ສະຫຼອງ ຜ້າບັງສະກຸນ ສະຫຼອງ ຜ້າບັງສະກຸນ ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສັມພຸດທັດສະ (ວ່າ 3 ເທື່ອ) ອາຍຸ ອາໂຣຄະຍັງ ວັນນັງ ສຸຄະຕັງ ອຸດຈະຖູລິນະຕັງ ຣະຕິໂຍ ປັດຖະຍາເຍນະ ອຸຣາຣາ ອະປະຣະປະຣາ ສັກກັດຈັງ ໂສຕັບໂພຕິ. ໂພນຕາ ສາທະໂວ ດູຣາ ສັບປຸຣິສາ ເຈົ້າທັງຫຼາຍ ຜູ້ມີຄວາມມັກໄຄ່ ຫາຍັງສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕາຜາສາດ ທັງສອງ ຟັງຍັງຜະລະອານິສົງສະ ແຫ່ງການຖວາຍ ອະສາມິກະທານຄື ທອດຜ້າປ່າ ຫຼື ຜ້າບັງສະກຸນຈີວອນ ຜູ້ປະກອບ ໄປດ້ວຍສັດທາ ເຊື່ອໝັ້ນໃນ ຄຸນພຣະຣັດຕະນະໄຕ ກ່າວຄື ພຣະພຸດ ພຣະທຳ ພຣະສົງ ວ່າເປັນສາຣະນະ ທີ່ເພິ່ງອັນປະເສີດ ກຳຈັດໄພ ອັນຕະລາຍໄດ້ຈິງ ທ່ານທັງຫຼາຍໄດ້ພ້ອມກັນ ສະລະຈະຕຸປັດໃຈຄື ຊັບສົມບັດຂອງຕົນ ອອກຊື້ຜ້າແພມາກະທຳເປັນ ຜ້າບັງສະກຸນຈີວອນ. ອຸທິດໃຫ້ເປັນ ພຸດທະບູຊາ ທຳ ມະບູຊາ ແລະ ສັງຄະບູຊາ ທອດຖິ້ມໄວ້ຕາມສຸສານ ຫຼື ປ່າຊ້າ ຫຼືຕາມກອງ ຫຍ້າເຫຍື່ອ ແລະ ແຄມຖນົນຫົນທາງ ເພື່ອວ່າພຣະພິກຂຸ ແລະ ສຳມະເນນ ຕົນໃດຕົນໜຶ່ງ ທ່ຽວສັນຈອນ ໄປພົບເຫັນ ກໍຈັກໄດ້ຖືເອົາ ບັງສະກຸນລັງ ເຊິ່ງຜ້າບັງສະກຸນຜືນນັ້ນ ການໃຫ້ທານຊະນິດນີ້ ບໍ່ໄດ້ຈຳເພາະເຈາະຈົງ ແກ່ພຣະພິກຂຸ ແລະ ສຳມະເນນ ຕົນໃດຕົນໜຶ່ງເລີຍ ສຸດແລ້ວແຕ່ ພຣະພິກຂຸ ແລະ ສຳມະເນນ ຕົນໃດຈະໄປພົບເຫັນ ແລ້ວກໍຖືເອົາ ເປັນຜ້າບັງສະກຸນຈີວອນ ສົມເດັດພຣະສຳມາ ສຳພຸດທະເຈົ້າ ຕັດເທສນາວ່າ “ການໃຫ້ທານ ດ້ວຍອາການຢ່າງນີ້ ຍ່ອມມີຜະລະອານິສົງສະ ແກ່ຜູ້ກະທຳ ບໍ່ແມ່ນນ້ອຍ ທ່ານທາຍົກ ທາຍິກາທັງຫຼາຍ ໄດ້ພາກັບບຳເພັນ ອະສາມິກະທານ ເຫັນປານນີ້ແລ້ວ ຄວນຈະມີຈິດໃຈ ຜ່ອງແຜ້ວຍິນດີ ໃນກອງການກຸສົນ ຂອງຕົນ ໃຫ້ພິນໂຍ ຍິ່ງໆຂື້ນໄປເທີ້ນ”ອັນໜຶ່ງ ການທີ່ທາຍົກ ທາຍິກາທັງຫຼາຍ ໄດ້ກະທຳບຸນກຸສົນຢ່າງນີ້ ກໍ່ດ້ວຍເຫັນວ່າ ເປັນຜູ້ບໍ່ປະໝາດ ໃນຊີວິດ ແລະ ໃນໄວຂອງຕົນ ແລ້ວສະລະອອກເສຍ ເຊິ່ງມັດສະຣິຍະ ຄືຄວາມຕະໜີ່ຂີ້ໜຽວ ອັນຝັງແໜ້ນຢູ່ໃນ ຂັນທະສັນດານຂອງຕົນ ຖ້າວ່າທາຍົກ ທາຍິກາ ບໍ່ມີຄວາມປະໝາດ ເພີດເພີນມົວເມົາໃນໄວ ຄືຄວາມບໍ່ມີ ໂຣຄາພະຍາດ ແລະ ຊີວິດແລ້ວ ຈິ່ງຈະປະກອບ ກອງການກຸສົນຢ່າງນີ້ໄດ້. ກໍ່ແລ ກອງການກຸສົນຢ່າງນີ້ ຍ່ອມນຳມາເຊິ່ງ ຄວາມຈະເລີນ ຮຸ່ງເຮືອງ ດ້ວຍ ອາຍຸ ວັນນະ ສຸຂະ ພະລະ ແລະ ອຳນວຍໃຫ້ ບຸກຄົນຜູ້ໄດ້ກະທຳ ໄປເກີດໃນສະຫວັນ ເທວະໂລກເປັນຕົ້ນ “ອາຍຸງ ອາໂຣຄະຍັງ ວັນນັງ ສຸຄະຕັງ” ດັ່ງນີ້ ເປັນເຄົ້າ ແປຄວາມວ່າ “ເມື່ອສາທຸຊົນ ມາປາຖະນາ ຄືອາຍຸ ຄວາມບໍ່ມີໂຣຄາ ພະຍາດ ມີວັນນະ ມີຄວາມສຸກໄດ້ສະຫວັນ ຄວາມເກີດໃນຕະກຸນສູງ ແລະ ຄວາມຍິນດີ ອັນຍິ່ງໆຂຶ້ນໄປ ເປັນຂອງອັນປະເສີດແທ້ແລ ເພິ່ງຮີບບຳເພັນ ຄວາມບໍ່ປະໝາດ ໃຫ້ບໍຣິບູນເທີ້ນ ຈັກເປັນບໍ່ເກີດ ແຫ່ງກຸສົນ ທັງປວງໄດ້” ດັ່ງນີ້ ມີອັດຖະ ທິບາຍ ຂະຫຍາຍຄວາມ ໂດຍລຳດັບໄປ. ຂໍ້ທີ່ວ່າ ນໍຣະຍິງຊາຍ ປະສົງຈະມີອາຍຸ ຍືນຍາວນັ້ນ ຄືເມື່ອສາທຸຊົນ ມາພິຈາລະນາດ້ວຍ ປັນຍາຂອງຕົນວ່າ ຄວາມເປັນຈິງ ແຫ່ງສັງຂານທັງປວງ ວ່າເຮົາມີຄວາມເກີດ ຄວາມແກ່ຊະລາ ຄວາມເຈັບ ຄວາມຕາຍ ໄປເປັນທຳມະ ດາ ແລະ ເຮົາຈະຕ້ອງພັດພາກ ຈາກຂອງທີ່ຮັກແພງ ແລະ ຊອບໃຈໄປທັງສິ້ນ “ອັນຕະມະໂສ ສະຣິຣາປິ” ແມ່ນສະຣິລິ ຮ່າງກາຍຂອງຕົນ ກໍຈະແຕກທຳລາຍຂັນ ຖົມພື້ນປະຖະພີ ເປັນທີ່ສຸດ ບໍ່ມີອັນໃດໃນໂລກນີ້ ຈະເປັນແກ່ນ ສານ ສາມາດໄປຕິດຕາມຕົນ ເຖິງປະລະໂລກ ເບື້ອງໜ້າໄດ້ດັ່ງນີ້. ເມື່ອສາທຸຊົນທັງຫຼາຍ ຮູ້ດັ່ງນີ້ແລ້ວ ຄວນເປັນຜູ້ບໍ່ປະໝາດ ຮີບເຮັ່ງບຳ ເພັນ ຄຸນງາມຄວມດີ ຄືບຸນກຸສົນ ມີໃຫ້ທານ ຮັກສາສິນ ຈະເຣີນເມດຕາ ພາວະນາ ເປັນຕົ້ນ ແລ້ວກໍ່ຈະໄດ້ປະສົບ ແຕ່ຄວາມເປັນຜູ້ມີ ອາຍຸຍືນນານ ຕາມຄວາມປາຖນາ ເພາະວ່າການທີ່ ສາທຸຊົນ ມີອາຍຸຍືນນານ ຕະຫຼອດທັງ ຮູບພັນສັນຖານ ງົດງາມ ແລະ ມີຜິວພັນວັນນະ ອັນຜ່ອງໃສ ຍ່ອມໄດ້ດ້ວຍ ຄຸນງາມຄວາມດີ ແລະ ບຸນກຸສົນທັງນັ້ນ ສົມຕາມວະຈະນະ ປະພັນພຸດທະຄາຖາ ໃນນິທິກັນ ມີໃຈຄວາມວ່າ “ສຸວັນນະຕາ ສຸສຸຣະຕາ ສຸສັນຖະນັງ ສູຣູປະຕາ ອາທິປັດຈັງ ປະຣິວາໂຣ ສັບພະເມເຕນະ ລັບພະຕິ” ດັ່ງນີ້ເປັນເຄົ້າ. “ຄວາມເປັນຜູ້ມີຜິວພັນ ອັນງົດງາມ ຄວາມເປັນຜູ້ມີສຽງ ອັນໄພເຣາະ ຄວາມເປັນຜູ້ມີ ຊວດຊົງສົມສ່ວນ ຄວາມເປັນຜູ້ມີຮູບ ຈົບງາມ ຄວາມເປັນໃຫ່ຍ ມີບໍຣິວານຫຼາຍ ອິດຖະຜົນທັງໝົດນີ້ ອັນເທວະດາ ແລະ ມະນຸດທັງຫຼາຍ ຍ່ອມໄດ້ດ້ວຍ ບຸນກຸສົນນັ້ນ” ປະເທສະຣັດຊັງ ອິດສະຣິຍັງ ຈັກກກະວັດຕິ ສຸຂັງ ປິຍັງ ເທວະຣັດຊຳປິ ທິບເພສຸ ສັບພະເມເຕນະ ລັບພະຕິ “ຄວາມເປັນ ພຣະຣາຊາໃນປະເທດ ແລະ ຄວາມເປັນໃຫ່ຍ ຄືຄວາມເປັນພຣະເຈົ້າ ຈັກກະພັດຕິຣາດ ສຸກຂອງພຣະເຈົ້າ ຈັກກະພັດຕິຣາດ ອັນທີ່ໜ້າເພິ່ງໃຈ ຄວາມເປັນ ພຣະຣາຊາ ແຫ່ງເທວະດາ ໃນເທພະນິກາຍທັງຫຼາຍ ອິດຖະຜົນທັງປວງ ອັນເທວະດາ ແລະ ມະນຸດຍ່ອມໄດ້ດ້ວຍ ບຸນກຸສົນນັ້ນ”ມະນຸສິກາ ຈະ ສຳປັດຕິ ເທວະໂລເກ ເຈ ຍາ ຣະຕິຍາ ຈະ ນິບພານະ ສຳປັດຕິ ສັບພະເມເຕນະ ລັບພະຕິ“ສົມບັດຂອງມະນຸດດ້ວຍ ສົມບັດອັນບຸກຄົນ ເພິ່ງຍິນດີໃນ ເທວະໂລກດ້ວຍ ສົມບັດຄື ພຣະນິບພານ ດ້ວຍອິດຖະຜົນທັງປວງ ອັນເທວະດາ ແລະ ມະນຸດຍ່ອມໄດ້ ດ້ວຍກຸສົນນັ້ນ” ເຫດດັ່ງນັ້ນແລ ສາທຸ ສັບປຸຣິສາເຈົ້າທັງຫຼາຍ ຢ່າໄດ້ມີ ຄວາມປະໝາດ ໃນການບຳເພັນບຸນ ກຸສົນຄື ຖວາຍຍັງຜ້າບັງສະກຸນ ຈີວອນ ກັບທັງບໍຣິຂານ ເປັນຕົ້ນ ໃນເວລາວັນນີ້ ໄດ້ຊື່ວ່າ ທຳຕາມແບບຢ່າງ ຂອງນັກປາດ ບັນດິດ ທັງຫຼາຍ ທີ່ໄດ້ເຄີຍກະທຳ ມາແລ້ວແຕ່ຄັ້ງກ່ອນ ການກະທຳບຸນກຸສົນ ຊະນິດນີ້ ມີຜະລະອານິສົງສະມາກໜັກແລ ດັ່ງວັດຖຸນິທານ ທີ່ຈະໄດ້ນຳມາ ເທສະນາ ເພື່ອເປັນແບບຢ່າງ ແກ່ສັບປຸຣິສາເຈົ້າທັງຫຼາຍ ດັ່ງຕໍ່ໄປນີ້. ໃນສະໄໝໜຶ່ງ ພຣະອະນຸຣຸດທະ ເຖຣະສາວົກ ຂອງພຣະສຳມາ ສຳພຸດທະເຈົ້າ ຂອງເຮົາທັງຫຼາຍ ທ່ຽວສະແຫວງຫາ ຜ້າບັງສະກຸນ ທີ່ກອງຫຍ້າເຫຍື່ອ ແລະ ໃນທີ່ປ່າຊ້າເປັນຕົ້ນ ນາງຊາລິນີເທພະທິດາ ໃນຊັ້ນຕາວະຕິງສາ ສະຫວັນເທວະໂລກ ຜູ້ຊຶ່ງເຄີຍເປັນ ພັນລະຍາຂອງທ່ານ ໃນອັນຕະພາບທີ 3 ນັບຈາກອັດຕະພາບນັ້ນໄປ ໄດ້ແລເຫັນ ພຣະອະນຸຣຸດທະເຖຣະເຈົ້າ ກຳລັງສະແຫວງຫາ ຜ້າບັງສະກຸນຢູ່ ນາງຈິ່ງໄດ້ຖືເອົາຜ້າທິບ 3 ຜືນ ຍາວ 10 ສອກ ກວ້າງ 4 ສອກ ມາວາງໄວ້ ທີ່ກອງຫຍ້າເຫຍື່ອ ຊ່ອງໜ້າຂອງ ພຣະເຖຣະເຈົ້າໆ ຫລິງເຫັນຜ້າທິບນັ້ນ ຈິ່ງນຶກຄິດຕິ ຄະນຶງໃນໃຈວ່າ “ຜ້ານີ້ຄົງຈະບໍ່ມີເຈົ້າຂອງ” ແລ້ວຖືເອົາເປັນຜ້າ ບັງສະກຸນຈີວອນ ກັບມາສູ່ທີ່ຢູ່ຂອງຕົນ ແລ້ວເກັບຜ້ານັ້ນ ໄວ້ຈົນກວ່າຈະໄດ້ເຖິງ ວັນເຮັດຈີວອນ. ຄັນເຖິງວັນເຮັດຈີວອນ ຂອງພຣະເຖຣະເຈົ້າແລ້ວ ພຣະສຳມາ ສຳພຸດ ທະເຈົ້າ ພ້ອມດ້ວຍ ໝູ່ພຣະພິກຂຸສົງ ບໍລິວານ 500 ຮູບ ແລະ ພຣະມະຫາ ສາວົກ 80 ຮູບ ກໍໄປຊ່ວຍເຮັດຈີວອນ ພຣະມະຫາ ກັດສະປະເຖຣະເຈົ້າ ໄດ້ນັ່ງຕອນຕົ້ນ ເພື່ອຈະຫຍິບຈີວອນ ພຣະມະຫາ ສາຣິບຸດເຖຣະເຈົ້າ ໄດ້ນັ່ງຖ່າມກາງ ພຣະມະຫາ ອານົນເຖຣະເຈົ້າ ນັ່ງສຸດທ້າຍ ພຣະພິກຂຸສົງ ພາກັນປັ່ນຟ້າຍໄໝຫຍິບ ພຣະພຸດທະເຈົ້າ ເອົາຟ້າແຫ່ຍເຂັມ ພຣະມະຫາ ໂມກຄັນລາ ເຖຣະເຈົ້າ ທຳໜ້າທີ່ລຳລຽງ ສິ່ງທີ່ຕ້ອງການມາ ຈົນຄົບທຸກຢ່າງ ທ້າວ ສັກກະເທວະຣາດ ໄດ້ປະພົມບໍລິເວນ ທີ່ເຮັດຈີວອນ ພຶ້ນດິນປາກົດເໝືອນ ຍ້ອມດ້ວຍນ້ຳຄັ່ງສີແດງ ຊາວພະນະຄອນທັງຫຼາຍ ໄດ້ພ້ອມກັນມາ ທຳສັງຄະທານ ຖວາຍແດ່ພຣະພິກຂຸສົງ ມີອົງສົມເດັດ ພຣະສຳມາສຳພຸດທະເຈົ້າ ເປັນປະມຸກ ນາງເທບພະທິດານັ້ນ ຄັນໄດ້ຖວາຍ “ບັງສະກຸລັງ” ຍັງຜ້າບັງສະກຸນຈີວອນ ແກ່ພຣະເຖຣະເຈົ້າແລ້ວ ກໍມີໃຈຊົມຊື່ນຍິນດີ ດ້ວຍບຸນກຸສົນ ຣາສີສ່ວນນີ້ ໄດ້ອຳນວຍໃຫ້ນາງ ມີອາຍຸຍືນນານ ສະເຫວີຍພະສົມບັດ ຕະຫຼອດການ. ນີ້ແລ ທ່ານສັບປຸຣິສະ ເຈົ້າທັງຫຼາຍ ການຖວາຍຜ້າບັງສະກຸນນີ້ ຍ່ອມເປັນນິຍົມ ສັນລະເສີນ ຂອງພຣະອະຣິຍະເຈົ້າ ກັບທັງເຫຼົ່າເທບພະດາ ອິນພົມ ແລະ ມະນຸດທັງຫຼາຍ ສົມຄວນທີ່ ສັບປຸຣິສະເຈົ້າທັງຫຼາຍ ເພິ່ງຍິນດີໃນສ່ວນ ບຸນກຸສົນ ສຳມາປະຕິບັດຄື ມີການໃຫ້ທານ ຮັກສາສິນ ຈະເຣີນເມດຕາ ພາວະ ນາ ຟັງພຣະສັດທຳມະ ເທສະນາເປັນຕົ້ນ ໃຫ້ພິນໂຍຍິ່ງໆຂຶ້ນໄປ ແລ້ວຈະໄດ້ ປະສົບອິດຖະວິບູນ ມະນູນຍະຜົນ ທີ່ຕົນປາຖນາໃຫ້ມີ ອາຍຸຍືນນານ ມີວັນນະ ຜິວພັນອັນງົດງາມ ຜຸດຜ່ອງລະອອງນວນ ເປັນທີ່ຕ້ອງຕາຈະເຣີນໃຈ ຂອງບຸກ ຄົນຜູ້ໄດ້ທັດສານຸ. ຂໍໃຫ້ມີສຸກທັງສອງຄື ກາຍິກະສຸກ ສຸກອັນເປັນໄປທາງກາຍ ເຈຕະສິກະສຸກ ສຸກອັນເປັນໄປທາງໃຈ ປະກອບໄປດ້ວຍ ພະລະກຳລັງອັນແຂງແຮງ ສາ ມາດຕໍ່ສູ້ການງານ ຟັນຜ່າອຸປະສັກມາ ນັບປະການໃຫ້ໝົດສິ້ນໄປ ທັງໃນໂລກນີ້ ແລະ ໂລກໜ້າມານັ້ນເທີ້ນ ນິດຖິຕັງ ກໍຈົບລົງພຽງເທົ່ານີ້ແລ.