ສະຫລອງສ້າງຖະຫນົນຫົນທາງ

 


       

ສະຫລອງສ້າງຖະຫນົນຫົນທາງ


ນະໂມ 3 ຈົບ


         ອັປປະມາ ເທນະ ມະຄະວາ ເທວະນັງ ປະມາໂທ ຄະຣະຫິໂຕ ສະທາຕິ ເສດຖະຕັງ ຄະໂຕ ອັບປະມາທັງ ປະສັງສັນຕິ ປະມາໂທ ຄະຣະຫິ ໂຕ ສະທາຕິ


         ໂພນຕາ ສາທະໂວ ດູລາ ສັບປຸຣິສາເຈົ້າ ທັງຫຼາຍ ທີ່ມີຄວາມປາດຖະຫນາ ຫາຍັງສຸກສາມປະການ ມີມະນຸດ ສົມບັດ ສະຫວັນສົມບັດ ນີຣະພານສົມບັດ ຂໍຈົ່ງໂສຕະປະສາດ ສອງ ຄອຍສະດັງຍັງຣົດສາທັມມະເທສະຫນາ ຈັກໄດ້ພັນລະນາ ເຖິງອານິສົງແຫ່ງການສ້າງຖະຫນົນຫົນທາງ ອັນເປັນສາທາລະ. ນະປະໂຫຍດ ພໍເປັນເຄື່ອງເພີ່ມພູນ ສະຫຼອງສັດທາ ຂອງທ່ານ ພຸດທະມາມະກະ ບໍຣິສັດທັງຫຼາຍ ໂດຍສົມຄວນແກ່ການເວລານະວັນນີ້ 

     

