ສະຫລອງສ້າງຄ້ອງກອງຣະຄັງໂປງ

 



ສະຫລອງສ້າງຄ້ອງກອງຣະຄັງໂປງ


ນະໂມ 3 ຈົບ


ສັດທາ ທຸຕິຍາ ປຸຣິສັດສະ ໂຫຕິ ສັດທາ ສາທຸ ປະຕິດຖິຕາຕິ.


         ໂພນຕາ ສາທະໂວ ດູລາ ສັບປຸຣິສາທັງຫຼາຍທັງຍິງຊາຍ  ນ້ອຍໃຫຍ່ ທີ່ມັກໄຄ່ໃນການຟັງທັມຈົງຕັ້ງໂສຕະປະສາດຄອຍຮັບຟັງຍັງຣົດສາທັມມະເທສະຫນາ ໃນ ຄັນທິງ ເພລິງ ທານານິສັງສະ ກະຖາ ພັນລະນາອານິສົງການຖວາຍ ຄ້ອງກອງຣະຄັງຫຼື ໂປງ ໄວ້ໃນ ພຣະພຸດທະສາສະຫນາ ເພື່ອເປັນເຄື່ອງເພິ່ມພູມກຸສົນບຸນ ຍະຣາສີ ສັມມາປະຕິບັດປະດັບສະຕິປັນຍາປາຣະມີ ແຫຼ່ງທ່ານປັັດໄຈຍະ ທານະທິບໍດີ ມີທ່ານເຈົ້າພາບເຈົ້າມູລະສັດທາ ເປັນປະທານຕາມສົມຄວນແກ່ການເວລາ


ດ້ວຍວັນນີ້ ທ່ານປັດໄຈຍະທານະທິບໍດີ ມີທ່ານເຈົ້າພາບເປັນປະທານໄດ້ພ້ອມກັນມາບໍາເພັນບຸນຈະເຣີນກຸສົນ ສ້າງຄ້ອງ ກອງຣະ ຄັງ ຫຼື ໂປງ ຖວາຍໄວ້ໃນພຣະພຸດທະສາສະຫນາ ເພື່ອເປັນ ປະໂຫຍດແດ່ພຣະພິກຂຸສົງ ຈະໄດ້ໃຊ້ເປັນອານັດສັນຍານໃນ ເມື່ອ ມີກິດມີງານສົ່ງງານລວມເກີດຂຶ້ນ ຄືຍາມໄຫວ້ພຣະສູດມົນທໍາວັດ ເຊົ້າແລງຍາມວັນສິນ ຍາມເພນ ເປັນຕົ້ນ ແລະຍັງຈະໄດ້ໃຊ້ເປັນ ອານັດສັນຍານ ໃຫ້ອຸບາສົກອຸບາສິກາທັງຫຼາຍ ມາປະຊຸມກັນຍາມ ມີວຽກບ້ານການເມືອງ ຍາມກະທໍາບຸນໃຫ້ທານຮັກສາສິນ ແລະຟັງພຣະທັມມະເທດສະຫນາ ຕາມກະຕິກາສັນຍານຣະຄັງນີ້ ນັບວ່າ ເປັນສິ່ງທີ່ອໍານວຍຄວາມສະດວກແກ້ພຣະພິກຂຸສົງສາມະເນນ ພຣະພຸດທະສາສະຫນາໃຫ້ຍືນຍາວອອກໄປ ຖືໄດ້ວ່າທ່ານເຈົ້າພາບເຈົ້າມູລະສັດທາ ໄດ້ໄຊ້ສິນຈ່າຍຊັບໄປໃນທາງທີ່ຖືກຕ້ອງ ເປັນ ປະໂຫຍດໂສດຖິຜົນດີງາມ ຕາມສົມຄວນແກ່ກໍາລັງ ທັງເປັນເຄື່ອງສໍສະແດງໃຫ້ເຫັນວ່າໄດ້ກໍາຈັດຄວາມຂີ້ຖີ່ຫນຽວແຫນ້ນ ອັນມີປະຈຳ ໃນຂັນທະສັນດານ ໃຫ້ອັນຕຣະທານຈາງຄາຍຫາຍໄປ ອັນນີ້ນັບວ່າໄດ້ກະທໍາຊັບທີ່ໄຮ້ສາຣະ ໃຫ້ມີສາຣະຫມັ້ນຄົງຖາວອນ ຊັບ ສົມບັດທັງປວງ ຍ່ອມຕົກຢູ່ໃນວົງລ້ອມແຫ່ງໄພພິບັດ ນາໆປະການ ແຕ່ປານນັ້ນທ່ານທັງຫຼາຍ ກໍຍັງສາມາດນໍາເອົາອອກມາກະທໍາໃຫ້ ເປັນພຸດທະບູຊາ ທັມມະບູຊາ ສັງຄະບູຊາ ເອີ້ນງ່າຍໆວ່າ ບູຊາພຣະຣັດຕະນະໄຕຣ ເປັນເຫດໃຫ້ປະສົບຜົນອັນພິເສດ ພິດສະດານມະໂຫລານໄພສານ ໃນປັດຈຸບັນ ແລະອະນາຄົດພາຍ ພາກຫນ້າ ກໍແລ ການສ້າງຖາວອນວັດຖຸດັ່ງກ່າວນີ້ ຍ່ອມເປັນທີ່ ສັນລະເສີນຍ້ອງຍໍຊົມເຊີຍ ຂອງມວນຫມູ່ນັກປາດຊາດບັນດິດ ສາທຸຊົນທັງຫຼາຍ ມີພຣະພຸດທະເຈົ້າເປັນປະທານ ເພາະວ່າການ ກະທໍາໃນສິ່ງທີ່ເປັນປະໂຫຍດ ຈັດວ່າເປັນການກະທໍາທີ່ຫາໂທດບໍ່ ໄດ້ ເປັນເຫດໃຫ້ທ່ານເຈົ້າພາບເຈົ້າສັດທາ ໄດ້ຮັບແຕ່ສະຫວັດດີ ຜົນງຄຸນ ສົມຄວາມປາດຖະຫນາຂອງຈິດໃຈ ດັ່ງພຣະພຸດທະ ພາສິດທີ່ພຣະທັມມະສາມີ ຊົງຕັດສັ່ງສອນໄວ້ໃນມຸງຄຸນລະສູດວ່າ ອະນະວັດຊານິ ກັນມານິ ເອຕັມມັງ ຄະຣະມຸດຕະມັງ ການກະທໍາ ວຽກງານທີ່ປາດສະຈາກໂທດເປັນມຸງຄຸນອັນປະເສີດສູງສຸດດັ່ງນີ້.


