ສະຫລອງອານິສົງສ້າງໜັງສື

 



        ສະຫລອງອານິສົງສ້າງໜັງສື


ນະໂມ 3 ຈົບ 


ເຕ ປີຕະກັງ ພຸດທະວະຈະນັງ ທັມມະເທດສະນັງ ສັດຖາ ເຊຕະວະເນ ສັກກະຈັງ ທັມໂມ ໂສ ຕັບໂພຕິ.


 

      ໂພນຕາ ສາທະໂວ ດູລາ ສັບປຸຣິສາທັງຫຼາຍ ທີ່ປາດ ຖະຫນາຍັງສຸກສາມປະການ ມີນິຣະພານເປັນທີ່ແລ້ວ ຈົ່ງຕັ້ງໂສຕະ ປະສາດແກ້ວທັງສອງ ຄອຍຮອງຮັບຟັງຍັງ ຣົດສາທັມມະເທສະຫນາ ຈັກໄດ້ພັນລະນາເຖິງອານິສົງ ການການສ້າງຫນັງສື ທີ່ເປັນພຣະທັມ ຄໍາສອນຂອງອົງສົມເດັດພຣະພຸດທະເຈົ້າ ອັນນັບເນື່ອງໃນ ພຣະ ໄຕຣປີດົກ ພໍເປັນເຄື່ອງເພີ່ມພູມສັດທາແກ່ພຸດທະບໍຣິສັດ ທັງຫຼາຍ ໃຫ້ອາດຫານລື່ນເລີງ ໃນການສ້າງສົມເຊິ່ງບຸນກຸສົນໃນ ຄາວນີ້ ຂໍທ່ານທັງຫຼາຍຈົ່ງຕັ້ງໃຈຟັງພຸດທະພາສິດ ທີ່ອາຕະມາຈະນໍາມາ ສາທະຍາຍ ນະບັດນີ້ ອະຕິ ເຕກາເຣ ຄວາມພິດສະດານວ່າ ເມື່ອພຣະຜູ້ມີພຣະພາກເຈົ້າສະເດັດອາໄສຢູ່ ປ່າເຊຕະວັນມະຫາ ວິຫານຄາວນັ້ນ ທ່ານອານາຖາບິນດິກະມະຫາເສດຖີ ອາຍັດ ສມາ ສາຣີ ປູຕະເຖໂຣ ໃນສະໃຫມນັ້ນ ພຣະຜູ້ເປັນເຈົ້າສາຣີບຸດ ມີ ຄວາມປາດຖະຫນາຢາກຈະຟັງ ພຣະພຸດທະເຈົ້າ ສະແດງ ທັມມະອັນວ່າດ້ວຍອານິສົງແຫ່ງການສ້າງພຣະໄຕຣປີດົກ ໃຫ້ຮູ້ ທົ່ວເຖິງແກ່ພຸດທະບໍຣິສັດ ແລ້ວຈະໄດ້ມີສັດທາປາສັນນະ ການ ເຫຼື້ອມໃສ ສ້າງພຣະໄຕຣປີດົກ ອັນເປັນຮາກເຫງົ້າເຄົ້າແກ່ນ ພຣະພຸດທະສາດສະຫນາ ໃຫ້ຖາວອນຮຸ່ງເຮືອງຕໍ່ໄປ ຈະໄດ້ປະດິດ ສະຖານຢູ່ຕາບເທົ່າກາລະນານ ເພື່ອຄວາມສຸກກະເສີມສຳລານໃຫ້ມີຢູ່ກັບໂລກຕຣອດໄປ ພຣະຜູ້ມີພຣະຜູ້ເປັນເຈົ້າຈຶ່ງເຂົ້າໄປສູ່ສໍານັກຂອງພຣະບໍຣົມມະຄຣູ ປຸສິຕວາ ແລ້ວທູນຖາມວ່າ ພະຄະ ວາ ຂ້າແດ່ອົງພຣະພູມີພະພາກເຈົ້າ ຜູ້ປະເສີດກວ່າ ເທວະ ແລະ ມະນຸດທັງປວງ ເຍ ຊະນາ ອັນຊົນທັງຫຼາຍເຫຼົ່າໃດ ລະ ທາເຫຼື້ອມໃສ ໄດ້ສ້າງພຣະໄຕຣປີດົກ ເພື່ອສືບອາຍຸ ພຣະພຸດທະ ສາດສະຫນາໃຫ້ຍາວອອກໄປເຖິງ ຫ້າພັນວັດສາ ຈະມີຜົນອານິສົາ ເປັນປະການໃດຫນໍ ພະຄະວາ ອັນວ່າ ພຣະຜູ້ມີພຣະພາກເຈົ້າຈຶ່ງ ຊົງຕັດພຸດທະວີກາວ່າ ສາຣີບຸດຕະ ດູລາ ສາຣີບຸດ ນໍລະຊົນທັງ ຫຼາຍ ມີໃຈໃສສັດທາປາສາທະ ໄດ້ສ້າງພຣະໄຕຣປີດົກໄວ້ໃນ ພຣະພຸທະສາດສະຫນາເພື່ອປະໂຫຍດ ແກ່ປານະສັດ ຜູ້ເປັນອະນຸ ຊົນເກີດມາ ພາຍສຸດພາຍຊ້ອຍາຍຫຼັງ ໄດ້ອ່ານໄດ້ຟັງໄດ້ຄົ້ນຄ້ວາສຶກສາຮ່ໍາຮຽນ ອານັນຕະ ປະຣິມານັງ ມະຫາ ອານິສັງສາ ລະພະຕິ ຈະໄດ້ຮັບອານິສົງ ອັນຍິ່ງໃຫຍ່ ມະໂຫລານຫາປະມານ ບໍ່ໄດ້ ສາຣີບຸດຕະ ດູລາ ສາຣີບຸດ ຢ່າວ່າແຕ່ສ້າງພຣະພຸດທະວະ ຈະນະ ຈົບຕຣອດທັງສາມປິດົກນັ້ນເລີຍ ແມ່ນແຕ່ ອັກສອນຕົວຫນຶ່ງ ຫຼື ຄໍາສອນຫນຶ່ງ ເຊິ່ງເປັນຄໍາຫຍໍ້ໆ ພໍໃຫ້ຜູ້ໄດ້ພົບເຫັນເປັນ ເຄື່ອງຫມາຍໃຫ້ຣະນຶກເຖິງພຣະຣັດຕະນະໄຕຣ ນໍາມາເຊິ່ງຄວາມ ເຫຼື້ອມໃສສັດທາ ແກ່ຜູ້ໄດ້ມາທັດສະນາ ເປັນບໍ່ເກີດໃຫ້ປະພຶດ ເຊິ່ງນງາມຄວາມດີໄດ້ ກໍອາດສາມາດ ຈະໃຫ້ຜູ້ສ້າງໄດ້ສະເຫວີຍ ສຸກ ກະເສີມສໍາລານ ຊິ້ນການດົນນານ ຈະຕຸຣາ ສີຕິ ກັບປະ ສະຕະສະຫັດສານິຈະໄດ້ສະເຫວີຍຣາຊະສົມບັດ ເປັນບໍຣົມມະຈັກກະພັດຕິຣາດເຖິງ ແປດຫມື່ນສີ່ພັນກັບ ບໍ່ແມ່ນແຕ່ເທົ່ານັ້ນ ເມື່ອ ເຄື່ອນຈາກຄວາມເປັນ ຈັກກະພັດຕິຣາດແລ້ວ ຈະໄດ້ສະເຫວີຍສົມບັດເປັນ ພຣະຣາຊາຜູ້ມີອານຸພາບມາກຫຼາຍອີກ ເກົ້າອະສົງໄຂ ຕໍ່ແຕ່ນັ້ນມາກໍໄດ້ສະເຫວີຍສົມບັດໃນຕະກູນຕ່າງໆ ເປັນລຳດັບ ຄື ຕະກູນພຣາມມະຫາສານ ຕະກູນເສດຖີ ຄະຫະບໍດີ ແລະເປັນພູມເທວະດາ ອາກາສາເທວະດາ ຢ່າງລະເກົ້າອະສົງໄຂ ຕໍ່ແຕ່ນັ້ນມາກໍຈະໄດ້ ໄປສະເຫວີຍສົມບັດ ໃນກາມະວາຈອນ ໂລກສະຫວັນຫົກຊັ້ນ ອັນປານີດເປັນລໍາດັບຂຶ້ນໄປ ຊັ້ນລະເກົ້າ ອະສົງໄຂ ເມື່ອຈຸຕິຈາກເທວະໂລກແລ້ວ ກໍຈະກັບມາຖືເອົາກຳ ເນີດໃນມະນຸດ ມີກາຍບໍຣິສຸດຜຸດຜ່ອງໂສພາ ເປັນທີ່ປະຕິພັດ ຮັກໄຄ່ ຂອງຜູ້ໄດ້ທັດສະນາການເຫັນ ທັງນຳໃຈກໍສຸດຈະຣິດ ປາສະຈາກບາບກໍາ ອານິສົງດັ່ງກ່າວນີ້ ເພາະເກີດຈາກອໍານາດ ການສ້າງອັກຂະຣະພຽງຕົວດຽວ ຈະປາດຖະຫນາສົມບັດຢ່າງໃດ ກໍຈະໄດ້ ສໍາເຣັດດັ່ງເຈຕະນາທຸກປະການ ດູລາ ສາຣີບຸດ ເມື່ອເຮົາຕະຖາຄົດ ສ້າງປາຣະມີຢູ່ ໄດ້ອຸບັດຂຶ້ນເປັນອໍາມາດ ຂອງພຸດທະບິດາແຫ່ງພຣະສັມມາສັມພຸດທະເຈົ້າ ພຣະນາມວ່າ ບຸລະນະໂຄດົມ ໄດ້ສ້າງພຣະໄຕຣປີດົກ ໄວ້ໃຫ້ສືບພຣະພຸດທະ ສາດສະຫນາ ແລ້ວຕັ້ງປານິທານຄວາມ ປາດຖະຫນາວ່າຂໍໃຫ້ຜູ້ຂ້າ ໄດ້ມາຕັດເປັນ

