ສະຫລອງອະນິສົງສ້າງໂຮງຫມໍ

 


ສະຫລອງອະນິສົງສ້າງໂຮງຫມໍ


ນະໂມ 3 ຈົບ


ອະໂຣຄາຍາ ປະຣະມາ ລາພາຕິ


       ໂພນຕາ ສາທະໂວ ດູລາ ສັບປຸຣິສາທັງຫຼາຍ ຝູງ ປາດຖະຫນາຫາຍັງສຸກສາມປະການ ມີນິຣະພານເປັນທີ່ແລ້ວ ຈົ່ງ ຕັ້ງ ໂສຕະ ປະສາດ ແກ້ວທັງສອງຄອຍຮອງຮັບຟັງ ຍັງຣົດສາທັມມະເທສະຫນາ ພັນລະນາເຖິງອານິສົງແຫ່ງການສ້າງໂຮງຫມໍ ເພື່ອເປັນເຄື່ອງປະດັບສະຕິປັນຍາ ເພີ່ມພູນ ປະສາທະ ສັດທາ ສັດທາຂອງທ່ານທັງຫຼາຍ ໂດຍສົມຄວນແກ່ການເວລານັ້ນແລ


 ບັດນີ້ ທ່ານທານະທິບໍດີທັງຫຼາຍໄດ້ມີຄວາມສະຫມານສາມະ ຄີ ພ້ອມໃຈກັນມາປະກອບບໍາເພັນ ຊຶ່ງການກຸສົນເນື່ອງໃນການ ສ້າງແລະເປີດສະຫຼອງໂຮງຫມໍ ເຊິ່ງສ້າງສໍາເຣັດໃຫມ່ແຫ່ງນີ້ ທ່ານ ທັງຫຼາຍ ໄດ້ກະທໍາກິດເບື້ອງຕົ້ນ ຜ່ານມາແລ້ວ ໂດຍລໍາດັບ ບັດນີ້ ເປັນໂອກາດທີ່ຈະໄດ້ສະດັບຮັບຟັງ ພຣະທັມມະເທດສະຫນາ ຂໍ ທ່ານທັງຫຼາຍຈົ່ງຕັ້ງໃຈຄອຍສະດັບສືບຕໍ່ໄປ ຈົນກວ່າຈະສົມຄວນ ແກ່ການເວລາ.ອັນວ່າໂຮງຫມໍນີ້ເປັນສະຖານທີ່ບໍາບັດ ແລະ ປ້ອງກັນ ໂລກພະຍາດ ບັນເທົາທຸກສ້າງຄວາມສຸກກາຍ ໃຫ້ແກ່ປະຊາຊົນ ທັງຫຼາຍໂດຍທົ່ວໄປ ດັ່ງນັ້ນອາດຕະມາພາບ ຈັກໄດ້ເອົາປັນຫາ ເຮືອງສຸຂະພາບອະນາໄມມາສະແດງ ແກ່ທ່ານພຸດທະບໍຣິສັດ ຍິງຫຼາຍ ຕາມສົມຄວນແກ່ເວລາ ແນ່ນອນຄົນເຮົາຈໍາຕ້ອງມີລະກິດປະຈໍາຂອງໄຜມັນຕ່າງໆກັນ ໂດຍສົມຄວນແກ່ເພດແລະ ຖານະ ເມື່ອກ່າວເຖິງຄະລຶຫັດ ຊົນສາມັນ ກໍຕ້ອງປະກອບກະສິກໍາຫຼື ພານິຊະຍະກໍາເປັນຕົ້ນ ພະນັກງານຣັດຖະການກໍຕ້ອງ ປະກອບວຽກງານ ການຣັດຖະກິດ ສ່ວນບັນພະຊິດຕ້ອງປະກອບ ກິດຈະວັດໃນທາງພຣະພຸດທະສາສະຫນາ ຕ້ອງສຶກສາວິຊາຫາ ຄວາມຮູ້ ແລະ ບໍາເພັນປະຕິບັດທັມ ຕະຫຼອດຮອດແນະນໍາສັ່ງສອນປະຊາຊົນໃຫ້ຮູ້ ບາບບຸນຄຸນໂທດປະໂຫຍດ ແລະບໍ່ແມ່ນປະໂຫຍດນາຣົກສະຫວັນ ແລະ ພຣະນິບພານກິດຈະການດັ່ງກ່າວມະນຸດ ບຸກຄົນໃດກໍດີ ຈັກກະທໍາສໍາເຣັດລຸລ່ວງໄປໄດ້ ກໍຕ້ອງອາໄສ ຮ່າງກາຍທີ່ແຂງແຮງ ເປັນປົກກະຕິບໍ່ເຈັບປວຍໄຂ້ ໂດຍ: ການບໍລິຫານຮ່າງກາຍນັ້ນ ເປັນຢ່າງດີມີຮ່າງກາຍ ສົມຄວນແກ່ ການງານເພາະທໍາມະດາ ໂລຄາພະຍາດຕ່າງໆ ເມື່ອບຽດບຽນ ຮ່າງກາຍແລ້ວເຖິງວ່າຈະບໍ່ຮຸນແຮງເຖິງຊີວິດກໍຕາມ ກໍຈັດວ່າເປັນ, ໄພອັນຕຣາຍຍ່ອມເຮັດໃຫ້ຮ່າງກາຍ ປະສົບກັບຄວາມກະສັບກະ ສ່າຍກະວົນກະວາຍເປັນທຸກຂະເວທະນາເດືອດຮ້ອນ ເຮັດໃຫ້ ກໍາລັງກາຍ ແລະ ກໍາລັງຄວາມຄິດໃຫ້ແປປວນ ເພາະເຫດນັ້ນ ຄວາມບໍ່ມີໂລກ ຄືຄວາມທີ່ຮ່າງກາຍຊົງຢູ່ຕາມສະພາບປົກກະຕິ ນອກຈາກຈະເປັນໂຊກລາບອັນປະເສີດ ອັນສໍາຄັນຢູ່ໃນຕົວບຸກຄົນ ສ່ວນຫນຶ່ງແລ້ວ ຍັງເປັນເຫດໃຫ້ເກີດລາບຜົນຢ່າງອື່ນໆທັງທາງ ໂລກ ແລະ ທາງທັມ ຄືເປັນເຫດໃຫ້ປະກອບກິດຈະການຕ່າງໆ ທີ່ເຫມາະສົມ ສົມຄວນແກ່ຄວາມສາມາດຂອງຕົນໄດ້ ດ້ວຍ ກຳລັງກາຍ ແລະກໍາລັງຄວາມຄິດ ໄດ້ຮັບຜົນເປັນທີ່ເພິ່ງພໍໃຈ ມີລາບ ຍົດສຸກສັນລະເສີນເປັນຕົ້ນ ນີ້ເປັນສ່ວນໂລກີຍະວິໄສ ສ່ວນໃນທາງ ທັມ ສຸຂະພາບກໍຍ່ອມເຮັດໃຫ້ສາມາດ ບໍາເພັນບຸນກຸສົນສັມມາປະຕິບັດ ປະກອບກິດ ອັນເປັນບຸນກຸສົນຈະຣິຍາວັດໄດ້ ສັດທາ  ປະສາທະ  ຄວາມເຊື່ອ ປະສາທະ ຄວາມເຫຼື້ອມໃສໃນບໍວອນພຸດທະສາສະຫນາແຕ່ການອະນາໄມທີ່ເອີ້ນວ່າສຸຂະພາບນັ້ນ ຈະມີແກ່ບຸກຄົນ ແລະຕັ້ງຫມັ້ນຖາວອນຢູ່ ໄດ້ຕ້ອງອາໄສເຫດໃນປັດຈຸບັນ ຄື ເປັນຜູ້ບໍ່ປະໝາດມີສະຕິສັມປະຊັນຍະຣະນຶກໄດ້ ຮູ້ສືກຕົວຢູ່ສະເຫມີ ເຊັ່ນໃນການບໍຣິໂພກອາຫານ ແຕ່ພໍປະມານ ຫຼັບນອນເປັນເວລາຜັດປ່ຽນອິຣິຍະບົດ ພໍສົມຄວນເປັນຕົ້ນ ຫມາຍຄວາມວ່າຕ້ອງບໍຣິ ຫານຕົນໃຫ້ຖືກຕ້ອງຕາມຫຼັກ ສຸຂະວິທະຍາ ການປະຕິບັດຕົນໄດ້ ດັ່ງນີ້ ອາດຈະກໍາຈັດໂລຄາພະຍາດທີ່ເກີດແລ້ວ ໃຫ້ຊ່ວງຄາຍຫາຍ ໄປສູນຊິ້ນໄປ ແລະອາດປ້ອງກັນໂລຄາພະຍາດໃຫມ່ບໍ່ໃຫ້ເກີດຂຶ້ນແລະບໍ່ເກີດເປັນອັນຕຣາຍແກ່ຮ່າງກາຍໄດ້ ຄວາມບໍ່ມີໂລກຍ່ອມ ອຳນວຍຜົນ ຄືຄວາມສຸກສໍາລານກາຍສະບາຍຈິດ ອັນນີ້ກໍເນື່ອງ ມາຈາກຄວາມສາມາດປະກອບກິດຈະການຕ່າງໆໄດ້ ໂດຍ ສະດວກຕາມຫນ້າທີ່ຂອງຕົນເຊັ່ນນີ້


