ອານິສົງສ໌ ຖວາຍເຂົ້າແຈກ ອານິສົງສ໌ ຖວາຍເຂົ້າແຈກ ຕະຖາ ທັມມິກະ ສັງຄະ ອາສະນະກະຖາ ອານາກິລະ ພາມະນັງ ອາລັບພະກະເທ ສິຕິ ສາທະໂວ ດູລາສັບປຸລິສະທັງຫຼາຍ ຝຸງປາຖະນາຫາ ຍັງສຸກສາມປະການ ຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພະນິບພານສົມບັດ ທີ່ເຮົາໄດ້ ບໍລິຈາກແລ້ວນັ້ນ ກໍ່ຈະເປັນ ສະບຽງອາຫານ ຂອງເຮົາໃນຊາດນີ້ ແລະ ຊາດໜ້າອີກດ້ວຍ ດັງອາຕະມາ ຈະຍົກມາສະແດງ ເປັນນິທັດສະນາ ໃຫ້ແກ່ບັນດາທ່ານ ພຸດທະສາ ສະນິະຊົນທັງຫຼາຍ ຟັງເພື່ອໃຫ້ເປັນ ແນວທາງແຫ່ງການ ປະພືດປະຕິບັດ ແລະ ຈະໄດ້ຮູ້ແນ່ຊັດວ່າ ມີອານິສົງສ໌ ຢ່າງໃດຢ່າງໜື່ງ ດັງມີໃນພຸດທະການ ໃນສະມັຍໜື່ງ ສົມເດັດພຣະ ຜູ້ມີພະພາກເຈົ້າ ສະເດັດປະທັບຢູ່ ເຊຕະວັນມະຫາວິຫານ ພ້ອມດ້ວຍພິກຂຸສົງສ໌ ມີພາມຜູ້ໜື່ງ ຢູ່ໃນເມືອງສາວັດຖີ ມີຊັບສົມບັດ ແປດສິບໂກດ ພາມຜູ້ນັ້ນ ມີລູກຊາຍ ຢູ່ຄົນໜື່ງເປັນທີ່ຮັກຫຼາຍ ເພາະມີລູກຄົນດຽວ ພໍລູກຊາຍ ມີອາຍຸໄດ້ປະມານ 17-18 ປີ ກໍ່ເກີດໂລຄາພະຍາດ ມາບັງບຽດ ກໍ່ໄດ້ເຖິງເຊິ່ງ ຄວາມຕາຍ ພາມຜູ້ເປັນ ພໍ່ ແລະ ແມ່ ກໍ່ບັງເກີດ ຄວາມທຸກຂະເວທະນາ ໂທມະນັດ ເສົ້າໂສກເສຍໃຈ ເພາະອາໄລຮັກ ໃນບຸດຊາຍ ທີ່ຕາຍໄປເປັນຢ່າງຍິ່ງ ພາກຜູ້ເປັນພໍ່ ແລະ ແມ່ກໍ່ຈິ່ງສັ່ງໃຫ້ ຄົນໃຊ້ທີ່ເປັນຂ້າທາດທັງຊາຍຍິງ ນຳເອົາສົບໄປ ເຜົາໃນປ່າຊ້າ ແລະ ສັ່ງໃຫ້ປຸກສາລາ ຂື້ນໜື່ງຫຼັງ ມີເສື້ອສາດອາສະນະ ແລ້ວຈັດໃຫ້ ທາດຄົນໜື່ງ ໄປຄອຍ ປະຕິບັດຮັກສາ ຢູ່ໃນປ່າຊ້ານັ້ນ ເພື່ອຈະໄດ້ສົ່ງເຂົ້ານ້ຳ ໂພຊະນະອາຫານ ເຊົ້າ ແລະ ແລງ ໃຫ້ແກ່ລູກຊາຍ ຂອງຕົນ ທຸກມື້ບໍ່ໄດ້ຂາດ ເຮັດເໝືອນກັບ ລູກຊາຍຂອງຕົນ ຍັງມີຊີວິດຢູ່ ທາດຜູ້ນັ້ນ ກໍ່ເຮັດຕາມຄຳສັ່ງ ຢູ່ສະເໝີ ບໍ່ໄດ້ຂາດເລີຍ ສັກວັນດຽວ ຢູ່ມາວັນໜື່ງ ບັງເອີ້ນມີຝົນ ຕົກລົງມາ ມີນ້ຳທ່ວມຫົນທາງ ທາດຜູ້ເປັນ ຄົນໃຊ້ຂອງພາມ ທີ່ໄປຄອຍສົ່ງ ເຂົ້າປາອາຫານ ທຸກເຊົ້າແລງ ແກ່ລູກຊາຍ ພາມນັ້ນ ຈະໄປສົ່ງເຂົ້າ ກໍ່ໄປບໍ່ໄດ້ ຈຶ່ງໄດ້ກັບມາ ໃນລະຫວ່າງທາງ ທີ່ກັບມານັ້ນ ໄດ້ພົບເຫັນ ພິກຂຸສົງອົງໜື່ງ ມາບິນທະບາດ ກໍ່ເລີຍເອົາ ເຂົ້າໃສ່ບາດ ໃຫ້ເປັນທານ ແກ່ພິກຂຸອົງນັ້ນ ແລ້ວກໍ່ຢາດນ້ຳ ອຸທິດສ່ວນບຸນສ່ວນກຸສົນ ໄປໃຫ້ລູກຊາຍ ຂອງພາມ ທີ່ຕາຍໄປແລ້ວນັ້ນ ລູກຊາຍພາມ ທີ່ຕາຍໄປນັ້ນ ກໍ່ມານິມິດຄວາມຝັນ ໃຫ້ແກ່ພາມ ຜູ້ເປັນພໍ່ຊາບວ່າ ຂ້າຕາຍໜີຈາກ ພໍ່ແມ່ໄປດົນແລ້ວ ບໍ່ເຄີຍໄດ້ກິນເຂົ້າ ສັກວັນດຽວເລີຍ ເພິ່ງຈະໄດ້ມາ ກິນເຂົ້າແຕ່ວັນນີ້ ວັນດຽວເທົ່ານັ້ນ ຄັນພາມຜູ້ເປັນພໍ່ ໄດ້ນິມິດຝັນ ຢ່າງນັ້ນແລ້ວ ກໍ່ໃຊ້ໃຫ້ຄົນ ໄປຕາມທາດ ທີ່ຄອຍໄປຮັກສາ ມາໄຖ່ຖາມວ່າ ດູກ່ອນພາມ ຜູ້ເປັນຄົນໃຊ້ ຂ້າໃຫ້ເຈົ້າໄປຄອຍ ປະຕິບັດຮັກສາ ຍັງລູກຂອງຂ້າ ໃນປ່າຊ້າ ເຫດໃດລູກຂອງຂ້າ ຈິ່ງໄດ້ກິນເຂົ້າ ແຕ່ວັນດຽວທໍນັ້ນແລ ເມື່ອພາມ ຜູ້ເປັນຄົນໃຊ້ ໄດ້ຍິນດັ່ງນັ້ນ ຈິ່ງກລ່າວວ່າ ຂ້າພະເຈົ້າ ກໍ່ໄປສົ່ງເຂົ້າປາອາຫານ ທຸກໆມື້ ແຕ່ມາມື້ນີ້ ເກີດມີຝົນຕົກ ນ້ຳທ່ວມເລີຍກັບມາ ໃນລະຫວ່າງທີ່ ກັບມານັ້ນ ຂ້າໄດ້ເຫັນ ພະພິກຂຸອົງໜື່ງ ມາບິນທະບາດ ຂ້າເລີຍເອົາເຂົ້າໃສ່ບາດ ໃຫ້ແກ່ພິກຂຸສົງອົງນັ້ນ ແລ້ວອຸທິດ ສ່ວນບຸນສ່ວນກຸສົນ ໄປຫາຍັງ ບຸດຊາຍຂອງທ່ານ ກໍ່ຄົງຈະໄດ້ກິນເຂົ້າ ແຕ່ວັນນີ້ວັນດຽວນີ້ແລ ຄັນພາມຜູ້ເປັນພໍ່ ໄດ້ຟັງດັ່ງນັ້ນແລ້ວ ກໍ່ຄິດໃນໃຈວ່າ ເຮົາຈະໄປເຝົ້າ ພຣະພຸດທະເຈົ້າ ວ່າເປັນຢ່າງໃດ ພາມກໍ່ໄດແຕ່ງ ດອກໄມ້ທູບທຽນ ຂອງຫອມ ເຂົ້າໄປສູ່ສຳ ນັກຂອງພຣະພຸດທະເຈົ້າ ແລ້ວບູຊາ ເຄື່ອງສັກກາລະນັ້ນ ແລ້ວກໍນັ່ງຢູ່ທີ່ ສົມຄວນແກ່ຕົນ ໄດ້ຂາບທູນຖາມ ພຣະພຸດທະເຈົ້າວ່າ ຂ້າແຕ່ອົງສົມເດັດ ພຣະຜູ້ມີພາກເຈົ້າ ຄັນຍິງຊາຍ ໃນໂລກນີ້ ຄັນເຂົາຕາຍໄປ ປະລະໂລກໜ້າແລ້ວ ຜູ້ຢູ່ພາຍຫຼັງ ໄດ້ແຕ່ງຂ້າທາດຊາຍຍິງ ໃຫ້ໄປປະຕິບັດຮັກສາ ແລະ ປຸກສາລາໄວ້ໃຫ້ ເອົາເສື້ອສາດອາສະນະ ມີຊ້າງ ມ້າ ງົວ ຄວາຍ ໄປໃນປ່າຊ້ານັ້ນ ຈະເປັນອານິສົງສ໌ ແກ່ຜູ້ທີ່ຕາຍໄປນັ້ນບໍ ອົງສົມເດັດ ພະບໍລົມມະສາດສະດາ ສັມມາສັມພຸດທະເຈົ້າ ຕັດພຣະທັມມະເທດສະນາວ່າ ດູກ່ອນ ທ່ານຜູ້ເປັນພາມ ຈະໃຫ້ເປັນອານິສົງສ໌ ແກ່ຜູ້ຕາຍນັ້ນ ຄວນຖວາຍເຄື່ອງ ສັງຄະທານ ໃຫ້ແກ່ພຣະພິກຂຸສົງ ສຳມະເນນ ຢາດນ້ຳອຸທິດ ສ່ວນບຸນສ່ວນກຸສົນ ໃຫ້ແກ່ຜູ້ທີ່ຕາຍ ໄປແລ້ວນັ້ນ ກໍ່ຈະໄດ້ພົ້ນທຸກ ທັງມວນນັ້ນແລ ຄັນພາມຜູ້ເປັນພໍ່ ໄດ້ຟັງຍັງ ພະທຳມະເທດສະນາແລ້ວ ກໍ່ໄດ້ອາລາດທະນາ ພຣະພຸດທະເຈົ້າ ກັບທັງພຣະພິກຂຸສົງ ໄປຍັງບ້ານ ເຮືອນຂອງຕົນ ເພື່ອຈະໄດ້ຖວາຍ ພັດຕາອາຫານ ແດ່ອົງສົມເດັດ ພຣະສັມມາສັມພຸດທະເຈົ້າ ກັບພຣະພິກຂຸສົງ ສັນພັດຕາອາຫານແລ້ວ ກໍ່ໄດ້ຖວາຍ ຈະຕຸປັດໄຈ 4 ມີ ຈີວອນເປັນຕົ້ນ ແລ້ວຢາດນ້ຳ ອຸທິດສ່ວນບຸນສ່ວນກຸສົນ ໄປຫາຍັງລູກຊາຍ ຂອງຕົນ ອົງສົມເດັດ ພຣະສັມມາສັມພຸດທະເຈົ້າ ໄດ້ຕັດພຣະທັມມະ ເທດສະນາວ່າ ດູກ່ອນທ່ານພາມ ຕັ້ງແຕ່ນີ້ຕໍ່ໄປ ຢ່າໄດ້ໄປປະຕິບັດຮັກສາ ຢູ່ໃນປ່າຊ້ານັ້ນອີກເລີຍ ທ່ານຈົ່ງຮັກສາສີນ ຈຳເລີນເມດຕາ ພາວະນາຢ່າໄດ້ຂາດ ບຸດຂອງທ່ານ ກໍ່ຈະໄດ້ພົ້ນຈາກ ທຸກຂະເວທະນາທັງມວນ ແລະ ຈະໄດ້ໄປບັງເກີດ ເທິງສະຫວັນຊັ້ນດາວະດິງ ພຣະພຸດທະເຈົ້າ ຕັດພຣະທັມມະເທດສະນາ ຈົບລົງແລ້ວ ບຸດຊາຍຂອງພາມ ຜູ້ຕາຍໄປແລ້ວນັ້ນ ກໍ່ພົ້ນຈາກເປຕາວິສັຍ ໄດ້ອຸບັດຕິບົນສະຫວັນ ຊັ້ນດາວະດິງ ມີວິມານທອງສູງ 12 ໂຍກ ມີນາງຟ້າເທບກັນຍາ ໜື່ງໝື່ນເປັນບໍລິວານ ນັ້ນແລ ດັ່ງນັ້ນ ຂໍໃຫ້ພຸດທະບໍລິສັດ ທັງຫຼາຍ ຈົ່ງຕັ້ງໃຈ ໃຫ້ທານຮັກສາສີນ ຕາມໂອກາດເວລາ ດ້ວຍສັດທາ ຄື ຄວາມເຊື່ອ ປະສາທະ ຄວາມເຫຼື້ອມໃສ ວິລິຍະ ຄວາມພຽນ ໃຫ້ກຸສົນ ເກີດຂື້ນໃນຕົນ ຜົນບຸນທີ່ໄດ້ ກະທຳມາໃນ ອະດີດຕະຊາດນີ້ ຈົ່ງສຳເລັດທຸກປະການເຖີ້ນ ຈົ່ງປະກອບໄປດ້ວຍ ຈະຕຸລະພິດທະພອນໄຊ ສີ່ ປະການ ຄື ອາຍຸ ວັນນະ ສຸຂະ ພະລະ ປະຕິພານທະນະສານສົມບັດ ທຸກປະການເຖີ້ນ ເທດສະນາປະລິໂຍສາເນ ໃນເມື່ອແລ້ວ ພຣະສັດທຳມະເທດສະນາ ເສັດແລ້ວ ກໍສະເດັດ ບໍລະບວນຄວນແລ້ວທໍນີ້ກ່ອນແລ