ອະທິບາຍວ່າ ບຸກຄົນຜູ້ບໍ່ໄດ້ມີໂທດອັນໃດ ທີ່ຈະກະທໍາ ໃຫ້ໄດ້ຮັບຄວາມເດືອດຮ້ອນ ແລ້ວກໍຍ່ອມຈະມີແຕ່ຄວາມສຸກຄວາມ ຈະເຣີນພິນໂຍຍິ່ງໆຂຶ້ນໄປ ຈັດວ່າເປັນກໍາທີ່ປາສະຈາກໂທດ ແລເປັນເຫດໃຫ້ກະທໍາຊັບສົມບັດອັນບໍ່ຫມັ້ນຄົງ ໃຫ້ຫມັ້ນຄົງຖາວອນອີກ ດ້ວຍ ການທີ່ທ່ານເຈົ້າພາບເຈົ້າສັດທາທັງຫຼາຍ ໄດ້ສະລະ ຊັບຕຣອດຈະຕຸປັດໄຈໄຊຍະທານມີປະການຕ່າງໆ ອອກມາກະທຳ. ທານໃນວັນນີ້ ກໍນັບວ່າເປັນຜູ້ກະທໍາ ຄັນທິງ ເພລິງ ທານ ຄື ຖວາຍຄ້ອງກອງຣະຄັງ ຫຼື ໂປງ ໃຫ້ເປັນທານອັນເປັນສາ ທາລະນະປະໂຫຍດແກ່ພຣະພິກຂຸສົງສາມະເນນ ແລະ ພຸດທະສາສະ ນິກກະຊົນທັງຫຼາຍ ດ້ວຍເຫດນີ້ ການສ້າງຄ້ອງກອງຣະຄັງໂປງ. ນັບວ່າມີປະໂຫຍດຍິ່ງຫຼວງຫຼາຍ ທ່ານຜູ້ສ້າງຍ່ອມໄດ້ບຸນກຸສົນອັນ ຈະເປັນ ອະນຸຄາມິນີ ປັດໄຈ ຕິດຕາມຕົນໄປໃນສັມປຣາຍະ ພາຍພາກຫນ້າ ດູລາ ທ່ານສັບປຸຣິສາທັງຫຼາຍ ອັນວ່າ ການ ຖວາຍທານໃນເທື່ອນີ້ ບາງທີກໍໃຫ້ຜົນປັດຈຸບັນທັນຕາເຫັນ ບາງທີ ກໍໃຫ້ຜົນໃນອະນາຄົດເບື້ອງຫນ້າ ທານທີ່ໃຫ້ຜົນໃນປັດຈຸບັນທັນຕາ ເຫັນນັ້ນໄດ້ແກ່ ທານທີ່ປະກອບດ້ວຍສັມປະທາທັງ4ຄື:


1.ວັດຖຸສັມປະທາ ຜູ້ຮັບເປັນພຣະອະນາຄາມີ ຫຼື ພຣະ ອໍຣະຫັນ

2.ປັດຈະຍະສັມປະທາ ໄຊຍະທານເປັນຂອງໄດ້ມາໂດຍສຸ ຈະຣິດ

3.ເຈຕະນາສັມປະທາ ທາຍົກຜູ່ໃຫ້ມີເຈດຕະນາດີທັງ 3 ວາຣະຄື ປຸບພະເຈຕະນາ ກ່ອນຈະຖວາຍທານກໍມີໃຈດີ ມຸນຈະນະ ເຈຕະນາ ຂະນະທີ່ກໍາລັງໃຫ້ທານກໍມີໃຈດີ ອະປະຣາປະຣະເຈຕະນາ ເວລາຖວາຍທານສໍາເຣັດແລ້ວກໍມີໃຈດີ.ບໍ່ເສຍໃຈ ກິນແຫນງອາໄລເສັຍດາຍຂອງທານທີ່ໄດ້ບໍລິຈາກໄປແລ້ວ

4.ຄຸນາຕິເຣກະສັມປະທາ ຜູ້ຮັບນັ້ນກໍາລັງອອກມາ ນິໂຣດສະມາບັດໃຫມ່ໆຍັງບໍ່ທັນໄດ້ຮັບທານຂອງຜູ້ໃດເລີຍ


 ເມື່ອທານປະກອບດ້ວຍສັມປະທາທັງ 4 ສະຖານ ຄືຈັກ ບັນດານໃຫ້ເປັນມະຫາເສດຖີ ຫຼື ເສນາບໍດີຜູ້ມີຍົດຕໍາແຫນ່ງສູງໃຫຍ່ ຢ່າງໃດຢ່າງຫນຶ່ງ ພາຍໃນ 7 ວັນ ນັບແຕ່ວັນທີ່ໄດ້ຖວາຍທານນັ້ນ ແຕ່ໃນສະໄຫມປັດຈຸບັນນີ້ ທານຂອງພວກເຮົາເຫຼົ່າພຸດທະບໍລິສັດ ທັງຫຼາຍ ບໍ່ໄດ້ພ້ອມດ້ວຍ ສັມປະທາທັງ 4 ຍ້ອນວ່າຂາດ ປະຕິຄາຫະກະ ຜູ້ຮັບທານທີ່ເປັນພຣະອະນາຄາມີ ຫຼື ພຣະອໍຣະຫັນ ຈິ່ງບໍ່ໄດ້ກະທໍາໃຫ້ ທາຍົກ ຜູ້ໃຫ້ນັ້ນປະສົບຜົນໃນປັດຈຸບັນທັນຕາ ເຫັນ ແຕ່ກໍຍ່ອມໄດ້ຜົນໃນປັດຈຸບັນອີກ 4 ປະການດ້ວຍກັນ ຄື:


1.ເປັນທີ່ຮັກຂອງສັດຕະບຸຣຸດທັງຫຼາຍ 2.ສັດບຸຣຸດຍ່ອມພໍໃຈຄົບຫາສະມາຄົມ


3.ສັດບຸຣຸດຍ່ອມສັນລະເສີນວ່າເປັນຜູ້ມີຈິດປາດສະຈາກຄວາມ ຄັບແຄບຂີ້ຖີ່


4.ຍ່ອມບໍ່ສະທ້ານຢ້ານກົວຫວັ່ນໄຫວ ໃນເວລາເຂົ້າສູ່ທີ່ປະຊຸມ ຂອງມະຫາຊົນ


  ຜົນທັງ 4 ນີ້ ຍ່ອມອໍານວຍໃຫ້ໃນປັດຈຸບັນ ແຕ່ບໍ່ໄດ້ຜົນ ເຣີດເຫມືອນສະໄຫມທີ່ຍັງມີພຣະອໍຣະຫັນ ສ່ວນຜົນທີ່ຈະໄດ້ໃນ ອະນາຄົດນັ້ນກໍຍ່ອມຈະໄດ້ຜົນໃນເວລາໄປບັງເກີດໃນສະຫວັນ ອັນ ບໍຣິບູນໄປດ້ວຍທິບພະສົມບັດອັນມະໂຫລານເຖິງແມ່ນວ່າ ຈະເກີດ ໃນທີ່ໃດໆ ກໍຈະເປັນຜູ້ທີ່ມີຄວາມສຸກຄວາມສະບາຍ ຜິວພັນຜ່ອງ ໃສ ປະກອບໄປດ້ວຍກໍາລັງກາຍກໍາລັງໃຈແລະ ກໍາລັງຊັບ ມີສະຕິປັນຍາວ່ອງໄວທັນກັບເຫດການ ອານິສົງຜົນທານທີ່ໄດ້ຊີ້ແຈ້ງມາແຕ່ພຽງຍໍ້ໆ ທັງໃນປັດຈຸບັນ ແລະອະນາຄົດນີ້ ຂໍ ທ່ານທານະທິບໍດີທັງຫຼາຍ ຫມາຍມີທ່ານເຈົ້າພາບເຈົ້າມູນລະສັດທາເປັນ ປະທານ ຈົ່ງໄດ້ກໍານົດຈົດຈໍາໄວ້ໃຫ້ໄດ້ ເພື່ອຈັກໄດ້ກະທຳໃຫ້ຫມັ້ນ ໃຈໃນກຸສົນຜົນທານ ອັນຈະນໍາຕົນໃຫ້ປະສົບອິດທິພົນໃນການຕໍ່ຫນ້າ ອັນເປັນຫົນທາງທີ່ກັນດານ ຄື ຊາດກັນດານ ຊະຣາ ພະຍາກັນດານ ໄປດ້ວຍທຸກຕາມທໍາມະດາຂອງສັງຂານ ຄືມີການເຈັບປ່ວຍໄຂ້ ແລະມໍຣະນາຕາຍ ດັ່ງດຽວກັນ ກໍຍ່ອມຈະມີຄວາມສຸກສໍາຣານຍິ່ງກວ່າຄົນທີ່ໄຮ້ສິນໄຮ້ທານ