ພຣະພຸດທະເຈົ້າພຣະອົງຫນຶ່ງ ໃນອານາຄົດຕະການ ເບື້ອງຫນ້າພຸ້ນເທີ້ນ ສົມເດັດພຣະບຸລະນະ ໂຄດົມບໍຣົມມະສາດ ສະດາ ຊົງພຣະຍາກອນວ່າ ອໍາຫມາດຜູ້ນີ້ ຕໍ່ໄປໃນພາຍພາກຫນ້ຊາຫນຶ່ງ ພຣະຈະໄດ້ຕັດເປັນພຣະສັມມາສັມພຸດທະເຈົ້າ ພຣະອົງຫນຶ່ງ ພຣະນາມ ວ່າ ພຣະສະມະນະໂຄດົມ ບັດນີ້ກໍສົມດັ່ງ ພຣະພຸດທະດີກາ ທີ່ພຣະບຸລະນະໂຄດົມພຸດທະເຈົ້າ ຊົງທໍານາຍຕະຖາຄົດໄວ້ແລ້ວ ທຸກປະການ ກໍຊິ້ນສຸດກະແສພຣະສັດທັມມະເທດສະຫນາ ທີ່ພຣະ ບໍຣົມມະໂລກກະນາດສາດສະດາຈານ ຊົງສະແດງອານິສົງສ້າງພຣະໄຕຣປີດົກ ແກ່ພຣະສາຣີບຸດແຕ່ພຽງເທົ່ານີ້ແລະທ່ານທານາທິບໍດີທັງຫຼາຍ ຈົ່ງມະນະສິການ ຕາມພຣະ ກະແສພຸດທະດີກາ ແລ້ວລື່ນເລີງອາດຫານ ໃນກອງການກຸສົນ ທີ່ທ່ານໄດ້ກະທໍາມານີ້ ກໍຈະປະສົບຄວາມສໍາເຣັດ ດັ່ງພຣະສຸຄົດຊົງບໍາເພັນມາແລ້ວນັ້ນທຸກປະການ ເອວັງ.

Post a Comment

0Comments

Post a Comment (0)

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top