ສະຫຼອງ ທຸງຕ່າງໆ ສະຫຼອງ ທຸງຕ່າງໆ ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສັມພຸດທັດສະ (ວ່າ 3 ເທື່ອ) ກັດສະປະ ພຸດທະສາສະເນ ພາຣານະສີນະຄະເຣ ເອໂກ ຣາຊາ ປັດຕິວາສິ ໂພສາທະໂວ ອາຣັບພະກະເຖສິຕິ. ໂພນຕາສາທະໂວ ດູຣາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖະນາ ມັກໄຄ່ຫາຄວາມສຸກ 3 ປະການຄື: ມະນຸດສົມບັດ, ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະ ເທສະນາ ຜະລະອານິສົງສະ ແຫ່ງການຖວາຍ “ທະຊະບູຊັງ” ຍັງທຸງແຜ່ນຜ້າ ແລະ ທຸງສີຕ່າງໆ ເພື່ອນຳມາສັກກະຣະບູຊາ ພຣະຣັດຕະນະໄຕແກ້ວທັງ 3 ປະການ. ນໍຣະຍິງຊາຍທັງຫຼາຍ ທີ່ປະກອບໄປດ້ວຍສັດທາ ອັນເປັນອະຣິຍະຊັບກຳກັບຢູ່ໃນໃຈ ທຸກຄົນທີ່ເກີດມາ ບົນພື້ນປະຖະພີມີແຕ່ ຕ້ອງການຄວາມສະຫງົບສຸກ ອັນເປັນຜົນເກີດມາ ແຕ່ການປະພຶດທຳ ຈິ່ງຄັດເລືອກຫາແຕ່ ກຳອັນສະອາດ ປາສະຈາກເວນໄພ ເພື່ອຈະໄດ້ປະພຶດ ແຕ່ກຳອັນດີໆຄື ຢຶດໜ່ວງເອົາສຸຈະຣິດທຳ ໄວ້ເປັນເຄື່ອງດຳເນີນ ສຳລັບເປັນມັກຄາ ຫົນທາງເດີນຂອງ ກາຍ ວາຈາ ແລະ ໃຈ ເຊິ່ງເກີດແຕ່ຄວາມຮູ້ສຶກ ພາຍໃນມີກຸສົນຄື ຄວາມສະຫຼາດເປັນມູນຮາກ ຜູ້ໃດມີຈິດໃຈ ອັນອ່ອນໂຍນໄປດ້ວຍ “ອະໂລພະ ອະໂທສະ ອະໂມຫະ” 3 ຢ່າງນີ້ ຈຶ່ງຊື່ວ່າປະພຶດທໍາອັນດີງາມ ການເຮັດການກະທຳ ທີ່ມະນຸດປະພຶດດ້ວຍ ກາຍ ວາຈາ ແລະ ໃຈ ເກີດແຕ່ ອະໂລພະ ອະໂທສະ ອະໂມຫະ 3 ຢ່າງນີ້ຊື່ວ່າ “ສຸນທະຣັງ” ກຳອັນດີງາມນີ້ ເມື່ອສາທຸຊົນ ມາສ້າງສົມຄວາມບໍ່ໂລບ ຄວາມບໍ່ໂກດ ຄວາມບໍ່ຫຼົງ ໄວ້ໃຫ້ມີໃນຕົນເປັນ ປະ ຖະມະຫົວທີແລ້ວ ຕໍ່ແຕ່ນັ້ນ ການເຄື່ອນໄຫວຂອງ ທະວານທັງ 3 ຄື ກາຍະທະວານ ວະຈີທະວານ ມະໂນທະວານ ເຊິ່ງເປັນປະຕູທາງເຂົ້າ ທາງອອກຂອງການກະທຳດີ ແລະ ການກະທຳຊົ່ວ. ຈົ່ງເປີດປະຕູຮັບເອົາແຕ່ກຳສິ່ງທີ່ດີ ປິດຮັບປະຕູເສຍ ບໍ່ໃຫ້ກຳທີ່ຊົ່ວລາ ມົກອັນເປັນອະກຸສົນ ເຂົ້າສູ່ພາຍໃນໄດ ສິ່ງໃດທີ່ກະທຳລົງໄປ ຈົນເກີດຜົນເປັນຄວາມສຸກຝ່າຍດຽວ ບໍ່ມີຄວາມເຂົ້າມາຣະຄົນ ເຈືອປົນຢູ່ດ້ວຍ ນີ້ເພາະຖານເປັນທີ່ຕັ້ງ ຫຼື ມູນຣາກຊຶ່ງເປັນຕົວ ເຫດດີ ຜົນຈຶ່ງດີຕາມເຫດໄປ ດ້ວຍມະນຸດທັງຫຼາຍ ຈະໄປສູ່ສຸກຂະຕິໂລກ ສະຫວັນໄດ້ ກໍເພາະສ້າງສົມກຳທີ່ດີນີ້ ແລະ ເປັນມູນເຫດ ສົມດ້ວຍພຣະພຸດທະຄາຖາ ທີ່ພຣະພຸດທະເຈົ້າ ເທສະນາໄວ້ວ່າ “ເຕນະ ເທວາ ປັນຍາຍັນຕິ ມະນຸດສາປິ ຈະປານິໂນ” ຄວາມວ່າ ສັດຜູ້ສະເຫວີຍສຸກຄື ເທວະດາ ແລະ ມະນຸດ 2 ຄະຕິນີ້ ຍ່ອມປະກົດມີຂື້ນ ເພາະກຳອັນດີງາມ ເປັນພີ່ລ້ຽງເບິ່ງແຍງ ສັດທັງຫຼາຍຍ່ອມຖື ປະຕິສົນທິໃນເທວະໂລກ ດ້ວຍກຳອັນດີງາມ ມີອະໂລພະ ຄືຄວາມບໍ່ໂລບເປັນຕົ້ນ ດັ່ງນີ້. ເນື້ອຄວາມໃນພຸດທະຄາຖານີ້ ເປັນຊ່ອງທາງໃຫ້ເຫັນວ່າ ກຳອັນດີງາມເທົ່ານັ້ນ ແລະ ຈະນຳມວນມະນຸດ ສັດໃຫ້ໄປບັງເກີດ ໃນສຸກຂະຕິພົບ ສາທຸຊົນທັງຫຼາຍ ທີ່ໄດ້ພາກັນກະທຳການບູຊາ ພຣະຣັດຕະນະໄຕດ້ວຍທຸງນີ້ ກໍ່ໄດ້ຊື່ວ່າ ກະທຳ ກຳອັນດີງາມ ເປັນຕົວເຫດດີ ຜົນທີ່ຈະໄດ້ຮັບຊຶ່ງຮຽກວ່າ ຜະລະອານິສົງ ກໍຈະຕິດຕາມສະໜອງ ໃນທາງທີ່ດີເຊັ່ນດຽວກັນ ມີເລື່ອງປາກົດມາແລ້ວ ໃນປາງກ່ອນ ຄັ້ງສາສະນາ ພຣະພຸດທະເຈົ້າຕົນຊື່ວ່າ ກັດສະປະ ຍັງຕັ້ງຢູ່ປາງນັ້ນ. “ເອໂກ ຣາຊາພຣານະສີ ວາສີ” ຍັງມີພຣະຍາຕົນໜຶ່ງ ຢູ່ໃນເມືອງພະຣາ ນະສີນະຄອນທີ່ນັ້ນແລ ເອໂກ ທຸກຄະຕະປຸຣິໂສ ຍັງມີຊາຍທຸກໄຮ້ຂີນໃຈຜູ້ໜຶ່ງ ພ້ອມດ້ວຍພັນລະຍາ ແລະ ບຸດຂອງຕົນ ອາໄສລ້ຽງຊີວິດ ຢູ່ໃນເມືອງທີ່ນັ້ນ “ເອກະທິວະສັງ” ຢູ່ມາວັນໜຶ່ງຊາຍ ທຸກໄຮ້ຂີນໃຈຜູ້ນັ້ນ ໄດ້ອອກຈາກເຮືອນແຫ່ງຕົນໄປ ເພື່ອສະແຫວງຫາ ກິດຈະການຂອງຕົນ ຢູ່ໃນປ່າແຫ່ງໜຶ່ງ ໄດ້ທັດສະນະເຫັນ “ພຸດທະຣູປັງ” ຍັງຮູບພຣະພຸດທະເຈົ້າ ມີຄວາມປິຕິຍິນດີ ເກີດສັດທາອັນແຮງກ້າ ແລ້ວຈຶ່ງໄດ້ເກັບເອົາ ດອກຫຍ້າຄາມາບູຊາ ຮູບພຣະພຸດ ທະເຈົ້າ ແລະ ຕັດເອົາຜ້າສະໃບ ໃນຄີງຂອງຕົນ ອອກມາກະທຳໃຫ້ເປັນ “ທັດຊະບູຊັງ ຕິໂລກະຣະນີຍັງ” ຍັງທຸງ ບູຊາຮູບພຣະພຸດທະເຈົ້າ ນັບຕັ້ງແຕ່ ວັນທີ່ໄດ້ເອົາທຸງ ບູຊາເປັນຕົ້ນມາ. ກໍມີຄວາມຍິນດີ ໃນບຸນກຸສົນ ທີ່ຕົນກະທຳແລ້ວນັ້ນຢູ່ສະເໝີ ສະແຫວງ ຫາລ້ຽງຊີວິດ ຄິດຫາຊັບກໍ່ວ່ອງໄວບໍ່ຂັດສົນ ນຳຕົນໃຫ້ປະສົບ ຄວາມຮຸ່ງເຮືອງ ເປັນລຳດັບມາ ເຖິງກັບມີຊັບທຳການຄ້າ-ຂາຍໂດຍສະດວກ ຝ່າຍບຸນກຸສົນກໍທຳ ທະວີຂຶ້ນໄປເປັນລຳດັບ ມີການໃຫ້ທານ ຮັກສາສິນ ແລະ ຈະເຣີນເມດຕາ ພາວະນາ ເປັນຕົ້ນ “ກາລັງ ກັດຕະວາ” ຄັນທຳການກິຣິຍາຕາຍແລ້ວ ກໍ່ໄດ້ໄປບັງເກີດ ເປັນເທວະບຸດຄົນໜຶ່ງ ໃນຊັ້ນຟ້າຕາວະຕິງສາ ສະຫວັນເທວະໂລກ ມີວິມານຜາສາດຄຳ ລວງສູງໄດ້ 16 ໂຍດ ມີນາງຟ້າແສນໜຶ່ງ ເປັນບໍຣິວານ. ໃນການຄັ້ງນັ້ນ ມີພຣະມະຫາເຖຣະອົງໜຶ່ງ ປະກອບໄປດ້ວຍ ລິດທານຸພາບຍິ່ງໜັກ ມີນາມປາກົດວ່າ ພຣະມະຫາ ໂມກຄັນລານະເຖຣະ ພຣະຜູ້ເປັນເຈົ້າຂຶ້ນໄປສູ່ ສະຫວັນເທວະໂລກ ເພື່ອພິຈາຣະນາກວດເບິ່ງ ບຸນກຳຂອງສັດ ທັງຫຼາຍ ຄັນພຣະຜູ້ເປັນເຈົ້າ ຂຶ້ນໄປເຖິງຊັ້ນຟ້າ ຕາວະຕິງສາ ໄດ້ທັດສະນະການ ຫຼຽວເຫັນຍັງ ວິມານຜາສາດຄຳຫຼັງນັ້ນ ເປັນອັດສະຈັນຍິ່ງໜັກ ພຣະມະຫາ ໂມກຄັນລານະເຖຣະເຈົ້າ ກໍ່ໄດ້ໄຕ່ຖາມກັບ ເທວະບຸດຕົນນັ້ນ ຊາບເນື້ອຄວາມ ແຈ່ມແຈ້ງແລ້ວ ພຣະຜູ້ເປັນເຈົ້າຈິ່ງລົງຈາກ ເທວະໂລກມາສູ່ ພຣະເຊຕະວັນມະຫາວິຫານ ຄະມະນາການເຂົ້າໄປສູ່ ສຳນັກຂອງ ພຣະພຸດ ທະເຈົ້າ ຖວາຍອະພິວາດແລ້ວ ທູນຖາມຜະລະອະນິສົງສະ ທີ່ບຸກຄົນທັງຫຼາຍ ໄດ້ໃຫ້ສັບພະວັດຖຸຕ່າງໆຄື ໄດ້ເອົາທຸງບູຊາ ພຣະຣັດຕະນະໄຕແກ້ວ 3 ປະ ການ ມີພຣະພຸດທະເຈົ້າ ພຣະທຳມະເຈົ້າ ແລະ ພຣະສັງຄະເຈົ້າດັ່ງນີ້. “ກິງພະລັງ” ຍັງຈັກມີ ຜະລະອານິສົງສະ ດັ່ງລືກໍ່ຂ້າຈາ? ພະຄະວາ ອັນວ່າ ພຣະພຸດທະເຈົ້າ ເທເສນໂຕ ກໍເທສະນາແກ່ ພຣະມະຫາ ໂມກຄັນລານະເຖຣະເຈົ້າວ່າ ດູຣາມະຫາໂມກຄັນລານະ ນໍຣະຍິງຊາຍ ມີສັດທາເຫຼື້ອມໃສ ໃນຄຸນແກ້ວທັງ 3 “ເທຕິ” ແລມາໃຫ້ ທັດຊະບູຊັງ ກິໂລກະຣະນິຍັງ ຍັງທຸງ ໃຫ້ເປັນທານດັ່ງນັ້ນ ນໍຣະຍິງຊາຍທັງຫຼາຍ ຝູງນັ້ນ “ລັບພະຕິ” ກໍໄດ້ຜະລະອານິສົງ 64 ກັບ. ດູກ່ອນ ມະຫາໂມກຄັນລານະ ນໍຣະຍິງຊາຍຜູ້ໃດ ໄດ້ສ້າງແປງ ທັດຊະບູຊັງ ຍັງທຸງບູຊາ ຮູບພຣະພຸດທະເຈົ້າ ດັ່ງນັ້ນ ນໍຣະຍິງຊາຍຜູ້ນັ້ນ ກໍບໍ່ໄດ້ໄປເກີດ ໃນທີ່ຖ່ອຍຮ້າຍຈັກເທື່ອ ກໍຈັກໄດ້ໄປເກີດ ໃນເມືອງຟ້າ ແລະ ເມືອງຄົນ ຈັກໄດ້ເປັນພຣະຍາ ຈັກກະພັດຕິຣາດ “ໂພຄະສຳປັນໂນ” ກໍຈະປະກອບໄປດ້ວຍ ຊັບສົມບັດເຂົ້າຂອງ ເງິນຄຳແກ້ວແຫວນ ເຄື່ອງບໍລິໂພກເປັນອັນມາກ ມີຂ້າຍິງ ຂ້າຊາຍກໍ່ມາກ “ສຸຣູໂປ” ມີຮູບໂສມວັນນພະກໍງາມ “ເທວະມະນຸດເສຫິ” ອັນຄົນ ແລະ ເທວະດາທັງຫຼາຍ ຫາກສັກກາຣະບູຊາ ຢູ່ທຸກເມື່ອແລ.