ອົງສົມເດັດພຣະມະຫາມຸນີ ບໍຣົມສາສະດາຈານເຈົ້າ ໄດ້ຕັດເປັນ ພຣະພຸດທະພາສິດທີ່ອັນເຊີນມາຕັ້ງໄວ້ ເປັນຫົວຂໍ້ ເບື້ອງຕົ້ນນັ້ນວ່າ: ອະໂຣຄາຍາ ປະຣະມາ ລາພາ ແປວ່າ ການບໍ່ ມີໂລຄາພະຍາດເປັນໂຊກລາບອັນປະເສີດຢ່າງຍິ່ງດັ່ງນີ້


 ພຸດທະພາສິດນີ້ ເປັນເຄື່ອງເຕືອນໃຈ ບໍ່ໃຫ້ບຸກຄົນ ປະຫມາດມົວເມົາ ໃຫ້ເອົາໃຈໃສ່ຕໍ່ການບໍຣິຫານຮ່າງກາຍຕົນ ທັງ ຈັກເປັນການສະແຫວງຫາ ສຸຂະພາບສໍາລັບຕົນ ແລະ ບຸກຄົນອື່ນ ທົ່ວໄປ ອັນຄວາມບໍ່ມີໂລຄາພະຍາດນີ້ ເປັນຄວາມສຸກສະບາຍກາຍກໍດີ ແຕ່ຍັງບໍ່ຮູ້ຄວາມສຸກທາງໃຈໄດ້ເລີຍ ເພາະກາຍ ຍ່ອມຕົກຢູ່ໃນໄຕ້ອໍານາດຂອງໃຈ ມີໃຈເປັນໃຫຍ ມີໃຈເປັນຜູ້ຊັກນໍາໃຫ້ເປັນ ໄປ ສົມດ້ວຍເທດສະນາໃນພຸດທະພາສິດວ່າ: ຈິດເຕນະນິຍະຕິ ໂລໂກ ໂລກນີ້ ມີຫມູ່ສັດທັງປວງ ອັນມີຈິດເປັນຜູ້ນໍາໄປຖ້າຈິດຄິດຊົ່ວກໍຍ່ອມກະທໍາຊົ່ວ ຖ້າຈິດຄິດດີກໍຍ່ອມກະທໍາແຕ່ສິ່ງດີດັ່ງນີ້


