ສະຫຼອງ ຫໍທຳມາດ

 

ສະຫຼອງ ຫໍທຳມາດ

  ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)
ເອກັດສະມິງ ກິຣະ ສະມະເຍ ສັດຖາ ເຊຕະວະເນ ວິຫະຣັນໂຕ ສຸທະສັງ ວັດຊະມັນເຍສັງ ອັດຕະໂນ ອຸປະນິດສາຍະ ເມນດະກະ ເສດຖິຕິ.

  ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ໃນເລື້ອງການກໍ່ສ້າງ ຫໍທຳມາດ ໃຫ້ແກ່ທ່ານທາຍົກ ທາຍິກາ ຜູ້ມີເຈດຕະນາ ສັດທາພ້ອມພຽງກັນ ສ້າງໃຫ້ເປັນທີ່ນັ່ງ ເທສນາຂອງພຣະພິກຂຸ ສາມະເນນນັ້ນ ກໍນັບວ່າເປັນຍອດ ຜະລະອານິສົງ ຢ່າງລົ້ນພົ້ນປະມານ ທ່ານທັງຫຼາຍຈະໄດ້ຜົນ ທັງໃນພົບນີ້ ແລະ ພົບໜ້າ ຜົນທີ່ຈະໄດ້ໃນພົບນີ້ຄື ມີຜູ້ນັບໜ້າຖືຕາ ກ່າວຍົກຍ້ອງສັນລະເສີນ ບໍ່ເປັນທີ່ລັງກຽດຂອງບຸກຄົນໃດໆ ເປັນຜູ້ມມີມິດສະຫາຍມາກ ກິດຕິສັບ ຄວາມສັນລະເສີນ ລືກະສ່ອນໄປທົ່ວ ທິສານຸທິດ ເປັນຜູ້ບໍ່ເກງກົວ ຕໍ່ອຳນາດຜູ້ໃດ ຜົນທີ່ຈະໄດ້ໃນພົບໜ້າ ຄັນສິ້ນຊີບໄປແລ້ວ ກໍຈະໄດ້ອຸບັດຂຶ້ນບົນສະຫວັນ.

  ດັ່ງພຸດທະພົດຄາຖາ ທີ່ຍົກໄວ້ໃນເບື້ອງຕົ້ນນັ້ນວ່າ “ເອກັດສະມິງ ກິຣະ ສະມະເຍ ສັດຖາ ເຊຕະວະເນ” ດັ່ງນີ້ເປັນເຄົ້າ ໃນສະໄໝໜຶ່ງ ອົງສົມເດັດ ພຣະສາດສະດາຂອງເຮົາ ສະເດັດປະທັບຢູ່ໃນ ພຣະເຊຕະວັນມະຫາວິຫານ ຟັງພ້ອມໄປດ້ວຍ ພຣະສາວົກທັງຫຼາຍ ໃນກາລະຄັ້ງນັ້ນ ຍັງມີເມນດະກະເສດ ຖີ ໃຫ້ເປັນອຸບັດເຫດ ເພາະເສດຖີນັ້ນ ມີຮູບແພະທອງຄຳ ອັນມີຣິດທານຸພາບມາກ ພຣະພິກຂຸສົງ ຈິ່ງໄດ້ໂຈດທະນາຖາມກັນ ຢູ່ໃນຄັນທະກຸດີ.

  ໃນກາລະຄັັ້ງນັ້ນ ອົງສົມເດັດ ພຣະບໍຣົມສາສດາຈານ ຈິ່ງຕັດ ພຣະທຳ ມະເທສນາ ຍົກເປັນ ພຸດທະວະຈະນະຄາຖາວ່າ “ສຸທະສັງ ວັດຊະມັນເຍສັງ ອັດຕະໂນ ປະນັນຕິ ປັນຈະ ຄັນທະລັງ ອະນຸມານັງ ອະມາສິ” ດັ່ງນີ້ເປັນເຄົ້າ “ພິກຈະເວ” ດູກ່ອນພິກຂຸທັງຫຼາຍ ໃນກາລະຄັ້ງໜຶ່ງ ມີເມນດະກະເສດຖີ ແຕ່ໃນກາລະຄັ້ງກ່ອນນັ້ນ ທ່ານໄດ້ເກີດມາໃນ ສາສນາຂອງ ພຣະພຸດທະເຈົ້າ ຊົງ ພຣະນາມວ່າ ວິປັດສິ ມີນາມວ່າ ອິນທະເສດຖີ ທ່ານກໍມີຈິດສັດທາ ເຫຼື້ອມໃສໃນ ພຣະບໍວອນພຸດທະສາສນາ ໄດສະລະທຶນຊັບ ແລະ ນ້ຳພັກ ນ້ຳແຮງ ອອກກໍ່ສ້າງ ຫໍທຳມາດ ຖວາຍເປັນທານໃຫ້ແກ່ ພຣະພຸດທະເຈົ້າ ວິປັດສິ ເພື່ອນັ່ງສະແດງ ພຣະສັດທຳມະເທສນາ ແລະ ໄດ້ສ້າງຮູບແພະທອງຄຳອີກ 5 ຕົວຮອງເປັນຂັ້ນໃດ ເພື່ອສະເດັດຂຶ້ນເທສນາ ໄດ້ໂດຍສະດວກ ເມື່ອສຳເລັດ ແລ້ວ ທ່ານກໍ່ໄດ້ຖວາຍ ໃຫ້ແກ່ພຣະພຸດທະເຈົ້າ ວິປັດສິ ແລ້ວທ່ານກໍ່ມີ ຄວາມປິຕິຍິນດີ ເອີບອີ່ມໄປດ້ວຍສັດທາ ແລະ ຄວາມເຫຼື້ອໃສ ຈິ່ງໄດ້ໝັ່ນໃຈລົງ ຕັ້ງປະນິທານ ຄວາມປາຖນາວ່າ ຂໍໃຫ້ຂ້າພະເຈົ້າໄດ້ ສຳເລັດດ້ວຍຣິດ ແພະທອງ ຄຳ ນີ້ເຖີ້ນ.

