ສະຫລອງອານິສົງບັງພະຊາບວດ
ນະໂມ 3 ຈົບ
ຈັດຕາໂລ ທຸນລະພາ ໂລເກ ພຸດທຸບປາໂທ ທູນລະໂພ ທັມໂມ ຈະ ທຸນລະໂພ ໂລເກ ປັບພະຊິໂຕ ຈະ ທຸນລະໂພ ສັດທາ ສາປັນໂນ ທຸນລະໂພ ຕີຕິ.
ໂພນຕາ ສາທະໂວ ດູລາ ສັບປຸຣິສາທັງຫຼາຍ ທັງຍິງຊາຍ ນ້ອຍໃຫຍ່ ທີ່ມັກໄຄ່ໃນການຟັງທັມ ຈົ່ງຕັ້ງໂສຕະປະສາດ ຊ່ອຍ ຮັບຟັງຍັງຣົດສາທັມມະເທສະຫນາຈັກໄດ້ ວິສັດຊະນາບັນພະຊາ ອານິສົງ ເພື່ອເປັນເຄື່ອງເພີ້ມເຕີມກຸສົນບຸນຍະລາສີ ປະດັບສະຕິ ປັນຍາປາລະມີແດ່ທ່ານທັງຫຼາຍ ຜູ້ມີສັດທາແກ່ກ້າ ໃນພຣະພຸດ ທະສາດສະຫນາເຖິງກັບໄດ້ສະລະຊັບສົມບັດຂອງຕົນ ທີ່ຫາມາ ໄດ້ໂດຍຍາກ ລໍາບາກໄດ້ນໍາມາສ້າງກອງການກຸສົນ ບໍ່ມີຄວາມ ຫ່ວງໄຍເສຍດາຍ ຫວງແຫນດ້ວຍອຳນາດຄວາມຕະຖີ່ຖີ່ຫນຽວ ແທນທີ່ຈະເກັບກຳທ້ອນໂຮມເອົາໄວ້ ແຕ່ພັດມາເຮັດໃຫ້ຊັບນັ້້ນກະຈັດກະຈາຍໄປ
ຖ້າບໍ່ມີປັນຍາພິຈະລະນາ ໃຫ້ເຖິງຖອງລະອຽດຖີ່ຖ້ວນແລ້ວ ກໍຄົງຈະມີຄວາມຄິດເສັຍດາຍຫວງແຫນ ແພງໄວ້ດັ່ງທີ່ວ່າມານີ້ ຄວາມຈິງແລ້ວ ຜູ້ທີ່ກະທໍາໄດ້ແບບ ນີ້ໄດ້ຊື່ວ່າເປັນຜູ້ຮູ້ຈັກເກັບຊັບ ທີ່ບໍ່ເປັນ ແກ່ນສານ ໃຫ້ເປັນແກ່ນ ສານ ກະທຳຊັບພາຍນອກໃຫ້ເປັນຊັບພາຍໃນ ກໍຄືເຮັດຊັບທໍາ ມະດາໃຫ້ເປັນອາລິຍະຊັບ ອັນໂຈລະໄພ ອຸດທະກະໄພ ອັກຄີໄພ ມໍລະນະໄພ ຍາດແຍ່ງເອົາໄປບໍ່ໄດ້ ທັງເປັນຊັບທີ່ຕິດຕາມ ຕົນ ໄປສູ່ປໍຣະພົບເບື້ອງຫນ້າ ບຸກຄົນຜູ້ມີປັນຍາ ບໍ່ເສຍທີທີ່ເກີດມາພົບພຣະຣັດຕະນະໄຕຣອັນເປັນສະພາບທີ່ພົບໄດ້ຍາກສີ່ປະການ
ດັ່ງພຸດທະບັນຫານທີ່ຍົກໄວ້ເບື້ອງຕົ້ນນັ້ນວ່າ ຈັດຕາໂລ ທຸນລະພາ ໂລເກ ສະພາບອັນສັດໄດ້ ໂດຍຍາກ ສີ່ປະການ ພຸດທຸບປະໂປ ຈະທຸນລະໂພ ພຣະພຸດທະເຈົ້າ ຈະເກີດຂຶ້ນໃນໂລກແຕ່ລະພຣະ ອົງເປັນຂອງທີ່ສັດ ຈະປະສົບພົບໄດ້ຍາກ ທໍາໂມ ຈະ ທຸນລະໂພ ການທີ່ຈະໄດ້ສະດັບ ຟັງພຣະບໍຣົມ ມະພຸດໂທວາດ ເປັນຂອງທີ່ຈະ ປະສົບ ໄດ້ໂດຍຍາກ ສັດທາສາປັນ ໂນ ຈະ ທຸນລະໂພ ການ ທີ່ຈະເກີດສັດທາ ຄວາມເຫຼື້ອມໃສໃນພຣະພຸດທະສາດສະຫນາ