       ທ່ານພຸດທະບໍຣິສັດທັງຫຼາຍ ເຊິ່ງລ້ວນ ແລ້ວແຕ່ເປັນຜູ້ປະກອບດ້ວຍສັດທາຄວາມເຊື່ອໃນ ຄຸນພຣະ ສີຣັດຕະນະໄຕຣ ກ່າວຄື: ພຣະພຸດ ພຣະທັມ ພຣະສົງ ວ່າເປັນ ສະຣະນະທີ່ເພິ່ງອັນປະເສີດ ບໍ່ຍ່ອມຮັບນັບຖືເອົາສິ່ງອື່ນນອກຈາກ ນີ້ ວ່າເປັນສາຣະນະທີ່ເພິ່ງອີກ ບຸກຄົນຜູ້ເຂົ້າເຖິງ ພຣະຣັດຕະນາ ໄຕຣນີ້ ຍ່ອມເປັນຜູ້ບໍ່ເຂົ້າເຖິງອະບາຍຍະພູມ ມີນາຣົກເປັນຕົນ ຍ່ອມມີແຕ່ສະຫວັນເປັນທີ່ໄປໃນເບື້ອງຫນ້າ ອີກປະການຫນຶ່ງ ພວກ ທ່ານທັງຫຼາຍ ໄດ້ດໍາເນີນຊີວິດຂອງຕົນໄປໂດຍທາງອັນຖືກທັມເຊິ່ງເປັນການເຮັດໃຫ້ຊີວິດແລະ ຊັບສົມບັດຂອງຕົນໃຫ້ເປັນແກ່ນສານ ດ້ວຍການສະລະຊັບສົມບັດສິງຂອງ ຂອງຕົນອອກມາ ບຳເພັນກຸສົນໃນພຣະພຸດທະສາດສະຫນາ ນັບວ່າເປັນນິທິຂຸມຊັບອັນປະເສີດ ສາມາດໃຫ້ເກີດປະໂຫຍດສຸກແກ່ຕົນ ໃນປະຣະພົບເບື້ງໜ້າພວກທ່ານທັງຫຼາຍ ເຖິງແມ່ນວ່າ ໄດ້ສະແດງຕົນເປັນຜູ້ ເຖິງພຣະຣັດຕະນາໄຕຣ ວ່າເປັນສາຣະນະທີ່ເພິ່ງ ເຊິ່ງເປັນທາງ ໃຫ້ເກີດບນກຸສົນ ດັ່ງກ່າວມາແລ້ວນັ້ນ ກໍຍັງບໍ່ໄດ້ຢຸດຢັ້ງ ທີ່ຈະ ປະກອບກິດອັນເປັນບຸນເປັນກຸສົນອີກ ໂດຍທີ່ພວກທ່ານທັງຫຼາຍ ຍັງໄດ້ສະລະຊັບຂອງຕົນອອກສ້າງຖະຫນົນຫົນທາງ ເພື່ອເປັນທີ່ ສັນຈອນໄປມາແກ່ປະຊາຊົນທັງປວງ ນັບວ່າເປັນການກະທໍາ ທີ່ ເປັນອານິສົງຜົນບຸນອັນຍິ່ງໃຫຍ່ ເພາະຖະຫນົນຫົນທາງຍ່ອມເປັນທີ່ ສັນຈອນໄປມາ ຂອງມະຫາຊົນທັງຫຼາຍ ເປັນທີ່ສາທາລະນະ ບໍ່ ຈໍາກັດ ຄົນເຮົາທຸກຄົນ ຍ່ອມມີຄວາມສໍາພັນກ່ຽວເນື່ອງເຖິງກັນ ແລະ ກັນ ໄປມາຫາສູ່ກັນຢູ່ສະເຫມີ ເປັນທໍາມະດາ ການ ໄປມາຫາສູ່ກັນນີ້ຍ່ອມຕ້ອງອາໄສຖະຫນົນຫົນທາງ ຖ້າບໍ່ມີຖະຫນົນ ຫົນທາງແລ້ວ ກໍຍ່ອມຈະໄດ້ຮັບຄວາມລໍາບາກຍາກຍິ່ງ ເພາະວ່າ ປະເທດໃດໆກໍດີ ຖ້າຫາກການຄົມມະນາຄົມໄປມາບໍ່ສະດວກແລ້ວ ກິດຈະການທຸກຢ່າງອັນກ່ຽວກັບຫົວເມືອງຕ່າງກໍຍິ່ງຍາກລໍາບາກແລະບໍ່ຖ່ວງທັນເວລາອີກດ້ວຍ ລວມເຖິງການໄປມາຫາສູ່ກັນ ແລະການລໍາລຽງຂົນສົ່ງພັດສະດຸ ຈາກທີ່ແຫ່ງຫນຶ່ງໄປຫາຍັງອີກແຫ່ງຫນຶ່ງ ກໍຍ່ອມຈະລໍາບາກ ຖ້າຫາກຫົນທາງບໍ່ດີ ຫຼືບໍ່ມີຫົນທາງ ແລ້ວ ຍ່ອມເຮັດໃຫ້ປະຊາຊົນທັງປວງໄດ້ຮັບຄວາມຫຍຸ້ງຍາກລໍາບາກ ເມື່ອເປັນດັ່ງນັ້ນ ພວກທ່ານຜູ້ມີໃຈອັນເປັນມະຫາກຸສົນ ທັງຫຼາຍ ຈຶ່ງໄດ້ພ້ອມໃຈກັນສ້າງຖະຫນົນຫົນທາງນີ້ ເພື່ອໃຫ້. ປະຊາຊົນພົນລະເມືອງໄດ້ໃຊ້ສັນຈອນໄປມາໄດ້ໂດຍສະດວກນີ້ຖືວ່າພວກທ່ານທັງຫຼາຍໄດ້ພາກັນສ້າງຄວາມຈະເຣີນ ໃຫ້ ປະເທດຊາດບ້ານເມືອງ ດ້ວຍການກະທໍານີ້ ຊີ້ໃຫ້ເຫັນວ່າທ່ານທັງຫຼາຍ ເປັນຜູ້ສົມບູນດວ້ຍຄວາມບໍ່ປະຫມາດ ເຫມືອນທ້າວສັກກະ ເທວະຣາດຜູ້ເປັນໃຫຍ່ກວ່າ ເທວະດາທັງຫຼາຍໃນດາວະດິງ ສະຫວັນນີ້ ກໍ່ໄດ້ອາໄສຄວາມບໍ່ປະຫມາດນີ້ ບໍາເພັນກຸສົນໃນຊາດທີ່ ເປັນມະນຸດ ຄັນແຕກກາຍທໍາລາຍຂັນກໍໄດ້ໄປເກີດເປັນທ້າວສັກກະ ເທວະຣາດໃນດາວະດຶງສະຫວັນ ນີ້ກໍດ້ວຍອໍານາດແຫ່ງຄວາມບໍ່ ປະຫມາດຍ່ອມຊ່ວຍອໍານວຍຜົນ ໃຫ້ເປັນໄປໄດ້ສົມດັ່ງເທດສະຫນາ ໃນພຸດທະພາສິດ ທີ່ໄດ້ອັນເຊີນມາເປັນຫົວຂໍ້ ເບື້ອງຕົ້ນນັ້ນວ່າ,


      ອັປປະມາເທນະ ມະຄະວາ ເທວະນັງ ເສດຖະຕັງ ຄະໂຕ ອັປປະມາທັງ ປະສັງສັນຕິ ປະມາໂທ ຄະຣະຫິໂຕ ສະທາທ້າວມັກຄະວານເທວະຣາດ ເຖິງຄວາມເປັນຜູ້ ປະເສີດກວ່າເທບພະຍາດາທັງຫຼາຍ ດ້ວຍຄວາມບໍ່ປະຫມາດບັນດິດ ທັງຫຼາຍຍ່ອມສັນລະເສີນ ຄວາມບໍ່ປະຫມາດ ຄວາມປະຫມາດອັນ ບັນດີດຕິຕຽນທຸກເມື່ອທຸກຍ່າມດັງນີ້


