ພຣະພຸດທະເຈົ້າ ( ສາດສະຫນາພຸດ ) ພຣະອົງໄດ້ບັນຫຍັດໄວ້ວ່າ ສຸກທີ່ເຮົາ ຄວນຢ້ານກົວນັ້ນ ແມ່ນ ສຸກ ທີ່ເກີດຈາກ ຮູບ ສຽງ ກິ່ນ ລົດ ໂພທັບພະ ທັມະລົມດ້ວຍໃຈ ແລະ ສຸກທີ່ບໍ່ຕ້ອງ ຢ້ານກົວ ນັ້ນ ພຣະພຸດທະເຈົ້າ ໄດ້ບັນຫຍັດໄວ້ວ່າ ແມ່ນ ສຸກທີ່ເກີດຈາກ ເຮັດ ສະມາທິ ຫລຶ ອານາປານສະຕິ ຫລື ຊານ 1ປະຖົມມະຊານ ຊານ2 ທຸຕິຍະຊານ ຊານ3 ຕະຕິຍະຊານ ແລະຊານ4 ຈະຕຸຕະຖະຊານ )ເຮັດໃຫ້ຫລາຍ ຈະເລີນໃຫ້ຫລາຍ ພຣະພຸດທະເຈົ້າ ໄດ້ບັນຫຍັດໄວ້ວ່າ ການເກີດເປັນທຸກ ( ຄົນລວຍກໍ່ທຸກ ຄົນຈົນກໍ່ທຸກ ການໄດ້ໄປ ໄດ້ມາ ການໄດ້ຢູ່ ກັບຄົນທີ່ບໍ່ໄດ້ຊອບໃຈ ກໍ່ເປັນທຸກ ການບໍ່ໄດ້ສົມປາດຖະຫນາ ກໍ່ເປັນທຸກ ການກູ້ເງິນເປັນຫນີ້ ຕ້ອງໄຊ້ ຄືນ ກໍ່ ເປັນທຸກ ການເກີດໂລກ ພະຍາດ ຫລື ເຈັບປວ່ຍ ກໍ່ເປັນທຸກ ການໄດ້ພັດພາກ ຈາກຂອງທີ່ຕົນຮັກ ພໍໃຈ ກໍ່ເປັນທຸກ ................. ທຸກຄົນໄດ້ຮັບສິ່ງເຫລົ່ານີ້ແທ້ ແລະຫລາຍຍິ່ງ . ພຣະພຸດທະເຈົ້າໄດ້ບັນຫຍັດໄວ້ວ່າ ກາຍນີ້ບໍ່ແມ່ນ ຂອງເຈົ້າ ( ເຮົາບັງຄັບບໍ່ໃຫ້ມັນ ເຖົ້າແກ່ ແຮ່ວແຫ້ງ ຕາຍໄປ ບໍ່ໄດ້ ) ແລະ ບໍ່ແມ່ນ ຂອງບຸກຄົນເຫລົ່າອື່ນ ກຳເກົ່າຄືກາຍນີ້ ອັນບຸກຄົນ ເພິ່ງຮູ້ວ່າ ເປັນສິ່ງ ມີ ປັດໃຈປຸງແຕ່ງຂື້ນ ເປັນສິ່ງມີປັດໃຈ ເຮັດໃຫ້ເກີດ ຄວາມຮູ້ສຶກຂື້ນ ເປັນສິ່ງທີ່ມີຄວາມ ຄວາມສຶກຕໍ່ ອາລົມໄດ້ ພຣະພຸດທະເຈົ້າໄດ້ບັນຫຍັດໄວ້ວ່າ ພິກຂຸທັງຫລາຍ ຕາ ຫູ ດັງ ລີ້ນ ກາຍ ໃຈ ເປັນທຸກ ( ທູກ ຄືບໍ່ທ່ຽງ ຫລື ທຸກຄືແຕກສະຫລາຍ ຫລື ທຸກ ກໍ່ຄືຄວາມທຸກ ) ພຣະພຸດທະເຈົ້າ ໄດ້ບັນຫຍັດໄວ້ວ່າ ການໃຫ້ ທັມມະ ເປັນທານ ແມ່ນເລີດກວ່າ ທານທັງຫລາຍ ຖ້າເຮົາເປັນຄົນ ຖືສາດສະຫນາພຸດແທ້ ຕ້ອງໃຫ້ຕົນເອງ ແລະ ລູກຫລານ ຜູ້ນ້ອຍ ໄດ້ຍິນ ໄດ້ຟັງ ໄດ້ສຶກສາ ໄດ້ປະຕິບັດ . ທັມມະ ຕາມ ພຣະພຸດທະເຈົ້າ ເຊິ່ງ ເປັນຄຳສອນ ທີ່ປະກອບດ້ວຍ ອານຸສາ ສະນີ ປະຕິຫານ ທີ່ແທ້ຈິງ ໃຫ້ເຂົາໄດ້ມີສິ່ງທີ່ເພິ່ງທາງໃຈ ກາຍ ວາຈາ ທີ່ຖືກຕ້ອງ ທີ່ເລີດ ( ຄຳທີ່ພຣະພິກຂຸແຕ່ງ ຂື້ນມາໃຫມ່ນັ້ນ ບໍ່ໃຫ້ໄປສົນໃຈ )