າວສັກກະເທວະຣາດ ເທບພະບຸດອົງນັ້ນ ຄັນເຄື່ອນຈາກເທວະໂລກແລ້ວ ມາບັງເກີດໃນມະນຸດສະໂລກ ໄດ້ເປັນພຣະເຈົ້າຈັກກະພັດຕິຣາດ ເປັນໃຫ່ຍໃນທະວີບທັງ 4 ປະກອບໄປດ້ວຍ ຣັດຕະນະທັງ 7 ປະການ.

  ພຣະເຈົ້າຈັກກະພັດຕິຣາດອົງນີ້ ທ່ອງທ່ຽວຢູ່ໃນ ວັດຕະສົງສານໄປໆມາໆ ຄັນຈຸຕິຈາກ ມະນຸດສະໂລກແລ້ວ ກໍ່ໄດ້ນຳຕົນໄປບັງເກີດ ໃນເທວະໂລກສະ ຫວັນ ໄດ້ເປັນໃຫ່ຍກວ່າເທວະດາທັງຫຼາຍ ຄັນທຳລາຍຂັນແລ້ວ ກໍ່ໄດ້ເກີດເປັນພຣະເຈົ້າ ຈັກກະພັດຕິຣາດອີກ ແລະ ບາງຄາວກໍ່ໄດ້ເປັນ ພຣະຍາປະເທດສະຣາດ ມີອານາເຂດອັນ ກວ້າງຂວາງຍິ່ງໜັກ ມີຄວາມເປັນຢູ່ ໂດຍນິຍົມດັ່ງນີ້ ນັບຕັ້ງແຕ່ສາສນາຂອງ ພຣະວິປັດສິບໍຣົມມະຄູ ເປັນລຳດັບມາ ຈົນເຖິງສາສນາແຫ່ງ ພຣະສະມະນະໂຄດົມ ອາຕະມາຈິ່ງມາອຸບັດເກີດຂື້ນ ໃນຕະກູນອັນມັ່ງຄັ້ງ ດ້ວຍຍົດສັກສົມບັດບໍລິວານ ຄັນຈະເລີນໄວຂື້ນມາ ໄດ້ອອກບວດ ຈະເຣີນວິປັດສະນາ ບໍ່ຊ້ານານ ກໍ່ໄດ້ບັນລຸພຣະອະຣະຫັນ ເພາະບຸນກຸສົນ ທີ່ໄດ້ປູກຕົ້ນໂພສີ ກໍ່ພຣະແທ່ນສີມະຫາໂພນັ້ນ.

  ເປັນປະຖົມເທດເບື້ອງຕົ້ນ ເມື່ອຈົບພຣະສັດທຳມະເທສນາລົງ ພວກພຸດທະບໍຣິສັດທັງຫຼາຍ ຍິນດີໃນທຳມະຄາຖາ ພາສິດເປັນອັນມາກ ທ່ານສາທຸຊົນ ພຸດທະບໍລິສັດທັງຫຼາຍ ຈົ່ງພິຈາລະນາ ເບິ່ງແບບຢ່າງຂອງ ພຣະປຸຕະຖິນະທາຍະກັດເຖຣະເຈົ້າ ແລ້ວຈົ່ງເປັນຜູ້ບໍ່ປະໝາດ ໃນກອງການກຸສົນ ທີ່ຕົນໄດ້ກະທຳໄວ້ ກໍຄົງຈະປະສົບວິບາກຜົນ ທີ່ທ່ານປະພຶດດີແລ້ວນັ້ນ ຢ່າງແນ່ນອນບໍ່ຕ້ອງສົງໃສ ນິດຖິຕາ ກໍໍ່ຈົບລົງພຽງເທົ່ານີ້ແລ.

Post a Comment

0Comments

Post a Comment (0)

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top