ສະຫຼອງ ຜ້າປູໂຮງອຸໂປສົດ ສະຫຼອງ ຜ້າປູໂຮງອຸໂປສົດ ນະໂມ ຕັດສະ ພະຄະວະໂຕ ອາຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)ເອກັດສະມິງ ກິຣະ ສະມະເຍ ສັດຖາ ສະວັດຖິຍັງ ອຸປະນິດສາຍະ ເຊຕະວະເນ ວິຫະຣັນໂຕ ອະຖະໂຂ ປັດເສນະທິໂກສະໂລ ຣາຊາຣັດຊັງ ກາເຣສິຕິ. ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງແຫ່ງ ການຖວາຍ ຜ້າປູໂຮງອຸໂປສົດ ໃຫ້ເປັນທານ ທ່ານສາທຸ ຊົນທັງຫຼາຍ ບັນດາຜູ້ທີ່ມີສັດທາ ໄດ້ສະລະຊັບສົມບັດ ຂອງຕົນອອກ ກໍ່ສ້າງຜ້າປູໂຮງອຸໂປສົດ ດັ່ງທີ່ທ່ານທັງຫຼາຍ ກະທຳກັນຢູ່ໃນດຽວນີ້ ພຣະພຸດທະເຈົ້າ ກໍ່ໄດ້ຕັດເທສະນາໄວ້ວ່າ ມີຜົນອານິສົງເຫຼືອທີ່ ຈະປະມານບໍ່ໄດ້ ຍ່ອມອຳນວຍ ວິບາກຜົນ ໃຫ້ຜູ້ກະທຳ ບຳເພັນບຸນເຊັ່ນນີ້ ໄດ້ປະສົບຜົນໃນສຸຄະຕິ ໂລກສະ ຫວັນ ເລື່ອງນີ້ມີປາກົດເປັນ ພະຍານຫຼັກຖານແລ້ວ ໃນຄັ້ງພຸດທະການພຸ້ນ ດັ່ງຈະນຳມາ ເທສນາຕໍ່ໄປນີ້. ເອກັດສະມິງ ກິຣະ ດັ່ງໄດ້ຍິນມາວ່າ ໃນສະໄໝໜຶ່ງ ພຣະພຸດທະເຈົ້າ ຂອງເຮົາທັງຫຼາຍ ໄດ້ສະເດັດປະທັບຢູ່ໃນ ເຊຕະວັນມະຫາວິຫານ ອາໃສພຣະນະຄອນສາວັດຖີ ເປັນທີ່ໂຄຈອນບິນທະບາດ ໃນກາລະຄັ້ງນັ້ນ ພຣະເຈົ້າປັດເສນະທິໂກສົນ ໄດ້ສະເຫວີຍຣາຊະສົມບັດ ໃນພຣະນະຄອນສາວັດຖີ ເປັນມະຫາຣາຊາ ຄອບຄອງໃນເມືອງນັ້ນ ໃນວັນໜຶ່ງ ພຣະເຈົ້າປະເສນະທິໂກສົນ ກໍ່ໄດ້ນຳເອົາເຄື່ອງ ສັກກາລະບູຊາ ມີປທະທູບ ປະທີບ ດອກໄມ້ ຄັນທະຣົດສະຂອງຫອມ ພ້ອມດ້ວຍໝູ່ ບໍລິວານຂອງຕົນ “ປະວິສິຕະວາ” ກໍ່ເຂົ້າໄປສູ່ປ່າ ເຊຕະວັນ ບູຊາເຊິ່ງ ພຣະພຸດທະເຈົ້າ “ນິສິທິ” ກໍ່ນັ່ງຢູ່ທີ່ຄວນ ສ່ວນຂ້າງໜຶ່ງ ກັບດ້ວຍ ໝູ່ບໍລິວານຂອງຕົນ ແລ້ວກໍ່ໄຫ້ວຖາມທູນ ພຣະພຸດທະເຈົ້າວ່າ ນໍຣະຍິງຊາຍ ມີຈິດໃຈເຫຼື້ອມໃສ ໃນສາສນາ ມາສ້າງແປງ ຜ້າປູໂຮງອຸໂປສົດ “ເຄ ຫະປັນຍະຖາວັດຖີ” ຄືວ່າສ້າງປູລາດ ໄວ້ໃນໂຮງອຸໂປສົດຄັ້ງນີ້ ຈະມີຜະລະອານິສົງສະ ມາກນ້ອຍເທົ່າໃດກໍ່ຂ້າຈາ? ໃນກາລະຄັ້ງນັ້ນ “ສັດຖາ” ອັນວ່າ ສັບພັນຍູເຈົ້າ ຜູ້ເປັນຄູຂອງຄົນ ແລະ ເທວະດາທັງຫຼາຍ “ເທເສຕິ” ກໍ່ຕັດ ພຣະສັດທຳມະເທສນາວ່າ ນໍຣະຍິງຊາຍທັງຫຼາຍ ມີໃຈເຫຼື້ອມໃສສັດທາ ໄດ້ສ້າງຜ້າປູລາດ ໂຮງອຸໂປສົດ ກໍ່ຈັກມີຜະລະ ອານິສົງສະ ມາກມາຍກາຍກອງ ເຫຼືອທີ່ຈະຄະນານັບບໍ່ໄດ້ ທັງໃນພົບນີ້ ແລະ ພົບໜ້າ ຜົນທີ່ໄດ້ໃນພົບນີ້ ຄືຈະມີຜູ້ນັບໜ້າຖືຕາ ໄປມາທາງໃດ ກໍ່ມີຜູ້ຢາກໃຫ້ ຮ່ວມກິນຮ່ວມນອນ ເຖິງແມ່ນວ່າ ຈະເຂົ້າໄປສູ່ສະມາຄົມໃດໆ ກໍ່ບໍ່ສະຍົດສະຍອງພອງເກົ້າ ການທຳມາຫາ ກິນ ກໍ່ສົມຄວາມມຸ້ງມາດປາຖນາ. ເມື່ອສິ້ນຊີວິດແລ້ວ ກໍ່ຈະໄດ້ໄປອຸບັດເກີດຂຶ້ນ ໃນສຸຄະຕິໂລກ ສະຫວັນຊັ້ນຟ້າຕະວາຕິງສາ ມີວິມານຜາສາດສູງໄດ້ 12 ໂຍດ ແລ້ວໄປດ້ວຍແກ້ວ 7 ປະການ ດູຮຸ່ງເຮືອງງາມຍິ່ງກວ່າ ຜາສາດຫຼັງອື່ນ ມີນາງຟ້າເທວະດາ ອັບປະ ສອນກັນລະຍາ ແສນໜຶ່ງເປັນບໍລິວານ ເທວະບຸດຕົນນັ້ນ ມີກຳລັງບໍລິສັດທັງສີ່ ແວດລ້ອມເສບຕຸຣິຍະນົນຕີ ຢູ່ທຸກເມື່ອ ທຸກເວລາ ບໍ່ໄດ້ຂາດ. ສະນັ້ນ, ຜະລະອານິສົງສະອັນນີ້ ຍ່ອມເປັນຂັ້ນໃດນຳຂຶ້ນໄປ ສູ່ສະຫວັນນີ້ແລ ມະຫາບໍພິດ ພຣະຣາຊະສົມພານ ນໍຣະຍິງຊາຍ ຜູ້ມີມືອັນຊຸ່ມ ໄປດ້ວຍການໃຫ້ທານ ໝູ່ທວາຍເທບທັງຫຼາຍ ຍ່ອມມີຄວາມຍິນດີ ສັນຣະເສີນ ລໍຄອຍໃຫ້ທານ ນັ້ນຢູ່ສະເໝີ ເມື່ອແລ້ວ ພຣະສັດທຳມະເທສນາ ບໍຣິສັດທັງສີ່ ມີພຣະຍາປະເສນະທິໂກສົນ ເປັນປະທານ ກໍ່ມີຄວາມລື່ນເລີງ ຍິນດີໃນ ພຣະທຳມະເທສນາ ຍິ່ງໜັກ ເປັນຜູ້ຕັ້ງຢູ່ໃນກຸສົນ ສຳມາປະຕິບັດ ເປັນຈຳນວນມາກ ຄັນທຳລາຍຂັນ ລົງ ກໍ່ໄດ້ນຳເອົາຕົນ ໄປອຸບັດເກີດຂຶ້ນໃນ ສັດຕະຣັດຕະນະປາສາດ ສະເຫວີຍສົມບັດອັນເປັນທິບ ມີໝູ່ນາງເທບພະອັບປະສອນ ແວດລ້ອມເປັນຍົດບໍລິວານ ທ່ານສາທຸຊົນ ສັບປຸຣິສະເຈົ້າທັງຫຼາຍ ເມື່ອໄດ້ຊາບຜະລະ ອານິສົງສະຢ່າງແຈ່ມແຈ້ງແລ້ວ ຈົ່ງເປັນຜູ້ຕັ້ງຢູ່ໃນ ຄວາມບໍ່ປະໝາດ ຮີບກໍ່ສ້າງກອງການ ກຸ ສົນ ຄົງຈະໄດ້ປະສົບຜົນ ອັນອຸດົມ ສົມດັ່ງ ຄວາມປາຖນາ ທຸກປະການແລ.