ເປັນຂອງປະສົບພົບໄດ້ໂດຍຍາກ ສະພາບທັງສີ ປະການນີ້ ເປັນ ຂອງຍາກທີ່ບຸກຄົນຈະໄດ້ປະສົບພົບເຫັນ ເພາະວ່າການເກີດມາ ເປັນມະນຸດນີ້ ເປັນຂອງທີ່ສັດຈະບໍ່ພຶງ ໄດ້ຕາມ ຄວາມປາດຖະນາ ຕ້ອງເປັນຜູ້ມີສິນ ແລະ ທານທີ່ເຄີຍໄດ້ ກະທຳແລ້ວທໍ່ນັ້ນ ຈິ່ງຈະ ໄດ້ມາເກີດເປັນມະນຸດຖ້າກະທໍາບຸນກຸສົນໄວ້ແລ້ວ ກໍຍາກທີ່ຈະ ໄດ້ກັບມາເກີດເປັນມະນຸດອີກ ຄັນມາອຸບັດ ເປັນມະມຸດແລ້ວ ກໍຍາກທີ່ຈະປະສົບພົບພຣະພຸດທະເຈົ້າ ເພາະ ບາງເທື່ອກໍເກີດຂຶ້ນ ມາໃນເວລາທີ່ຫ່ວາງຈາກພຸດທະສາດສະຫນາ
ເຖິງຈະມີພຣະພຸດ ທະເຈົ້າ ມາອຸບັດເກີດຂຶ້ນໃນໂລກ ຫາກວ່າເປັນ ອັນທະພານ ບໍ່ມີສັດທາຄວາມເຊື່ອຄວາມ ເຫຼື້ອມໃສໃນພຣະພຸດ ທະສາດສະ ຫນາກໍເທົ່າກັບວ່າ ບໍ່ໄດ້ພົບເຫັນພຣະພຸດທະສາດສະຫນາ ຄືວ່າ ພຣະພຸດທະເຈົ້າແຕ່ລະພຣະອົງນັ້ນ ຈະຕ້ອງບເພັນປາລະມີມາ ເປັນອາເນກອານັ້ນ ຄືພຣະປັນຍາທິກະສຳມາສຳພຸດທະເຈົ້າຕ້ອງບຳເພັນປາລະມີ ມາເຖິງສີອະສົງໄຂກຳໄລແສນມະຫາກັບ ພຣະ ສັດທາທິກະສໍາມາສໍາພຸດທະເຈົ້າ ກະທຳຄວາມພຽນ ມາເຖິງແປດ ອາສົງໄຂ ກຳໄລແສນມະຫາກັບ ພຣະວິຣິຍະທິກະ ສມາສຳ ພຸດ ທະເຈົ້າ ບຳເພັນປາລະມີມາເຖິງ ສິບເອັດອາສົງໄຂ ກຳໄລແສນ ມະຫາກັບ ນີ້ນັບສະເພາະແຕ່ໄດ້ຮັບຄຳ ພະຍາກອນມາ ຖ້ານັບແຕ່ຄາວເມື່ອເພິ່ນປາດຖະຫນາ ເປັນ
ພຣະພຸດທະເຈົ້າມາຈົນ ເຖິງໄດ້ຕັດສະຮູ້ ເປັນພຣະອໍຣະຫັນຕະສຳມາສໍາພຸດທະເຈົ້ານັ້ນ ແມ່ນມີຫຼາຍເຫຼືອທີ່ຈະກັນນະນານັບໄດ້ ເມື່ອພຣະພຸດທະເຈົ້າອຸ ບັດຂຶ້ນມາໃນໂລກຍາກຄືດັ່ງນີ້ແລ້ວ ພຣະທັມຄຳສັ່ງສອນຂອງ ພຣະພຸດທະອົງກໍ ຍາກທີ່ສັດຈະໄດ້ ສະດັບຮັບຟັງເມື່ອພຣະພຸດທະ ເຈົ້າບໍ່ໄດ້ອຸບັດຂຶ້ນມາ ພຣະທັມກໍບໍ່ປະກົດແກ່ໂລກ ເມື່ອພຣະທັມ ຄຳສັ່ງສອນຂອງພຣະພຸດທະອົງບໍ່ມີ ພຣະສົງຜູ້ເປັນສາວົກກໍບໍ່ມີ ສັດທາຄວາມເຊື່ອ ຕໍ່ບາບບຸນຄຸນໂທດກໍບໍ່ປະກົດແກ່ສັດຕະວະ ໂລກ ເມື່ອສັດຕະວະໂລກ ບໍ່ໄດ້ສະດັບຮັບຟັງພຣະທັມອັນເປັນ ພຸດທະໂອວາດ ໂລກກະທາດ ກໍມືດມົນອົນທະການປາດສະຈາກ ແສງສະຫ່ວາງ ຄື: ພຣະສັດທັມນັ້ນເອງ
