ສະຫລອງສ້າງຫໍກອງຫໍຣະຄັງ

 


ສະຫລອງສ້າງຫໍກອງຫໍຣະຄັງ


ນະໂມ 3 ຈົບ


        ອິທະໂມທະຕິ ເປດຈະ ໂມທະຕິ ກະຕະປຸນໂຍ ອຸພະຍັດຖະ ໂມທະຕິ ໂສໂມທະຕິ ໂສຫະປະໂມທະຕິ ທິສະວາກັມມະ ວິສຸດທະມັດຕະໂນຕິ


       ໂພນຕາ ສາທະໂວ ດູລາທ່ານສັບປຸຣິສາທັງຫຼາຍ ນະບັດນີ້ ອາຕະມາພາບຈັກໄດ້ສະເເດງອານິສົງສະກະຖາ ພັນລະນາ ການສ້າງສ້າງຫໍຣະຄັງ ພໍເປັນເຄື່ອງປະດັບສະຕິປັນຍາເພີ້ມພູນກຸສົນ ຈະຣິຍາສັມມາປະຕິບັດ ແຫ່ງທ່ານທານະທິບໍດີທັງຫຼາຍ ມີທ່ານ ເຈົ້າພາບເຈົ້າລຸນຣະສັດທາເປັນເຂົ້າເປັນປະທານໂດຍ ສົມຄວນແກ່ການເວລາ.


         ວັນນີ້ທ່ານທານະທິບໍດີທັງຫຼາຍ ໄດ້ມີສັດທາເຫຼື້ອມໃສໃນ ພຣະພຸດທະສາສະຫນາ ໄດ້ບໍຣິຈາກຊັບຂອງຕົນອອກມາກະທໍາ ການກໍ່ສ້າງຖາວອນວັດຖຸ ໃນພຣະພຸດທະສາດສະຫນາ ໃຫ້ເປັນພຸດ ທະບູຊາ ທັມມະບູຊາ ແລະ ສັງຄະບູຊາ ກໍຄືໄດ້ສ້າງຫໍກອງຫໍຣະ ຄັງ ອັນເປັນເຄື່ອງໃຫ້ອານັດສັນຍານແກ່ພຣະພິກຂຸສົງ ໃນອາຮາມ ມະເຂດ ເພື່ອຄວາມສາມັກຄີພ້ອມພຽງໃຫ້ເກີດຂຶ້ນໃນສັງຄະທໍຣະນີ ໂດຍທົ່ວໄປອັນວ່າຫໍກອງຫໍຣະຄັງນີ້ເປັນຖາວອນວັດຖຸອັນຫນຶ່ງ ເຊິ່ງມີ ປະຈໍາວັດວາອາຮາມທຸກແຫ່ງ ສໍາລັບເປັນທີ່ປະດິດສະຖານຄ້ອງ ກອງຣະຄັງໂປງ ຝີມືໃນການກໍ່ສ້າງນັ້ນຍ່ອມແຕກຕ່າງກັນໄປຕາມ ແຫ່ງຊັບ ບາງຫໍກໍສ້າງດ້ວຍປູນດ້ວຍແລະເຫຼັກ ບາງຫໍກໍ ທາດ້ວຍໄມ້ ເຫມືອນດັ່ງເສນາສະນະ ກຸຕິວິຫານອັນເປັນທີ່ຢູ່ອາໄສ ຂອງພຣະພິກຂຸສາມະເນນທັງຫຼາຍ ເມື່ອມີກິດຈະກໍາໃດໆທີ່ຈະພຶງກະທໍາຮ່ວມກັນໃນລະຫວ່າງ ພຣະພິກຂຸສາມະເນນກໍຈະ ມີການຕີຣະຄັງຕີກອງ ຕີຄ້ອງຫຼືຕີໂປງສັນຍານໃຫ້ພຣະພິກຂຸ ສາມະເນນໄດ້ລົງມາປະຊຸມກັນກະທໍາກິດນັ້ນໆໃຫ້ສໍາເຣັດລຸລ່ວງໄປ ກົງຕາມການເວລາທີ່ກໍານົດໄວ້ດ້ວຍຄວາມສະດວກ ກໍໃຫ້ເກີດສຸກ ອັນຫນຶ່ງພໍໃຈ ແມ່ນແຕ່ໃນຍາມຕາຍ ບຸນຍັງສາມາດກໍ່ໃຫ້ເກິດ ຄວາມສຸກໄດ້. ສົມດັ່ງ ເທດສະຫນາໃນພຣະພຸດທະພາສິດ ທີ່ມີມາໃນ ພຣະທັມມະບົດ ຂຸດທະກະນິກາຍວ່າ ປຸນຍັງ ສຸຂັງ ຊີວິດສັງ ຂະຍັມຫິ ບຸນຍ່ອມກໍໃຫ້ເກີດຄວາມສຸກໃນຍາມຕາຍ ດັ່ງນີ້


