ສະຫລອງຜ້າອາບນ້ຳຝົນ
ນະໂມ 3 ຈົບ
ນະມັດຖຸ ຣັດຕະນັດຕະຍັດສະ ຕະໂຕ ປະຣັງ ວາສິ ກັດຖັງ ອານິສັງ ສັງ ປະກາເສຕີຕິ.
ໂພນຕາ ສາທະໂວ ດູລາ ສັບປຸຣິສາທັງຫຼາຍ ທັງຣ. ນ້ອຍໃຫຍ່ ທີ່ມັກໄຄ່ໃນການຟັງທັມ ຂໍຈົ່ງຕັ້ງໂສຕະ ປະສາດຄອຍຮອງຮັບຟັງຍັງຣົດສາທັມມະເທສະຫນາ ອັນຈັກກ່າວພັນ. ເຖິງການຖວາຍຜ້າ ວັດສາວັດສິກະພັດ ຄື ຜ້າອາບນຝົນການໃຫ້ທານ ອັນວ່າຊະນິດນີ້ ກະທໍາໄດ້ສະເພາະວັນປາຍລະດູຮ້ອນຫຼື
ຕົ້ນຣະດູຝົນເຊິ່ງ ເປັນເວລາທີ່ພິກຂຸເຂົ້າພັນສາ ຕາມພຸດທານຸຍາ ໄວ້ວ່າ ໃຫ້ພຣະພິກຂຸສະແຫວງຫາຜ້າອາບນໍາຝົນໄດ້ ຕົວ ຜ້າອາບນຝົນນັ້ນ ຄືຜ້າສະບົງ ຫຼື ຜ້າຂາວເປັນວາ ຈຶ່ງຈັດວ່າ ເປັນຜ້າອາບນຝົນໄດ້ ເພາະສະນັ້ນການຖວາຍຜ້າອາບນຜົນ ນີ້ທານສາທຸຊົນທັງຫຼາຍ ທີ່ມີໃຈໃສສັດທາຢ່າງແຮງກ້າ ສະລະ ຄວາມສຸກທີ່ມີຢູ່ໃນປະຈຸບັນນີ້ ບໍ່ຢ້ານຕໍ່ຄວາມຢາກລາບາກ ທີ່ຈະ ມາພະຈົນດ້ວຍ ຫວັງເອົາວິບາກຜົນຂອງທ່ານນັ້ນ ຢ່າງຕັ້ງອົກຕັ້ງໃຈມີອາລົມຈິດ ເປັນທີ່ຕັ້ງໄວ້ແບບນີ້ແລ້ວ ກໍອາດຈັກອຳນວຍຜົນ ໃຫ້ເປັນ ຫິຕະຜົນໃຫ້ເປັນຖິດທະທັມ ຄືຈະໄດ້ຮັບຜົນປາກົດໃນ ປະຈຸບັນພົບນີ້ ຂໍພຸດທະບໍລິສັດຜູ້ມີສັດທາທີ່ມາຖວາຍຜ້າອາບ ນຜົນໃຫ້ເປັນທານມື້ນີ້ ຈົ່ງຕັ້ງວິຖີຈິດຂອງຕົນໃຫ້ຕັ້ງຫມັ້ນແນ່ວແນ່ຕັ້ງໃຈຟັງພຣະທັມ ມະເທດສະຫນາ ທີ່ຈະນຳມາຊີ້ແຈງດັ່ງຕໍ່ໄປນີ້.
ກິລະ ດັ່ງໄດ້ສະດັບມາສະໄຫມຫນຶ່ງ ພຣະຜູ້ມີພຣະພາກ ເຈົ້າສະເດັດປະທັບຢູ່ພຣະເຊຕະວັນມະຫາວິຫານ ນະຄອນສາວັດ ຖີ ໃນກາລະຄັ້ງນັ້ນ ເອກະທິວະສັງ ມີຢູໃນວັນຫນຶ່ງ ເປັນວັນປາຍລະດູຮ້ອນ ນາງວິສາຂາກໍປະດັບປະດາເຄື່ອງດ້ວຍ ເຄື່ອງ ມະຫາຣະດາປາສາດ ແລະ ຈັດແຈງເຄື່ອງສັກກາລະບູຊາ ມີປະ ທູບປະທັບຄັນທະມາລາ ແລ້ວກໍເອົາບໍລິວານຂອງຕົນເຂົ້າໄປສູ່ບຸບຜາຣາມວິຫານ ຖວາຍບູຊາພຣະຣັດຕະນະໄຕຣແລ້ວ ກໍບັງເກີດ ຊົນລະທາຝົນຕົກລົງມາ ສ່ວນວ່າ ພຣະພິກຂຸທັງຫຼາຍ ກໍພາກັນ ເປືອຍກາຍອາບນີ້ຝົນ ຄະນະນັ້ນນາງວິສາຂາໄດ້ທັດສະນາການ ເຫັນກໍບັງເກີດສັດທາ ປາສັນນະການ ຄິດຈະຖວາຍຜ້າອາບນ ຝົນໃຫ້ເປັນທານ ແລ້ວກໍພາບໍລິວານເຂົ້າໄປສູ່ ພຣະນະຄອນ ສາວັດຖີ ຈັດແຈງຫາເຄື່ອງໄຊຍະທານທັງປວງ ສະຍັນຫະ ສາມະເຍ ຄັນເພລາສາຍັນຕະວັນຄໍາ ນາງກໍຍໍຍົກເອົາຍັງເຄື່ອງ ວັດຖຸທານພ້ອມໄປດ້ວຍບໍລິວານ ເຂົ້າໄປສູ່ບຸບຜາຣາມວິຫານ ແລ້ວກໍຖວາຍຜ້າອາບນຝັນໃຫ້ເປັນທານ ແດ່ອົງສົມເດັດພຣະສຳມາສຳພຸດທະເຈົ້າ ກັບທັງພຣະພິກຂຸສົງທັງຫຼາຍ ແລ້ວກໍຂາບທູນ ວ່າ ພັນເຕ ພະຄະວາ ຂ້າແຕ່ອົງສົມເດັດພຣະພຸດທະອົງ ຜູ້ປະ ເສີດ ອັນວ່າບຸກຄົນຍິງຊາຍທັງຫຼາຍ ທີ່ມີໃຈໃສສັດທາ ໄດ້ຖວາຍຜ້າອາບນ້ຳຝັນໃຫ້ເປັນທານ ຈະມີອານິສົງເປັນປະການໃດກໍຂ້າຈາ ໃນກາຣະຄັ້ງນັ້ນ ອົງສົມເດັດພຣະສຳມາສໍາພຸດທະເຈົ້າ ຈຶ່ງຕັດ ພຣະສັດທັມມະເທສະຫນາວ່າດູລາ ວິສາຂະອຸປາສິກາ ອັນວ່ານິລະຊົນຍິງຊາຍ ມີໃຈສັດທາໄດ້ຖວາຍຜ້າອາບນຝົນໃຫ້ເປັນ ທານ ກໍຈະມີຜະລະອານິສົງເປັນອັນມາກພຣະອົງຈຶ່ງຍົກເອົາອາດີດ. ນິທານມາຕັດເທສະຫນາວ່າ ໃນຄາວເມືອສາດສະຫນາພຣະ ປະສຳມາສໍາພຸດທະເຈົ້າ ຍັງມີຍິງທຸກຍາກເຂັນໃຈຄົນຫນຶ່ງມີວ່າ ອາໄມທາສີ ເປັນຄົນຮັບໄຊ້ເຂົາ ຢູ່ມາວັນຫນຶ່ງ ນາງອາໄພ ໄດ້ທັດສະນະການຫຼຽວເຫັນຫມູ່ມະຫາຊົນພ້ອມພຽງກັນ ນຳເຊິ່ງຕ້ ກາສາວະພັດ ໄປສູ່ສໍານັກຂອງພຣະພິກຂຸ ເພື່ອປາຣົບເຖິງການ ໃຫ້ຜ້າເປັນທານ ກະທຳ ໃຫ້ເປັນຜ້າອາບນຝົນ ນາງອາໄມທາ ເຫັນແລ້ວກໍບັງເກີດສັດທາ ຢາກຈະກະທຳບຸນນຳເຂົາ ນາງຈໍາ ນັ່ງຄະນິງໃນໃຈວ່າ ຈະເຮັດແນວໃດດີ ຈຶ່ງຈະໄດ້ໃຫ້ທານໃນຄັ້ງນີ້ ພິຈະລະນາຫາຜ້າທີ່ຈະໃຫ້ກໍບໍ່ມີ ຈຶ່ງຮີບເຂົ້າໄປຫາມານດາຂອງຕົນ ບອກຄວາມປະສົງໃຫ້ມານດາຮູ້ ມານດານາງຈຶ່ງເວົ້າກັບລູກວ່າ ລູກເອີຍ ເຮົາຈະເອົາຜ້າມາແຕ່ທີ່ໃດກັນເດ໋ ຕົນເຈົ້າກັບມານ ດາກໍເປັນຂ້າທາດເຂົາ ເມື່ອນາງໄດ້ຮັບ ຄຳຕອບຂອງມານດາດັ່ງນີ້ ອັດສຸຊົນ ນຕານາງກໍ່ລິນຫຼັ່ງນອງລົງອາບຫນ້າ ມານດາຂອງ ນາງມີຄວາມສົງສານ ຈຶ່ງແນະນລູກຂອງຕົນໃຫ້ໄປ ຂໍຂຶ້ນຄ່າ ແຮງງານຕໍ່ທ່ານນາຍຈ້າງ ນາງມີຈິດຍິນດີຍິ່ງ ຫນັກ ຄິດຄາດຄະເນໃນໃຈວ່າ ບັດນີ້ຄວາມປາດຖະຫນາຂອງເຮົາ ຄົງຈັກສຳເລັດຜົນ ເປັນແນ່ແທ້ ນາງຈຶ່ງຮີບກະທຳຕາມຄຳແນ່ນ ຂອງມານດາຕົວ ໄປຂໍຂຶ້ນຄ່າແຮງງານກັບນາຍຈ້າງ ສາມິໂກ ຝ່າຍວ່ານາຍ ເມື່ອໄດ້ຟັງຍັງຄຳສະເຫນີຂອງນາງອາໄມທາສີ ດັ່ງນັ້ນແລ້ວ ນາຍຈິ່ງກ່າວວ່າ ຄ່າຕົວຂອງເຈົ້າແຕ່ເກົ່າກໍມີພໍດີຢູ່ແລ້ວ ຄັນນາງອາໄມທາ ສີໄດ້ຟັງດັ່ງນັ້ນ ນາງກໍຄຳນຶງໃນໃຈວ່າ ຄວາມທຸກຍາກນີ້ ເນື່ອງມາຈາກເຫດທີ່ເຮົາບໍ່ເຄີຍໄດ້ກະທຳບຸນກຸສົນ ໃນຊາດປາງກ່ອນເປັນ ແນ່ແທ້ ບັດນີ້ ຈະເປັນຕາຍຢ່າງໃດ ເຮົາກໍຕ້ອງກະທຳທານໃນຄັ້ງ
ນີ້ໃຫ້ຈົນໄດ້ ດວ້ຍສັດທາເຈຕະນາອັນແຮງກ້າ ນາງຍອມທົນອັບ ອາຍຂາຍຫນ້າ ໄດ້ສະລະຜ້າທີ່ນາງຫົ່ມ ເປື້ອງອອກໄປຊັກຝອກ ໃຫ້ຫມົດມົນທິນແລ້ວ ຈັດຫາດອກໄມ້ທູບທຽນຂອງຫອມພ້ອມຜ້າ ແລ້ວ ກໍນຳໄປສູ່ໂຮງທັມມະສາລາ ຖວາຍຜ້ານຝົນໃນມື້ແຮມ ເກົ້າຄໍ່າເດືອນເຈັດ ກ່ອນມື້ເຂົ້າພັນສາ ພ້ອມດ້ວຍຫມູ່ມະຫາຊົນ ແລ້ວຈຶ່ງຕັ້ງຄວາມປາດຖະຫນາວ່າ ຍັດຖະ ຍັດຖະ ພາວາມິຫັງ
ດ້ວຍອໍານາດອານິສົງຜົນບຸນກຸສົນ ທີ່ຜູ້ຂ້າໄດ້ກະທໍາໃນຄາວນີ້ ຂຶ້ນຊື່ວ່າຄວາມທຸກຢາກໄຮ້ເຂັນໃຈຂາດເຂີນຊັບສິນ ດັ່ງອັດຕະພາບນີ້ ຢ່າໄດ້ມີແກ່ຜູ້ຂ້າໃນອັດຕະພາບຕໍ່ໆໄປເປັນອັນຂາດ ຈົນຕຣາບເທົ້າ ເຖິງທີ່ສຸດແຫ່ງທຸກຄືພຣະນິບພານ ໃນອາວະສານ ຊາດ ຂໍໃຫ້ຜູ້ຂ້າໄດ້ເກີດໃນພຣະພຸດສະຫນາຂອງອົງສົມເດັດພຣະສີ ອາຣິຍະເມດໄຕຣ ໃຫ້ໄດ້ນັ່ງໃກ້ ແລະ ໄດ້ສະດັບຟັງທັມມະເທສະ ຫນາ ຕໍ່ຫນ້າພຣະພັກຂອງພຣະອົງ ແລະ ຂໍອານິສົງອັນນີ້ຈົ່ງເປັນ ຫິຕະປະໂຫຍດແກ່ສັດທັງຫຼາຍດ້ວຍເທີ້ນ.