  ອະທິບາຍວ່າ ອັນຄວາມສໍາເຣັດແຫ່ງການງານທັງຫຼາຍຍ່ອມເນື່ອງມາແຕ່ຄວາມບໍ່ປະຫມາດ ເພາະຄວາມບໍ່ປະໝາດ ຫມາຍເຖິງຄວາມບໍ່ປ່ອຍສະຕິ ມີສະຕິຕັ້ງຫມັ້ນ ເປັນຜູ້ຫມັ່ນພິນິດ ພິຈາຣະນາ ລະມັດລະວັງ ໃນເຫດການທັງປວງ ເມື່ອບຸກຄົນ ສົມບູນດ້ວຍລັກສະນະດັ່ງກ່າວມານີ້ແລ້ວ ເຖິງແມ່ນຈະກະທໍາສິ່ງ ໃດລົງໄປຍ່ອມສໍາເຣັດດ້ວຍຄວາມຮຽບຮ້ອຍ ອີກໃນຫນຶ່ງຄວາມບໍ່ ປະຫມາດນີ້ ເປັນຍອດແຫ່ງທັມທັງປວງ ທີ່ເປັນກຸສົນ ເຖິງແມ່ນຄໍາ ສັງສອນແຫ່ງອົງສົມເດັດພຣະຊິນະວອນ ສັມມາສັມພຸດທະເຈົ້າ ຈະມີຢູ່ຫຼວງຫຼາຍເຖິງແປດຫມື່ນສີ່ພັນພຣະທັມມະຂັນ ກໍຕາມ ແຕ່ ແລ້ວຄໍາສັ່ງສອນເຫຼົ່ານັ້ນ ຍ່ອມປະມວນລົງໃນຄວາມບໍ່ປະຫມາດທັງ ຊິ້ນ ເພາະສະນັ້ນ ທ່ານຈຶ່ງກ່າວວ່າ ຄວາມບໍ່ປະຫມາດເປັນທັມອັນ ສູງສຸດ ເປັນບໍ່ເກີດຂຶ້ນຂອງກຸສົນທັງປວງ ຄວນທີ່ທ່ານທັງຫຼາຍຈະ ເພິ່ງບໍາເພັນໃຫ້ມີຫຼາຍຍິ່ງຂຶ້ນໃນຕົນ ເພາະບຸກຄົນຈະໄດ້ເປັນໃຫຍ່ ໃນໂລກນີ້ ແລະ ໂລກຫນ້າໄດ້ ຍ່ອມຕ້ອງອາໄສຄວາມບໍ່ປະຫມາດ ເປັນມູນເຫດ ເຫມືອນດັ່ງທ້າວສັກກະເທວະຣາດອາໄສຄວາມບໍ່ປະ ຫມາດ ປະກອບກິດອັນເປັນກຸສົນ ມີສ້າງຖະຫນົນຫົນທາງ ຂຸດ ບໍ່ນໍ້າ ສ້າງສາລາໃຫ້ເປັນທີ່ສັນຈອນໄປມາ ແລະເປັນທີ່ພັກອາໄສ ຂອງສາທາລະນະຊົນ ຄັນຕາຍຈາກມະນຸດໂລກແລ້ວ ກໍໄດ້ໄປ ບັງເກີດເປັນພະຍາອິນທາທິຣາດ ຜູ້ເປັນໃຫຍ່ແຫ່ງເທວະດາທັງ ຫຼາຍ ໃນພົບດາວະດຶງ ດ້ວຍເຫດນີ້ຈຶ່ງສົມຄວນທີ່ເຮົາ ທ່ານທັງຫຼາຍຈະກະທໍາບໍາເພັນສັງສົມຄວາມບໍ່ປະຫມາດໃຫ້ມີໃນຕົນໂດຍຢຶດຫມັ້ນໃນການບໍາເພັນບຸນກຸສົນ ມີປະການຕ່າງໆດັ່ງທີ່ທ່ານ ທັງຫຼາຍ ໄດ້ສາງຖະຫນົນຫົນທາງອັນເປັນສາທາລະນະປະໂຫຍດ ເຊັ່ນນີ້ ກໍນັບວ່າເປັນຜູ້ບໍ່ປະຫມາດໂດຍແທ້ ບຸນກຸສົນທັງຫຼາຍນີ້ແລະ ຈະເປັນສະບຽງສໍາພາລະ ອະນຸຄາມິນີປັດໄຈ ຕິດຕາມໄປສະໜອງ. ທ່ານທັງຫຼາຍໃນປະຣະພົບພາຍພາກຫນ້າ ດັ່ງທີ່ໄດ້ສະແດງມາ ໃນສ່ວນອານິສົງສະກາຖາ ພັນລະນາອານິສົງແຫ່ງການສ້າງທະຫນົນຫົນທາງ ອໍານວຍຄວາມສະດວກແກ່ສາທາລະນະຊົນກໍພໍ . ສົມຄວນແກ່ການເວລາຂໍຍຸຕິພຣະທັມມະເທສະນາລົງໄວ້ພຽງເທົ່ານີ້ເອວັງ ກໍມີດ້ວຍປະການນີ້ແລ

Post a Comment

0Comments

Post a Comment (0)

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top