      ອະທິບາຍວ່າ ບຸກຄົນໄດ້ທໍາບຸນກຸສົນຢ່າງໃດຢ່າງຫນຶ່ງໄວ້ ໃນຂະນະທີ່ຍັງມີຊີວິດຢູ່ ສາມາດບໍາເພັນບຸນໄດ້ຢູ່ ຄັນໃກ້ຕໍ່ມໍຣະ ນະການຄືເວລາໃກ້ຕາຍຍ່ອມສະດຸ້ງຕົກໃຈກົວຢ້ານ ຖ້າບຸກຄົນນັ້ນ ໄດ້ກະທໍາຊຶ່ງບຸນກຸສົນໄວ້ແລ້ວ ເຂົາກໍຍ່ອມຣະນຶກເຖິງເຊິ່ງບຸນກຸສົນ ທີ່ຕົນໄດ້ກະທໍາໄວ້ນັ້ນ ຄັນຣະນຶກໄດ້ແລ້ວຈິດໃຈ ທີ່ກະວົນກະວາຍ ສະທ້ານຢ້ານຕໍ່ມໍຣະນະໄພກໍສະຫງົບລົງ ເປັນສະມາທິມີອາຣົມດຽວອັນນີ້ ຕາມຫຼັກທາງພຸດທະສາສະຫນາກ່າວໄວ້ວ່າ ບຸກຄົນໃດກະທໍາ ແລ້ວເຊິ່ງກັມອັນໃດໄວ້ ດີກໍຕາມຊົ່ວກໍຕາມ ຍ່ອມຈັກໄດ້ຮັບຜົນ ຂອງກັມນັ້ນໆດັ່ງນີ້ ອັນວ່າສັດທັງຫຼາຍຍ່ອມມີກັມເປັນແດນເກີດມີ ກັນເປັນເຜົ່າພັນມີກັມເປັນທີ່ເພິ່ງອາໄສ ແລະ ມີກັມເປັນທາຍາດ ຂອງການກະທໍານັ້ນເອງ


ບຸກຄົນໃດ ຜູ້ຣະນຶກເຖິງບຸນກຸສົນທີ່ຕົນໄດ້ກະທໍາໄວ້ ໃນກາລະເມື່ອກ່ອນພຸ້ນ ຈະຣະນຶກໄດ້ຫຼືບໍ່ໄດ້ກໍຕາມເມື່ອເຖິງຍາມມໍຣະ ນະການ ຄືໝໍ່ໃກ້ຈະຊິ້ນຊີວິດຍ່ອມໄດ້ຮັບຄວາມສຸຈະຣິດ ກ່າວ ຄືມີໃຈບໍ່ວິປະຣາດຂາດສະຕິຫຼົງລະເມີ ເພາະມີຈິດຄິດຈົດຈໍ່ຕໍ່ກຸສົນທີ່ຕົນຈະໄດ້ຮັບຜົນ ແຫ່ງບຸນອັນເຄີຍໄດ້ກະທໍາໄວ້ ຍ່ອມຈະພາໄປ  ເກີດໃນສຸກຄະຕິພູມທີ່ດີ ເມື່ອຈິດສະຫງົບສະອາດໃສບໍລິສຸດເຊັ່ນນີ້ແລ້ວ ເມື່ອຊິ້ນຊີບຍ່ອມເປັນຜູ້ທີ່ມີສຸຄະຕິ ເປັນທີ່ໄປໃນເບື້ອງໜ້າໂດຍທ່ຽງແທ້ແນ່ນອນ ອັນນີ້ ສົມດັ່ງວະຈະນະປະພັນພຸດທະພາສິດວ່າ ຈິດແຕ ອະສັງ ກິຣິດເຖ ສຸຂະຕິ ປະຕິສັງຂາ ເມື່ອຈິດບໍ່ເສົ້າ ຫມອງສຸຄະຕິເປັນອັນຫວັງໄດ້ດັ່ງນີ້