ແຕ່ໃນທີ່ນີ້ຖືວ່າເປັນລາບເປັນໂອກາດອັນດີ ຂອງພວກ ເຮົາເຫຼົ່າພຸດທະບໍລິສັດທັງຫຼາຍ ທີ່ອຸບັດມາປະສົບພົບ ຂອງທີ່ ຫາຍາກສີ່ປະການນີ້ ຄວນທີ່ເຮົາຈະຊ່ວຍກັນອຸດຫນຸນ ຄຣູອຸປະ ຖບາລຸງ ພຣະພຸດທະສາດສະຫນາ ໂດຍມີການສະລະຊັບໃຫ້ທານ ຫຼືບວດກຸນລະບຸດລູກຫຼານ ເພື່ອສືບຕໍ່ເຊື້ອສາຍ ພຣະພຸດທະສາດສະຫນາຂອງພວກເຮົາໃຫ້ຖາວອນຍືນຍົງຄົງຢູ່ຕໍ່ໄປ
ສົມເດັດພຣະບໍລົມມະຈອມໄຕຣໂລກກະນາດ ຊົງຕັດເທສະຫນາອານິສົງ ບັນພະ ຊາ ອຸປະສົມບົດໄວ້ ໂດຍອະເນກປະລິຍາຍວ່າ ອານັນທະ ດູລາ ອານົນເອີຍ ບຸກຄົນຜູ້ໃດມີສັດທາ ບັນພະຊາ (ບວດ) ທາສາກ ມະກອນ ໃຫ້ເປັນສາມະເນນ ຫຼື ສາມະເນນລີ ມີອານິສົງສີ່ກັບ ບວດໃຫ້ເປັນພິກຂຸພິກຂຸນີຈະມີອານິສົງແປດກັບ ຖ້າບັນພຣະຊາ ລູກຂອງຕົນ ໃຫ້ເປັນສາມະເນນຈະໄດ້ອານິສົງແປດກັບ ຖ້າອຸປະ ສົມບົດລູກຂອງຕົນໃຫ້ເປັນເຈົ້າພິກຂຸ ຈະມີອານິສົງສິບຫົກກັບ ບຸກ ຄົນໄດບັນພຣະຊາສາມີ ຫຼື ພັນລະຍາຂອງຕົນ
ໃນພຣະພຸດທະ ສາດສະຫນາ ຜູ້ນັ້ນຈະໄດ້ອານິສົງສິບຫົກກັບ ຖ້າອຸປະສົມບົດສາ ມີພັນລະຍາຂອງຕົນ ໃຫ້ເປັນພິກຂຸຈະໄດ້ອານິສົງເຖິງ ສາມສິບ ສອງກັບ ຖ້າອຸປະສົມບົດບວດຕົນເອງໃນ ພຣະພຸດທະສາດສະ ຫນາ ດ້ວຍຄວາມເຫຼື້ອມໃສສັດທາຈະໄດ້ອານິສົງເຖິງຫົກສິບສີ່ກັບ ບຸກຄົນໃດໄດ້ບັນພະຊາ ບຸດຂອງຕົນກໍດີ ບຸດຂອງຜູ້ອື່ນກໍດີ ແມ່ນ ໄປເຖິງນາຣົກແລ້ວກໍບໍ່ໄດ້ຕົກນາຣົກ ດ້ວຍເຫດແຫ່ງພຸດທະບັນ ຫານ ທີ່ພຣະພຸດທະອົງຊົງຕັດຕໍ່ພຣະອານົນວ່າ ດູລາ ອານົນ ບຸກ ຄົນໃດ ໄດ້ໄຫ້ລູກບວດນັ້ນ