     ບູຮານບັນດິດໄດ້ກ່າວໄວ້ວ່າ: ໃຈເປັນນາຍ ກາຍເປັນເເຫຼັງ ໃນເມື່ອຈິດມີອໍານາດເຫນືອຮ່າງກາຍດັ່ງນີ້ ແມ່ນວ່າ ຮ່າງກາຍຈະສົມບູນດ້ວຍສຸຂະພາບທີ່ແຂງແຮງພຽງໃດກໍຕາມ : ກໍຍັງບໍ່ເປັນທີ່ວາງໃຈວ່າ ຈະປອດໄພໄດ້ ເພາະວິໃສຂອງຈິດ ຍ່ອມ, ມີການກະໂດດໂລດເຕັ້ນໄປມາຢູ່ສະເຫມີ ອາດແປຜັນໄປດ້ວຍອຳ ນາດແຫ່ງຄວາມໂລບ ຄວາມໂກດ ແລະຄວາມຫຼົງເປັນຕົ້ນ ເມື່ອ ຈິດສັບສົນຢູ່ດ້ວຍເຄື່ອງເສົ້າຫມອງເຊັ່ນນັ້ນ ກໍຍາກທີ່ຈະຢຸດຢັ້ງ ຄວາມທຸກໃຫ້ເກີດຂຶ້ນໄດ້ ເພາະສະນັ້ນ ທ່ານສາທຸຊົນຜູ້ຫວັງຜົນ ຄື ຄວາມສຸກອັນຈະຕ້ອງມີແກ່ຕົນ ຈຶ່ງຄວນຢ່າງຍິ່ງທີ່ຈະຝຶກຝົນອົບຮົມ ຈິດໃຈໃຫ້ຕັ້ງຢູ່ໃນຄວາມສະຫງົບ ເມື່ອຈິດສະຫງົບແລ້ວ ກາຍກໍ ຍ່ອມເປັນສຸກ ຫຼືທີ່ເອີ້ນວ່າ ຄວາມສຸກທາງກາຍອັນໄດ້ຊື່ວ່າ ສຸຂະພາບ ແຕ່ເມື່ອໃຈບໍ່ສະຫງົບ ສຸຂະພາບທີ່ດີຈະເກີດຂຶ້ນບໍ່ໄດ້   ຄໍາວ່າ ຈິດ ໄດ້ແກ່ທໍາມະຊາດສິ່ງທີ່ຢູ່ໃນຮ່າງກາຍ ມີຫນ້າທີ່ນຶກຄິດເປັນນາຍປົກຄອງຮ່າງກາຍຮອບດ້ານ ຮັບຜິດຊອບ ທຸກປະການ ຈິດເປັນຜູ້ຮັບ ແລະບັງຄັບບົງການໃຫ້ຮ່າງກາຍທໍາ ການຕ່າງໆ ໄດ້ຊື່ວ່າ ຈິດ,ໃຈ,ຕົນ ຕາມລັກຊະນະຕ່າງໆ ແຕ່ ຄວາມຫມາຍເປັນອັນດຽວກັນນັ້ນເອງ ໂດຍທີ່ຈິດໃຈມີລັກຊະນະດັ່ງກ່າວແລ້ວຈິ່ງຕ້ອງອາໄສຄວາມພະຍາມ ຝຶກຫັດດັດໃຫ້ກົງໄດ້ດ້ວຍທັມວິທີ  ຄືປັບດັດແປງໃຫ້ຢູ່ໃນອໍານາດ ແລະ ສັນຍະມະ ວິທີ ຄືດັດປັບໃຫ້ມີຄວາມຊື່ນບານຕາມການອັນຄວນ ເມື່ອກະທໍາໄດ້ ດັ່ງນັ້ນແລ້ວ ຍ່ອມໄດ້ຮັບຄວາມສຸກໂດຍບໍ່ຕ້ອງສົງໄສ  ຂໍທ່ານທັງຫຼາຍ ຈົ່ງຊື່ນຊົມຍິນດີ ຕໍ່ການທີ່ທ່ານ ທັຫຼາຍໄດ້ຮ່ວມໃຈກັນກໍ່ສ້າງໂຮງຫມໍ ຈົນເປັນທີ່ສໍາເຣັດຮຽບຮ້ອຍ ໃຊ້ເປັນສະຖານທີ່ຮັກສາບໍາບັດ ຄວາມເຈັບໄຂ້ຂອງສາທາລະນະ ຊົນສືບໄປຊົ່ວກາລະນານ


  ເທສະນາ ປະຣິໂຍ ສະເນ ໃນອະວະສານການເປັນທີ່ ສຸດ ຍຸດຕິລົງແຫ່ງພຣະທັມມະເທດສະຫນານີ້ ອາດຕະມາພາບ ຂໍອຳນວນພອນໃຫ້ທ່ານເຈົ້າມູນລະສັດທາທັງຫຼາຍຈົ່ງເປັນຜູ້ຈະເຣີນໄປດ້ວຍຈະຕຸຣະພິທະພອນໄຊທັງສີ່ປະການ ຄື ອາຍຸ ວັນນະ ສຸຂະ ພະລະ ດ້ວຍຜົນອານິສົງທີ່ໄດ້ສ້າງໂຮງຫມໍ ອັນເປັນ ສະຖານທີ່ບໍາບັດໂລກໄພໄຂ້ເຈັບ ແກ່ສາທາລະນະຊົນ ທັງປວງດັ່ງ ທີ່ສະແດງມາດ້ວຍປະການນີ້ເອວັງ ກໍມີດ້ວຍປະການນີ້



Post a Comment

0Comments

Post a Comment (0)

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top