 ອັນວ່າ ຫໍກອງຫໍຣະຄັງ ທີ່ທ່ານເຈົ້າພາບເຈົ້າມູລະສັດທາ ໄດ້ກໍ່ສ້າງໄວ້ນີ້ ຍ່ອມມີປະໂຫຍດເປັນອະເນກປະການນັບເປັນວັດຖຸ ອັນເປັນແກ່ນສານຍືນຍົງຢູ່ໄດ້ຕຣອດກາລະນານ ສົມຄວນເປັນແບບຢ່າງອັນດີງາມແກ່ບັນດາອະນຸຊົນທັງຫຼາຍສືບໄປ.


 ເຫດດັ່ງນັ້ນ ທ່ານພຸດທະສາທຸຊົນຜູ້ມີຈິດປະກອບດ້ວຍສັດທາ ຄວາມເຊື່ອ ປາສາທະ ຄວາມເຫຼື້ອມໃສໄດ້ບໍຣິຈາກ ຊັບຂອງຕົນອອກມາບໍາເພັນກຸສົນ ຄືໄດ້ສ້າງຫໍກອງຫໍຣະຄັງໃນເວລານີ້ ຍ່ອມ ເປັນປະໂຫຍດອັນຍິ່ງໃຫຍ່ໄພສານ ດັ່ງທີ່ໄດ້ສະແດງມາ ຈຶ່ງໄດ້ ຈັດໃຫ້ມີພິທີການສະເຫຼີມສະຫຼອງ ແລະຍັງໃຫ້ມີການຟັງພຣະ ທັມມະເທດສະຫນາໃນເວລາວັນນີ້ ອັນນີ້ກໍນັບວ່າເປັນຜູ້ມີປັນຍາຈາລະນາຮູ້ປະໂຫຍດຕົນ ເຊິ່ງຖືເປັນກິດອັນຍາກທີ່ບຸກຄົນຈະເພິ່ງ ກະທໍາໄດ້ ນັບວ່າບໍ່ເສຍທີທີ່ເກີດເປັນມະນຸດພົບພຣະພຸດທະສາສະ ຫນາ ແລະ ມີຊີວິດຫມັ້ນຍືນມາຈົນເຖິງປານນີ້ ໂດຍປາສະຈາກອຸປັດທະວະອັນຕຣາຍ ອັນເປັນອະກຸສົນນີ້ແລະ ຈະເປັນ ປັດໄຈ ອະນຸຄາມີນີປັດໃຈຕິດຕາມທ່ານໄປໃນປໍຣະພົບເບື້ອງຫນ້າຍັງຈະໄດ້ຊື່ວ່າ ເປັນຜູ້ກະທໍາຊີວິດຕົນໃຫ້ມີສາຣະປະໂຫຍດອັນຍິ່ງໃຫຍ່ ຄວນຢ່າງ


