ສະຫຼອງ ດອກໄມ້ທູບທຽນ ສະຫຼອງ ດອກໄມ້ທູບທຽນ ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສັມພຸດທັດສະ (ວ່າ 3 ເທື່ອ)ປູຊາ ຈະ ປູຊະນິຍານັງ ເອຕຳມັງຄະລະມຸດຕະມັງ ໂພນຕາ ສາທະໂວຕິ. ໂພນຕາສາທະໂວ ດູຣາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖະນາ ມັກໄຄ່ຫາຄວາມສຸກ 3 ປະການຄື: ມະນຸດສົມບັດ, ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະ ເທສະນາ ສະແດງເຖິງ ຜະລະອານິສົງສະ ແຫ່ງການຖວາຍ ດອກໄມ້ທູບທຽນ ເພື່ອບູຊາ ພຣະຣັດຕະນະໄຕແກ້ວທັງ 3 ປະການ ເພື່ອເປັນຫິຕະປະໂຫຍດ ແກ່ຕົນໃນປັດຈຸບັນພົບນີ້ ແລະພົບຕໍ່ໆໄປພາຍພາກໜ້າ ການບູຊາເມື່ອກ່າວ ເປັນປະເພດມີຢູ່ 2 ປະເພດຄື ບູຊາດ້ວຍ ດອກໄມ້ທູບທຽນ ຜ້າຜ່ອນທ່ອນສະໄບ ແລະ ອາຫານຂອງຄ້ຽວຂອງສັນ ຮ່ວມເປັນເຄື່ອງບໍຣິໂພກ ແລະ ເຄື່ອງອຸປະໂພກ ບູຊາດ້ວຍວັດຖຸເຫຼົ່ານີ້ ຮຽກວ່າ ບູຊາດ້ວຍອາມິດຄື ສິ່ງຂອງ 1, ການທໍາກອງການກຸສົນຢ່າງອື່ນ ກ່ຽວແກ່ການຊໍາລະຕົນ ໃຫ້ພົ້ນຈາກບາບທຳ (ຄືຄວາມຊົ່ວ) ມີການຮັກສາສິນ ສະດັບຟັງຄໍາສັ່ງສອນຂອງ ພຣະສໍາມາສຳພຸດທະເຈົ້າ ແລ້ວປະຕິບັດຕາມ ຫ້າມໃຈຂອງຕົນ ຈາກອະກຸສົນ ມີການຈະເລີນເມດຕາ ພາວະນາ ທຳສະມາທິໃຫ້ເກີດເປັນຕົ້ນ ຮຽກວ່າປະຕິບັດບູຊາ 1 ບູຊາທັງ 2 ຢ່າງນີ້ ສັບປຸຣິສະເຈົ້າທັງຫຼາຍ ກະທຳກັນຢູ່ສະເໝີ ການກະທຳກຸສົນໃນຄາວນີ້ ກໍ່ຊື່ວ່າ ກະທຳການບູຊາທັງ 2 ຢ່າງຢູ່ນັ້ນເອງ ກ່ອນສະຖວາຍດອກໄມ້ ທູບທຽນເຄື່ອງສັກກະຣະ ກໍຮັບສິນເສຍກ່ອນ ແລ້ວຈິ່ງໄດ້ຖວາຍທານ ຕໍ່ພາຍຫຼັງ ຫວັງເອົາຜະລະອານິສົງສະ ຜົນໃນວັດຖຸສິ່ງນັ້ນ ເປັນວິບາກສົມບັດຕອບແທນ ດັ່ງພຣະພຸດທະຄາຖາທີ່ ພຣະພຸດທະເຈົ້າ ເທສນາໄວ້ໃນມຸງຄຸນລະສູດວ່າ “ປູຊາ ຈະ ປູຊະນີຍານັງ ເອຕຳມັງ ຄະລະມຸດຕະມັງ” ດັ່ງນີ້ເປັນເຄົ້າ ການບູ ຊາຜູ້ທີ່ຄວນບູຊາ ເປັນມຸງຄຸນອັນປະເສີດ ໃນພຣະພຸດທະສາສນາ ບຸກຄົນ ຫຼື ວັດຖຸທີ່ຄວນບູຊານັ້ນ ເມື່ອກ່າວໂດຍທົ່ວໄປແລ້ວ ໄດ້ແກ່ບຸກ ຄົນ ຜູ້ທີ່ມີບຸບພະກາຣີ ທຳຄຸນງາມຄວາມດີ ແກ່ເຮົາມາກ່ອນແລ້ວ ກ່າວໂດຍໃຈຄວາມຫຍໍ້ໆ ມີຢູ່ 4 ຈຳພວກຄື: 1. ມານດາບິດາ (ພໍ່ແມ່) ເປັນທີ່ເຄົາຣົບກາບໄຫ້ວ ສັກກາຣະບູຊາຂອງບຸດທິດາ (ລູກຍິງ-ຊາຍ) ເພາະບຸກຄົນທັງສອງ ໄດ້ໃຫ້ກໍາເນີດແກ່ ບຸດທິດາ ແລະ ໄດ້ອຸປະຖຳລ້ຽງດູ ເບິ່ງແຍງບຸດທິດາ ມາຈົນເຕີບໃຫ່ຍ ທັງແນະນຳສັ່ງສອນ ໃຫ້ຮູ້ຈັກຄວາມດີ ປະລະຄວາມຊົ່ວທຸກປະການ ນັບເປັນບຸບພະຈານ. 2. ຄູບາ-ອາຈານ-ອຸປັດຊາ ເປັນທີເຄົາລົບ ສັກກາຣະບູຊາ ຂອງສິດ- ສັດທິຫາຣິກ-ອັນເຕວາສິກ ເພາະວ່າທ່ານໄດ້ແນະນໍາ ສັ່ງສອນສີລະປະ ວິຊາ-ຄວາມຮູ້ໃຫ້ແກ່ສິດ ໂດຍບໍ່ໄດ້ປິດບັງອຳພາງ ໂດຍສະເພາະແລ້ວ ພຣະອຸປັດຊານັ້ນ ໄດ້ເປັນຜູ້ໃຫ້ກຳເນີດແກ່ ສັດທິວິຫາຣິກ ໃນພຣະພຸດທະສາສະໜາ ທຳໃຫ້ສັດທິວິຫາຣິກ ໄດ້ຖືເອົາກຳເນີດໃນ ພຣະພຸດທະສາສະໜາ ທີ່ຊາວພຸດທະສາສະນິກະຊົນ ຮຽກກັນວ່າ ເກີດເທື່ອທີ 2 ຂອງຊີວິດມະນຸດ ເຊິ່ງການເກີດເທື່ອນີ້ນັບວ່າ ເປັນການເກີດ ທີ່ດີບໍຣິສຸດ ກ່າວໄດ້ມີໂອກາດ ປະພຶດປະຕິບັດຫຼັກທຳ ຄຳສັ່ງສອນ ໃນພຣະພຸດທະສາສະນາ ເພື່ອຈະໄດ້ທຳໃຫ້ແຈ້ງ ເຊິ່ງທາງດັບທຸກໃນອະນາຄົດ. ດັ່ງນັ້ນ, ຈຶ່ງຖືວ່າ ພຣະອຸປັດຊາ ເໝືອນພໍ່ແມ່ບັງເກີດເກົ້າຂອງເຮົາ ຄວນກາບໄຫວ້ ສັກກະລະບູຊາ ຟັງໂອວາດ ແລະ ຕັ້ງຢູ່ໃນຄໍາສອນຂອງທ່ານ ບໍ່ຜ່າຝືນໃນຄຳສັ່ງສອນຂອງທ່ານ. 3. ທ່ານປະທານປະເທດ ເປັນຜູ້ປົກຄອງ ໃຫ້ຄວາມຮົ່ມເຢັນເປັນສຸກແກ່ຣາດສະດອນທຸກໝູ່ເຫຼົ່າ ບັນດາທີ່ຢູ່ພາຍໃນປະເທດ ບັນດາໝູ່ປະຊາຣາດສະດອນ ຜູ້ຢູ່ໃຕ້ຮົ່ມປາຣະມີ ຂອງທ່ານຄວນເຄົາຣົບ ສັກກະລະບູຊາ ຖວາຍຄວາມຈົ່ງຮັກພັກດີແກ່ທ່ານ ການເຄົາຣົບນັບຖືແກ່ທ່ານນັ້ນ ບໍ່ໄດ້ໝາຍຄວາມເຖິງນໍາເອົາເຄື່ອງສັກກາຣະ ບູຊາມີດອກໄມ້ ທູບທຽນໄປບູຊາເລີຍ ແຕ່ມີຄວາມໝາຍ ເຖິງການທີ່ພວກຣາດສະດອນ ທຸກຫມູ່ເລົ່າ ຄວນຕັ້ງຕົນເປັນພົນລະເມືອງດີຂອງຊາດ ເຄົາລົບຕໍ່ຕົວບົດ ກົດຫມາຍບ້ານເມືອງ ບໍ່ເກີນລ່ວງກົດຫມາຍທີ່ທ່ານໄດ້ຕັ້ງໄວ້ແລ້ວ ເຫຼົ່ານີ້ ຈິ່ງເອິ້ນວ່າ ເປັນຄົນເຄົາລົບຕໍ່ອົງປະທານປະເທດ ເພາະບັນດາກົດໝາຍ ທີ່ປະກາດອອກໃຊ້ນັ້ນ ລ້ວນແຕ່ເປັນກົດຫມາຍ ທີ່ໄດ້ຜ່ານວິຈາຣະຍານ ຂອງທ່ານປະທານແລ້ວທັງນັ້ນ. 4. ພຣະຣັດຕະນະໄຕ ຄື: ພຣະພຸດທະ, ພຣະທັມມະ, ພຣະສັງຄະ ເປັນສາຣະນະທີ່ເພິ່ງ ຂອງເຫລົ່າພຸດທະສາສະນິກະຊົນ ໂດຍທົ່ວໄປດ້ວຍອຳນວຍໃຫ້ ພຸດທະສາສະນິກະຊົນ ປະສົບສຸກທັງໃນໂລກນີ້ ແລະ ໂລກຫນ້າ ດັ່ງນັ້ນ, ພຣະຣັດຕະນະໄຕ ຈິ່ງຄວນທີ່ ພຸດທະສາສະນິກະຊົນຄື ພິກຂຸ-ພິກຂຸນີ-ອຸປາສົກ-ອຸປາສິກາ ຈັກໄດ້ກາບໄຫວ້ ເຄົາຣົບບູຊາ ສະແດງຕົນເຖິງ ພຣະຣັດຕະນະໄຕ ວ່າເປັນທີ່ເພິ່ງຢູ່ເປັນ ມິດຕະຫລອດກາຣະນາ. ການທີ່ໄດ້ມາສະແດງ ຄວາມເຄົາຣົບນັບຖື ໃນປູຊານີຍະບຸກຄົນ ແລະ ປູຊານີຍະວັດຖຸ ດັ່ງເທສະໜາ ຈັດເປັນມຸງຄຸນອັນປະເສີດ ແລະ ສູງສຸດດ້ວຍແລະ ຈັດເປັນອຸບາຍໃຫ້ປະສົບ ຄວາມສຸກ ຄວາມຈະເລີນ ທັງໃນຊາດນີ້ ແລະຊາດໜ້າ ຜະລະອານິສົງ ແຫ່ງການບູຊາ ຄຸນພຣະຣັດຕະນະໄຕ ດອກໄມ້ທູບທຽນ ແລະ ຂອງຫອມຕ່າງໆ ຊຶ່ງເປັນທໍານຽມ ປະເພນີຂອງ ພຸດທະມາມະກະທຸກຄົນ ກະທຳກັນສຶບກັັນມາ ຕັ້ງແຕ່ສະໄໝ ພຣະພຸດທະເຈົ້າ ຍັງມີປະຊົນຢູ່ຈົນຕາບທຸກວັນນິີ້ ບຸກຄົນເຮົາເກີດມາເປັນມະນຸດ ເຮົາທຸກຄົນ ຍ່ອມມີຄວາມມຸ້ງຫວັງ ທີ່ຈະເປັນຄົນດີ ຂອງປະເທດຊາດບ້ານເມືອງ ແລະ ມວນມະນຸດກຸ່ມໜຶ່ງ ຫາກບໍ່ມີຫຼັກສາສນາ ເປັນເຄື່ອງປະພຶດປະຕິບັດ ໃຊ້ຊີວິດດຳເນີນໄປສູ່ ຄວາມຈະເລີນໄດ້ ດັ່ງເຊັ່ນພວກເຮົາ ຊາວພຸດທະມາມະກະ ບໍຣິສັດພາກັນນັບຖືພຣະພຸດທະສາສນາ ກໍ່ເພາະພຣະທໍາຄໍາສັ່ງສອນ ຂອງພຣະພຸດທະເຈົ້າລ້ວນແຕ່ ຊັກນໍາບຸກຄົນໃຫ້ປະພຶດຄວາມດີ ໜີຄວາມຊົ່ວ ໃຫ້ປະກອບຄຸນງາມ ຄວາມດີດ້ວຍ ໄຕທະວານທັງ3ຄື: ກາຍະທະວານ, ວາຈີທະວານ, ມະໂນທະ ວານ ຖ້າບຸກຄົນໃດ ປະພຶດປະຕິບັດ ໃຫ້ບໍຣິສຸດບໍຣິບູນທັງ 3 ທາງນີ້ແລ້ວ ໂທດໃດທີ່ຈະເພິ່ງ ເກີດຂື້ນໃນຕົນ ຍ່ອມອັນຕະລະທານ ດັບສູນໄປ ນີ້ເປັນຄໍາສັ່ງສອນທີ່ ພຣະພຸດທະເຈົ້າໄດ້ຕັດໄວ້ ສໍາລັບໃຫ້ ພຸດທະສາສະນິກະຊົນໄດ້ນໍາໄປປະພຶດປະຕິິບັດ, ສ່ວນພຣະສົງ ຊຶ່ງນັບເຂົ້າໃນ ພຣະຣັດຕະນະໄຕນັ້ນໝາຍເອົາ ພຣະອະຣິຍະສົງ ອົງອະຣະທັມ ຜູ້ທີ່ໄດ້ດຳລົງ ພຣະພຸດທະສາສະນາ ຢັ້ງຢືນມາ ຈົນເຖິງພວກເຮົາທຸກວັນນີ້ ດ້ວຍການ ທຳສັງຄະຍານາອາ ພຣະທຳມະວິໄນ ໃຫ້ຢັ້ງຢືນ ໝັ້ນຄົງ ມາຈົນທຸກວັນນີ້ ເມື່ອກ່າວສະເພາະຫົວຂໍ້ ແຫ່ງຄຸນພຣະຄຸນ ພຣະຣັດຕະນະໄຕ ນັ້ນມີ 3 ປະການຄື: 1. ພຣະພຸດທະເຈົ້າ ພຣະອົງເອງ ຊົງຕັດສະຮູ້ດີ ຮູ້ຊອບ ດ້ວຍພຣະອົງເອງກ່ອນແລ້ວ ຈຶ່ງສະເດັດທ່ຽວປະກາດ ສັ່ງສອນໃຫ້ບຸກຄົນອື່ນ ຮູ້ຕາມດ້ວຍ 2. ພຣະທໍາຄໍາສັ່ງສອນ ຂອງພຣະພຸດທະເຈົ້າ ລ້ວນເປັນສິ່ງທີ່ ດີທັງນັ້ນ ເພາະສາມາດ ທຳບຸກຄົນຜູ້ປະພຶດ ປະຕິບັດ ໃຫ້ປະສົບຄວາມດີ ຫຼີກໜີ ເສຍຈາກ ຄວາມຊົ່ວໄດ້. 3. ພຣະສົງສາວົກ ຂອງພຣະພຸດທະເຈົ້າ ໄດ້ປະສົບຜົນດີ ດ້ວຍຕົນເອງ ແລະ ຍັງຊັກຊວນ ໃຫ້ຜູ້ອື່ນປະພຶດດີ ປະພຶດຊອບຕາມດ້ວຍ. ນີ້ແລ ພວກເຮົາ ຊາວພຸດທະບໍລິສັດ ທັງຫຼາຍ ຈົ່ງໄດ້ພາກັນບູຊາ ປະພຶດປະຕິບັດ ເພື່ອຫວັງຄວາມສຸກ ຄວາມຈະເລີນແກ່ຕົນ ການຖືເອົາດອກໄມ້ ທູບທຽນນຳມາບູຊາ ພຣະຣັດຕະນະໄຕນັ້ນ ກໍເພາະວ່າ ດອກໄມ້ເປັນຂອງ ຫອມມີກິ່ນສົດຊື່ນ ມີສີຈົບງາມ ສະແດງເຖິງ ຄວາມບໍຣິສຸດ ເມື່ອເຮົາໄດ້ ນຶກເຖິງດອກໄມ້ ທີ່ເຮົານຳມາບູຊາ ພຣະຣັດຕະນະໄຕແລ້ວ ຍ່ອມທໍາໃຫ້ຈິດໃຈ ຂອງຄົນເຮົາສົມຊື່ນ ເມື່ອຈິດໃຈຂອງຄົນເຮົາ ສົດຊື່ນແລ້ວ. ຍ່ອມທຳໃຫ້ເຮົາ ມີມານະ ພະຍາຍາມຊໍາລະຈິດໃຈ ຂອງຕົນໃຫ້ໝົດຈົດ ປາສະຈາກ ສິ່ງເສົ້າໝອງ ສ່ວນທູບທຽນ ເປັນສິ່ງທີ່ໃຫ້ແສງສະຫວ່າງ ດ້ວຍປັນຍາ ເມື່ອເຮົາຫຼຽວເບິ່ງທູບທຽນ ທີ່ເຮົາໄດ້ບູຊາ ສະຫວ່າງສະໄຫວຢູ່ ຍ່ອມທຳໃຫ້ ໄດ້ຄວາມຄິດທີ່ຈະ ປູກຝັງປັນຍາ ໃຫ້ເກີດຂຶ້ນໃນຕົນ ແລະ ເປັນທາງໃຫ້ ເຮົາພິຈາລະນາ ເຖິງຄວາມເຊື່ອມສູນໄປ ແຫ່ງອັດຕະພາບ ໂດຍປຽບ ທຽບໃນໃຈວ່າ ທູບທຽນເຊິ່ງພວກເຮົາ ໄຕ້ບູຊາພຣະຣັດຕະນະໄຕ ຍ່ອມໝົດສິ້ນໄປສັນໃດ ຊີວິດອັດຕະພາບ ຮ່າງກາຍຂອງເຮົາ ແລະ ຂອງສັດເດຍລະ ສານ ທົ່ວໄປກໍສັນນັ້ນ. ເມື່ອເຮົາມາພິຈາລະນາ ຍ່ອມເປັນປະໂຫຍດແກ່ຕົນ ເປັນບຸນເປັນກຸສົນ ຫາກເປັນຜູ້ທີ່ເຄີຍ ໄດ້ບຳເພັນປາຣະມີ ທຳມາໃນອະດີລວງແລ້ວ ຫຼາຍຊາດ ອາດຮູ້ແຈ້ງ ແທງຕະຫຼອດໃນທຳໄດ້ ເໝືອນດັ່ງ ພຣະອຸບົນວັນນະເຖຣີ ພິຈາ ລະນາ ແສງປະທີບເປັນອາລົມແລ້ວ ໄດ້ສຳເລັດ ອະຣະຫັນຕະຜົນເປັນ ພຣະອະຣິຍະບຸກຄົນ ໃນພຣະພຸດທະສາສນາ ເປັນຕົວຢ່າງໃນອະດີດ. ສາທຸຊົນທັງຫຼາຍ ໄດ້ພ້ອມໃຈກັນ ນຳດອກໄມ້ທູບທຽນ ມາທຳການບູຊາ ພຣະຣັດຕະນະໄຕເຊັ່ນນີ້ ກໍຂໍໃຫ້ພິຈາລະນາ ໂດຍໃນທີ່ເທສະນາມານີ້ ຈັກໄດ້ເປັນບຸນ ວິທີຊະນິດໜຶ່ງ ສາມາດອຳນວຍປະໂຫຍດ ສຸກແກ່ຕົນໄດ້ ການບູຊາ ພຣະຣັດຕະນະໄຕນີ້ ຍ່ອມມີຜະລະອານິສົງ ເປັນອັນມາກ ດັ່ງວັດຖຸນິທານ ໃນອະດີດທີ່ລ່ວງມາແລ້ວຄື: ໃນສະໄໝທີ່ ພຣະກັດສະປະ ສຳມາສຳພຸດທະເຈົ້າ ຍັງຕັ້ງຢູ່ປາງນັ້ນ ມີຍິງ 4 ຄົນ ໄດ້ເຫັນພຣະພິກຂຸຮູບໜຶ່ງ ທ່ຽວບິນທະບາດ ເກີດຄວາມເຫຼື້ອມໃສ ໃນດວງຈິດຄິດຈະບູຊາ ຈິ່ງໄດ້ພາກັນນຳ ດອກໄມ້ມາຖວາຍ ພຣະພິກຂຸຮູບນັ້ນ ຄົນລະຢ່າງໆ ຄົນໜຶ່ງໄດ້ຖວາຍ ດອກໄມ້ໄຊພຶກ ຄົນໜຶ່ງໄດ້ຖວາຍ ດອກອຸບົນຂຽວ ຄົນໜຶ່ງໄດ້ຖວາຍ ດອກອຸບົນແດງ ຄົນໜຶ່ງໄດ້ຖວາຍ ດອກມະລິຈູມ ຄັນຍິງເຫຼົ່ານັ້ນ ໄດ້ຕາຍຈາກຊາດນັ້ນແລ້ວ ກໍ່ມີຈິດຜ່ອງແຜ່ວເບີກບານ ບຸນໄດ້ບັນດານ ໃຫ້ໄປເກີດເປັນນາງຟ້າ ເທວະດາ ສະເຫວີຍສົມບັດທິບ ຢູ່ໃນຊັ້ນຟ້າ ຕາວະຕິງສາແດນສະຫວັນ ມີວິມານທອງ ອັນໂສພາ ມີນາງເທວະດາ ເປັນບໍລິວານ ນີ້ແຫຼະ ເປັນຕົວຢ່າງແຫ່ງບຸກຄົນ ຜູ້ຖວາຍດອກໄມ້ທູບທຽນ ອຸທິດແດ່ ພຣະຣັດຕະນະໄຕ ແກ້ວ 3 ປະການ.