ແມ່ນໄປເຖິງນາຣົກແລ້ວ ກໍບໍ່ໄດ້ຕົກ ນາຣົກແລຍັງມີຍິງຜູ້ຫນຶ່ງ ມີລູກຊາຍພຽງຄົນດຽວລູກຊາຍລາວ ຂໍ ໄປບວດ ແມ່ກໍບໍ່ໃຫ້ບວດລູກຊາຍເລີຍລັກຫນີໄປບວດ ແລະ ເອກະ ທິວະສັງ ຍັງມີໃນວັນຫນຶ່ງ ມານດາແຫ່ງເຈົ້າສາມະເນນ ຕົນນັ້ນໄດ້ອອກຈາກເຮືອນໄປແຕ່ເຊົ້າ ເພື່ອຈັກສະແຫວງຫາຍັງ ຫົວ ແລະ ຟືນດັ່ງນັ້ນ ເມື່ອໄດ້ຍັງງົວ ແລະ ຟືນດັ່ງນັ້ນແລ້ວ ແມ່ຂອງ ສາມະເນນຕົນນັ້ນ ກໍເດີນທາງກັບໃນລະຫ່ວາງທີ່ເດີນທາງກັບນັ້ນ ເກີດຄວາມອິດເມື່ອຍ ກໍໄດ້ພັກຜ່ອນໄຕ້ຮົ່ມໄມ້ແຄມທາງ ກໍນອນ ພັກທີ່ນັ້ນ ຫຼັບໄປນ້ອຍນຶ່ງ ກໍຝັນເຫັນຍົມພິບານ ມາຖາມວ່າດັ່ງນີ້ ດູລາຜູ້ຍິງ ມຶງໄດ້ກະທຳບຸນ ຫຼື ວ່າມຶງບໍ່ໄດ້ກະທຳບຸນນັ້ນຈາ ຍິງ ຄົນນັ້ນ ຈິ່ງຕອບວ່າບໍ່ໄດ້ກະທຳບຸນອັນໃດເລີຍ ເມື່ອພະຍາຍົມພິບານຮູ້ແລ້ວ ກໍຈັບເອົາຍິງຜູ້ນັ້ນໄປລົງໃນນາຣົກ ເມື່ອຍິງຜູ້ນັ້ນ ເເລ ເຫັນແປວໄຟນາຣົກນາງຈິ່ງຖາມຍົມພິບານວ່າອັນແດງໆນັ້ນມັນ ແມ່ນຫຍັງນໍ ນາຍນາຣົກຈິ່ງກ່າວວ່າອັນນັ້ນແມ່ນໄຟນາຣົກກູ ຈະ ເອົາມຶງໂຍນລົງໄປໃນນັ້ນ ແລະ ຍິງຜູ້ນັ້ນຈິ່ງກ່າວວ່າ ແປວໄຟອັນແດງໆນັ້ນ
ເຫມືອນສີຜ້າສະບົງຈີວອນຂອງລູກຜູ້ຂ້າ ທີ່ໄດ້ ບວດ ນັ້ນ ແລະ ຈ່ານາຣົກນັ້ນຈິ່ງຖາມ ຕໍ່ໄປວ່າ ລູກມຶງໄດ້ບວດແທ້ ຫຼືບໍ່ຍິງຄົນນັ້ນ ຈິ່ງກ່າວວ່າແມ່ນແລ້ວລູກຜູ້ຂ້າໄດ້ບວດແທ້ ແລະ ຈ່ານາຣົກໄດ້ຍິນຄຳຂອງແມ່ສາມະເນນນັ້ນແລ້ວ ຈິ່ງໄດ້ນຳສົ່ງຜູ້ ຍິງຄົນນັ້ນກັບຄືນ ອັນນີ້ກໍຍ້ອນກຸສົນຜົນບຸນ ທີ່ລູກຕົນໄດ້ບວດໃນ ພຣະພຸດທະສາດສະຫນາ ໄປຕັ້ງໄປບັງຊູຊ່ວຍໄວ້ ໃຫ້ພົ້ນຈາກນາ ຣົກນັ້ນແລະ ທ່ານເມທິຊົນຄົນດີຜູ້ໃຈບຸນທັງຫຼາຍ ເມື່ອຮູ້ແຈ້ງ ແຫ່ງອານິສົງບັນພະຊາອຸປະສົມບົດດັ່ງນີ້ແລ້ວ ກໍຈົ່ງມີຄວາມລື້ນ ເລີງບັນເທີງໃຈ ອາດຫານໃນກຸສົນຈາຣິຍະທີ່ຕົນໄດ້ກະທໍາແລ້ວນີ້ ກໍ່ຈັກໄດ້ປະສົບຄວາມສຸກ ວັດທະນາການທັງໃນພົບນີ້ ແລະ ພົບຫນ້າ ດັ່ງເທສະຫນາຍ້ອງຍໍຍັງເຣື່ອງ ການບວດບັນພະຊາອຸປະສົມ ບົດ ມາພໍສົມຄວນແກ່ເວລາ ນິດຖີຕາກໍສະເດບໍລະບວນຄ ແລ້ວ ທໍ່ນີ້ແລ.