ຍິ່ງທີ່ຈະບັນເທີງຣື່ນເຣີງໃຈວ່າເຮົາໄດ້ກະທໍາຄວາມດີຄວາມງາມໂດຍຊອບທໍາໄວ້ໃນພຣະ ພຸດທະສາສະຫນາໂດຍ ສັມມາປະຕິບັດ. ຂູດເກົາຂັດຜັດສີກິເລດ ຄືຄວາມໂລບ ມັດສະຣິຍະຄືຄວາມ ຫນຽວແຫນ້ນໃຫ້ເບົາບາງຈາກຂັນທະສັນດານຂອງຕົນໂດຍລຳດັບນັບວ່າເປັນເຫດໃຫ້ຈິດໃຈມີຄວາມ ອື່ນເຣີງບັນເທິງໃນໂລກເບື້ອງ ຫນ້າ ສົມດັ່ງພຣະຄາຖາພຸດທະສຸພາສິດທີ່ໄດ້ອັງເຊີນມາເປັນນິກເຂມະບົດໃນເບື້ອງຕົ້ນນັ້ນວ່າ


 ອິທະ ໂມທະຕິ ເປດຈະ ໂມທະຕິ ດັ່ງນີ້ເປັນອາທິແປວ່າ. ບຸກຄົນຜູ້ໄດ້ກະທໍາບຸນໄວ້ແລ້ວ ຍ່ອມບັນເທິງໃນໂລກທັງສອງ ຄືບັນເທິງໃນໂລກນີ້ ແລະ ໂລກຫນ້າ ວ່າເຮົາໄດ້ກະທໍາບຸນໄວ້ແລ້ວ ເຮົາຈະໄດ້ໄປສູ່ສຸຄະຕິແລ້ວ ຈະບັນເທີງຍິ່ງໆຂຶ້ນໄປອີກ ດັ່ງນີ້ ທ່ານພຸດທະສາສະນິກກະຊົນ ຜູ້ບໍາເພັນບຸນກຸສົນໄວ້ດັ່ງນີ້ ຍ່ອມ ມ່ວນແມ້ງບັນເທີງໃຈໃນໂລກນີ້ ຄື ໃນຂະນະທີ່ຍັງມີຊີວິດຢູ່ ກໍມີ ຄວາມພາກພູມໃຈ ວ່າເຮົາໄດ້ບໍາເພັນບຸນກຸສົນໄວ້ແລ້ວ ເຖິງຢ່າງ ໄດ້ກໍຕ້ອງໄດ້ຮັບຜົນ ບຸນກຸສົນທີ່ຕົນໄດ້ກະທໍາໄວ້ແລ້ວ ນັ້ນຢ່າງແນ ນອນ ຄື ຈະຕ້ອງມີສຸຄະຕິພົບເປັນທີ່ໄປໃນເບື້ອງຫນ້າ ເມື່ອເຖິງ ຍາມທີ່ຕາຍໄປແລ້ວ ຜົນບຸນກຸສົນອັນນີ້ກໍອໍານວຍບັນດານໃຫ້ໄປເກີດໃນສຸຄະຕິໂລກສະຫວັນຢ່າງທ່ຽງແທ້ແນ່ນອນແລະບຸກຄົນກະທໍາສັງສົມໄວ້ເຊິ່ງບຸນກຸສົນຍ່ອມມີຈິດທີ່ຜ່ອງແຜ້ວ ມ່ວນຊື່ນຍິນດີຣື່ນເຣິງເທີງໃຈຍິ່ງກວ່າ ປົກກະຕິທໍາມະດາເພາະວ່າມີຄວາມຫວັງທີ່ຈະໄດ້ປະສົບ ອິດທະຜົນ ດັ່ງຄວາມມຸ້ງມາດປາດຖະຫນາດ້ວຍບຸນ ກິຣິຍາ ທີ່ຕົນໄດ້ສ້າງໄວ້ໃນມະນຸດໂລກດັ່ງຮັບປະທານສະເເດງພຣະທັມມະເທສະຫນາມາ ກໍ່ພໍສົມຄວນແກ່ການເວລາ ເອວັງ

Post a Comment

0Comments

Post a Comment (0)

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top