  ພໍສຳເລັດແລ້ວ ກໍ່ສະເຫວີຍ ອາຍຸຕາມກຳລັງຂອງຕົນ ຄັນໝົດເຂດອາຍຸ ຈາກມະນຸດໂລກນີ້ແລ້ວ ກໍ່ໄດ້ໄປບັງເກີດ ອຸບັດຂື້ນບົນສະຫວັນ ມີວິມານຜາ ສາດທອງ ສູງໄດ້ 10 ໂຍດ ມີນາງຟ້າ ເທບພະອັບປະສອນ ພັນໜຶ່ງເປັນນບໍຣິວານ ມີວິມານຜາສາດນັ້ນ ປະກອບໄປດ້ວຍແກ້ວ 7 ປະການ ອັນຮຸ່ງ ເຮືອງລືຊາ ປາກົດໃນເທວະໂລກນັ້ນ ຊື່ວ່າອິນທະກະເທວະບຸດ ຄັນຈຸດຕິຈາກ ຊັ້ນຕາວະຕິງສາທີ່ນັ້ນ ກໍ່ໄດ້ມາບັງເກີດໃນເມືອງ ພາຣານະສີນະຄອນ ໄດ້ເປັນມະຫາເສດຖີ ມີເຂົ້າຂອງເງິນທອງ ເປັນອັນມາກ ຫາທີ່ຈະນັບຈະປະມານບໍ່ໄດ້.

  ຄັນໝົດເຂດອາຍຸຈາກ ຕຳແໜ່ງເປັນເສດຖີນັ້ນແລ້ວ ກໍ່ໄດ້ນຳຕົນມາອຸບັດ ໃນເທວະໂລກ ອັນເປັນເທວະສະຖານ ອັນອຸດົມໄພສານ ຂອງພວກເທພະນິ ກອນທັງຫຼາຍ ເມື່ອໝົດອາໄຂ ໃນເທວະໂລກນັ້ນແລ້ວ ກໍ່ໄດ້ມາອຸບັດເກີດເປັນ ເມນດະກະເສດຖີ ໃນສາສນາ ພຣະພຸດທະເຈົ້າ ຂອງເຮົາຢູ່ດວຽວນີ້ ແລ້ວກໍ່ໄດ້ສະເຫວີຍ ເຊິ່ງໂພຄະຊັບສົມບັດ ມາກມາຍກ່າຍກອງ ຕະຫຼອດທັງຮູບແພະທອງຄຳ ເກີດພ້ອມປະມານທໍ່ຊ້າງ 5 ສອກ ຄັນເມນດະກະກຸມມານ ຈະເລີນໄວຂື້ນໄດ້ອາຍຸ 16 ປີນັ້ນ ແພະທອງຄຳ ກໍ່ຈຶ່ງທຳຣິດເດດ ໃຫ້ເງິນທອງເຂົ້າ ຂອງ ໃນຫ້ອງແພະນັ້ນ ໄຫຼອອກມາເປັນອັນມາກ ເມນດະກະກຸມມານ ກໍ່ໄດ້ສະເຫວີຍ ເຊິ່ງສົມບັດເຂົ້າຂອງເຫຼົ່ານັ້ນ ຈິ່ງມີນາມວ່າ ເມນດະກະເສດຖີນີ້ແລ.

  ກໍ່ດ້ວຍຜົນທີ່ທ່ານ ມີເຈດຕະນາດີ ຫຼື ຫວັງດີຕໍ່ເພື່ອນ ຢາກໃຫ້ສາສນາ ຈະ ເລີນຮຸ່ງເຮືອງ ສືບຕໍ່ໄປ ແລະ ຫວັງໃຫ້ເປັນປະໂຫຍດ ແກ່ສາທາຣະນະຊົນ ເອົາເປັນຢ້ຽງຢ່າງ ຈົນຕະຫຼອດມາເຖິງທຸກວັນນີ້ ກໍ່ໄດ້ຮັບຜົນ ອານິສົງຕາມ ຄວາມປາຖນາ ຂອງທ່ານ ດັ່ງພຸດທະບໍຣິສັດທັງຫຼາຍ ໄດ້ສະດັບຮັບຟັງ ມາແລ້ວນັ້ນ ນີ້ແລ ຂໍພວກທ່ານສາທຸຊົນທັງຫຼາຍ ຈົ່ງນຳໄປປະພຶດປະຕິບັດ ເພື່ອເປັນບັນທັດດັດນິໃສຂອງຕົນ ໃຫ້ຕັ້ງຢູ່ໃນຄຸນຂອງ ພຣະຣັດຕະນະໄຕຄື ພຣະພຸດ ພຣະທຳ ແລະ ພຣະສັງຄະເຈົ້າ ເຊື່ອດ້ວຍຄວາມ ເອີບອີ່ມຈິງໆ ຈິ່ງຈະເປັນປະໂຫຍດ ຕະຫຼອດພົບນີ້ ແລະ ພົບໜ້າດັ່ງນີ້.

  “ເທສນາ ປະຣິໂຍສະເນ” ໃນເມື່ອແລ້ວ ຣົດສະທຳມະເທສນານີ້ ອາຕະມາພາບຂໍອວຍພອນ ໃຫ້ແກ່ພຸດທະບໍຣິສັດທັງຫຼາຍ ທີ່ໄດ້ມາສາໂມສອນນິບາດຢູ່ທີ່ນີ້ ກວ່າຄືພຣະພຸດ ພຣະທັມ ພຣະສົງ ຈົ່ງມາປະຕິຮັກສາປົກປ້ອງກໍາບັງພວກທ່ານທັງຫຼາຍ ໃຫ້ປະສົບແຕ່ຄວາມສຸກ ຄວາມຈະເລີນ ແລະ ໄດ້ສຳເລັດຄວາມປາຖນາຂອງຕົນ ຕະຫຼອດເຖີງພົບນີ້ ແລະ ພົບໜ້າ.

  ເມື່ອຈຸຕິຈາກໂລກນີ້ ຖ້າບໍ່ໄດ້ເກີດຂື້ນໃນຊາດໃດໆ ຂໍໃຫ້ສະເຫວີຍ ຊື່ງໂລກມະນຸດສົມບັດ ສະຫວັນສົມບັດ ນິບພານສົມບັດ ແລະ ໂພຄະຊະສົມບັດ ທຸກປະການ ແລະ ໃຫ້ມີກໍາລັງສັດທາ ແກ່ກ້າໄດ້ຄໍ້າຈູນ ພຣະພຸດທະສາສນາ ໃຫ້ຖາວອນສືບຕໍ່ໄປ ຈົນຕະຫຼອດອາຍຸໄຂຂອງຕົນ ແລະ ໃຫ້ພວກທ່ານປາສະ ຈາກ ໂຣກໄພໄຂ້ເຈັບຕ່າງໆ ແລະ ໝູ່ໂຈນມານ ພານກ້າມາຣາວີ ໃຫ້ໄດ້ຜາບແພ້ຂ້າເສີກ ສັດຕູໃນພົບນັ້ນ ໃຫ້ໄດ້ເປັນຜູ້ມີອໍານາດ ເໜືອກວ່າຄົນທັງຫຼາຍ “ແລະໃຫ້ມີກໍາລັງແຂງຂົ່ມ ເຊີ່ງມານຢ່າມາຜານໄດ້ໝົດທຸກຊັ້ນ ແລະ ບຸນກຸສົນອັນນີ້ຈົ່ງນໍາໄປປະຕິບັດ ໄວ້ໃຫ້ດີ ຢ່າໃຫ້ເສື່ອມ ໃຫ້ຣື່ນເຣີງບັນເທີງຢູ່ສະເໝີໆ ຜົນທີ່ສຸດກໍຄືໃຫ້ໄດ້ຮັບແຕ່ ອາຍຸ ວັນນະ ສຸຂະ ພະລະ ທຸກທິພາຣາຕິການ ດັ່ງໄດ້ເທສນາມາ ນິດຖິຕາ ກໍຈົບລົງພຽງເທົ່ານີ້ແລ.

Post a Comment

0Comments

Post a Comment (0)

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top