ທີ່ທ່ານພຸດທະບໍລິສັດທັງຫຼາຍ ໄດ້ບໍາເພັນບຸນກຸສົນ ຄັນທີ. ເພລິງທານ ຢູ່ໃນກາລະບັດນີ້ ກໍອາໄສສັດທາເປັນເຄື່ອງຈູງໃຈ: ກະທໍາຄຸນຄວາມດີທີ່ນັບວ່າ ເປັນທີ່ 2ຮອງຈາກຕົວທານລົງມາ ຖ້າ ບໍ່ມີສັດທາເປັນເຄື່ອງຈູງໄຈແລ້ວ ກໍບໍ່ສາມາດທີ່ຈະບໍາເພັນບຸນກຸສົນ ໃດໆໄດ້ ສົມດັ່ງພຸດທະພາສິດ ທີ່ໄດ້ອັນເຊີນມາເປັນນິກເທບບົດໃນ ເບື້ອງຕົ້ນນັ້ນວ່າ


  ສັດທາ ຫຸຕິຍາ ປຸຣິສັດສະ ໂຫຕິ ສັດທາ ສາທຸ ປະຕິດທິຕາ ແປເປັນເນື້ອໃນໃຈຄວາມວ່າ ສັດທາເປັນເພື່ອນມິດ ສະຫາຍຂອງຜູ້ກໍ່ສ້າງກອງການກຸສົນ ສັດທາທີ່ຕັ້ງຫມັ່ນແລ້ວຍ່ອມ ຢັ່ງປະໂຫຍດໃຫ້ຄວາມສໍາເລັດດັ່ງນີ້


  ມີຄໍາອະທິບຕື່ມອີກາຍວ່າ ຜູ້ມີສັດທາຕັ້ງຫມັ້ນແລ້ວ ຈະກະ ທໍາສິ່ງໃດໄປ ກໍຍ່ອມສໍາເລັດດັ່ງປະສົງ ເພາະວ່າມີສັດທາເປັນ ສະພານທີ່ກະທໍາໃຫ້ບຸກຄົນນັ້ນຕັ້ງຫມັ້ນ ຢູ່ໃນການງານທັງປວງຈະປະກອບວຽກງານການສ້າງອັນໃດກໍດີ ຈະບໍາເພັນກຸສົນໃດໆກໍດີ ກໍຕ້ອງອາໄສສັດທາຄວາມເຊື່ອຫມັ້ນ ປະກອບກັບຄວາມດຸຫມັ່ນ ພາກພຽນພະຍາຍາມຈຶງຈະປະສົບຜົນສໍາເຣັດ ສັດທາເປັນເພື່ອນ ນິມິດສະຫາຍຂອງນໍຣະຊົນທຸກທົ່ວຫນ້າ.


ສັດທາເພິ່ນສັດທາເຮົາກໍດັ່ງດຽວກັນດັ່ງນີ້ສະນັ້ນພຸດທະບໍຣິ ສັດທັງຫຼາຍ ຈະກະທໍາການກຸສົນໃດໆຈົ່ງປູກສັດທາໃຫ້ຕັ້ງຫມັ້ນໄວ້ ໃນກະມົນສັນດານຂອງຕົນກ່ອນ ແລ້ວຈຶ່ງປະກອບກະທໍາການ ກຸສົນນັ້ນໆ ເຫມືອນດັ່ງທີ່ທ່ານເຈົ້າພາບໄດ້ບໍາເພັນໃຫ້ເຫັນເປັນ ຕົວຢ່າງຢູ່ໃນຂະນະນີ້ ຂໍທ່ານສາທຸຊົນທັງຫຼາຍ ຈົ່ງຖືເອົາເປັນຕົວ ຢ່າງສືບໄປ ຈັກໄດ້ບໍ່ພາດພັງຈາກສຸຄະຕິໂລກສະຫວັນໃນປໍຣະພົບ ເບື້ອງຫນ້າ,


ຮັບປະທານ ສະແດງພຣະທັມມະເທສະຫນາມາໃນ ຄັນ ທິງເພລິງ ທານາ ນິສັງສາ ຄາຖາ ກໍພໍສົມຄວນແກ່ການເວລາຂໍ ຢຸດຕິລົງໄວ້ພຽງເທົ່ານີ້ ເອວັງ,

Post a Comment

0Comments

Post a Comment (0)

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top