ເມື່ອຄວາມປາດຖະຫນາ ຂອງນາງອາໄມທາສີ ສິ້ນສຸດລົງ ສຽງຊ້ອງສາທຸການຂອງຫມູ່ມະນຸດ ແລະ ເທວະດາກໍດັງສະຫນັ່ນ ຫວັ່ນໄຫວ ດ້ວຍຜົນອານິສົງທີ່ນາງ ອາໄມທາສີໄດ້ກະທຳທານນັ້ນແລ້ວຢູ່ມາເຖິງວັນຖ້ວນເຈັດ ໂສຣາຊາ ວັນວ່າ ພຣະເຈົ້ານັ້ນ ມະຫາລາດບໍຣົມກະສັດຊົງສະເດັດໄປພົບນາງກໍາລັງຫາບ. ທາງມາໃນລະຫວ່າງທາງ ເກີດມີຄວາມປະຕິພັດຮັກໄຄ່ນາງຍິ່ງຫນັກຫນາ ຈຶ່ງຕັດສົນທະນາປຣາໄສຖາມຂ່າວ ຮູ້ຄວາມຕລອດ ແລ້ວ ຈຶ່ງຊົງຍົກນາງຂຶ້ນເທິງ ພຣະຣາດຊະຍົດ ນຳເອົານາງເຂ້າໄປ ສູ່ພຣະນະຄອນ ແລ້ວອະພິເສກໄວ້ໃນຕໍາແຫນ່ງອັກຄຣະມະເຫສີຕາບເທົ່າຊັ້ນອາຍຸ ຄັນແຕກກາຍທໍາລາຍຂັນແລ້ວນາງກໍໄດ້ ອຸບັດຂຶ້ນໃນສະຫວັນຊັ້ນດຸສິດພິພົບ ເປັນບໍລິວານຂອງພຣະ. ຣິຍະເມດໄຕຣເທບພະບຸດບໍຣົມມະໂພທິສັດ ມີວິມານຄຳສາໄດ້, ຫ້າໂຍດ ມີນາງຟ້າສອງພັນນາງເປັນບໍລິວານ ຄັນອາວະສາ ຊາດ ສຸດທ້າຍນາງກໍຈະໄດ້ ຟັງທັມມະເທດສະຫນາ ຕໍ່ຫນ້າພຣະພັກ ຂອງພຣະສີອາຣິຍະເມດໄຕຣ ບໍຣົມມະໂລກນາດເຈົ້າ ກໍຈະໄດ້ບັນ ລຸທັມມະວິເສດນະທີ່ນັ່ງ ນັ້ນເອງ
ຄັນເມື່ອຈົບພຣະສັດທັມມະເທດສະຫນາ ຫມູ່ປານະສັດທັງ ຫຼາຍ ກໍໄດ້ດວງຕາເຫັນທັມເປັນອັນມາກ ສ່ວນນາງວິສາຂາໄດ້ຕັ້ງຢູ່ໃນຄຸນພຣະຣັຕະນະໄຕຣ ນີ້ແລະ ທ່ານນິດສະຣາທິບໍ ດີທັງຫຼາຍ ບຸກຄົນຜູ້ມີເຈຕະນາອັນບໍລິສຸດຢຶດຫມັ້ນ ໃນກອງການ ກຸສົນ ຍ່ອມຈະໄດ້ຮັບຜົນດັ່ງນາງອາໄມທາສີເປັນຕົວຢ່າງດັງເທດ ສະຫນາບັນຫານມາກໍສົມຄວນແກ່ເວລາ ເອວັງ ກໍມີດ້ວຍປະກາ ດັ່ງກ່າວມານີ້ແລ.